ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ           ເລກທີ 0023 /ອຄ.ກທຄວ
                         ນະຄອນຫຼວງວຽງຈັນ, ວັນທີ 09 ມັງກອນ 2019

ຂໍ້ຕົກລົງ
ວ່າດ້ວຍ ການຂຶ້ນທະບຽນວິສາຫະກິດ

- ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;
- ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
- ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
- ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ, ເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງ ລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
                           ບົດບັນຍັດທົ່ວໄປ
                            

ມາດຕາ 1  ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ສ້າງຂຶ້ນ ເພື່ອຜັນຂະຫຍາຍເນື້ອໃນ ຂໍ້ 1.2 ຂອງ ຄໍາສັ່ງຂອງນາຍົກລັດຖະ ມົນຕີ, ເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ປະກົດຜົນເປັນຈິງ ແລະ ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ໃນການຂຶ້ນທະບຽນວິສາຫະກິດ ແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ແກ່ການດຳເນີນທຸລະກິດ ໂດຍຫຼຸດຂັ້ນຕອນ ແລະ ເວລາ ການສ້າງຕັ້ງວິສາຫະກິດ, ສ້າງທ່າແຮງແກ່ການສົ່ງເສີມ ແລະ ດຶງດູດການລົງທຶນ ຈາກທັງພາຍໃນ ແລະ ຕ່າງປະເທດ ປະກອບ ສ່ວນແກ່ການພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງ. 

ມາດຕາ 2  ການຂຶ້ນທະບຽນວິສາຫະກິດ  

ການຂຶ້ນທະບຽນວິສາຫະກິດ ແມ່ນການຮັບຮອງການສ້າງຕັ້ງ ວິສາຫະກິດ ຢ່າງຖືກຕ້ອງ ຕາມກົດໝາຍ ຕໍ່ບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ ຢູ່ ສປປ ລາວ ໂດຍຂຶ້ນຄັ້ງດຽວຕະຫຼອດໄລຍະການເຄື່ອນໄຫວຂອງວິສາຫະກິດນັ້ນ.

ມາດຕາ 3  ການອະທິບາຍຄຳສັບ

ຄຳສັບ ທີ່ກຳນົດໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ໃບທະບຽນວິສາຫະກິດ ໝາຍເຖິງ ເອກະສານຢັ້ງຢືນກ່ຽວກັບການສ້າງຕັ້ງວິສາຫະກິດ ສ່ວນບຸກຄົນ ຫຼື ນິຕິບຸກຄົນ ຢ່າງຖືກຕ້ອງຕາມກົດໝາຍ;
  2. ການຂຶ້ນທະບຽນວິສາຫະກິດ ສ່ວນບຸກຄົນ ໝາຍເຖິງ ການແຈ້ງຂຶ້ນທະບຽນວິສາຫະກິດ ເພື່ອ ສ້າງຕັ້ງເປັນຫົວໜ່ວຍທຸລະກິດ ທີ່ບຸກຄົນຜູ້ດຽວເປັນເຈົ້າຂອງກຳມະສິດ, ດໍາເນີນທຸລະກິດ ໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດ ແລະ ຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດໂດຍບໍ່ຈຳກັດ;
  3. ການຂຶ້ນທະບຽນວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ໝາຍເຖິງ ການແຈ້ງຂຶ້ນທະບຽນວິສາຫະກິດ ເພື່ອສ້າງຕັ້ງເປັນວິສາຫະກິດນິຕິບຸກຄົນ ເຊັ່ນ ວິສາຫະກິດຮຸ້ນສ່ວນສາມັນ, ວິສາຫະກິດຮຸ້ນສ່ວນຈຳກັດ, ບໍລິສັດຈຳກັດ, ບໍລິສັດມະຫາຊົນ, ບໍລິສັດລັດ ແລະ ອື່ນໆ;
  4. ນິຕິບຸກຄົນ ໝາຍເຖິງ ຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນວິສາຫະກິດ ຖືກຕ້ອງຕາມກົດໝາຍ ແລະ ມີອົງປະກອບທີ່ສົມບູນ ເຊັ່ນ ມີຊື່, ສະຖານທີ່ຕັ້ງສຳນັກງານ, ມີຊັບສົມບັດ ແລະ ທຶນ, ມີການຈັດຕັ້ງຄຸ້ມຄອງບໍລິຫານທີ່ເປັນລະບົບ, ມີຄວາມຮັບຜິດຊອບຕໍ່ໜີ້ສິນຕາມຮູບແບບວິສາຫະກິດ, ມີຄວາມສາມາດທາງດ້ານກົດໝາຍ ໃນການປະຕິບັດ ສິດ ແລະ ພັນທະ, ເປັນໂຈດ ຫຼື ຈໍາເລີຍ ຕາມທີ່ກົດໝາຍໄດ້ກຳນົດ;    
  5. ໃບອະນຸຍາດດໍາເນີນທຸລະກິດ ໝາຍເຖິງ ເອກະສານຢັ້ງຢືນ ສິດ ແລະ ພັນທະ ໃນການປະກອບທຸລະກິດ ໃນກິດຈະການໃດໜຶ່ງ ທີ່ຂະແໜງການກ່ຽວຂ້ອງ ຂອງລັດອອກໃຫ້ວິສາຫະກິດ ສຳ ລັບກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ;  
  6. ກິດຈະການທີ່ບໍ່ຈໍາເປັນຂໍອະນຸຍາດ ໝາຍເຖິງ ກິດ ຈະ ການທີ່ ຂະ ແໜງ ການ ກ່ຽວຂ້ອງອະ ນຸ ຍາດ ໃຫ້ເຄື່ອນໄຫວທຸລະກິດໄດ້ເລີຍ ໂດຍບໍ່ ຈຳ ເປັນ ຕ້ອງ ຂໍ ໃບອະ ນຸ ຍາດລົງທຶນ ຫຼື ຂໍໃບອະນຸຍາດດໍາເນີນທຸລະກິດ ຊຶ່ງເປັນກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ ຫຼື ກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ;
  7. ກິດຈະການທີ່ຕ້ອງຂໍອະນຸຍາດດໍາເນີນທຸລະກິດ ໝາຍເຖິງ ກິດຈະການທີ່ຂະແໜງການກ່ຽວຂ້ອງ ເຫັນວ່າມີຄວາມຈຳເປັນຕ້ອງຄຸ້ມຄອງທາງດ້ານເຕັກນິກວິຊາການ ຫຼື ມີເງື່ອນໄຂສະເພາະໃນການດຳເນີນທຸລະກິດດັ່ງກ່າວ ຊຶ່ງພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງກ່ອນ ຈຶ່ງສາມາດດໍາເນີນທຸລະກິດໄດ້;   
  8. ການເລີ່ມເຄື່ອນໄຫວທຸລະກິດ ໝາຍ ເຖິງ ການເລີ່ມຕົ້ນດໍາເນີນກິດຈະກໍາໃດໜຶ່ງ ກ່ຽວກັບກິດຈະການທີ່ໄດ້ຮັບອະນຸຍາດ ເຊັ່ນ ການເຊົ່າສະຖານທີ່, ການຈ້າງແຮງງານ, ການຂໍອະນຸຍາດປຸກສ້າງ ຫຼື ການຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ.                

ມາດຕາ 4  ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ການແຈ້ງຂຶ້ນທະບຽນວິສາຫະກິດ ສ່ວນບຸກຄົນ ຫຼື ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ ຢູ່ ສປປ ລາວ.

ໝວດທີ 2
ຫຼັກການ ແລະ ເງື່ອນໄຂຂອງການຂຶ້ນທະບຽນວິສາຫະກິດ

ມາດຕາ 5  ຫຼັກການ ການຂຶ້ນທະບຽນວິສາຫະກິດ   

ການຂຶ້ນທະບຽນວິສາຫະກິດ ຕ້ອງປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ ຕາມທີ່ກຳນົດໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ຂໍ້ຕົກລົງສະບັບນີ້.  

ທຸກການເຄື່ອນໄຫວທຸລະກິດຢູ່ ສປປ ລາວ ຕ້ອງ ຂຶ້ນ ທະບຽນ ວິ ສາ ຫະກິດ ຍົກເວັ້ນການເຄື່ອນ ໄຫວທຸລະກິດ ທີ່ບໍ່ຈໍາເປັນຕ້ອງຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເຊັ່ນ ທຸລະກິດຕາມລະດູການ.  

ການຂຶ້ນທະບຽນວິສາຫະກິດ ແມ່ນໃຫ້ປະຕິບັດ ຕາມປະເພດກິດຈະການ ດັ່ງນີ້:

  1. ກິດຈະການ ທີ່ບໍ່ຢູ່ໃນບັນຊີຄວບຄຸມ ແມ່ນ ໃຫ້ປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ ໃນມາດ ຕາ 16 ຂອງ ກົດໝາຍວ່າດ້ວຍວິສາຫະກິດ ຊຶ່ງເຈົ້າໜ້າທີ່ທະບຽນວິສາຫະກິດ ສາມາດພິຈາລະນາຂຶ້ນທະບຽນວິສາຫະກິດ ໂດຍບໍ່ຕ້ອງຂໍຄຳເຫັນຈາກຂະແໜງການທີ່ກ່ຽວຂ້ອງ. ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ໃຫ້ປະຕິບັດຕາມແຕ່ລະກໍລະນີ ດັ່ງນີ້:
    1.1 ກິດຈະການ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ ແມ່ນສາມາດດຳເນີນທຸລະກິດໄດ້ເລີຍ ໂດຍຈະລະບຸກິດຈະການດັ່ງກ່າວ ໄວ້ໃນດ້ານ ຫຼັງໃບທະບຽນວິສາຫະກິດ;
    1.2 ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃຫ້ໄປຂໍອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ຊຶ່ງເຈົ້າໜ້າທີ່ທະບຽນວິສາຫະກິດ ຈະອອກໜັງສືແນະນຳໃຫ້ ໂດຍຈະບໍ່ລະບຸກິດຈະການດັ່ງກ່າວ ໄວ້ໃນດ້ານຫຼັງໃບທະບຽນວິສາຫະກິດ.
  2. ກິດຈະການ ໃນບັນຊີຄວບຄຸມ ແລະ ກິດຈະການສຳປະທານ ແມ່ນ ໃຫ້ປະຕິບັດຕາມ ທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.  

 

ມາດຕາ 6  ເນື້ອໃນ ແລະ ການປ່ຽນແປງເນື້ອໃນ ທະບຽນວິສາຫະກິດ

ເນື້ອໃນ ແລະ ຮູບແບບ ໃບທະບຽນວິສາຫະກິດ ແມ່ນ ປະຕິບັດຕາມແບບພິມ ທີ່ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໄດ້ກໍານົດ ໃນນີ້:

  1. ກິດຈະການທີ່ບໍ່ຈໍາເປັນຂໍອະນຸຍາດ ແມ່ນສາມາດດຳເນີນທຸລະກິດໄດ້ເລີຍ ຊຶ່ງຈະລະບຸໄວ້ໃນດ້ານຫຼັງໃບທະບຽນວິສາຫະກິດ. ພາຍ ຫລັງ ຂຶ້ນ ທະ ບຽນ ວິ ສາ ຫະ ກິດ ເຈົ້າ ໜ້າ ທີ່ ທະ ບຽນ ວິ ສາ ຫະ ກິດ ທີ່ ກ່ຽວ ຂ້ອງ ຕ້ອງແຈ້ງ ໃຫ້ ຂະ ແໜງ ການ ກ່ຽວ ຂ້ອງ ເພື່ອ ຊາບ ຕິດ ຕາມ ແລະ ຄຸ້ມ ຄອງ ກິດ ຈະ ການ ດັ່ງ ກ່າວ ຕາມ ພາ ລະ ບົດ ບາດ;
  2. ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ຫຼື ຂໍອະນຸຍາດລົງທຶນ ແມ່ນຈະລະບຸໄວ້ໃນໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ ແລະ ສາມາດເຄື່ອນໄຫວທຸລະກິດ ໃນກິດ ຈະການຕາມໃບອະນຸຍາດດັ່ງກ່າວ.

ວິສາຫະກິດ ທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງ ຕາມກົດໝາຍ ວ່າດ້ວຍວິສາຫະກິດແລ້ວ ສາມາດມີ ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ຫຼາຍໃບ.

ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດໃນແຕ່ລະຄັ້ງ ຕ້ອງສະເໜີຕໍ່ຂະແໜງອຸດສາຫະກຳ ແລະ ການຄ້າ ບ່ອນທີ່ອອກໃບທະບຽນວິສາຫະກິດໃຫ້ ເພື່ອປ່ຽນແປງເນື້ອໃນ ແລະ ອອກໜັງສືຮັບຮອງການປ່ຽນແປງເນື້ອໃນທະບຽນວິສາຫະກິດ. ໃນກໍລະນີ ການປ່ຽນແປງເນື້ອໃນທະບຽນວິສາ ຫະກິດດັ່ງກ່າວ ຫາກມີຄວາມຈຳເປັນຕ້ອງປ່ຽນແປງເນື້ອໃນ ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ, ວິສາຫະກິດ ຕ້ອງສະເໜີຕໍ່ຂະແໜງການກ່ຽວຂ້ອງ ເພື່ອປ່ຽນແປງເນື້ອໃນໃບອະນຸຍາດ ໃຫ້ສອດຄ່ອງກັບໃບທະບຽນວິສາຫະກິດ ສະບັບປ່ຽນແປງໃໝ່.

ມາດຕາ 7  ໜັງສືແນະນໍາ

ໜັງສືແນະນໍາ ແມ່ນ ເອກະສານແນະນຳຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ໃຫ້ວິສາຫະກິດ ທີ່ໄດ້ຮັບໃບທະບຽນວິສາຫະກິດແລ້ວ ໄປພົວພັນກັບຂະແໜງການກ່ຽວຂ້ອງ ເພື່ອຂໍອະນຸຍາດດໍາເນີນທຸ ລະກິດ ຫຼື ຂໍອະນຸຍາດລົງທຶນ. ກໍລະນີ ໃນໃບແຈ້ງລາຍການ ກິດ ຈະ ການສະເໜີປະກອບທຸລະກິດ ຂອງຜູ້ລົງທຶນ ມີແຕ່ລາຍການກິດຈະການທີ່ຕ້ອງຂໍອະນຸຍາດລົງທຶນ ຕາມບັນຊີຄວບຄຸມ ຫຼື ກິດຈະການສໍາປະທານ ແມ່ນ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ແນະນໍາໃຫ້ຜູ້ລົງທຶນ ໄປຍື່ນຄໍາຮ້ອງຂໍອະນຸຍາດລົງທຶນ ນໍາຂະແໜງການແຜນການ ແລະ ການລົງທຶນກ່ອນ ຈຶ່ງຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

ມາດຕາ 8  ຜູ້ມີສິດເຊັນໃບທະບຽນວິສາຫະກິດ

ຜູ້ມີສິດເຊັນໃບທະບຽນວິສາຫະກິດ ຢູ່ແຕ່ລະຂັ້ນ ຕ້ອງແມ່ນເຈົ້າໜ້າທີ່ທະບຽນວິສາຫະກິດ ທີ່ມີການແຕ່ງຕັ້ງເປັນລາຍລັກອັກສອນ ດັ່ງນີ້:

  1. ຂັ້ນສູນກາງ: ແມ່ນເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ທີ່ມີຂໍ້ຕົກລົງ ຂອງຫົວໜ້າ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບທະບຽນວິສາຫະກິດ ຈຳນວນ 4 ທ່ານ ຂຶ້ນໄປ ຕາມການຈັດລຽງບູລິມະສິດ;
  2. ຂັ້ນແຂວງ: ແມ່ນເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ທີ່ມີຂໍ້ຕົກລົງ ຂອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບທະບຽນວິສາຫະກິດ ຈຳນວນ 3 ທ່ານ ຂຶ້ນໄປ ຕາມການຈັດລຽງບູລິມະສິດ;
  3. ຂັ້ນເມືອງ: ແມ່ນເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ທີ່ມີຂໍ້ຕົກລົງ ຂອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບທະບຽນວິສາຫະກິດ ຈຳນວນ 2 ທ່ານ ຂຶ້ນໄປ ຕາມການຈັດລຽງບູລິມະສິດ.

ມາດຕາ 9  ການແບ່ງຂັ້ນພິຈາລະນາ ການແຈ້ງຂຶ້ນທະບຽນວິສາຫະກິດ   

ການແຈ້ງຂຶ້ນ ທະບຽນ ວິ ສາ ຫະກິດ ມີການແບ່ງຂັ້ນພິຈາລະນາ ດັ່ງນີ້:

  1. ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ  ພິຈາລະນາ ການຂຶ້ນທະບຽນວິສາຫະກິດ ກ່ຽວກັບການສ້າງຕັ້ງສາຂານິຕິບຸກຄົນຕ່າງປະເທດ, ລັດວິສາຫະກິດ, ວິສາຫະກິດຮຸ້ນສ່ວນ, ບໍລິສັດ ແລະ ວິສາຫະກິດສ່ວນບຸກຄົນທີ່ມີທຶນຈົດທະບຽນແຕ່ ຫ້າຮ້ອຍລ້ານກີບ ຂຶ້ນໄປ ຊຶ່ງມີທີ່ຕັ້ງສໍານັກງານ ຢູ່ ນະ

ຄອນຫຼວງວຽງຈັນ ແລະ ແຂວງອື່ນທີ່ມີຄວາມຈຳເປັນ ໂດຍຈະມີແຈ້ງການສະເພາະໃນແຕ່ລະໄລຍະ;

  1. ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ພິຈາລະນາ ການຂຶ້ນທະບຽນ    ວິສາຫະກິດກ່ຽວກັບ ລັດວິສາຫະກິດ, ວິສາຫະກິດຮຸ້ນສ່ວນ, ບໍລິສັດ ເວັ້ນເສຍແຕ່ ບໍລິສັດມະຫາຊົນ, ແລະ ວິສາຫະກິດສ່ວນບຸກຄົນທີ່ມີທຶນຈົດທະບຽນແຕ່ ຫ້າຮ້ອຍລ້ານກີບ ຂຶ້ນໄປ ທີ່ມີທີ່ຕັ້ງສໍານັກງານ ຢູ່ໃນ ແຂວງ, ນະຄອນຫຼວງ ຂອງຕົນ;
  2. ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ພິຈາລະນາ ການຂຶ້ນທະບຽນການ ສ້າງຕັ້ງສະຫະກອນ ຕາມທີ່ກໍານົດໃນດຳລັດວ່າດ້ວຍສະຫະກອນ ແລະ ການຂຶ້ນທະບຽນວິສາຫະກິດ ສ່ວນບຸກຄົນທີ່ມີທຶນຈົດທະບຽນຕໍ່າກວ່າ ຫ້າຮ້ອຍລ້ານກີບ ລົງມາ. ໃນກໍລະນີ ເມືອງໃດໜຶ່ງ ຫາກບໍ່ມີຄວາມພ້ອມ ໃນການຂຶ້ນທະບຽນວິສາຫະກິດ ຕາມເງື່ອນໄຂດັ່ງກ່າວ ແມ່ນ ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຄົ້ນຄວ້າ ແລະ ນໍາສະເໜີ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາ.

ມາດຕາ 10  ຂັ້ນຕອນ ແລະ ກໍານົດເວລາ ການພິຈາລະນາອອກໃບທະບຽນວິສາຫະກິດ

ຂັ້ນຕອນ ແລະ ກໍານົດເວລາ ໃນການພິຈາລະນາການຂຶ້ນທະບຽນວິສາຫະກິດ ໃຫ້ປະຕິບັດ ດັ່ງນີ້:

  1. ປະກອບເອກະສານ ແຈ້ງຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕາມການແບ່ງຂັ້ນພິຈາລະນາ ທີ່ກໍານົດໃນ ມາດຕາ 9 ຂອງຂໍ້ຕົກລົງສະບັບນີ້;
  2. ພາຍຫຼັງໄດ້ຮັບເອກະສານແລ້ວ ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງກວດກາຄວາມຖືກ ຕ້ອງ ຂອງເອກະສານ ຕາມທີ່ກຳນົດໄວ້ ໃນ ມາດຕາ 12 ຂອງຂໍ້ຕົກລົງສະບັບນີ້ ໃຫ້ສໍາເລັດພາຍໃນ ໜຶ່ງ ຊົ່ວໂມງ ແລ້ວແຈ້ງຕອບຜູ້ຍື່ນຄຳຮ້ອງໃນທັນທີ ຕາມແຕ່ລະກໍລະນີ ດັ່ງນີ້:
  3. ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງມອບໃບຮັບເອກະສານ ໃຫ້ຜູ້ຍື່ນຄຳຮ້ອງ. ໃບມອບຮັບເອກະສານ ຕ້ອງປະກອບດ້ວຍ ວັນເວລາມື້ຮັບເອກະສານ ແລະ ມື້ນັດໝາຍມາຮັບເອົາໃບທະບຽນວິສາຫະກິດ ຊ້າສຸດບໍ່ໃຫ້ເກີນ ສິບ ວັນລັດຖະການ ນັບແຕ່ມື້ອອກໃບຮັບເອກະສານເປັນຕົ້ນໄປ. 
  4. ເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງແຈ້ງໃຫ້ຜູ້ຍື່ນຄຳຮ້ອງທັນທີ ແລະ ແນະນຳໃຫ້ນຳໄປປັບປຸງແກ້ໄຂ ໂດຍຊີ້ໃຫ້ເຫັນຈະແຈ້ງ ຈຸດທີ່ຕ້ອງປັບປຸງແກ້ໄຂ ແລະ ລົງລາຍເຊັນຜູ້ແນະນຳ ໃນເອກະສານແນະນຳດັ່ງກ່າວ. ພາຍຫຼັງປັບປຸງແກ້ໄຂສຳເລັດຄົບຖ້ວນ ແລະ ຖືກຕ້ອງແລ້ວ ແມ່ນປະຕິບັດຕາມຂັ້ນຕອນ ແລະ ກໍານົດເວລາ ຕາມທີ່ບົ່ງໄວ້ ຂໍ້ 2.1 ຂອງມາດຕານີ້.  

ມາດຕາ 11  ເອກະສານປະກອບ ແຈ້ງຂຶ້ນທະບຽນວິສາຫະກິດ

ເອກະສານແຈ້ງຂຶ້ນທະບຽນວິສາຫະກິດ ຕາມແບບພິມ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມີດັ່ງນີ້:

ກ. ເອກະສານແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ປະກອບມີ:

  1.  ຄຳຮ້ອງແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດສ່ວນບຸກຄົນ;
  2.  ໃບແຈ້ງລາຍການກິດຈະການທີ່ສະເໜີປະກອບທຸລະກິດ.

ຂ. ເອກະສານແຈ້ງຂຶ້ນທະບຽນວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ປະກອບມີ:

  1.  ຄຳຮ້ອງແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ;
  2.  ໃບແຈ້ງລາຍການກິດຈະການ ທີ່ສະເໜີປະກອບທຸລະກິດ;
  3.  ສັນຍາສ້າງຕັ້ງວິສາຫະກິດ ຍົກເວັ້ນບໍລິສັດຈໍາກັດຜູ້ດຽວ.

ໃນກໍລະນີ ນິຕິບຸກຄົນແຈ້ງຂຶ້ນທະບຽນວິສາຫະກິດ ຕ້ອງມີໃບມອບສິດຈາກວິສາຫະກິດແມ່.

ມາດຕາ 12  ການກວດກາເອກະສານ ແຈ້ງຂຶ້ນທະບຽນວິສາຫະກິດ

ພາຍຫຼັງ ໄດ້ຮັບເອກະສານແຈ້ງຂຶ້ນທະບຽນວິສາຫະກິດແລ້ວ ເຈົ້າໜ້າທີ່ທະບຽນວິສາຫະກິດ ສາມາດ ກວດສອບ ແລະ ໃຫ້ຄໍາແນະນໍາ ແຕ່ສະເພາະຂອບເຂດເນື້ອໃນ ດັ່ງນີ້:

  1. ກວດກາ ຈໍານວນ ແລະ ປະເພດເອກະສານ ຕາມທີ່ກໍານົດໃນ ມາດຕາ 11 ຂອງຂໍ້ຕົກລົງ ສະບັບນີ້;
  2. ກວດກາ ຄວາມຖືກຕ້ອງ ແລະ ສອດຄ່ອງ ຂອງເນື້ອໃນເອກະສານ ກ່ຽວກັບ:
    2.1 ຊື່ວິສາຫະກິດ ຕາມທີ່ກຳນົດໃນ ມາດຕາ 26 ແລະ 27 ຂອງ ກົດໝາຍວ່າດ້ວຍວິສາ ຫະກິດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;
    2.2 ທຶນຈົດທະບຽນວິສາຫະກິດ ແລະ ສັດສ່ວນການຖືຮຸ້ນ ຕາມທີ່ກຳນົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
    2.3 ເນື້ອໃນຂອງໃບແຈ້ງລາຍການກິດຈະການ ທີ່ສະເໜີປະກອບທຸລະກິດ ຕາມທີ່ກຳນົດໃນ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
    2.4 ທີ່ຕັ້ງສໍານັກງານ ແລະ ເບີຕິດຕໍ່ ຊຶ່ງອາດຈະເປັນທີ່ຕັ້ງຊົ່ວຄາວ ຫຼື ຖາວອນ ກໍໄດ້.

ສ່ວນການປະກອບເນື້ອໃນອື່ນໆ ຕາມແບບພິມ ແມ່ນຂຶ້ນກັບການຕົກລົງ ແລະ ເປັນຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງວິສາຫະກິດ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 13  ການສ້າງຕັ້ງສາຂາ, ລັດວິສາຫະກິດ ແລະ ສະຫະກອນ

ການສ້າງຕັ້ງສາຂາ, ລັດວິສາຫະກິດ ແລະ ສະຫະກອນ ແມ່ນໃຫ້ປະຕິບັດ ຕາມກົດໝາຍວ່າ ດ້ວຍວິສາຫະກິດ, ດໍາລັດວ່າດ້ວຍສະຫະກອນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 14  ການແຈ້ງຂໍ້ມູນ ກ່ຽວກັບການຂຶ້ນທະບຽນວິສາຫະກິດ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະ ຄອນຫຼວງ,  ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຢູ່ບ່ອນໃຫ້ການບໍລິການແຈ້ງຂຶ້ນທະບຽນວິສາຫະກິດ ຕ້ອງຕິດຂໍ້ມູນຕົ້ນຕໍ ໃສ່ບ່ອນທີ່ສາມາດເຫັນໄດ້ຊັດເຈນ ດັ່ງນີ້:

  1. ລາຍການເອກະສານ ທີ່ຕ້ອງປະກອບ ຕາມທີ່ກຳນົດໃນ ມາດຕາ 11 ຂອງ ຂໍ້ຕົກລົງສະບັບນີ້;
  2. ຂັ້ນຕອນ ແລະ ກໍານົດເວລາ ການພິຈາລະນາ ແຈ້ງຂຶ້ນທະບຽນວິສາຫະກິດ;
  3. ຊື່ ແລະ ນາມສະກຸນ, ຕໍາແໜ່ງ ພ້ອມທັງຕິດຮູບ ຜູ້ມີສິດເຊັນໃບທະບຽນວິສາຫະກິດ;
  4. ຊື່ ແລະ ນາມສະກຸນ, ຕໍາແໜ່ງ ພ້ອມທັງຕິດຮູບ ຜູ້ທີ່ໄດ້ຮັບມອບໝາຍ ໃຫ້ຮັບຜິດຊອບວຽກງານການຮັບເອກະສານ ແລະ ກວດກາເອກະສານ ແຈ້ງຂຶ້ນທະບຽນວິສາຫະກິດ;
  5. ຄ່າທໍານຽມ ແລະ ຄ່າບໍລິການ ແຈ້ງຂຶ້ນທະບຽນວິສາຫະກິດ.

ມາດຕາ 15  ການສະໜອງສິ່ງອໍານວຍຄວາມສະດວກ    

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ,  ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຢູ່ບ່ອນໃຫ້ການບໍລິການແຈ້ງຂຶ້ນທະບຽນວິສາຫະກິດ ໃຫ້ມີສິ່ງອຳນວຍຄວາມສະດວກ ເຊັ່ນ ຄອມພິວເຕີ, ປິນເຕີ ຕາມຄວາມ ເໝາະສົມ ໃຫ້ແກ່ຜູ້ມາພົວພັນແຈ້ງຂຶ້ນທະບຽນວິສາຫະກິດ.     

 ໝວດທີ 3
ການສະເໜີຂໍອະນຸຍາດດຳເນີນທຸລະກິດ ພາຍຫຼັງການຂຶ້ນທະບຽນວິສາຫະກິດ

ມາດຕາ 16  ການສະເໜີຂໍອະນຸຍາດດໍາເນີນທຸລະກິດ  

ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ແມ່ນຂະແໜງການກ່ຽວຂ້ອງ ເປັນຜູ້ກຳນົດ ໃນແຕ່ລະໄລຍະ ໂດຍມີກົດໝາຍ ຫຼື ລະບຽບການຂອງຂະແໜງການກ່ຽວຂ້ອງ ເປັນບ່ອນອີງ ໃນການອອກໃບອະນຸຍາດດຳເນີນທຸລະກິດ. 

ການດຳເນີນທຸລະກິດ ໃນກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ ໃຫ້ວິສາຫະກິດນໍາເອົາໃບທະບຽນວິສາຫະກິດ ແລະ ໜັງສືແນະນໍາ ສະບັບກາແດງ ຫຼື ສໍາເນົາ ສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ  ເພື່ອຂໍອະນຸຍາດດໍາເນີນທຸລະກິດ ຕາມຂັ້ນຕອນ ແລະ ລະ ບຽບການທີ່ຂະແໜງການກ່ຽວຂ້ອງ ໄດ້ກຳນົດ.  

ນັບແຕ່ວັນຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ, ຖ້າຫາກວິສາຫະກິດໃດ ບໍ່ມີກິດຈະການທີ່ລະບຸໃນໃບທະບຽນວິສາຫະກິດ ຕ້ອງດໍາເນີນການເພື່ອໃຫ້ໄດ້ຮັບ ໃບອະ ນຸ ຍາດລົງທຶນ ຫຼື ໃບອະນຸຍາດ ດໍາເນີນທຸລະກິດ ໃນ ກິດ ຈະ ການໃດ ໜຶ່ງ ຈາກຂະແໜງການກ່ຽວຂ້ອງ ພາຍໃນ 90 ວັນ ເວັ້ນເສຍແຕ່ລະບຽບກົດໝາຍທີ່ກ່ຽວຂ້ອງກໍານົດໄວ້ເປັນຢ່າງອື່ນ. ຖ້າຫາກບໍ່ສາມາດໄດ້ໃບອະນຸຍາດຕາມກໍານົດເວລາດັ່ງກ່າວ, ໃຫ້ຊີ້ແຈງເຫດຜົນ ຕໍ່ຂະແໜງອຸດສາຫະກໍາ ແລະ ການຄ້າ.

ນັບແຕ່ວັນໄດ້ຮັບ ໃບທະບຽນວິສາຫະກິດທີ່ມີລາຍການກິດຈະການສາມາດດໍາເນີນທຸລະກິດໄດ້ເລີຍ ຫຼື ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ຕ້ອງເລີ່ມເຄື່ອນໄຫວທຸລະກິດຂອງຕົນ ພາຍໃນ 90 ວັນ.

ທຸກຄັ້ງ ທີ່ມີການອອກ ຫຼື ປ່ຽນແປງ ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດແລ້ວ ວິສາຫະກິດຕ້ອງນຳເອົາໃບອະນຸຍາດ ສະບັບກາແດງ 1 ສະບັບ ສົ່ງໃຫ້ຂະແໜງການອຸດ ສາຫະກຳ ແລະ ການຄ້າ ບ່ອນທີ່ອອກໃບທະບຽນວິສາຫະກິດ ພາຍໃນ 05 ວັນລັດຖະການ ນັບແຕ່ວັນອອກໃບອະນຸຍາດ ເປັນຕົ້ນໄປ ເພື່ອເກັບກຳຂໍ້ມູນ ແລະ ປ້ອນເຂົ້າຖານຂໍ້ມູນວິສາຫະກິດ.

ມາດຕາ 17  ເນື້ອໃນ ໃບອະນຸຍາດດໍາເນີນທຸລະກິດ

ເນື້ອໃນ ແລະ ຮູບແບບໃບອະນຸຍາດດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດຕາມລະບຽບການຂອງຂະແໜງການກ່ຽວຂ້ອງ ໂດຍມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ຊື່ວິສາຫະກິດ ຕາມທີ່ລະບຸໄວ້ໃນໃບທະບຽນວິສາຫະກິດ;
  2. ເລກລະຫັດວິສາຫະກິດ;
  3. ເລກປະຈໍາຕົວຜູ້ເສຍອາກອນ;
  4. ທີ່ຕັ້ງສຳນັກງານ;
  5. ລາຍການກິດຈະການທີ່ອະນຸຍາດໃຫ້ດໍາເນີນທຸລະກິດ ໂດຍລະບຸລະຫັດສາລະບານ ການ ຈັດແບ່ງຂະແໜງເສດຖະກິດ ຂອງ ສປປ ລາວ (LSIC)

ມາດຕາ 18  ການເພີ່ມກິດຈະການ ພາຍຫຼັງຂຶ້ນທະບຽນວິສາຫະກິດ

ວິສາຫະກິດ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ແລະ ເຄື່ອນໄຫວທຸລະກິດໃນກິດຈະການໃດໜຶ່ງ ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການແລ້ວ ຫາກຕ້ອງການດໍາເນີນທຸລະກິດ ໃນກິດຈະການໃດໜຶ່ງເພີ່ມເຕີມ ແມ່ນ ສາມາດສະເໜີຕໍ່ຂະແໜງການກ່ຽວຂ້ອງໂດຍກົງ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ຍື່ນຄຳຮ້ອງຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຖ້າເປັນກິດຈະການ ທີ່ບໍ່ຈຳເປັນຂໍອະນຸຍາດລົງທຶນ ແລະ ຂໍອະນຸຍາດດໍາເນີນທຸລະກິດ;
  2. ຍື່ນຄຳຮ້ອງຕໍ່ຂະແໜງການກ່ຽວຂ້ອງ ຖ້າເປັນກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ;
  3. ຍື່ນຄຳຮ້ອງຕໍ່ຂະແໜງການແຜນການ ແລະ ການລົງທຶນ ຖ້າເປັນກິດຈະການ ທີ່ຕ້ອງຂໍອະນຸຍາດລົງທຶນ.

ພາຍຫຼັງໄດ້ຮັບ ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດແລ້ວ ໃຫ້ປະຕິບັດຕາມ ວັກ 5 ຂອງມາດຕາ 16 ຂອງຂໍ້ຕົກລົງສະບັບນີ້.

ໝວດທີ 4
ການຄຸ້ມຄອງ ການຈັດຕັ້ງປະຕິບັດວຽກງານແຈ້ງຂຶ້ນທະບຽນວິສາຫະກິດ

ມາດຕາ 19  ພາກສ່ວນຄຸ້ມຄອງວຽກງານແຈ້ງຂຶ້ນທະບຽນວິສາຫະກິດ   

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ເປັນເຈົ້າການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ມາດຕາ 20  ສິດ ແລະ ໜ້າທີ່ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ 

ໃນວຽກງານແຈ້ງຂຶ້ນທະບຽນວິສາຫະກິດ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແນະນໍາ ຂໍ້ຕົກລົງສະບັບນີ້ ພ້ອມດ້ວຍນິຕິກຳອື່ນໆ ກ່ຽວຂ້ອງກັບການແຈ້ງຂຶ້ນທະບຽນວິສາຫະກິດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທຸກຂັ້ນ ໃຫ້ເຂົ້າໃຈລະອຽດຈະແຈ້ງ;
  2. ປະສານກັບ ຂະແໜງການທີ່ກ່ຽວຂ້ອງ ເພື່ອສັງລວມຂໍ້ມູນກິດຈະການ ທີ່ຕ້ອງຂໍອະນຸ ຍາດດຳເນີນທຸລະກິດ ຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງໄດ້ກຳນົດໄວ້;
  3. ແຈ້ງໃຫ້ ຂະແໜງການທີ່ກ່ຽວຂ້ອງຊາບ ພາຍຫຼັງໄດ້ອອກໃບທະບຽນວິສາຫະກິດ ແຕ່ລະ     ຫົວໜ່ວຍ ໂດຍສຳເນົາ ໃບທະບຽນວິສາຫະກິດ ແລະ ໜັງສືແນະນໍາ;
  4. ແຈ້ງໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ບ່ອນທີ່ວິສາຫະກິດ ມີສຳນັກງານຕັ້ງຢູ່ ເພື່ອຄຸ້ມຄອງ ແລະ ຕິດຕາມ;
  5. ພາຍຫຼັງຂຶ້ນທະບຽນວິສາຫະກິດ ຕ້ອງຕິດຕາມ, ຄຸ້ມຄອງການຈັດຕັ້ງທຸລະກິດ ແລະ ການປ່ຽນແປງເນື້ອໃນທະບຽນວິສາຫະກິດ ຕາມທີ່ກຳນົດໃນ ມາດຕາ 23 ຂອງກົດໝາຍວ່າດ້ວຍວິສາຫະກິດ;
  6. ຕິດຕາມ ການຂໍອະນຸຍາດດຳເນີນກິດຈະການຂອງວິສາຫະກິດ ທີ່ກົມໄດ້ອອກໃບທະບຽນວິສາຫະກິດໃຫ້, ພາຍຫຼັງໄດ້ຮັບໃບອະນຸຍາດດຳເນີນທຸລະກິດແລ້ວ ຕ້ອງເກັບກຳຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນວິສາຫະກິດ;
  7. ແຕ່ງຕັ້ງ ພະນັກງານ ຜູ້ມີສິດເຊັນໃບທະບຽນວິສາຫະກິດ ຂັ້ນສູນກາງ ຕາມທີ່ກໍານົດໃນຂໍ້ 1 ຂອງມາດຕາ 8 ຂອງຂໍ້ຕົກລົງສະບັບນີ້;
  8. ແຈ້ງຂໍ້ມູນ ແລະ ສະໜອງສິ່ງອຳນວຍຄວາມສະດວກແກ່ການແຈ້ງຂຶ້ນທະບຽນວິສາຫະກິດ ຕາມທີ່ກຳນົດໃນ ມາດຕາ 14 ແລະ ມາດຕາ 15 ຂອງຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ;
  9. ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານ ການຂຶ້ນທະບຽນວິສາຫະກິດໃຫ້ຄະນະນໍາກະຊວງ ປະຈໍາໄຕມາດ, ຫົກເດືອນ ແລະ ປະຈໍາປີ;
  10. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ 21  ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

ໃນວຽກງານແຈ້ງຂຶ້ນທະບຽນວິສາຫະກິດ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແນະນໍາ ຂໍ້ຕົກລົງສະບັບນີ້ ພ້ອມດ້ວຍນິຕິກຳອື່ນໆ ກ່ຽວຂ້ອງກັບການແຈ້ງຂຶ້ນທະບຽນວິສາຫະກິດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ຢູ່ບັນດາເມືອງ ໃນຂອບເຂດແຂວງ, ນະຄອນ ຫຼວງ ຂອງຕົນ ໃຫ້ທົ່ວເຖິງ ແລະ ເຂົ້າໃຈລະອຽດຈະແຈ້ງ;
  2. ປະສານສົມທົບກັບບັນດາຂະແໜງການ ຢູ່ໃນແຂວງ, ນະຄອນຫຼວງຂອງຕົນ  ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການຂຶ້ນທະບຽນວິສາຫະກິດ ໃນຮູບແບບໃໝ່ ຕາມທີ່ກຳນົດໃນຂໍ້ຕົກລົງສະບັບນີ້ ເພື່ອເຮັດໃຫ້ເຂົ້າໃຈເປັນເອກະພາບກັນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນສູງ;
  3. ແຈ້ງໃຫ້ ຂະແໜງການທີ່ກ່ຽວຂ້ອງຊາບ ພາຍຫຼັງໄດ້ອອກໃບທະບຽນວິສາຫະກິດ ແຕ່ລະຫົວໜ່ວຍ ໂດຍສຳເນົາໃບທະບຽນວິສາຫະກິດ ແລະ ໜັງສືແນະນຳ;   
  4. ແຈ້ງໃຫ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ບ່ອນທີ່ວິສາຫະກິດ ມີສຳນັກງານຕັ້ງຢູ່ ເພື່ອຄຸ້ມຄອງ ແລະ ຕິດຕາມ;
  5. ພາຍຫຼັງຂຶ້ນທະບຽນວິສາຫະກິດ ຕ້ອງຕິດຕາມ, ຄຸ້ມຄອງການຈັດຕັ້ງທຸລະກິດ ແລະ ການປ່ຽນແປງເນື້ອໃນທະບຽນວິສາຫະກິດ ຕາມທີ່ກຳນົດໃນ ມາດຕາ 23 ຂອງກົດໝາຍວ່າດ້ວຍວິສາ

ຫະກິດ;

  1. ຕິດຕາມ ການຂໍອະນຸຍາດດຳເນີນກິດຈະການ ຂອງວິສາຫະກິດ ທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໄດ້ອອກໃບທະບຽນວິສາຫະກິດໃຫ້ ພາຍຫຼັງໄດ້ຮັບໃບອະນຸ ຍາດດຳເນີນທຸລະກິດແລ້ວ ຕ້ອງເກັບກຳຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນວິສາຫະກິດ;
  2. ແຕ່ງຕັ້ງ ພະນັກງານ ຜູ້ມີສິດເຊັນ ໃບທະບຽນວິສາຫະກິດຂັ້ນແຂວງ ຕາມທີ່ກຳນົດໃນ ຂໍ້ 2 ຂອງມາດຕາ 8 ຂອງຂໍ້ຕົກລົງສະບັບນີ້;
  3. ແຈ້ງຂໍ້ມູນ ແລະ ສະໜອງສິ່ງອຳນວຍຄວາມສະດວກແກ່ການ ແຈ້ງຂຶ້ນທະບຽນວິສາຫະກິດ ຕາມທີ່ກຳນົດໃນ ມາດຕາ 14 ແລະ ມາດຕາ 15 ຂອງຂໍ້ຕົກລົງສະບັບນີ້,
  4. ເອົາໃຈໃສ່ ການຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ພະນັກງານຂອງ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ໃນວຽກງານການຂຶ້ນທະບຽນວິສາຫະກິດ;
  5. ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ການຂຶ້ນທະບຽນວິສາຫະກິດໃຫ້ ກົມທະ ບຽນ ແລະ ຄຸ້ມຄອງວິສາຫະກິດ ປະຈໍາ ໄຕມາດ, ຫົກເດືອນ ແລະ ປະຈໍາປີ;
  6. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ 22  ສິດ ແລະ ໜ້າທີ່ ຂອງຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ

ໃນວຽກງານແຈ້ງຂຶ້ນທະບຽນວິສາຫະກິດ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:  

  1. ເຜີຍແຜ່, ແນະນໍາ ຂໍ້ຕົກລົງສະບັບນີ້ ພ້ອມດ້ວຍນິຕິກຳອື່ນໆກ່ຽວຂ້ອງ ກັບການແຈ້ງຂຶ້ນທະບຽນວິສາຫະກິດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ, ໃຫ້ສັງຄົມ ໃນຂອບເຂດເມືອງ, ນະຄອນ ຂອງຕົນ ໃຫ້ທົ່ວເຖິງ ແລະ ເຂົ້າໃຈລະອຽດຈະແຈ້ງ;
  2. ປະສານສົມທົບກັບບັນດາຂະແໜງການ ຢູ່ໃນເມືອງ, ນະຄອນຂອງຕົນ  ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການຂຶ້ນທະບຽນວິສາຫະກິດ ໃນຮູບແບບໃໝ່ ຕາມທີ່ກຳນົດໃນ ຂໍ້ຕົກລົງສະບັບນີ້ ເພື່ອເຮັດໃຫ້ເຂົ້າໃຈເປັນເອກະພາບກັນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດຕິຜົນສູງ;
  3. ແຈ້ງໃຫ້ ຂະແໜງການທີ່ກ່ຽວຂ້ອງຊາບ ພາຍຫຼັງໄດ້ອອກໃບທະບຽນວິສາຫະກິດແຕ່ລະ ຫົວໜ່ວຍ ໂດຍສຳເນົາໃບທະບຽນວິສາຫະກິດ ແລະ ໜັງສືແນະນຳ;  
  4. ພາຍຫຼັງຂຶ້ນທະບຽນວິສາຫະກິດ ຕ້ອງຕິດຕາມ, ຄຸ້ມຄອງການຈັດຕັ້ງທຸລະກິດ ແລະ ການປ່ຽນແປງເນື້ອໃນທະບຽນວິສາຫະກິດ ຕາມທີ່ກຳນົດໃນ ມາດຕາ 23 ຂອງກົດໝາຍວ່າດ້ວຍວິສາຫະກິດ;
  5. ຕິດຕາມ ການຂໍອະນຸຍາດດຳເນີນກິດຈະການຂອງວິສາຫະກິດ ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ໄດ້ອອກໃບທະບຽນວິສາຫະກິດໃຫ້, ພາຍຫຼັງໄດ້ຮັບໃບອະນຸຍາດ ດຳເນີນທຸລະກິດແລ້ວ ຕ້ອງເກັບກຳຂໍ້ມູນ ແລະ ປ້ອນຂໍ້ມູນເຂົ້າຖານຂໍ້ມູນວິສາຫະກິດ;
  6. ແຕ່ງຕັ້ງ ພະນັກງານ ຜູ້ມີສິດເຊັນໃບທະບຽນວິສາຫະກິດ ຂັ້ນເມືອງ ຕາມທີ່ກຳນົດ ໃນຂໍ້ 3 ມາດຕາ 8 ຂອງຂໍ້ຕົກລົງສະບັບນີ້;
  7. ແຈ້ງຂໍ້ມູນ ແລະ ສະໜອງສິ່ງອຳນວຍຄວາມສະດວກແກ່ການແຈ້ງຂຶ້ນທະບຽນວິສາຫະກິດ ຕາມທີ່ກຳນົດໃນ ມາດຕາ 14 ແລະ 15 ຂອງຂໍ້ຕົກລົງສະບັບນີ້;
  8. ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນວິສາຫະກິດໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ທີ່ຕົນຂຶ້ນກັບ ປະຈໍາງວດ, ຫົກເດືອນ ແລະ ປະຈໍາປີ;
  9. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ໝວດທີ 5
ຂໍ້ຫ້າມ

ມາດຕາ 23  ຂໍ້ຫ້າມ ສໍາລັບພະນັກງານ ແລະ ເຈົ້າໜ້າທີ່ທະບຽນວິສາຫະກິດ

ຫ້າມ ພະນັກງານ ແລະ ເຈົ້າໜ້າທີ່ທະບຽນວິສາຫະກິດ ມີພຶດຕິກຳ ດັ່ງນີ້:

  1. ສວຍໃຊ້ອໍານາດ, ໜ້າທີ່, ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ;
  2. ຮຽກເອົາເອກະສານເພີ່ມເຕີມ ນອກຈາກທີກຳນົດໃນ ມາດຕາ 11 ຂອງຂໍ້ຕົກລົງສະບັບນີ້;
  3. ຮັບສິນບົນຈາກຜູ້ແຈ້ງຂຶ້ນທະບຽນວິສາຫະກິດ ຫຼື ຜູ້ອື່ນໆ ໂດຍສວຍໃຊ້ໜ້າທີ່ຕໍາແໜ່ງຂອງຕົນ;
  4. ແກ່ຍາວເວລາໃນການພິຈາລະນາ ເອກະສານ ແຈ້ງຂຶ້ນທະບຽນວິສາຫະກິດ;
  5. ພຶດຕິກຳອື່ນທີ່ເປັນຂໍ້ຫ້າມ ທີ່ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 24  ຂໍ້ຫ້າມ ສໍາລັບຜູ້ແຈ້ງຂຶ້ນທະບຽນວິສາຫະກິດ  

ຫ້າມ ຜູ້ແຈ້ງຂຶ້ນທະບຽນວິສາຫະກິດ ມີພຶດຕິກຳ ດັ່ງນີ້:

  1. ປອມແປງເອກະສານ ຫຼື ແຈ້ງຂໍ້ມູນບໍ່ຖືກຕ້ອງ ໂດຍເຈດຕະນາ;
  2. ໃຫ້ສິນບົນ, ຂັດຂວາງ ການປະຕິບັດວຽກງານຂອງພະນັກງານ ແລະ ເຈົ້າໜ້າທີ່ທະບຽນວິສາຫະກິດ;
  3. ບໍ່ປະຕິບັດ ຕາມມາດຕະການຕ່າງໆ ທີ່ກຳນົດໃນກົດໝາຍວ່າດ້ວຍວິສາຫະກິດ, ຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ພ້ອມດ້ວຍຄໍາແນະນຳ ທີ່ລະບຸໃນດ້ານຫຼັງຂອງໃບທະບຽນວິສາຫະກິດ ຫຼື ຄໍາແນະນຳຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ;
  4. ພຶດຕິກຳອື່ນທີ່ເປັນຂໍ້ຫ້າມ ທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 6
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 25  ມາດຕະການ ຕໍ່ຜູ້ລະເມີດ   

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະ ການກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ຄ່າເສັຍຫາຍທາງແພ່ງ, ລົງໂທດທາງອາຍາ ແລະ ມາດຕະການໂທດເພີ່ມ.

ມາດຕາ 26  ມາດຕະການ ກ່າວເຕືອນ ແລະ ສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ທີ່ລະເມີດລະບຽບການ ເປັນຕົ້ນ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ ທີ່ມີລັກສະນະເບົາ ແລະ ເປັນການລະເມີດເທື່ອທຳອິດ ຊຶ່ງບໍ່ແມ່ນການກະທຳຜິດທາງອາຍາ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ ພ້ອມ ທັງ ເຮັດ ບົດ ບັນທຶກ ໄວ້ .

ມາດຕາ 27  ມາດຕະການທາງດ້ານວິໄນ

ເຈົ້າໜ້າທີ່ ແລະ ພະນັກງານລັດທີ່ກ່ຽວຂ້ອງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ເປັນຕົ້ນ ຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຈະຖືກລົງວິໄນຕາມທີ່ກຳນົດໄວ້ໃນກົດໝາຍ ເຊັ່ນ:

  1. ກ່າວເຕືອນຄວາມຜິດ ຕາມລະບຽບການ ພ້ອມທັງບັນທຶກໄວ້ໃນສໍານວນ ຊີວະປະຫວັດຂອງຜູ້ກ່ຽວ;
  2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ຫຼື ການຍ້ອງຍໍ ຕາມທີ່ກຳນົດໃນ ກົດໝາຍວ່າດ້ວຍ ພະນັກງານ - ລັດຖະກອນ;
  3. ປົດຕໍາແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕໍາແໜ່ງຕໍ່າກ່ວາເກົ່າ;
  4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍ.

ຜູ້ທີ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງ ຢ່າງຄົບຖ້ວນ.

ມາດຕາ 28   ມາດຕະການປັບໃໝ 

ຜູ້ແຈ້ງຂຶ້ນທະບຽນວິສາຫະກິດ ທີ່ລະເມີດຂໍ້ຕົກລົງສະບັບນີ້ຈະຖືກປັບໃໝ ຕາມທີ່ກຳນົດໃນກົດໝາຍວ່າດ້ວຍວິສາຫະກິດ, ປະມວນກົດໝາຍແພ່ງ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 29  ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດ ຂອງລັດ, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນ.

ມາດຕາ 30  ມາດຕະການທາງອາຍາ

ບຸກຄົນໃດທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດຕາມ ປະມວນກົດໝາຍອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ.

ມາດຕາ 31  ມາດຕະການໂທດເພີ່ມ

ນອກຈາກມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 25 ຫາ ມາດຕາ 30 ຂອງຂໍ້ຕົກລົງສະບັບນີ້ ຜູ້ກະທໍາຜິດ ຍັງຈະຖືກປະຕິບັດມາດຕະການໂທດເພີ່ມ ເປັນຕົ້ນ ການໂຈະ ຫຼື ຖອນໃບທະບຽນວິສາຫະກິດ, ຫ້າມບໍ່ໃຫ້ເຄື່ອນໄຫວດຳເນີນທຸລະກິດ ຢູ່ ສປປ ລາວ.

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 32  ການຈັດຕັ້ງປະຕິບັດ

ມອບໃຫ້ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບປະສິດທິຜົນສູງ.

ບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ຈົ່ງຮັບຮູ້ ແລະ  ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນ ຢ່າງເຂັ້ມງວດ.

ມາດຕາ 33  ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ພາຍຫຼັງລົງລາຍເຊັນ, ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນລັດຖະການ ແລະ ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ກຸມພາ 2019 ເປັນຕົ້ນໄປ.

ວິສາຫະກິດທີ່ຂຶ້ນທະບຽນວິສາຫະກິດກ່ອນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ. ໃນເວລາມີການປ່ຽນແປງເນື້ອໃນທະບຽນວິສາຫະກິດ ແມ່ນ ໃຫ້ປະຕິບັດຕາມເງື່ອນໄຂໃໝ່ ທີ່ ກຳນົດໃນຂໍ້ຕົກລົງສະບັບນີ້ ດັ່ງນີ້:

1. ກິດຈະການໃດທີ່ລະບຸໃນດ້ານຫຼັງໃບທະບຽນວິສາຫະກິດ ແຕ່ໄດ້ຮັບອະນຸຍາດລົງທຶນ ຫຼື ອະນຸຍາດດໍາເນີນທຸລະກິດແລ້ວ ແມ່ນສາມາດສືບຕໍ່ເຄື່ອນໄຫວທຸລະກິດ ໃນ ກິດ ຈະ ການ ຕາມ ທີ່ ບົ່ງ ໄວ້ໃບ ອະ ນຸ ຍາດນັ້ນໆ. ສ່ວນ ກິດ ຈະ ການທີ່ບໍ່ ຈຳ ເປັນ ຂໍ ອະ ນຸ ຍາດ ແມ່ ນຈະ ໄດ້ ລະ ບຸ ໄວ້ ດ້ານ ຫຼັງ ຂອງ ໃບ ທະ ບຽນ ວິ ສາ ຫະ ກິດ ໃໝ່ ເພື່ອ ເຄື່ອນ ໄຫວ ທຸ ລະ ກິດ ຕາມຂໍ້ຕົກລົງສະບັບນີ້;

2. ກິດຈະການໃດທີ່ລະບຸໃນດ້ານຫຼັງໃບທະບຽນວິສາຫະກິດ ທີ່ຕ້ອງຂໍອະນຸຍາດ ແຕ່ຍັງບໍ່ທັນ ໄດ້ຮັບອະນຸຍາດລົງທຶນ ຫຼື ອະນຸຍາດດໍາເນີນທຸລະກິດ ຕ້ອງໄດ້ຂໍອະນຸຍາດ ນໍາພາກສ່ວນກ່ຽວຂ້ອງ.

ຂໍ້ຕົກລົງ ສະບັບນີ້ປ່ຽນແທນ ຄໍາແນະນຳ ສະບັບເລກທີ 0537/ອຄ.ກທຄວ, ລົງວັນທີ 4 ພຶດສະພາ 2018 ກ່ຽວກັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫລື ນິຕິບຸກຄົນ) ຕິດພັນກັບການຂໍອະນຸຍາດລົງທຶນ ຫລື ຂໍອະນຸຍາດດໍາເນີນທຸລະກິດ ຕາມຄໍາສັ່ງຂອງນາຍົກ, ເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018.                     

ລັດຖະມົນຕີ
ນ.ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on Enterprise Registration No.0023/MOIC.ERMD, dated 09 January 2019 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຂຶ້ນທະບຽນວິສາຫະກິດ ເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.