ໃນວັນທີ 7 ມັງກອນ 2019 ທີ່ຜ່ານມາຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກ ທາງດ້ານການຄ້າ ໄດ້ຈັດກອງປະຊຸມຄັ້ງທີ I ຂອງຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງຂື້ນຢູ່ທີ່ ຫ້ອງປະຊຸມຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທັງເປັນຫົວໜ້າຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງມີລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ເປັນຮອງຫົວໜ້າຄະນະ, ຮອງລັດຖະມົນຕີ, ຫົວໜ້າກົມ, ແລະ ຮອງຫົວໜ້າກົມ ທີ່ຕາງໜ້າຈາກກະຊວງກ່ຽວຂ້ອງຢູ່ ຂັ້ນສູນກາງ ລວມທັງໝົດ 47 ທ່ານ.

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ແຈ້ງພາລະບົດບາດ ແລະ ໜ້າທີ ຂອງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງເລຂາຄະນະກໍາມະການອຳນວຍຄວາມສະດວກທາງດ້ານການຄ້າ ພ້ອມທັງລາຍງານຄວາມຄຶບໜ້າ ໃນການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ເວົ້າສະເພາະການ ຈັດຕັ້ງປະຕິບັດຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍ ການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໂດຍສະເພາະຕົວຊີ້ວັດທີ່ກະຊວງອຸດສາຫະກໍາ ແລະ ການຄ້າເປັນຜູ້ຮັບຜິດຊອບ.

ອີງຕາມຂໍ້ຕົກລົງເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ. ຄອຄສ ມີໜ້າທີ່ ຊ່ວຍລັດຖະບານຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາ ພ້ອມທັງສຶກສາຄົ້ນຄວ້າ ແລະ ສະເໜີປະກອບຄໍາເຫັນຕໍ່ບັນດານະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ນິຕິກຳ, ສັນຍາ ​ແລະ ສົນທິສັນຍາ​ສາກົນ ທີ່ ສປປ ລາວ ​ເປັນ​ພາຄີ. ນອກນັ້ນ, ຍັງມີໜ້າທີ່ຊີ້ນໍາການປະສານງານບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ພາກລັດ ແລະ ພາກທຸລະກິດຂັ້ນສູນກາງ ແລະ ທ້ອງຖິ່ນ, ເພື່ອພິຈາລະນາແກ້ໄຂບັນຫາ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ.  ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະ ດວກທາງດ້ານການຄ້າ.

ຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກ ທາງດ້ານການຄ້າ ຍັງໄດ້ອອກ ຂໍ້ຕົກລົງສະບັບເລກທີ 001/ຄອຄສ, ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາຄະນະກໍາມະການອຳນວຍຄວາມສະດວກທາງດ້ານການຄ້າ. ກອງເລຂາຄະນະກຳມະການ​ອຳນວຍຄວາມສະດວກທາງດ້ານການຄ້າ ໂດຍມີຊື່ຫຍໍ້ວ່າ “ກຄອຄ” ແລະ ຂຽນເປັນພາສາອັງກິດວ່າ Trade Facilitation Committee Secretariat ຂຽນ​ຫຍໍ້ “TFCS’’. ແມ່ນການຈັດຕັ້ງທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ.

ອີງຕາມບົດລາຍງານ EDB (ການຈັດອັນດັບຄວາມສະດວກໃນການດໍາເນີນທຸລະກິດ Ease of Doing Business: EDB ໃນແຕ່ລະປີ ຂອງທະນາຄານໂລກ) ສໍາລັບປີ 2019 ທີ່ເຜີຍແຜ່ລ່າສຸດ (ວັນທີ 31 ຕຸລາ 2018) ໃຫ້ຮູ້ວ່າ ອັນດັບຄວາມສະດວກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແມ່ນຫຼຸດລົງ 13 ອັນດັບ ຈາກ 141 ໃນປີ 2018 ມາເປັນ 154 ໃນປີ 2019 ຂອງຈໍານວນທັງໝົດທົ່ວໂລກ 190 ປະເທດ. ໃນນີ້, ສປປ ລາວ ເປັນອັນດັບທີ 9 ຂອງປະເທດອາຊຽນ ຊຶ່ງດີກວ່າປະເທດ ສ ມຽນມາ ທີ່ຢູ່ອັນດັບທີ 171 ເທົ່ານັ້ນ. ບົດລາຍງານດັ່ງກ່າວ ປະກອບມີ 11 ຕົວຊີ້ວັດ ທີ່ຖືກນໍາມາຈັດອັນດັບ EDB ຊຶ່ງແຕ່ລະຕົວຊີ້ວັດ ແມ່ນຕິດພັນກັບແຕ່ລະຂະແໜງການ.

ເພື່ອໃຫ້ການຈັດອັບດັບຄວາມສະດວກໃນການດໍາເນີນທຸລະກິດ ຂອງ ສປປ ລາວ ຫຼື ບັນດາຕົວຊີ້ວັດໄດ້ຮັບການປັບປຸງດີຂື້ນຕາມລໍາດັບ ດັ່ງນັ້ນ ທ່ານ ສອນໄຊ ສີພັນດອນ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງ ເອົາໃຈ ໃສ່ເປັນເຈົ້າການປັບປຸງແກ້ໄຂບັນຫາ, ລະບຽບການ ຫຼື ຂອດຂັ້ນອັນໃດ ສາມາດແກ້ໄຂ ແລະ ບໍ່ສ້າງຜົນກະທົບຍາວນານ ແມ່ນປະຕິບັດຕາມພາລະບົດບາດຂອງຕົນເລີຍ. ນອກນັ້ນ, ທ່ານ ປະທານ ຍັງເນັ້ນໃຫ້ຫັນເປັນທັນສະໄໝໃນຂອດການອອກອະນຸ ຍາດນໍາເຂົ້າ, ສົ່ງອອກ,​ ແລະ ຜ່ານແດນ ທີ່ຕົນຄຸ້ມຄອງ ສາມາດບັນລຸໄດ້ຢ່າງໜ້ອຍ 50% ພາຍໃນປີ 2019.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.