ອີງຕາມຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ ຂອງ 10 ເດືອນ ປີ 2018, ມູນຄ່າການຄ້າສອງຝ່າຍ ລະຫວ່າງ ລາວ-ໄທ ແຕ່ ເດືອນ ມັງກອນ ຫາ ເດືອນ ຕຸລາ ປີ 2018 ປະຕິບັດປະມານ 4,33 ຕື້ໂດລາສະຫະລັດ.

ຂໍ້ມູນພາບ: http://inacsltd.com

 

ໃນນັ້ນ, ມູນຄ່າການສົ່ງອອກສິນຄ້າຂອງ ສປປ ລາວ ໄປ ປະເທດໄທ ແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີ 2018 ປະຕິບັດປະມານ 1,63 ຕື້ໂດລາສະຫະລັດ. ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະກອບດ້ວຍ ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ, ກາເຟ ແລະ ຊາ (ບໍ່ທັນໄດ້ປຸງແຕ່ງ),ມັນຕົ້ນ, ສາລີ, ນ້ຳຕານ ແລະ ອື່ນໆ.

 ຂໍ້ມູນພາບ: https://www.alborsanews.com

 

ສ່ວນສິນຄ້ານໍາເຂົ້າຈາກ ປະເທດໄທ ມີມູນຄ່າປະມານ 2,70 ຕື້ໂດລາສະຫະລັດ. ສິນຄ້ານໍາເຂົ້າຫຼັກໃນໝວດສິນຄ້າກະສິກຳປະກອບມີ ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເຄື່ອງດື່ມ, ຊີມັງ, ຝຸ່ນ(ປຸ໋ຍ) ແລະ ອື່ນໆ.

ຂໍ້ມູນພາບ: https://www.camtecappliances.com.au

ແຫຼ່ງຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.