ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2018 ປະຕິບັດໄດ້ 900 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະມານ 579 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ 321 ລ້ານໂດລາສະຫະລັດ.

  1. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ:

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນ 8 ປະກອບມີ ແຮ່ທອງ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໄມ້ແປຮູບ ແລະ ເຄິ່ງສໍາເລັດຮູບ, ອຸປະກອນກົນຈັກ, ເກືອກາລີ, ຢາງພາລາ, ເຄື່ອງດື່ມ, ສາລີເຄື່ອງນູຸ່ງຮົ່ມ ແລະ ອື່ນໆ.

  1. ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ.

 

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະກອບມີ ອຸປະກອນກົນຈັກ, ພາຫະນະທາງບົກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຊິ້ນສ່ວນອາໄຫຼ່ລົດ, ນໍ້າມັນກາຊວນ, ເຄື່ອງດືມ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ພລາສະຕິກ, ຊີມັງ, ນໍ້າມັນແອັດຊັງ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ສປປ ລາວສົ່ງອອກສິນຄ້າ

 ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ສປ ຈີນ, ຣຊ ໄທ, ສສ ຫວຽດນາມ, ຍີ່ປຸ່ນ, ເຢຍມະມັນ, ອິນເດຍ, ສະວິເດັນ, ສະຫະລັດ ອາຣັບເອມີເຣທ໌ສ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ສປປ ລາວ ນໍາເຂົ້າສິນຄ້າ

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດ ຄື: ຣຊ ໄທ,​ ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ, ສ ເກົາຫຼີ,​ ອົດສະຕາລີ,​ ອິນເດຍ, ອິນໂດເນເຊຍ, ສິງກາໂປ, ຮົງກົງ ແລະ ອື່ນໆ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.