ສິດທິ​ພິ​ເສດ​ດ້ານ​ການ​ຄ້າທີ່ລາວ​ໄດ້​ຮັບ ສາມາດແບ່ງອອກ​​ເປັນ 3 ລະບົບ ຄື: 1) ສິດທິ​ພິ​ເສດ​ແບບ​ທົ່ວ​ໄປ; 2) ສິດທິພິ​ເສດຂອງ​ປະ​ເທດ​ກຳລັງ​ພັດທະນາ; ​ແລະ​ 3) ສິດທິ​ພິ​ເສດ​ພາຍ​ໃຕ້​ສັນຍາ​ການ​ຄ້າ​ເສລີ.

ສິດທິ​ພິ​ເສດ​ແບບ​ທົ່ວ​ໄປ (Generalized System of Preferences: GSP) ​​ແມ່ນສິດທິ​ພິ​ເສດ​ໃນ​ການ​ຍົກ​ເວັ້ນ ຫຼື​ຫຼຸດຜ່ອນ​ອັດຕາ​ພາສີຂອງ​ປະ​ເທດທີ່​ພັດທະນາ​ແລ້ວ ​​ທີ່​ໃຫ້​ແກ່​ປະ​ເທດກໍ​າລັງ​ພັດທະນາ ​ແລະ​ດ້ອຍ​ພັດທະນາ. ສປປ ລາວ ​ໄດ້​ຮັບ​ສິດທິ​ພິ​ເສດ​ແບບ​ທົ່ວ​ໄປ​ຈາກ 38 ປະ​ເທດ ຄື: ອົດ​ສະ​ຕາ​ລີ, ​ເບ​ລາຣຸສ, ກາ​ນາ​ດາ, ສະຫະພາບ​ເອີຣົບ (28 ປ​ະ​ເທດ), ຍີ່ປຸ່ນ, ກາ​ຊັກ​ສະຖານ, ນິວຊີ​ແລນ, ນໍ​ເວ,​ ຣັດເຊຍ, ສະ​ວິດ​ເຊີ​ແລນ ​ແລະ​ຕ໊ວກກີ.

ສິດທິ​ພິ​ເສດ​ລະ​ບົບທີ​ສອງ ​ແມ່ນຂອງ​ປະ​ເທດ​ກຳລັງ​ພັດທະນາ ທີ່​ສະໝັກ​ໃຈ​​ໃຫ້​ສິດທິ​ພິ​ເສດ​ແບບ​ຝ່າຍ​ດຽວແກ່​ປະ​ເທດ​ດ້ອຍ​ພັດທະນາ ​ເຊັ່ນ: ລະບົບສິດທິພິເສດຂອງຈີນ, ​ອິນ​ເດຍ, ສ ເກົາຫຼີ ​ແລະ​ຈີນໄຕ້ຫວັນ.

ລະ​ບົບທີ​ສາມແມ່ນ​ສິດທິ​ພິ​ເສດ​ພາຍ​ໃຕ້ເຂດ​ການ​ຄ້າ​ເສລີ​ (Free trade areas: FTAs) ຊຶ່ງ​ສຳຄັນ​ທີ່​ສຸດ​ຕໍ່​ລາວ​ແມ່ນ​​​ໃນສັນຍາ​​​ການ​ຄ້າ​ເສລີ​ອາ​ຊຽນ. ​ນອກ​ນີ້ ປະ​ເທດ​ເຮົາ ຍັງ​ໄດ້​ຮັບ​ສິດທິ​ພິ​ເສດ​​ໃນ​ການສົ່ງ​ອອກ​ໄປ​ຍັງ​ປະ​ເທດຄູ່​ເ​ຈລະ​ຈາ​ຂອງອາ​ຊຽນ ​ເຊັ່ນ: ຈີນ, ອິນ​ເດຍ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ ​ພ້ອມ​ນີ້ ລາວຍັງ​ເປັນ​ພາ​ຄີ​ຂອງ​ສັນຍາ​ການ​ຄ້າ​ເສລີອື່ນ ​ທີ່​ມີ​ການ​ໃຫ້​ສິດທິ​ພິ​ເສດ​​​ແກ່ກັນ ​ແລະ​ກັນ ຄື: ສັນຍາການ​ຄ້າ​ລາວ-​ຫວຽດນາມ ​ແລະ​​ສັນຍາ​ກາ​ນຄ້າ​ອາຊີ-ປາຊີ​ຟິກ (APTA).

ຂໍ້ມູນພາບ: https://insights.offshoregroup.com

 

ນອກຈາກນັ້ນ, ຂັ້ນ​ຕອນ​​ເພື່ອ​ໃຫ້​ໄດ້​ຮັບ​​ສິດທິ​ພິ​ເສດດ້ານ​ການ​ຄ້າ, ຜູ້​ສົ່ງອອກຕ້ອງ​ສາມາດ​ພິສູດ​ການ​ໄດ້​​ເງື່ອນ​ໄຂ​ແຫຼ່ງກໍາ​​ເນີດຂອງ​ສິນຄ້າ​ທີ່​ຕົນ​ຈະ​ສົ່ງ​ອອກ, ປະຕິບັດ​ເງື່ອນ​ໄຂ​ດ້ານ​ການ​ຂົນສົ່ງ ​ແລະ ປະກອບ​ເອກະສານຈໍານວນ​ໜຶ່ງ ​ລວມທັງ​ໃບ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດສິນຄ້າ. ຜູ້​ສົ່ງ​ອອກຄວນເອົາໃຈໃສ່ບາງຂັ້ນຕອນ​ໃນ​ການ​ສົ່ງ​ອອກ ​ເພື່ອ​ໃຫ້​ໄດ້​ສິດທິ​ພິ​ເສດດ້ານ​ການ​ຄ້າ  ດັ່ງນີ້:
ຂັ້ນຕອນທີ 1: ກວດສອບລາຍ​ລະອຽດ​ກ່ຽວ​ກັບລາຍການ​ສິນຄ້າ ​ແລະລະຫັດພາສີ ​ໃນ​ສາລະ​ບານ​ພາສີ​ຂອງ​ປະ​ເທດ​ທີ່​ໃຫ້​ສິດທິ​ພິ​ເສດ.  
ຂັ້ນຕອນທີ 2: ກວດເບິ່ງວ່າສິນຄ້າທີ່​ຈະສົ່ງອອກນັ້ນ ນອນໃນບັນຊີໄດ້ຮັບການ​ຍົກ​ເວັ້ນ ຫຼື​ຫຼຸດຜ່ອນອັດຕາ​ພາສີ​ຂອງປະເທດນຳເຂົ້າຫຼືບໍ່ ເພາະມີບາງລາຍການຖືກຍົກເວັ້ນຈາກ​ການໃຫ້ສິດທິພິເສດ.
ຂັ້ນຕອນທີ 3: ກວດສອບ​ເງື່ອນ​ໄຂດ້ານແຫຼ່ງກຳເນີດຂອງສິນຄ້ານັ້ນ ​ເຊັ່ນ: ການ​ນໍາ​ໃຊ້​ວັດຖຸ​ດິບ​ ຫຼື​ການ​ແປ​ຮູບພາຍ​ໃນ​ປະ​ເທດ ​ໄດ້​ຕາມ​ເງື່ອນ​ໄຂ​ຫຼື​ບໍ່.
ຂັ້ນຕອນທີ 4: ກວດສອບເງື່ອນໄຂຈັດສົ່ງສິນຄ້າ ເພາະອາດມີລະບຽບການສະເພາະຂອງປະເທດ ນຳເຂົ້າ ທີ່ກຳນົດໃຫ້ມີການຂົນສົ່ງສິນຄ້າໄປປະເທດປາຍທາງໂດຍກົງ ໂດຍບໍ່ມີການພັກຢູ່ສາງ ຫຼື ປຸງ​ແຕ່ງເພີ່ມໃນປະເທດທີສາມ.
ຂັ້ນຕອນທີ 5: ປະກອບເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃຫ້ຖືກຕ້ອງຕາມ​ເງື່ອນ​ໄຂ​ແຫຼ່ງກໍາ​ເນີ​ດສິນຄ້າຂອງປະເທດນຳເຂົ້າ ໂດຍໃຫ້ມີີການຢັ້ງຢືນຈາກກົມການນຳເຂົ້າ-​ສົ່ງອອກ ຫຼື​ໜ່ວຍ​ງານອື່ນໆ ​ທີ່​ໄດ້​ຮັບ​ມອບ​ສິດ​ຢັ້ງ​ຢືນ​ແຫຼ່ງກຳ​ເນີ​ດສິນຄ້າ.
ຂັ້ນຕອນທີ 6: ຈັດສົ່ງ​ໃບ​ຢັ້ງຢືນ​ແຫຼ່ງກໍາ​ເນີ​ດສິນຄ້າ ​ແລະເອກະສານຕ່າງໆ ທີ່ຈຳເປັນໃນການສົ່ງອອກ​ໄປ​ຍັງ​ຜູ້ນໍາ​ເຂົ້າ ​ເພື່ອ​ຍື່ນ​ຕໍ່​ເຈົ້າ​ໜ້າ​ທີ່ພາສີຂອງປະເທດປາຍທາງດໍາ​ເນີນ​ການ​ຕາມ​ລະບຽບ​ການ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.