ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ         ເລກທີ:3447/ກງ
ນະຄອນຫຼວງວຽງຈັນ,ວັນທີ 26 ຕຸລາ 2018

ແຈ້ງການ

ເຖິງ: ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ບັນດາຫົວໜ່ວຍທຸລະກິດ, ບັນດາບຸກຄົນ, ນິຕິບຸກຄົນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດ ບັນຊີຫຼຸດຜ່ອນອັດຕາພາສີ ໃນກອບສັນຍາການຄ້າອາຊີປາຊິຟິກ (APTA) ຕາມສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017(AHTN 2017)

  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2018;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະກາດໃຊ້ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017(AHTN 2017) ສະບັບເລກທີ 122/ນຍ,ລົງວັນທີ 03 ເມສາ 2018;
  • ອີງຕາມ ບົດລາຍງານ ຂອງ ກົມພາສີ ສະບັບເລກທີ 06141/ກພສ, ລົງວັນທີ 17 ຕຸລາ 2018

          ເພື່ອເປັນການຜັນຂະຫຍາຍເນື້ອໃນຂອງ ດຳລັດວ່າດ້ວຍການປະກາດໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017(ASEAN Harmonized Tariff Nomenclature~AHTN2017), ຮັບປະກັນການຈັດຕັ້ງປະຕິບັດພັນທະສັນຍາຂອງ ສປປ ລາວ ໃນກອບສັນຍາການຄ້າອາຊີປາຊິຟິກ (Asia-Pacific Trade Agreement~APTA) ແນໃສ່ການອຳນວຍຄວາມສະດວກທາງດ້ານການຄ້າ, ຄວາມເປັນເອກະພາບກັນໃນການຈັດລະຫັດສິນຄ້າ, ເຄື່ອງຂອງ ແລະ ການຈັດເກັບອັດຕາພາສີ ແລະ ພັນທະອື່ນ ໃນຂອບເຂດທົ່ວປະເທດ ແລະ ສອດຄ່ອງກັບຫຼັກການສາກົນ,                 

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ດັ່ງນີີ້:

1. ບັນຊີຫຼຸດຜ່ອນອັດຕາພາສີ (Tariff Reduction Schedule~TRS) ພາຍໃຕ້ກອບສັນຍາການຄ້າອາຊີປາຊິຟິກ (APTA) ແມ່ນໃຫ້ນຳໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017) ປ່ຽນແທນ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2012 (AHTN 2012);

2. ບັນຊີຫຼຸດຜ່ອນອັັດຕາພາສີ ພາຍໃຕ້ກອບສັນຍາ APTA ຕາມ AHTN2017 ປະກອບດ້ວຍສິນຄ້າອຸປະໂພກ-ບໍລິໂພກທີ່ຖືກນຳມາຫຼຸດຜ່ອນອັດຕາຈຳນວນ 1,081 ລະຫັດ ມີອັດຕາພາສີ ແຕ່ 3.25% ຫາ 32%;

3. ມອບໃຫ້ກົມພາສີອອກບົດແນະນຳລະອຽດກ່ຽວກັັບການຈັດຕັ້ງປະຕິບັດ   ບັນຊີຫຼຸດຜ່ອນອັດຕາພາສີພາຍໃຕ້ກອບສັນຍາ APTA ຕາມ AHTN 2017 ພ້ອມທັງຈັດຝຶກອົມຮົມໃຫ້ເຈົ້າໜ້າທີ່ພາສີ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮັບຊາບ ແລະ ເຂົ້າໃຈ;

4. ບັນຊີຫຼຸດຜ່ອນອັດຕາພາສີພາຍໃຕ້ກອບສັນຍາ APTA ຕາມ AHTN 2017 ມີຜົນບັງຄັບໃຊ້ນັບແຕ່ ວັນທີ 01 ພະຈິກ 2018 ເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ເຊັນແທນ ລັດຖະມົນຕີ
ຮອງລັດຖະມົນຕີ
ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດ ບັນຊີຫຼຸດຜ່ອນອັດຕາພາສີ ໃນກອບສັນຍາການຄ້າອາຊີປາຊີຟິກ (APTA) ຕາມສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017 ເລກທີ 3447/ກງ, ລົງວັນທີ 26 ຕຸລາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.