ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ - ຫວຽດນາມ ຄັ້ງທີ XI ໄດ້ຈັດຂື້ນໃນລະຫວ່າງ ວັນທີ 26-28 ກັນຍາ 2018 ທີ່ແຂວງ ກວາງບິງ ສສ ຫວຽດນາມ. ກອງປະຊຸມໄດ້ລາຍງານຜົນການຈັດຕັ້ງປະຕິບັດການຮ່ວມມືພັດທະນາການຄ້າຊາຍແດນໃນໄລຍະສອງປີຜ່ານມາ ເຊິ່ງໄດ້ຮ່ວມກັນຕີລາຄາຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທີ X ທີ່ປີ 2016 ທີ່ຜ່ານມາ ໂດຍສະເພາະ ແມ່ນລາຍງານສະພາບການຮ່ວມມືຈັດຕັ້ງປະຕິບັດແຜນແມ່ບົດພັດທະນາຕາໜ່າງຕະຫຼາດຊາຍແດນ, ການຮ່ວມກັນລົງກວດກາສະພາບການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຄົນ, ສິນຄ້າ ແລະ ພາຫະນະເຂົ້າ-ອອກຜ່ານດ່ານ ລະຫວ່າງສອງປະເທດ ແລະ ການຮ່ວມມື ແລກປ່ຽນທາງດ້ານວິຊາການ ເຊິ່ງເຫັນວ່າ ມີຫຼາຍດ້ານ ແມ່ນຈັດຕັ້ງປະຕິບັດໄດ້ຕາມແຜນທີ່ວາງໄວ້ ແລະ ທັງສອງຝ່າຍ ຍັງໄດ້ພ້ອມກັນປຶກສາຫາລືເປັນເອກະພາບວາງແຜນການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ໃນ 02 ປີຕໍ່ໜ້າ (ປີ2018-2020).

ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ (ດ້ານຊ້າຍ)
ທ່ານ ເຈີນ ກວກ ແຂງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ (ທາງກາງ)

 

ນອກຈາກນັ້ນ ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ແລະ ໝູ່ຄະນະທັງພາກລັດ ແລະ ເອກະຊົນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ໄລຍະ 2016-2017 ແລະ ຈັດກິດຈະກໍາວາງສະແດງຜະລິດຕະພັນ ຫຼື ສິນຄ້າຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ.
ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ໄດ້ກ່າວວ່າ “ກອງ​ປະຊຸມ​ການ​ຮ່ວມ​ມື​ພັດທະນາ​ການ​ຄ້າ​ຊາຍ​ແດນ ລາວ - ຫວຽດນາມ ​ແມ່ນ​ກອງ​ປະຊຸມທີ່​ມີ​ຄວາມໝາຍ ຄວາມສຳຄັນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​​ໃນ​ຂົງ​ເຂດວຽກງານ ອຸດສາຫະກຳ ​ແລະ ການ​ຄ້າ ຂອງ ລາວ ​ແລະ ຫວຽດນາມ. ອີງ​ຕາມ​ທິດ​ທາງ​ນະ​ໂຍບາຍ​ຂອງ​ສອງ​ລັດຖະບານ ​ທີ່​ແນໃສ່ຫັນ​ເອົາ​ການ​ຄ້າ​ຊາຍ​ແດນ​ ​ແລະ ຕະຫຼາດຊາຍ​ແດນ ​ເປັນມາດຕະຖານ ​ແລະ ​ເງື່ອນ​ໄຂ​ຊຸ​ກຍູ້​ການ​ຜະລິດ, ການສົ່ງອອກ ​ຂະໜາດນ້ອຍ ​ແລະ ກາງ​ຂອງ​ປະຊາຊົນ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວດີ​ຂຶ້ນ​ເປັນ​ກ້າວໆ, ຮ່ວມ​ມື​ກັນ​ພັດທະນາ​ການ​ຄ້າ​ຊາຍ​ແດນ ​ແລະ ຕະຫຼາດຊາຍ​ແດນ​ໃຫ້ເຕີບໃຫຍ່ຂະຫຍາຍຕົວ ເຂົ້າສູ່ລະບົບ ແລະ ສະກັດກັ້ນ ການຄ້າຂາຍເຖື່ອນ ທັງເປັນການລົບລ້າງຄວາມທຸກຍາກ ຂອງ ປະຊາຊົນທີ່ອາໄສຢູ່ບໍລິເວນຊາຍແດນ ຂອງ ທັງສອງປະເທດ”.
ໃນປີ 2017 ທີ່ຜ່ານມາ, ມູນຄ່າການຄ້າຊາຍແດນລະຫວ່າງສອງປະເທດ ລາວ-ຫວຽດນາມ ສາມາດບັນລຸໄດ້ 936 ລ້ານ ໂດລາສະຫະລັດ ເພີ່ມາຂຶ້ນ 13,6% ຖ້າທຽບໃສ່ປີ 2016. ໃນນັ້ນ ມູນຄ່າການສົ່ງອອກ ຂອງ ສປປ ລາວ ໄປ ສສ ຫວຽດນາມ ແມ່ນ 412 ລ້ານ ໂດລາສະຫະລັດ ເພີ່ມຂຶ້ນ 19%  ແລະ ນໍາເຂົ້າ 524 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 9,7%. ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ໄປ ສສ ຫວຽດນາມ ແມ່ນ ກາເຟ,ສາລີ,​ ຢາງພາລາ ເກືອກາລີ, ໄຟຟ້າ, ນໍ້າຕານ,......, ສິນຄ້ານໍາເຂົ້າຈາກ ສສ ຫວຽດນາມ ແມ່ນ ອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ນໍ້າມັນກາຊວນ, ນໍ້າມັນແອັດຊັງ, ເຄື່ອງໄຟຟ້າ, ສາຍໄຟຟ້າ, ປຸຍຊະນິດຕ່າງໆ, ເຄື່ອງເຟີນີເຈີ, .....

ເພື່ອສືບຕໍ່ສ້າງການຄ້າຊາຍແດນ ຂອງສອງປະເທດ ໃຫ້ນັບມື້ນັບມີການພັດທະນາດີຂື້ນເລື່ອຍໆ ໂດຍສະ ເພາະແມ່ນເຮັດໃຫ້ມູນຄ່າການຄ້າສອງຝ່າຍເພີ່ມຂື້ນ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: “ສອງຝ່າຍຍັງຕ້ອງສຸມໃສ່ບັນດາໜ້າວຽກທີ່ສໍາຄັນຄື: 1) ສືບຕໍ່ເຜີຍແຜ່ເນື້ອໃນສັນຍາການຄ້າສອງຝ່າຍໃຫ້ທົ່ວເຖິງ; 2) ຮ່ວມກັນເຜີຍແຜ່ນະໂຍບາຍສົ່ງເສີມການລົງທຶນ ເພື່ອດຶງດູດນັກລົງທຶນ ສສ ຫວຽດນາມ; 3) ສືບຕໍ່ເອົາໃຈໃສ່ວຽກງານອໍານວຍຄວາມສະດວກທາງດ້ານການຄ້າໃຫ້ດີຂຶ້ນກວ່າເກົ່າ; ແລະ 4) ສືບຕໍ່ຈັດງານຕະຫຼາດນັດຊາຍແດນ ແລະ ງານວາງສະແດງສິນຄ້າໃຫ້ເປັນປົກກະຕິ”. ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂື້ນ 02 ປີ ຕໍ່ຄັ້ງ ເຊິ່ງຄັ້ງນີ້ ເປັນຄັ້ງທີ່ XI ສອງຝ່າຍໄດ້ຜັດປ່ຽນກັນເປັນເຈົ້າພາບ ເຊິ່ງຄັ້ງຕໍ່ໄປ ສປປ ລາວ ຈະໄດ້ເປັນເຈົ້າພາບ ໃນປີ 2020.

 

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.