ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2018 ປະຕິບັດໄດ້ 724 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະມານ 426 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ 298 ລ້ານໂດລາສະຫະລັດ.

  1. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ:

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນ 9 ປະກອບມີ ແຮ່ທອງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງດື່ມ, ເຄື່ອງນູຸ່ງຮົ່ມ, ໝາກກ້ວຍ, ງົວ, ຄວາຍ ແລະ ອື່ນໆ.

  1. ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ.

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະກອບມີ ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ນໍ້າມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຊິ້ນສ່ວນອາໄຫຼ່ລົດ, ເຄື່ອງດືມ, , ພລາສະຕິກ, ຊີມັງ, ນໍ້າມັນແອັດຊັງ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ສປປ ລາວສົ່ງອອກສິນຄ້າ

 ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ສປ ຈີນ, ສສ ຫວຽດນາມ, ຣຊ ໄທ, ອິນເດຍ,ຍີ່ປຸ່ນ, ເຢຍມະມັນ, , ສະວິເດັນ, ສ ອາເມລິກາ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ສປປ ລາວ ນໍາເຂົ້າສິນຄ້າສິນຄ້າ

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດ ຄື: ຣຊ ໄທ,​ ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ, ສ ເກົາຫຼີ,​ , ອິນໂດເນເຊຍ, ສິງກາໂປ ແລະ ອື່ນໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.