ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ຈັດພິມປື້ມສະຖິຕິການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ພາຍໃຕ້ສິດທິພິເສດທາງການຄ້າ. ໃນໄລຍະ 05 ປີຜ່ານມາ ແຕ່ປີ 2013 ຫາ 2017 ເຫັນວ່າການສົ່ງອອກຂອງ ສປປ ລາວ ພາຍໃຕ້ສິດທິພິເສດທາງການຄ້າ ໂດຍສະເລ່ຍກວມເອົາ 30% ຂອງການສົ່ງອອກທັງໝົດ ເຊິ່ງຫຼາຍກວ່າການນໍາເຂົ້າເກືອບສາມເທົ່າ. ສະນັ້ນ, ຈຶ່ງສະແດງວ່າການນໍາໃຊ້ສິດທິພິເສດທາງດ້ານການຄ້າ ໄດ້ປະກອບສ່ວນເຂົ້າໃນການເພີ່ມມູນຄ່າການສົ່ງອອກໃນລະດັບໜຶ່ງ. ຈຸດປະສົງຂອງການສ້າງປື້ມສະຖິຕິຄັ້ງນີ້ ແມ່ນເພື່ອສະໜອງຂໍ້ມູນໃຫ້ທຸກພາກສ່ວນກ່ຽວຂ້ອງ ສາມາດຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບ ການນໍາໃຊ້ສິດທິພິເສດທາງການຄ້າຂອງ ສປປ ລາວ.

# ຫົວຂໍ້ ດາວໂຫຼດ
1 ສະຖິຕິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຟອມ A, D, E, S, SPT, AI, AK, AJ, AANZ, DFTP, APTA, CO-Korea ປະຈຳປີ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.