ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2018 ປະມານ 865 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະມານ 551 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະມານ 314 ລ້ານໂດລາສະຫະລັດ.

  1. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ:

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນ 7 ປະກອບມີ ແຮ່ທອງ, ໝາກກ້ວຍ, ເຄື່ອງດື່ມ, ຄໍາປະສົມ, ມັນຕົ້ນ, ກາເຟ, ນ້ໍາຕານ, ເຄື່ອງນູຸ່ງຮົ່ມ ແລະ ອື່ນໆ.

  1. ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ.

 

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະກອບມີ ພາຫະນະທາງບົກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນໍ້າມັນກາຊວນ, ອຸປະ ກອນກົນຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ຊິ້ນສ່ວນອາໄຫຼ່ລົດ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດນໍາເຂົ້າຫຼັກຂອງ ສປປ ລາວ

 ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ສປ ຈີນ, ຣຊ ໄທ, ສສ ຫວຽດນາມ, ຍີ່ປຸ່ນ, ເຢຍມະມັນ, ອິນເດຍ, ສະວິດເຊີແລນ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດສົ່ງອອກຫຼັກຂອງ ສປປ ລາວ

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດ ຄື: ຣຊ ໄທ,​ ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ, ສ ເກົາຫຼີ,​ ອົດສະຕາລີ,​ ແບນຊິກ, ອັງກິດ, ສ ອາເມລິກາ ແລະ ອື່ນໆ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.