ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ     ເລກທີ 03849/ກພສ

ນະຄອນຫຼວງວຽງຈັນ, ວັນທີ 14 ມິຖຸນາ 2017

ບົດເເນະນໍາ

ວ່າດ້ວຍການນໍາໃຊ້ລະບົບຄຸ້ມຄອງແຜນນຳເຂົ້າສິນຄ້າ, ເຄື່ອງຂອງ ຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ   

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ 24/ ທັນວາ 2014;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການຈັດຕັ້ງ ເເລະ ການເຄື່ອນໄຫວຂອງກົມພາສີ ສະບັບເລກທີ 1765/ກງ, ລົງວັນທີ 03 ມິຖຸນາ 2015;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0549/ກງ, ລົງວັນທີ 28 ກຸມພາ 2017 ວ່າດ້ວຍການນໍາໃຊ້ ລະບົບຄຸ້ມຄອງແຜນນຳເຂົ້າ.

    ເພື່ອຮັບປະກັນການຄຸ້ມຄອງ, ກວດກາ, ຕິດຕາມ, ການຫັກລົບແຜນນຳເຂົ້າສິນຄ້າ, ເຄື່ອງຂອງຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ, ຕາມນະໂຍບາຍສົ່ງເສີມການລົງທຶນ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກຳນົດ.

ກົມພາສີ ອອກບົດເເນະນໍາ:

1. ຈຸດປະສົງ

ບົດເເນະນໍາສະບັບນີ້ ແມ່ນເພື່ອກໍານົດຫຼັກການ, ວິທີການ ເເລະ ຂັ້ນຕອນການປ້ອນ ຂໍ້ມູນເຂົ້າລະບົບ, ການຄຸ້ມຄອງ, ກວດກາ, ຕິດຕາມ, ຫັກລົບແຜນ ແລະ ການສັງລວມລາຍງານການນຳເຂົ້າສິນຄ້າຕົວຈິງ, ແນໃສ່ເພື່ອຮັບປະກັນການຄຸ້ມຄອງ, ຕິດຕາມ, ກວດກາ ການນຳເຂົ້າສິນຄ້າ, ເຄື່ອງຂອງຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ຕາມນະໂຍບາຍສົ່ງເສີມການລົງທຶນທີ່ນຳເຂົ້າຜ່ານດ່ານພາສີຊາຍແດນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.

2. ຫຼັກການ ເເລະ ຂອບເຂດການນໍາໃຊ້

ບົດເເເນະນໍາສະບັບນີ້ ແມ່ນນໍາໃຊ້ສະເພາະເພື່ອຄຸ້ມຄອງແຜນນຳເຂົ້າປະຈຳປີ, ກວດກາ, ຕິດຕາມຫັກລົບລາຍການສິນຄ້າທີ່ນອນໃນແຜນນຳເຂົ້າຕົວຈິງ ແລະ ໃຫ້ດຳເນີນການກ່ອນຂັ້ນຕອນການແຈ້ງ ພາສີເປັນລາຍລະອຽດ ໃນເວລານຳເຂົ້າສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນ ໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ.

3. ຂັ້ນຕອນການນໍາໃຊ້ ແລະ ການປ້ອນຂໍ້ມເຂົ້າໂປຣແກມ

ກ. ຂັ້ນຕອນການນຳໃຊ້ລະບົບໂປຣແກມຄຸ້ມຄອງແຜນນຳເຂົ້າ (Master List) ປະກອບມີ 03 ຂັ້ນຕອນຄື:

  1. ການປ້ອນຂໍ້ມູນ
  2. ການຕິດຕາມ ແລະ ສັງລວມລາຍງານ
  3. ການບໍລິຫານຄຸ້ມຄອງລະບົບ

ຂ. ຂັ້ນຕອນການປ້ອນຂໍ້ມູນເຂົ້າໂປຣແກມແມ່ນດຳເນີນການພາຍຫຼັງເຂົ້າສູ່ລະບົບການນຳໃຊ້ (Programe Master List) ປະກອບມີ 05 ຂັ້ນຕອນຄື:

  1. ການປະກອບຂໍ້ມູນລົງຮ່າງແບບຟອມ ທີ່ໄດ້ກຳນົດໄວ້.
  2. ການໂຫຼດແຜນນຳເຂົ້າຈາກ File Excel ດ້ວຍ (USB ແລະ CD).
  3. ການກວດກາແຜນນຳເຂົ້າ ແລະ ພິມໃບຕິດຕາມການຮັບຮອງແຜນ.
  4. ການປ້ອນຂໍ້ມູນເລກທີຕິດຕາມຂອງລະບົບຄຸ້ມຄອງແຜນຕາມລຳດັບ ໃສ່ຫ້ອງ 44 ຂອງ ໃບແຈ້ງພາສີເປັນລາຍລະອຽດໃນລະບົບ ASYCUDA.
  5. ການກວດກາລາຍການສິນຄ້ານຳເຂົ້າຕາມແຜນ ເພື່ອຮັບຮອງລົງໃນໃບແຈ້ງພາສີເປັນລາຍລະອຽດ.

4. ການປ້ອນຂໍ້ມູນເຂົ້າລະບົບ

ການປ້ອນຂໍ້ມູນລາຍການສິນຄ້າ, ເຄື່ອງຂອງເຂົ້າໃນລະບົບ (Programe) ແມ່ນໃຫ້ດຳເນີນການພາຍຫຼັງທີ່ມີການຄົ້ນຄວ້າຮັບຮອງແຜນການນຳເຂົ້າປະຈຳປີ ຕາມການອະນຸຍາດ ຂອງອົງການລັດທີ່ມີສິດ, ໜ້າທີ່ຕົກລົງໃຫ້ນະໂຍບາຍດ້ານພາສີ-ອາກອນ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ກຳນົດ.

ການປ້ອນຂໍ້ມູນເຂົ້າໃນລະບົບ ແມ່ນໃຫ້ດຳເນີນການຕາມຂັ້ນຕອນການນຳໃຊ້ ເພື່ອປ້ອນຂໍ້ມູນ ເຂົ້າໃນລະບົບ (Programe) ໂດຍໃຫ້ເລືອກເອົາປຸ່ມຄຳສັ່ງເລີ້ມຕົ້ນ 01 ຈາກນັ້ນສາມາດເລືອກເອົາ ປຸ່ມຄຳສັ່ງເປົ້າໝາຍທີ່ຕ້ອງການນຳໃຊ້ເລີ່ມແຕ່ (001-016) ເຊັ່ນວ່າ: ຖ້າໄດ້ອັດຂໍ້ມູນແຜນນຳເຂົ້າປະຈຳປີໃສ່ (USB ແລະ CD) ຕ້ອງການໂຫຼດແຜນນຳເຂົ້າປະຈຳປີລົງໃນລະບົບ ແມ່ນໃຫ້ເລືອກປຸ່ມຄຳສັ່ງ 001, ແຕ່ຖ້າຕ້ອງການພິມປ້ອນຂໍ້ມູນແຜນນຳເຂົ້າປະຈຳປີ ແມ່ນໃຫ້ເລືອກປຸ່ມຄຳສັ່ງ 002, ແລະ ຖ້າຕ້ອງການປ້ອນຂໍ້ມູນໃສ່ເປົ້າໝາຍອື່ນໆ ແມ່ນໃຫ້ເລືອກເອົາປຸ່ມຄຳສັ່ງຕາມຕົວເລກ ທີ່ກຳນົດໄວ້ໃນຈໍລະບົບໂປຣແກມ ເລີ່ມແຕ່ (001-016).

ການປ້ອນຂໍ້ມູນ ແລະ ການພິມຂໍ້ມູນແຜນນຳເຂົ້າປະຈຳປີ ແຕ່ລະຄັ້ງຕ້ອງໄດ້ປ້ອນຂໍ້ມູນລາຍລະອຽດຊື່ຂອງໂຄງການຕ່າງໆ ແລະ ສະແກນຟາຍເລກທີ, ວັນທີ, ເດືອນ, ປີ ແລະ ບ່ອນລົງລາຍເຊັນປະທັບຕາ ຂອງແຜນນຳເຂົ້າປະຈຳປີ ແລະ ຂໍ້ຕົກລົງອະນຸມັດແຜນນຳເຂົ້າເລກທີ, ວັນທີ, ເດືອນ, ປີ ແລະ ບ່ອນລົງລາຍເຊັນປະທັບຕາ (ສະແກນໜ້າທຳອິດ ແລະ ໜ້າສຸດທ້າຍເທົ່ານັ້ນ) ລົງໃນລະບົບ ເພື່ອເກັບຮັກສາໄວ້ໃຫ້ລວມສູນເຂົ້າເປັນຖານຂໍ້ມູນໃນລະບົບຄຸ້ມຄອງແຜນນຳເຂົ້າ.

ຂັ້ນສູນກາງ ແມ່ນໃຫ້ຈັດຕັ້ງປະຕິບັດຢູ່ ກົມພາສີ ໃນການດຳເນີນຂັ້ນຕອນການປ້ອນຂໍ້ມູນ ແລະ ການພິມຂໍ້ມູນແຜນນຳເຂົ້າປະຈຳປີ ສຳລັບສິນຄ້າ, ເຄື່ອງຂອງ ຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ.

ຂັ້ນທ້ອງຖິ່ນ: ແມ່ນໃຫ້ດຳເນີນການຢູ່ດ່ານພາສີສາກົນ ຫຼື ລັດຖະການພາສີອື່ນໆ ທີ່ກົມພາສີ ມອບຄວາມຮັບຜິດຊອບ ແລະ ໄດ້ຕິດຕັ້ງລະບົບຄຸ້ມຄອງແຜນນຳເຂົ້າໃຫ້ນຳໃຊ້.

ພາຍຫຼັງສຳເລັດການບັນທຶກຂໍ້ມູນລົງໃນລະບົບຄຸ້ມຄອງແຜນທຸກໆຄັ້ງ ລັດຖະການພາສີແຕ່ລະຂັ້ນຕ້ອງໄດ້ອອກ ໃບຢັ້ງຢືນການບັນທຶກຂໍ້ມູນເຂົ້າໃນລະບົບຄຸ້ມຄອງແຜນ ໃຫ້ແກ່ຜູ່ປະກອບການ ນຳໄປເປັນຂໍ້ມູນໃນການປະກອບໃບແຈ້ງພາສີເປັນລາຍລະອຽດ ຢູ່ຍ່ອນດ່ານນຳເຂົ້າສິນຄ້າ, ເຄື່ອງຂອງ (ຕາມແບບພິມໃບຢັ້ງຢືນການບັນທຶກຂໍ້ມູນເຂົ້າລະບົບຄຸ້ມຄອງແຜນ).

ໃນກໍລະນີ ການອະນຸມັດແຜນນຳເຂົ້າປະຈຳປີ ຢູ່ຂັ້ນທ້ອງຖິ່ນ ແຂວງ ທີ່ດ່ານພາສີສາກົນຕັ້ງຢູ່ ແມ່ນໃຫ້ດ່ານດຳເນີນຂັ້ນຕອນການບັນທຶກຂໍ້ມູນເຂົ້າໃສ່ລະບົບ ແລະ ປະສານງານນຳພະແນກຍົກເວັ້ນ ແລະ ງົດເກັບພາສີ ເພື່ອກວດກາ ແລະ ຢັ້ງຢືນ ຄວາມຖືກຕ້ອງຕໍ່ການໃຫ້ນະໂຍບາຍດ້ານພາສີ-ອາກອນ ແລ້ວໃຫ້ດ່ານອອກໃບຢັ້ງຢືນ ການບັນທຶກຂໍ້ມູນເຂົ້າໃນລະບົບ (ຕາມແບບພິມໃນລະບົບ) ເພື່ອຈັດຕັ້ງປະຕິບັດ, ເວລານຳເຂົ້າສິນຄ້າເຄື່ອງຂອງຕົວຈິງ ຖ້ານຳເຂົ້າຜ່ານດ່ານພາສີສາກົນພາຍໃນແຂວງ ແມ່ນສາມາດນຳເຂົ້າໄດ້ເລີຍ, ກໍລະນີຕ້ອງການໄປນຳເຂົ້າຜ່ານດ່ານພາສີສາກົນ ແຂວງອື່ນໆ ແມ່ນໃຫ້ດ່ານພາສີສາກົນ ຂອງແຂວງ ທີ່ມີການບັນທຶກຂໍ້ມູນເຂົ້າລົງໃນລະບົບເບື້ອງຕົ້ນ ເປັນຜູ່ກວດກາລາຍການຕົວຈິງຕາມແຜນນຳເຂົ້າໃນລະບົບ ເພື່ອເປັນເອກະສານຢັ້ງຢືນນຳສະເໜີກົມພາສີ (ພະແນກຍົກເວັ້ນ ແລະ ງົດເກັບພາສີ) ພິຈາລະນາອະນຸມັດໃຫ້ນຳເຂົ້າຜ່ານດ່ານພາສີສາກົນແຂວງອື່ນ ຕາມລະບຽບການ.

ສຳລັບແຜນນຳເຂົ້າປະຈຳປີ ທີ່ບໍ່ສອດຄ່ອງ ກັບກົດໝາຍວ່າດ້ວຍສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແມ່ນໃຫ້ສັງລວມລາຍງານມາຍັງກົມພາສີ, ກະຊວງການເງິນ ເພື່ອມີທິດຊີ້ນຳໃນການຈັດຕັ້ງປະຕິບັດ.

5. ການຢັ້ງຢືນບັນທຶກຂໍ້ມູນເຂົ້າໃນລະບົບຄຸ້ມຄອງແຜນ

ການອອກໃບຢັ້ງຢືນບັນທຶກຂໍ້ມູນລາຍການຕ່າງໆເຂົ້າໃນລະບົບຄຸ້ມຄອງແຜນ ແມ່ນ ໃຫ້ປະຕິບັດຢ່າງເອກະພາບຕາມແບບຟອມສະເພາະ (ຕາມທີ່ໄດ້ກຳນົດໄວ້ໃນໂປຣແກມ); ອະນຸມັດໃຫ້ ລັດຖະການພາສີ ທີ່ນຳໃຊ້ລະບົບອອກໃບຢັ້ງຢືນບັນທຶກຂໍ້ມູນເຂົ້າໃນລະບົບ ໃຫ້ແກ່ ຜູ່ປະກອບການ ພາຍຫຼັງໄດ້ດຳເນີນການຕາມຂັ້ນຕອນການປ້ອນຂໍ້ມູນ ແລະ ການພິມຂໍ້ມູນ ແຜນນຳເຂົ້າປະຈຳປີ ພ້ອມທັງສະແກນຟາຍ ເກັບຮັກສາເຂົ້າໃນຖານຂໍ້ມູນລະບົບຄຸ້ມຄອງແຜນ ສຳເລັດ, ຕາມຫຼັກການທີ່ໄດ້ກຳນົດໄວ້ໃນຂໍ້ທີ 4 ຂອງ ບົດແນະນຳສະບັບນີ້.

  1. ການຄຸ້ມຄອງການນຳເຂົ້າ-ສົ່ງອອກຊົ່ວຄາວ ສິນຄ້າ, ເຄື່ອງຂອງ ແລະ ພາຫະນະ

ການນຳເຂົ້າສິນຄ້າ, ເຄື່ອງຂອງ ແລະ ພາຫະນະຊົ່ວຄາວ ຕ້ອງເຮັດສັນຍາຄ້ຳປະກັນນຳລັດຖະການພາສີ ໃນກຳນົດເວລາ 02 ປີ ຫຼືບໍ່ໃຫ້ກາຍວັນສິ້ນສຸດໂຄງການ, ຖ້າມີຈຸດປະສົງຢູ່ຕໍ່ສັນຍາປີຕໍ່ປີ ເມື່ອສິ້ນສຸດຕ້ອງນຳອອກຄືນຕາມຈຳນວນເດີມ, ຖ້າຕ້ອງການຊົມໃຊ້ພາຍໃນຕ້ອງເສຍພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການ.

ການນຳເຂົ້າຊົ່ວຄາວ ພາຍຫຼັງທີ່ໄດ້ຮັບອະນຸມັດໃຫ້ນຳເຂົ້າ ຜູ່ແຈ້ງພາສີ ຕ້ອງປະກອບເອກະສານນຳເຂົ້າ ແລ້ວນຳສະເໜີຕໍ່ລັດຖະການພາສີ ເພື່ອປ້ອນຂໍ້ມູນລົງລະບົບຄຸ້ມຄອງແຜນ ແລະ ອອກໃບຢັ້ງຢືນການບັທຶກຂໍ້ມູນລົງໃນລະບົບ ພ້ອມທັງເຮັດສັນຍາຄ້ຳປະກັນການນຳເຂົ້າຊົ່ວຄາວ (ຕາມແບບພິມທີ່ລັດຖະການພາສີກຳນົດ) ໃຫ້ຜູ່ປະກອບການ ນຳໄປ ແຈ້ງພາສີເປັນລາຍລະອຽດ (IM5) ວີຊາຢູ່ດ່ານພາສີສາກົນ ບ່ອນນຳເຂົ້າ; ເວລາມີຈຸດປະສົງຂໍຕໍ່ວີຊາການນຳເຂົ້າຊົ່ວຄາວ ຕ້ອງນຳເອກະສານປະກອບການນຳເຂົ້າ ພ້ອມໃບແຈ້ງພາສີເປັນລາຍລະອຽດ (IM5) ມາຂໍຕໍ່ວີຊາໃສ່ດ້ານຫຼັງໃບແຈ້ງພາສີ ຕາມລະບຽບການ.

ສຳລັບການສົ່ງອອກຄືນ ເມື່ອສິ້ນສຸດສັນຍາຄ້ຳປະກັນຊົ່ວຄາວ ມອບໃຫ້ດ່ານຄຸ້ມຄອງກວດກາຂໍ້ມູນການນຳເຂົ້າໃນລະບົບຄຸ້ມຄອງແຜນ ແລະ ຕ້ອງມີອະນຸຍາດສົ່ງອອກຂອງຂະແໜງການກ່ຽວຂ້ອງ ໃນການດຳເນີນການພິຈາລະນາສົ່ງອອກຕາມລະບຽບການພາສີ.

ການຄຸ້ມຄອງການນຳເຂົ້າຊົ່ວຄາວພາຫະນະ ແລະ ກົນຈັກໜັກ ແມ່ນໃຫ້ຂໍວີຊາລວມສູນນຳ ກົມພາສີ (ພະແນກຍົກເວັ້ນ ແລະ ງົດເກັບພາສີ), ສຳລັບການນຳເຂົ້າຊົ່ວຄາວ ແລະ ການສົ່ງອອກຄືນສິນຄ້າ, ເຄື່ອງຂອງທົ່ວໄປ ແມ່ນໃຫ້ດ່ານດຳເນີນການປ້ອນຂໍ້ມູນລົງໃນລະບົບຄຸ້ມຄອງແຜນ ເພື່ອຕິດຕາມ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກຄືນຕາມຈຳນວນເດີມ ຕາມທີ່ໄດ້ດຳນົດໄວ້ໃນກົດໝາຍ ແລະ ລະບຽບການພາສີ.

  1.  ການຕິດຕາມ ແລະ ສັງລວມລາຍງານ

ການຕິດຕາມ ແລະ ສົງລວມລາຍງານ ແມ່ນໄດ້ກຳນົດເປັນລະບົບຕິດຕາມການບັນທຶກຕາມແຜນນຳເຂົ້າຕົວຈິງ ໂດຍແຍຫຕາມແຕ່ລະປະເພດການນຳເຂົ້າ, ໝວດສິນຄ້າ, ການນຳເຂົ້າຖາວອນ, ນຳເຂົ້າຊົ່ວຄາວ,​ ການວີຊາ, ການຕໍ່ວີຊາ, ຍົກເວັ້ນ, ງົດເກັບ ແລະ ເສຍພາສີຫຼຸດຜ່ອນ ຕາມການ ອະນຸຍາດ ຂອງອົງການລັດຂັ້ນຕ່າງໆທີ່ມີສິດ, ໜ້າທີ່ຕົກລົງໃຫ້ນະໂຍບາຍດ້ານພາສີ-ອາກອນ, ແມ່ນໃຫ້ເລືອກເອົາປຸ່ມຄຳສັ່ງເປົ້າໝາຍທີ່ຕ້ອງການຕິດຕາມ ແລະ ສັງລວມລາຍງານ ການບັນທຶກແຕ່ລະປະເພດ ຕາມຕົວເລກປຸ່ມຄຳສັ່ງ ເລີ່ມແຕ່ (001-014) ຕາທີ່ກຳນົດໄວ້ໃນຈໍລະບົບ (Programe).

ການສະຫຼຸບສັງລວມຂໍ້ມູນໃນລະບົບຄຸ້ມຄອງແຜນນຳເຂົ້າ ແມ່ນໃຫ້ເອົາຕາມເລກທີ ແຜນນຳເຂົ້າ ປະຈຳປີ, ເລກທີຂໍ້ຕົກລົງອະນຸມັດ ແລະ ເລກທີ TIN ອາກອນ.

  1. ການຄຸ້ມຄອງນຳໃຊ້ ໃນການເຊື່ອມຕໍ່ສອງລະບົບ (Master List Program ແລະ ASYCUDA System).

ລະບົບອາຊີກຸດະ ແມ່ນລະບົບທີ່ຄຸ້ມຄອງຖານຂໍ້ມູນການແຈ້ງພາສີແບບເອເລັກໂຕຣນິກ; ລະບົບຄຸ້ມຄອງແຜນນຳເຂົ້າ ແມ່ນລະບົບຍ່ອຍທີ່ໃຊ້ຄຸ້ມຄອງ, ກວດກາ, ຕິດຕາມຂໍ້ມູນຫັກລົບແຜນນຳເຂົ້າ ແລະ ລາຍງານລາຍການນຳເຂົ້າສິນຄ້າຕົວຈິງ, ທັງສອງລະບົບແມ່ນສາມາດນຳໃຊ້ເຊື່ອມໂຍງເຂົ້າກັນໃນການຄຸ້ມຄອງຂໍ້ມູນ ແລະ ໃຫ້ປະຕິບັດຕາມຂັ້ນຕອນຄື:

  1. ໃຫ້ປະກອບໃບແຈ້ງພາສີເປັນລາຍລະອຽດ ຕາມແບບພິມໃບແຈ້ງພາສີ (ASEAN Customs Declaration –ACDD) ໂດຍໃຫ້ພິມເລກທີຕິດຕາມໃບຢັ້ງຢືນການບັນທຶກຂໍ້ມູນລົງໃນລະບົບຄຸ້ມຄອງແຜນ ຕາມເລກທີກຳນົດແບບໂອໂຕມາຕິກລໄດັບທີ 8 ເຂົ້າໃສ່ຫ້ອງ 44 ຂອງໃບແຈ້ງພາສີເປັນລຍລະອຽດ (ASYCUDA) ເພື່ອໃຫ້ສອງລະບົບເຊື່ອມຕໍ່ດຳເນີນການກວດກາຂໍ້ມູນ ແລະ ຫັກລົບແຜນນຳເຂົ້າ-ສົ່ງອອກ ຕາມຖານຂໍ້ມູນທີ່ເກັບຮັກສາໄວ້ໃນລະບົບຄຸ້ມຄອງແຜນ.
  2. ໃຫ້ດຳເນີນຂັ້ນຕອນການແຈ້ງພາສີຂາເຂົ້າ ແລະ ຂັ້ນຕອນການແຈ້ງພາສີຂາອອກ ດ້ວຍລະບົບເອເລັກໂຕຣນິກ (ASYCUDA) ຕາມທີ່ໄດ້ກຳນົດໄວ້ໃນ ບົດແນະນຳ ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ ຂອງກົມພາສີ ສະບັບເລກທີ 0097/ກພສ, ລົງວັນທີ 06 ມັງກອນ 2017.
  3. ການນຳໃຊ້ສອງລະບົບດັ່ງກ່າວ ແມ່ນມອບໃຫ້ເຈົ້າໜ້າທີ່ ປະຈຳດ່ານທີ່ຮັບຜິດຊອບຄຸ້ມຄອງນຳໃຊ້ ເປັນເຈົ້າການໃນການຕິດຕາມ ແລະ ກວດກາຄວາມຖືກຕ້ອງຕາມຖານຂໍ້ມູນ ທີ່ໄດ້ບັນທຶກລົງໃນລະບົບຄຸ້ມຄອງແຜນ ຕາມລະບຽບການ.
  1. ການບໍລິຫານຄຸ້ມຄອງລະບົບ

ການບໍລິຫານຄຸ້ມຄອງລະບົບໂປຣແກມ (ການໂອນ, ລ໋ອກ ຫຼື ປົດລ໋ອກ ແລະ ເພີ່ມລະຫັດ ໃສ່ໃໝ່) ແມ່ນໃຫ້ດຳເນີນກ່ອນຂັ້ນຕອນແຈ້ງພາສີເປັນລາຍລະອຽດ ຊຶ່ງລະບົບຈະໂອນຂໍ້ມູນ ລາຍການສິນຄ້າເພື່ອມາຫັກລົບອອກຈາກແຜນນຳເຂົ້າປະຈຳປີໃນລະບົບ (Programe) ທີ່ ເກັບຮັກສາໄວ້ໃນຖານຂໍ້ມູນ, ລະບົບສາມາດ ປົກປ້ອງຂໍ້ມູນ, ລ໋ອກ ຫຼື ປົດລ໋ອກ ແລະ ເພີ່ມ ລະຫັດ ຜູ່ມີສິດນຳໃຊ້ໃໝ່ ຕາມຕົວເລກປຸ່ມຄຳສັ່ງຕ່າງໆ ທີ່ກຳນົດໄວ້ ເລີ່ມແຕ່ (001-003) ແບະ ການອະນຸມັດຈາກການບໍລິຫານຄຸ້ມຄອງລະບົບ ຂອງ ກົມພາສີ.

  1. ມາດຕະການ

ການຄຸ້ມຄອງ, ກວດກາ, ຕິດຕາມ, ການຫັກລົບແຜນນຳເຂົ້າ (Master List) ແລະ ລະບົບແຈ້ງເສຍພາສີ ແບບເອເລັກໂຕຣນິກ (ASYCUDA) ຂັດຂ້ອງບໍ່ສາມາດດຳເນີນການໄດ້, ດ່ານພາສີຊາຍແດນ ຕ້ອງລາຍງານ ກົມພາສີ ກະຊວງການເງິນ ເພື່ອມີວິທີການແກ້ໄຂ ໃຫ້ທັນສະພາບການ.

ໃນກໍລະນີ ຕ້ອງການປ່ຽນແປງ (ດັດແກ້) ຫຼື ຍົກເລີກແຜນນຳເຂົ້າ (Master List) ຕ້ອງດັດແກ້ກ່ອນການຮັບຮອງຂໍ້ມູນແຜນນຳເຂົ້າລົງໃນລະບົບຄຸ້ມຄອງແຜນ; ຖ້າຕ້ອງການປ່ຽນແປງ (ດັດແກ້) ຫຼື ຍົກເລີກ ແຜນນຳເຂົ້າທີ່ໄດ້ຮັບຮອງຂໍ້ມູນເຂົ້າໃນລະບົບ (Master List) ໄປແລ້ວ ຕ້ອງດັດແກ້ ລວມສູນຢູ່ ກົມພາສີ ກະຊວງການເງິນ.

11. ການຈັດຕັ້ງປະຕິບັດ

ມອບໃຫ້ ພະແນກການອ້ອມຂ້າງກົມພາສີ, ກອງກວດກາພາສີແຂວງ, ນະຄອນຫຼວງ, ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດບົດແນະນຳສະບັບນີ້ຢ່າງເຂັ້ມງວດ.

12. ຜົນສັກສິດ

ບົດແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

# ຫົວຂໍ້ ດາວໂຫຼດ
1 Instruction on the use of management system for Import Plan (Master list), Personal Effects are subject to Exemptions or Reductions of Customs Duties No.03849/CD, dated 14 June 2017 PDF
2 ບົດແນະນຳ ວ່າດ້ວຍ ການນຳໃຊ້ລະບົບຄຸ້ມຄອງແຜນນຳເຂົ້າສິນຄ້າ, ເຄື່ອງຂອງຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ເລກທີ 03849/ກພສ, ລົງວັນທີ 14 ມິຖຸນາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.