ນະຄອນຫຼວງວຽງຈັນ ໄດ້ອອກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ແລະ ການນໍາໃຊ້ ຢາປາບສັດຕູພືດ ສະບັບເລກທີ 0688/ຈນວ, ລົງວັນທີ 13 ກໍລະກົດ 2018 ໃນການຄຸ້ມຄອງ ແລະ ນໍາໃຊ້ຢາປາບສັດຕູພືດ ເຊິ່ງໄດ້ກໍານົດການປະກອບເອກະສານນໍາເຂົ້າຢາປາບສັດຕູພືດ, ຂັ້ນຕອນການຂໍອະນຸຍາດນໍາເຂົ້າ, ເວລາໃນການອະນຸຍາດເອກະສານ, ການແຈ້ງເອກະສານເວລານໍາເຂົ້າ ແລະ ດ່ານນໍາເຂົ້າ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າຢາປາບສັດຕູພືດ ເພື່ອຈໍາໜ່າຍ ແລະ ນໍາໃຊ້ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

  1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າ;
  2. ໃບອະນຸຍາດດໍາເນີນທຸລະກິດດ້ານກະສິກໍາ ແລະ ປ່າໄມ້ (ທີ່ລະບຸເຖິງກິດຈະກໍາການນໍາເຂົ້າປັດໃຈການຜະລິດ);
  3. ໃບອະນຸຍາດຈໍາໜ່າຍ (ຂາຍ) ຢາປາບສັດຕູພືດ;
  4. ໃບຂື້ນທະບຽນວິຊາການຢາປາບສັດຕູພືດ;
  5. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສິນຄ້າ;
  6. ໃບຢັ້ງຢືນຜົນການວິໄຈສ່ວນປະກອບຂອງຢາປາບສັດຕູພືດຈາກປະເທດຕົ້ນທາງ;

ໃບຢັ້ງຢືນຜົນການວິໄຈສ່ວນປະກອບຂອງຢາປາບສັດຕູພືດຈາກປະເທດຕັ້ນທາງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.