ດັດສະນີໝາຍສະດວກໃນການເຮັດທຸລະກິດປະກອບດ້ວຍ 10 ໝວດຕົວຊີ້ວັດ ລະອຽດມີຄື:

  1. ການເລີ່ມຕົ້ນທຸລະກິດ;
  2. ການຂໍໃບອະນຸຍາດປຸກສ້າງ;
  3. ການເອົາໄຟຟ້າເຂົ້າ;
  4. ການຈົດລະບຽນຊັບສິນ;
  5. ການເຂົ້າເຖິງສິນເຊື່ອ;
  6. ການປົກປ້ອງຜູ້ລົງທຶນ ຫຼື ຜູ້ຖືຮຸ້ນລາຍນ້ອຍ;
  7. ການມອບອາກອນ;
  8. ການຄ້າຂ້າມແດນ;
  9. ການປະຕິບັດສັນຍາ;
  10. ການແກ້ໄຂການລົ້ມລະລາຍ.

ໃນບັນດາ 10 ໝວດຕົວຊີ້ວັດ ຍັງບັນຈຸຫຼາຍຕົວຊີ້ວັດຍ່ອຍທີ່ຖືກປັບໃຫ້ເປັນມາດຕະຖານເອກະພາບ ພາຍໃຕ້ເງື່ອນໄຂສະເພາະຂອງແຕ່ລະໝວດຕົວຊີ້ວັດ, ອີງຕາມທະນາຄານໂລກບາງຄັ້ງເພີ່ນເອີ້ນວ່າ: “ກໍລະນີສົມມຸດມາດຕະຖານ” ເຊິ່ງກໍລະນີສົມມູດມຸດເຫຼົ່ານັ້ນ ແມ່ນຖືກກໍານົດມາຢ່າງໜັກແໜ້ນ ເພື່ອໃຫ້ສາມາດສົມທຽບກັນໄດ້ຢ່າງເປັນທໍາ ແລະ ໂປ່ງໃສທົ່ວ 190 ທີ່ຖືກລວມເຂົ້າໃນການປະເມີນດັດສະນີໝາຍຄວາມສະດວກໃນການເຮັດທຸລະກິດ.

- ຄະແນນໝວດຕົວຊີ້ວັດຂອງການເອົາໄຟຟ້າເຂົ້າ ແມ່ນມາຈາກ 04 ຕົວຊີ້ວັດ ຄື: ຈໍານວນຂັ້ນຕອນ, ເວລາ (ໄລຍະເວລາທີ່ໃຊ້ຕັ້ງແຕ່ເລີ່ມຕົ້ນຂັ້ນຕອນທໍາອິດ ຈົນຮອດເວລາຕິດຕັ້ງໄຟຟ້າ ແລະ ຕິດຕັ້ງໄຟໃຫ້ຕຶກອາ ຄານຂອງວິສາຫະກິດທີ່ເອົາໄຟຟ້າເຂົ້າ), ຄ່າໃຊ້ຈ່າຍ (ກໍານົດເປັນສ່ວນຮ້ອຍຂອງລາຍຮັບຕໍ່ຫົວຄົນພາຍໃນປະເທດ), ຄວາມເຊື່ອຖືໃນການຈ່າຍໄຟຟ້າ ແລະ ຄວາມໂປ່ງໃສຂອງຄ່າໄຟຟ້າ. ປີ 2018 ຂັ້ນຕອນ ແລະ ເວລາພາຍໃຕ້ໝວດຕົວຊີ້ວັດດັ່ງກ່າວ ໃຊ້ເວລາທັງໝົດ 134 ວັນ ລາຍລະອຽດມີດັ່ງລຸ່ມນີ້:

ຂໍ້ມູນພາບ: https://www.indiatoday.in
  • ສົ່ງຄໍາຮ້ອງຂໍໄຟຟ້າເຂົ້າ ໃຫ້ບໍລິສັດໄຟຟ້າ ແລະ ລໍຖ້າຜົນການປະເມີນລາຄາ ແລະ ການກໍານົດເຕັກນິກເຄື່ອງອຸປະກອນທີ່ຕ້ອງໃຊ້;
  • ບໍລິສັດໄຟຟ້າລົງກວດກາສະໜາມ ເພື່ອກໍານົດເຕັກນິກລະອຽດ;
  • ລໍຖ້າການສ້າງ ແລະ ຮັບຮອງແບບເຕັກນິກລະອຽດ ແລະ ແຜນຕິດຕັ້ງ;
  • ລໍຖ້າໃຫ້ຜູ້ຮັບເໝົາວຽກໄຟຟ້າເຮັດວຽກພາຍນອກສໍາເລັດ;
  • ລໍຖ້າການຈົດທະບຽນໝໍ້ນັບໄຟ ຫຼື ກົງເຕີໄຟ ທີ່ບໍລິສັດໄຟຟ້າ;
  • ບໍລິສັດໄຟຟ້າລົງກວດກາຄັ້ງສຸດທ້າຍ ແລ້ວສັບໄຟຟ້າໃຫ້.

- ຕົວຊີ້ວັດຍ່ອຍຂອງໝວດຕົວຊີ້ວັດການເລີ່ມຕົ້ນທຸລະກິດຖືກກໍານົດດ້ວຍສອງຕົວປ່ຽນ ຄື: ເວລາ (ຈໍານວນມື້ທີ່ເຮັດສໍາເລັດທຸກຂັ້ນຕອນ ປີ 2018 ແມ່ນ 67 ມື້) ແລະ ຂັ້ນຕອນ (ປີ 2018 ປະກອບມີ 8 ຂັ້ນຕອນ ) ທີ່ກ່ຽວຂ້ອງ ໃນການເລີ່ມຕົ້ນທຸລະກິດຢູ່ ສປປ ລາວ (ອີງຕາມ ກໍລະນີສົມມຸດມາດຕະຖານທີ່ນໍາໃຊ້ໂດຍທະນາຄານໂລກ) ລາຍລະອຽດມີດັ່ງລຸ່ມນີ້:

                                 ຂໍ້ມູນພາບ: http://www.doingbusiness.org
  • ຄໍາຮ້ອງຈອງຊື່ວິສາຫະກິດ ແລະ ໃບຢັ້ງຢືນການຈົດທະບຽນວິສາຫະກິດ (ໃນຂັ້ນຕອນນີ້ ຕ້ອງການເອກະສານປະກອບທັງໝົດ 6 ປະເພດ);
  • ການຈົດທະບຽນລະບຽບຂອງບໍລິສັດ ຫຼື ວິສາຫະກິດ;
  • ຂໍໃບຢັ້ງຢືນທະບຽນອາກອນ (ຂັ້ນຕອນນີ້ ຕ້ອງປະກອບເອກະສານປະກອບ 12 ຊຸດ);
  • ຂໍອະນຸມັດປ້າຍວິສາຫະກິດ ຫຼື ປ້າຍບໍລິສັດ ຈາກກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທໍາ ແລະ ການທ້ອງທ່ຽວ;
  • ຂວັດກາຈໍ້າບໍລິສັດ;
  • ຈົດທະບຽນກາຈໍ້າບໍລິສັດກັບກະຊວງປ້ອງກັນຄວາມສະຫງົບ;
  • ຈົດທະບຽນຜູ້ອອກແຮງງານເພື່ອເຂົ້າລະບົບປະກັນສັງຄົມ;
  • ຈົດທະບຽນມອບ ອາກອນມູນຄ່າເພີ່ມ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.