ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ) ສາມາດຍຶດໄດ້ ຈຳນວນ 777.540 ຕັບ/ເສັ້ນ/ແຜ່ນ, ບໍລິມາດ 3.199,222 (ສາມພັນໜຶ່ງຮ້ອຍເກົ້າສິບເກົ້າຈຸດສອງຮ້ອຍຊາວສອງ) ແມັດກ້ອນ ແລະ ຈຳນວນ 84.732 ທ່ອນສັ້ນ/ຕັບ/ເສັ້ນ, ບໍລິມາດ 1.168,551(ໜຶ່ງພັນໜຶ່ງຮ້ອຍຫົກສິບແປດຈຸດຫ້າຮ້ອຍຫ້າສິບເອັດ) ແມັດກ້ອນ. ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (ຂະແໜງການຄ້າພາຍໃນ) ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (ຂະແໜງການນຳເຂົ້າ ແລະ ສົ່ງອອກ) ໃນໂມງລັດຖະການ.

ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ:

- ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 04 ຫາ 18 ທັນວາ 2018)
- ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 18 ທັນວາ 2018 ແລະ 20 ທັນວາ 2018
- ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ
- ລາຄາຊອງປະມູນ 1.000.000 ກີບ/ຊອງ (ສຳລັບຄ່າຊອງປະມູນນັ້ນແມ່ນບໍ່ໄດ້ສົ່ງຄືນ)
- ກະລຸນາຖືຊອງປະມູນໄວ້ກັບຕົນເອງ ຈົນຮອດເວລາ 09:00 ໂມງເຊົ້າຂອງວັນທີ 18 ທັນວາ 2018 ແລະ 20 ທັນວາ 2018, ຈຶ່ງໃຫ້ມາມອບສົ່ງນຳຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດ. ຖ້າກາຍຖືວ່າສະຫຼະສິດ.

ທ່ານສາມາດຕິດຕໍ່ພົວພັນຫາ:

ທ່ານ ທອງສຸກ ກອງແກ້ວ 020 96519888
ທ່ານ ນາງ ອຸໄທທິບ ວົງຈັນທະລາ 020 55630937
ທ່ານ ທັດສະນະເດືອນ ຄຳແກ້ວ 020 95440773
ທ່ານ ນາງ ວັນເພັງ ສຸລິຍາ 020 22028886

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການເລກທີ1560/ພອຄ.ຈສ, ລົງວັນທີ 04 ທັນວາ 2018

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການເລກທີ 1576/ພອຄ.ຈສ, ລົງວັນທີ 05 ທັນວາ 2018

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.