ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ          ເລກທີ 1791/ອຄ.ກຄພນ
ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2018

ຄຳສັ່ງ
ກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ
ດ້ວຍການກຳນົດລາຄາຂາຍຍ່ອຍ ແລະ ຂາຍຍົກຕ່ຳສຸດ

  • ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມດຳລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ສະບັບເລກທີ 474/ນຍ,ລົງວັນທີ 18 ພະຈິກ 2010;
  • ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1822/ຫສນຍ.ກຄສ; ລົງວັນທີ 31 ຕຸລາ 2018 ກ່ຽວກັບການສະເໜີບາງຄຳເຫັນ ເພື່ອພິິຈາລະນາກ່ຽວກັບການກຳນົດລາຄາຢາສູບຂາຍຍ່ອຍ 4.000 ກີບ ຕໍ່ຊອງ (ແບບທົດລອງ).

ເພື່ອຫຼຸດຜ່ອນການເຂົ້າເຖິງຢາສູບຂອງຊາວໜຸ່ມເຍົາວະຊົນ ແລະ ຜູ້ທີ່ມີລາຍຮັບຕ່ຳ, ແນໃສ່ປົກປ້ອງສຸຂະພາບທີ່ໄດ້ຮັບຜົນກະທົບຈາກການຊົມໃຊ້ຜະລິດຕະພັນຢາສູບ ແລະ ການໄດ້ຮັບຄວັນຢາສູບ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າອອກຄຳສັ່ງ:

1. ການກຳນົດລາຄາຂາຍຍ່ອຍຜະລິດຕະພັນຢາສູບທີ່ຜະລິດຢູ່ພາຍໃນ ແລະ ຜະລິດຕະພັນຢາສູບທີ່ນຳເຂົ້າຈາກຕ່າງປະເທດ ເພື່ອຈຳໜ່າຍຢູ່ ສປປ ລາວ ຕ່ຳສຸດ ບໍ່ໃຫ້ຫຼຸດ ສີ່ພັນ (4.000) ກີບ ຕໍ່ຊອງ.
2. ການກຳນົດລາຄາຂາຍຍົກຜະລິດຕະພັນຢາສູບ ສຳລັບຜູ້ຜະລິດ, ຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍຜະລິດຕະພັນຢາສູບ ບໍ່ໃຫ້ຫຼຸດ ສາມສິບພັນ (30.000) ກີບ ຕໍ່ຕຸດ.
3. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສົມທົບ ແລະ ຊີ້ນຳຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ເຜີຍແຜ່ ແລະ ແນະນຳ ຄຳສັ່ງສະບັບນີ້ ໃຫ້ບັນດາໂຮງງານຜະລິດຢາສູບ, ຕົວແທນຈຳໜ່າຍ, ຕະຫຼາດ ແລະ ຫ້າງຮ້ານ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

3.1 ໃຫ້ຄຸ້ມຄອງລາຄາຂາຍຍ່ອຍຜະລິດຕະພັນຢາສູບທຸກຊະນິດ ທີ່ຜະລິດພາຍໃນ ແລະ ທີ່ນຳເຂົ້າຈາກຕ່າງປະເທດ ເພື່ອຈຳໜ່າຍຢູ່ ສປປ ລາວ, ທີ່ວາງຂາຍຕາມທ້ອງຕະຫຼາດ, ຫ້າງຮ້ານ ແລະ ສະຖານທີ່ຕ່າງໆ ໃຫ້ແນະນຳຂາຍໃນລາຄາຕ່ຳສຸດບໍ່ໃຫ້ຫຼຸດ ສີ່ພັນ (4.000) ກີບ ຕໍ່ຊອງ.
3.2 ໃຫ້ເຜີຍແຜ່ ແລະ ແນະນຳ ບັນດາໂຮງງານຜະລິດຢາສູບ, ຕະຫຼາດ, ຫ້າງຮ້ານ ແລະ ສະຖານທີ່ວາງຂາຍຜະລິດຕະພັນຢາສູບຕ່າງໆໃນຂອບເຂດຄວາມຮັບຜິດຊອບຂອງຕົນກ່ຽວກັບເນື້ອໃນຄຳສັ່ງສະບັບນີ້ໃຫ້ສຳເລັດພາຍໃນ 30 ວັນ ນັບແຕ່ຄຳສັ່ງສະບັບນີ້ມີຜົນສັກສິດເປັນຕົ້ນໄປ.
3.3 ພາຍຫຼັງເຜີຍແຜ່ ແລະ ແນະນຳແລ້ວ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າລົງຕິດຕາມ ກວດກາຢູ່ຕະຫຼາດ, ຫ້າງຮ້ານ ແລະ ສະຖານທີ່ຂາຍຕ່າງໆ. ຖ້າພົບເຫັນການລະມີດ ໃຫ້ດຳເນີນມາດຕະການຕໍ່ຜູ້ລະເມີດ ຕາມທີ່ກຳນົດໄວ້ໃນດຳລັດ ສະບັບເລກທີ 474/ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ດັ່ງນີ້:
3.4 ການລະເມີດຄັ້ງທີໜຶ່ງ ໃຫ້ດຳເນີນການປັບໃໝ ແຕ່ ຫ້າແສນກີບ ຫາ ໜຶ່ງລ້ານກີບ (500.000 ກີບ ຫາ 1.000.000 ກີບ) ຕໍ່ຄັ້ງ ຕໍ່ລາຍການ ພ້ອມທັງໃຫ້ຂຽນໃບປະຕິຍານ;
3.5 ການລະເມີດຄັ້ງທີສອງ ໃຫ້ດຳເນີນການປັບໃໝ ແຕ່ ໜຶ່ງລ້ານກີບ ຫາ ສອງລ້ານກີບ (1.000.000 ກີບ ຫາ 2.000.000 ກີບ) ຕໍ່ຄັ້ງ ຕໍ່ລາຍການ ພ້ອມທັງໃຫ້ຂຽນໃບປະຕິຍານ;
3.6 ການລະເມີດຄັ້ງທີສາມ ໃຫ້ດຳເນີນການປັບໃໝ ສອງເທົ່າຕົວ ຂອງການປັບໃໝຄັ້ງທີສອງ ຕໍ່ຄັ້ງ ຕໍ່ລາຍການ ພ້ອມທັງຮິບຜະລິດຕະພັນຢາສູບ ເປັນຂອງລັດ.

4. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ລາຍງານຜົນການຈັດຕັ້ງປະຕິບັດທຸກໆ 03 ເດືອນ, ຖ້າມີຄວາມຫຍຸ້ງຍາກ ໃນເວລາຈັດຕັ້ງປະຕິບັດ ໃຫ້ລາຍງານດ່ວນຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ເພື່ອຄົ້ນຄວ້າ ແລະ ໃຫ້ທິດຊີ້ນຳ ວິທີແກ້ໄຂ.
5. ມອບໃຫ້ ກົມການຄ້າພາຍໃນ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແນະນຳ, ຕິດຕາມ, ກວດກາ ແລະ ຊີ້ນຳພະແນກອຸດສາຫະກຳ ແລະ ການຄ້າ ແຂວງ,​ ນະຄອນຫຼວງ ໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້.
6. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໃນຂອບເຂດທົ່ວປະເທດ ພ້ອມກັນຈັ້ດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ມີຜະສິດຕິຜົນສູງ.
7. ສະເໜີໃຫ້ພາກສ່ວນສ່ວຍສາອາກອນຖືເອົາລາຄາ ສີ່ພັນ (4.000) ກີບຕໍ່ຊອງ ເປັນພື້ນຖານຄິດໄລ່ອາກອນຕ່ຳສຸດ;
8. ຄຳສັ່ງສະບັບນີ້ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ພິມລົງຈົດໝາຍເຫດທາງລັດຖະການ ສິບຫ້າ (15) ວັນ.

ຄຳສັ່ງສະບັບນີ້ ປ່ຽນແທນຄຳສັ່ງ ວ່າດ້ວຍ ການຄວບຄຸມຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາຍຍ່ອຍຕ່ຳສຸດ ສະບັບເລກທີ 0896/ອຄ.ຄພນ, ລົງວັນທີ 11 ພຶດສະພາ 2015.

ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 ຄຳສັ່ງ ກ່ຽວກັບ ການຄວບຄຸມຜະລິດຕະພັນຢາສູບດ້ວຍການກຳນົດລາຄາຂາຍຍ່ອຍ ແລະ ຂາຍຍົກຕ່ຳສຸດ ເລກທີ 1791/ອຄ.ກຄພນ, ລົງວັນທີ 18 ທັນວາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.