ໃນກອງປະຊຸມສະເໜີບົດສຶກສາ ກ່ຽວກັບການອອກອະນຸຍາດນໍາເຂົ້າສິນຄ້າ ທີ່ຕິດພັນກັບ 04 ຂະແໜງການຄື: ຂະແໜງອາຫານ ແລະ ຢາ, ຂະແໜງມາດຕະຖານ ແລະ ວັດແທກ, ຂະແໜງປູກຝັງ, ຂະແໜງລ້ຽງສັດ ແລະ ການປະມົງ ໃນວັນທີ 28-29 ເດືອນ ສິງຫາ ຜ່ານມານີ້, ໂດຍການເປັນປະທານຂອງທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ. ບົດສຶກສາໄດ້ຊີ້ໃຫ້ເຫັນເຖິງສະພາບການອະນຸຍາດນຳເຂົ້າສິນຄ້າໃນປັດຈຸບັນ ມາດຕະການປະຈຸບັນແມ່ນສາມາດຫຼຸດຜ່ອນຄວາມສ່ຽງລົງໄດ້, ແຕ່ວ່າບໍ່ແມ່ນທັງໝົດ ເພາະຍັງປະກົດມີການນໍາເຂົ້າສິນຄ້າໂດຍທີ່ຍັງບໍ່ໄດ້ຮັບອະນຸຍາດ. ອີງຕາມຜົນການສຶກສາ,ການອອກອະນຸຍາດນຳເຂົ້າສິນຄ້າແມ່ນໃຊ້ເວລາສະເລ່ຍ 03 ວັນ. ດັ່ງນັ້ນ ໃບອະນຸຍາດແມ່ນເຮັດໃຫ້ທຸລະກິດເກີດມີຄ່າໃຊ້ຈ່າຍ ທັງຄ່າທຳນຽມ ແລະ ເວລາ. ອີກດ້ານໜຶ່ງ ເຮັດໃຫ້ຈໍານວນສິນຄ້າຫລວງຫລາຍອັ່ງອໍ ໂດຍສະເພາະຢູ່ຕາມດ່ານສາກົນ ຍ້ອນລະບົບກວດກາເອກະສານນຳເຂົ້າສິນຄ້າຍັງຊັກຊ້າ.

ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ

 

ທ່ານ ສຸລິຍົນ ພິລາວົງ ໄດ້ກ່າວວ່າ “ພາຍໃນປີ 2019 ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈໍາ ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນ, ເວລາ, ຄ່າໃຊ້ຈ່າຍ ແລະ ເອກະສານ ທີ່ບໍ່ຈໍາເປັນໃນການອະນຸຍາດ ນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ຫຼຸດລົງຢ່າງໜ້ອຍ 50%”.

ນອກຈາກນັ້ນ, ຖ້າວ່າມີການລົບລ້າງ ໃບອະນຸຍາດນໍາເຂົ້າ, ຜູ້ປະກອບການສາມາດປະຢັດຄ່າໃຊ້ຈ່າຍໄດ້ ປະມານ 385 ລ້ານກີບຕໍ່ປີ. ຫຼຸດຜ່ອນການເສຍເວລາໃນການຂໍໃບຢັ້ງຢືນປະຈຳປີ, ແຕ່ວ່າຄ່າທໍານຽນມແມ່ນຈ່າຍປະຈໍາປີຄືເກົ່າ. ຄ່າສະເລ່ຍໃນການປະຢັດເວລາ ແລະ ຄ່າໃຊ້ຈ່າຍຕໍ່ 1 ການຂົນສົ່ງ ປະມານ 30-60 ນາທີ, ແລະ 35,000 ກີບ ຈາກການອອກອະນຸຍາດນໍາເຂົ້າ. ປະຢັດ 25,000 ກີບ ຕໍ່ໜຶ່ງການຂົນສົ່ງ ແລະ ປະຢັດເວລາໄດ້ 1 ຊົ່ວໂມງຢູ່ໃນດ່ານ ຖ້າບໍ່ມີການກວດກາແບບ 100%.  ເທົ່າກັບວ່າຄ່າທຳນຽມ ແລະ ເວລາ ໃນການອອກອະນຸຍາດ ແລະ ກວດກາ ຕໍ່ປີແມ່ນສາມາດປະຢັດໄດ້ 241 ລ້ານກີບ ແລະ 360 ວັນ. ຖ້າຫາກຄ່າໃຊ້ຈ່າຍຕ່ຳລົງ ອາດຈະເຮັດໃຫ້ການນໍາເຂົ້າແບບຖືກກົດໝ າຍເພີ່ມຂຶ້ນ, ລັດຖະບານສາມາດກຳນົດລາຄາຫຼຸດລົງໄດ້ເນື່ອງຈາກຜູ້ປະກອບການມີລາຍຈ່າຍຫຼຸດລົງໃນການນຳເຂົ້າສິນຄ້າ. ບັນດາຂະແໜງການທີ່ກ່ຽວຂ້ອງຍັງໄດ້ສະເໜີໃນກອງປະຊຸມໃນການແກ້ໄຂບັນຫາ ເປັນຕົ້ນການປັບປຸງຄວາມເຊື່ອໝັ້ນຂອງທຸລະກິດ ແລະ ຄວາມໂປ່ງໃສ, ຈະເຮັດໃຫ້ມີການປັບປຸງການແຂ່ງຂັນກັບສາກົນ ແລະ ງ່າຍໃນການຈັດອັນດັບທາງທຸລະກິດ ໂດຍສະເພາະຕົວຊີ້ວັດ “ການຄ້າຂ້າມແດນ”.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.