ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າ ດ້ວຍແຜນການຮ່ວມມືໃນປີ  2018 ຜ່ານມາ, ເຊິ່ງບັນລຸຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ: ການແລກ ປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ໄດ້ດຳເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ, ປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີທັງ ໝົດ 14.644 ຄົນ, ໃນນັ້ນ ທຶນລັດຖະບານ 4.228 ຄົນ; ດ້ານການລົງທຶນ, ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ມີທັງໝົດ 409 ໂຄງການ, ມູນຄ່າ 4,1 ຕື້ໂດລາສະຫະລັດ,  ຈັດຢູ່ໃນອັນດັບ 03 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າລະຫວ່າງສອງປະເທດ ໃນປີ 2018 ບັນລຸໄດ້ 1ຕື້ໂດລາສະຫະລັດ, ເພີ່ມຂື້ນ 13% ທຽບໃສ່ໄລຍະດຽວຂອງປີ 2017; ການຈັດຕັ້ງປະຕິບັດບັນດາໂຄງການທີ່ນໍາໃຊ້ທຶນຊ່ວຍເຫລືອ ກໍ່ໄດ້ມີຄວາມຄືບໜ້າດີສົມຄວນ, ມີ 12 ໂຄງການໄດ້ສໍາເລັດ, ມອບ-ຮັບ ແລະ ໄດ້ນໍາໃຊ້ໃນປີ 2018; ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນຕ່າງໆ ຂອງສອງຝ່າຍໄດ້ເພີ້ມທະວີການພົບປະແລກປ່ຽນບົດຮຽນ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືອ ເຊິ່ງກັນແລະກັນ ຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ; ບັນດາກົນໄກ, ນະໂຍບາຍການຮ່ວມມື ໄດ້ຮັບການພິຈາລະນາ, ປັບປຸງດັດແກ້ຢ່າງທັນການ, ສອດຄ່ອງກັບສະພາບຕົວຈິງຂອງ ແຕ່ລະປະເທດ ກໍຄືລະບຽບການສາກົນ.

ຂໍ້ມູນພາບ: VNA

 

ສຳລັບທິດທາງແຜນການຮ່ວມມືໃນປີ 2019, ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳ ຂອງສອງກົມການເມືອງ ແລະ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ໃຫ້ປະກົດຜົນເປັນຈິງ ໃນນັ້ນ ເອົາໃຈໃສ່ປະຕິ ບັດໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ໃນຂົງເຂດການສຶກສາ ແລະ ພັດທະນາຊັບ ພະຍາກອນມະນຸດ, ຊອກຫາວິທີການ ແລະ ມາດຕະການ ເພື່ອເພີ້ມມູນຄ່າການຄ້າ ລະຫວ່າງສອງປະເທດໃຫ້ບັນລຸຕາມເປົ້າໝາຍທີ່ວາງອອກ; ມີມາດຕະການຊ່ວຍເຫລືອ ແລະ ແກ້ໄຂຂໍ້ຫຍຸ້ງ ຍາກ, ຂ້ອງຄາໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ລາວ ກໍ່ຄືການແກ້ໄຂຢ່າງຂາດຕົວຕໍ່ບັນດາວິສາຫະກິດ ທີ່ບໍ່ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ. ສອງຝ່າຍເຫັນດີເພີ່ມທະວີ ການຮ່ວມມືໃນຂະແໜງທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການສູງ ເຊັ່ນ: ການຊື້ ຂາຍໄຟຟ້າ ແລະ ຂົງເຂດກະສິ ກຳເຕັກໂນໂລຊີສູງ.

ຂໍ້ມູນພາບ: VNA

 

ໃນໂອກາດກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະຫວຽດນາມ ໄດ້ຖະແຫຼງຂ່າວຮ່ວມຜົນສຳເລັດ ແລະ ຮ່ວມເປັນສັກຂີພະຍານໃນການລົງນາມ 06 ເອກະສານສໍາຄັນ ແລະ ມອບໃບຢັ້ງຢືນ 1 ເອກະສານ ຄື: (1)  ບົດບັນທຶກກອງປະຊຸມຄັ້ງທີ 41; (2) ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈຳປີ 2019 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ; (3) ແຜນການຮ່ວມມືປະ ຈຳປີ 2019 ລະຫວ່າງ ສອງກະຊວງສຶກສາທິການ-ກິລາ ລາວ ແລະ ກະຊວງສຶກສາ-ກໍ່ສ້າງ ຫວຽດ ນາມ; (4) ການມອບ-ຮັບໂຄງການສຳເລັດໃນການກໍ່ສ້າງໂຮງຮຽນ 3 ແຫ່ງ ຄື: ໂຮງຮຽນມັດທະຍົມສົມບູນມິດຕະພາບເຈົ້າອານຸວົງ ຢູ່ ແຂວງໄຊສົມບູນ, ຫໍພັກນັກສຶກສາຕ່າງປະເທດ ຢູ່ດົງໂດກ, ໂຮງຮຽນມັດທະຍົມສົມບູນມິດຕະພາບໄລຍະ 2 (ຫລັກ 5) ແລະສູນພາສາຫວຽດ ຢູ່ມະຫາວິທະ ຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລຈຳປາສັກ; (5) ການມອບ-ຮັບໂຄງການກໍ່ສ້າງສຳເລັດໃນການກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງສະຫວັນນະເຂດ;(6) ຂໍ້ຕົກລົງວ່າດ້ວຍການຊ່ວຍເຫລືອແນວພັນເຂົ້າ ຈໍານວນ 300 ໂຕນ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ (7) ມອບໃບຢັ້ງຢືນຮັບຊື້ໄຟຟ້າຈາກໂຄງການໄຟຟ້ານໍ້າຊໍາ (ລາວ).

ສອງຝ່າຍເຊື່ອໝັ້ນວ່າ ຜົນສຳເລັດກອງປະຊຸມຄັ້ງນີ້ ລວມທັງບັນດາເອກະສານທັງ  ໝົດທີ່ໄດ້ລົງນາມໃນໂອກາດນີ້ຈະປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງສຸດຢູ່ແລ້ວ, ຂຶ້ນສູ່ລະດົບສູງ ເປັນຂີດໝາຍອັນໃໝ່ ໃນປີ 2019.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມຸນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ນາງ ຫງວຽນ ທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.