ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 05470/ກພສ

ນະຄອນຫຼວງວຽງຈັນ, ວັນທີ 21 ກັນຍາ 2018

ແຈ້ງການ

ເຖິງ: - ຫົວໝ້າພະແນກການອ້ອມຂ້າງກົມພາສີ

       - ຫົວໝ້າກອງຄຸ້ມຄອງພາສີທົ່ວປະເທດ

      - ຫົວໝ້າດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ

      - ຜູ້ປະກອບການທີ່ນຳເຂົ້າສິນຄ້າປະເພດນ້ຳມັນເຕົາ

ເລື່ອງ: ການຈັດເກັບຄ່າພາສີ-ອາກອນ ແບບປົກກະຕິ (ອັດຕາທຽບຖານ) ສຳລັບການນຳເຂົ້າສິນຄ້າປະເພດນ້ຳມັນເຕົາ.

  • ອີງຕາມ ກົດໜາຍວ່າດ້ວຍພາສີ ລະບັບເລກທີ 04/ ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໜາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ສະບັບເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1460/ຫສນຍ.ກຄສ, ລົງວັນທີ 05 ກັນຍາ 2018 ວ່າດ້ວຍການຈັດເກັບຄ່າພາສີ-ອາກອນໃນການນຳເຂົ້າສິນຄ້າປະເພດນຳ້ມັນເຕົາ;
  • ອີງຕາມ ທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ຄັ້ງວັນທີ 07 ກັນຍາ 2018.

ເພື່ອມເພີ່ມທະວີການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖຶກຕ້ອງສອດຄ່ອງກັບກົດໜາຍ ແລະ ລະບຽບການທີ່ກຳນົດອອກໃນແຕ່ລະໄລຍະ ແລະ ເຮັດໃຫ້ການຈັດເກັບຄ່າພາສີ-ອາກອນ ໃນການນຳເຂົ້ານຳ້ມັນເຕົາໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ກົມພາສີ ອອກແຈ້ງການດັ່ງການນີ້

  1. ການນຳເຂົ້ານຳ້ມັນເຕົາ ແມ່ນໃຫ້ຈັດຕັ້ງປະຕິບັດການເກັບຄ່າພາສີ-ອາກອນ ຕາມເນື້ອໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ສະບັບເລກທີ 1460/ຫສນຍ.ກຄສ, ລົງວັນທີ 05 ກັນຍາ 2018 ຊື່ງປ່ຽນແທນຈາກການເກັບແບບເດັດຖານຕາມແຈ້ງການ ສະບັບເລກທີ 01030/ກງ.ຫກ, ລົງວັນທີ 20 ພຶດສະພາ 2003.
  2. ມອບໃຫ້ພະແນກແຜນການ ແລະ ຂໍ້ມູນຂ່າວສານ ກຳນົດເອົາສິນຄ້າປະເພດນຳ້ມັນເຕົາ (ລະຫັດສິນຄ້າ:2710.19.79.00) ຊື່ງຖຶກເກັບຄ່າພາສີຂາເຂົ້າ 20%, ອາກອນມູນຄ່າເພີ່ມ 10% ​ໂຫຼດລົງໃນລະບົບອາຊີກູດາໃຫ້ສຳເລັດໂດຍໄວ ແລະ ສາມາດຈັດຕັ້ງປະຕິບັດໄດ້.
  3. ສຳລັບຂໍ້ມູນແຈ້ງຄ່າພາສີຂາເຂົ້າ ແມ່ນກຳນົດເອົາຂໍ້ມູນຄ່າສິນຄ້າລວມທັງຄ່າຂົນສົ່ງ ແລະ/ຫຼື ຄ່າປະກັນໄພ ທີ່ສົ່ງຮອດຊາຍແດນ ບ່ອນນຳເຂົ້າ ຕາມທີ່ກຳນົດໄວ້ໃນມາດຕາທີ 13 ຂອງກົດໜາຍພາສີ  ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ເປັນບ່ອນອີງໃນການຄິດໄລ່ຄ່າພາສີ-ອາກອນ.
  4. ພະແນກການອອ້ມຂ້າງກົມພາສີ, ກອງຄຸ້ມຄອງພາສີທົ່ວປະເທດ ເປັນເຈົ້າການຊີ້-ນຳບັນດາດ່ານຊາຍແດນໃນການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ມີຄວາມເປັນເອກະພາບ, ໃນການຈັດຕັ້ງປະຕິບັດຕົວຈິງຖ້າພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານກົມພາສີ ເພື່ອມີວິທີການແກ້ໄຂຕາມລະບຽບການ.
  5. ແຈ້ງການສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ຕຸລາ 2018 ເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະທ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification on Regular Customs Duty-Tax Collection (Comparing rate) for Import of Fuel Oils No. 05470/CD, dated 21 September 2018 PDF
2 ແຈ້ງການການຈັດເກັບຄ່າພາສີ-ອາກອນແບບປົກກະຕິ (ອັດຕາທຽບຖານ) ສໍາລັບການນໍາເຂົ້າສິນຄ້າປະເພດນໍ້າມັນເຕົາ ສະບັບເລກທີ 05470/ກພສ, ລົງວັນທີ 21 ກັນຍາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.