ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ

ເລກທີ 3448/ກງ

ນະຄອນຫຼວງວຽງຈັນ, ວັນທີ 26 ຕຸລາ 2018

 

ແຈ້ງການ

ເຖິງ: ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ບັນດາຫົວໜ່ວຍທຸລະກິດ, ບັນດາບຸກຄົນ, ນິຕິບຸກຄົນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດ ບັນຊີຫຼຸດຜ່ອນອັດຕາພາສີ ໃນກອບສັນຍາການຄ້າເສລີອາຊຽນ-ຈີນຕາມສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017(AHTN 2017)

  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2018;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະກາດໃຊ້ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017(AHTN 2017) ສະບັບເລກທີ 122/ນຍ,ລົງວັນທີ 03 ເມສາ 2018;
  • ອີງຕາມ ບົດລາຍງານ ຂອງ ກົມພາສີ ສະບັບເລກທີ 06141/ກພສ, ລົງວັນທີ 17 ຕຸລາ 2018.

          ເພື່ອເປັນການຜັນຂະຫຍາຍເນື້ອໃນຂອງ ດຳລັດວ່າດ້ວຍການປະກາດໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017(ASEAN Harmonized Tariff Nomenclature~AHTN2017), ຮັບປະກັນການຈັດຕັ້ງປະຕິບັດພັນທະສັນຍາຂອງ ສປປ ລາວ ພາຍໃຕ້ກອບສັນຍາການຄ້າເສລີອາຊຽນ-ຈີນ (ASEAN-China Free Trade Agreement~ACFTA) ແນໃສ່ການອຳນວຍຄວາມສະດວກທາງດ້ານການຄ້າ, ຄວາມເປັນເອກະພາບກັນໃນການຈັດລະຫັດສິນຄ້າ, ເຄື່ອງຂອງ ແລະ ການຈັດເກັບອັດຕາພາສີ ແລະ ພັນທະອື່ນ ໃນຂອບເຂດທົ່ວປະເທດ ແລະ ສອດຄ່ອງກັບຫຼັກການສາກົນ,                 

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ດັ່ງນີີ້:

1. ບັນຊີຫຼຸດຜ່ອນອັດຕາພາສີ(Tariff Reduction Schedule~TRS) ໃນກອບສັນຍາ ACFTA ແມ່ນໃຫ້ນຳໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017) ປ່ຽນແທນສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2012 (AHTN 2012);

2. ບັນຊີຫຼຸດຜ່ອນອັັດຕາພາສີພາຍໃຕ້ກອບສັນຍາ ACFTA ຕາມ AHTN2017 ປະກອບມີ 10,813 ລະຫັດ (08 ຕົວເລກ) ປະກອບດ້ວຍ: ອັດຕາພາສີ 0% ຈຳນວນ 10,037 ລະຫັດ, 5% ຈຳນວນ 242 ລະຫັດ, 10%-20%ຈຳນວນ 66 ລະຫັດ, 30%-40% ຈຳນວນ 455 ລະຫັດ ແລະ “ຫ້າມນຳເຂົ້າ” ຈຳນວນ 13 ລະຫັດ ແມ່ນນຳໃຊ້ອັດຕາພາສີປົກກະຕິ ແລະ ສິນຄ້າຫ້າມນຳເຂົ້າ ຈຳນວນ 13 ລະຫັດ;

3. ມອບໃຫ້ກົມພາສີອອກບົດແນະນຳລະອຽດກ່ຽວກັັບການຈັດຕັ້ງປະຕິບັດ   ບັນຊີຫຼຸດຜ່ອນອັດຕາພາສີພາຍໃຕ້ກອບສັນຍາ LVBTA ຕາມ AHTN 2017 ພ້ອມທັງຈັດຝຶກອົມຮົມໃຫ້ເຈົ້າໜ້າທີ່ພາສີ, ຜູ້ປະກອບການ ແລະພາກສ່ວນທີ່ກ່ຽວຂ້ອງ ຮັບຊາບ ແລະ ເຂົ້າໃຈ;

4. ບັນຊີຫຼຸດຜ່ອນອັດຕາພາສີພາຍໃຕ້ກອບສັນຍາ ACFTA ຕາມ AHTN 2017 ມີຜົນບັງຄັບໃຊ້ນັບແຕ່ ວັນທີ 01 ພະຈິກ 2018 ເປັນຕົ້ນໄປ.

                  ດັ່ງນັ້ນ, ຈຶ່ງແຈ້ງມາຍັງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ເຊັນແທນ ລັດຖະມົນຕີ
ຮອງລັດຖະມົນຕີ
ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 Notification on the implementation of a list of tariff rate reduction under ASEAN-China Free Trade Agreement in accordance with ASEAN Harmonized Tariff Nomenclature (AHTN) 2017 No. 3447/MoF, dated 26 October 201 PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດ ບັນຊີຫຼຸດຜ່ອນອັດຕາພາສີ ໃນກອບສັນຍາການຄ້າເສລີອາຊຽນ-ຈີນ ຕາມສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017 ເລກທີ 3448/ກງ, ລົງວັນທີ 26 ຕຸລາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.