ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື) ສາມາດຍຶດໄດ້ ຈຳນວນ 151 ທ່ອນ, ບໍລິມາດ 697,654 (ຫົກຮ້ອຍເກົ້າສິບເຈັດຈຸດຫົກຫ້າສີ່) ແມັດກ້ອນ. ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື (ຂະແໜງການນຳເຂົ້າ ແລະ ສົ່ງອອກ) ໃນໂມງລັດຖະການ.

ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື:

- ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 26 ພະຈິກ ຫາ 17 ທັນວາ 2018)
- ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 18 ທັນວາ 2018
-ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື
- ລາຄາຊອງປະມູນ 1.000.000 ກີບ/ຊອງ (ສຳລັບຄ່າຊອງປະມູນນັ້ນແມ່ນບໍ່ໄດ້ສົ່ງຄືນ)
-ກະລຸນາຖືຊອງປະມູນໄວ້ກັບຕົນເອງ ຈົນຮອດເວລາ 09:00 ໂມງເຊົ້າຂອງວັນທີ 18 ທັນວາ 2018, ຈຶ່ງໃຫ້ມາມອບສົ່ງນຳຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດ. ຖ້າກາຍຖືວ່າສະຫຼະສິດ.

ທ່ານສາມາດຕິດຕໍ່ພົວພັນ:

ທ່ານ ພະຫັດໄຊ 020 22292298
ທ່ານ ນາງ ຄານດາວອນ 02022423777
ທ່ານ ທິດປະກາຍສີ 020 55534456

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການເລກທີ 1236/ອຄ.ອປ, ລົງວັນທີ 26 ພະຈິກ 2018

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.