ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ຫ້ອງການ

ເລກທີ 1827/ຫກງ
ນະຄອນຫຼວງວຽງຈັນ, ວັນທີ 02 ກໍລະກົດ 2018

ແຈ້ງການ

ຮຽນ :  - ທ່ານ ຫົວໝ້າຫ້ອງການກະຊວງແຜນການ ແລະ ການລົງທຶນ.

- ທ່ານ ຫົວໝ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ.

ເລື່ອງ : ການປ່ຽນປ້າຍທະບຽນພາຫະນະບໍລິຫານ ຂພສ ບໍ່ເຕ່ນແດນງາມ ແລະ ຂສພ ສາມຫ່ຽມຄຳໃຫ້ໄປຕາມລະບຽບຫຼັກການລວມ.

- ອີງຕາມ ຂໍ້ຕົກລົງ ສະບັບເລກທີ 2929/ກງ, ລົງວັນທີ 31/08/2017, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການກະຊວງການເງິນ.

- ອີງຕາມ ໜັງສືສະເໝີ ຂອງ ກົມພາສີ ສະບັບເລກທີ 03248/ກພສ ຸ ລົງວັນທີ 21/06/2018;

- ອີງຕາມ ທິດຊີ້ນໍາຂອງ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຄັ້ງວັນທີ 15/06/2018;

    ຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງທິດຊີ້ນໍາ ຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ມາຍັງທ່ານ ຊາບວ່າ: ກ່ຽວກັບປ້າຍທະບຽນພາຫະນະບໍລິຫານ ຂສພ ບໍ່ເຕ່ນແດນງາມ ແລະ ຂພສ ສາມຫ່ຽມຄຳ ໃຫ້ໄປຕາມລະບຽບຫຼັກການລວມ, ໃນການປະຕິບັດ ຕາມລະບຽບກົດໝາຍ ແລະ ການຕົກລົງຂອງລັດຖະບານ, ເພື່ອປະຕິບັດທິດຊີ້ນໍາ ແລະ ແນະນໍາການປະຕິບັດລະບຽບການດັ່ງກ່າວ ເຊີ່ງມີເນື້ອໃນ ຄື:

1.  ດ້ານນິຕິກໍາ ແລະ ລະບຽບກົດໝາຍ ໃນການຈັດເກັບພາສີ-ອາກອນ ຈາກການນໍາເຂົ້າພາຫະນະບໍລິຫານ ທັງກອບສົ່ງເສີມການລົງທຶນ ແລະ ຈັດຊື້ດ້ວຍງົບປະມານຂອງລັດແມ່ນປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະ ຄຳສັ່ງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 10/ນຍ, ລົງວັນທີ 27/05/2004.

2. ການປະຕິບັດພັນທະພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆ ໂດຍຫຼັກການຕ້ອງມອບເຂົ້າງົບປະມານສູນກາງ ຕາມກົດໝາຍງົບປະມານ ແລະ ກົດໝາຍວ່າດ້ວຍພາສີ.

3. ສໍາລັບປະເພດພາຫະນະບໍລິຫານຕ່າງໆ ທີ່ໄດ້ນໍາເຂົ້າມາຮັບໃຊ້ໃນເຂດເສດຖະກິດພິດເສດ, ຊຶ່ງມີການອະນຸມັດຂອງເຂດເສດຖະກິດພິເສດ, ມີໃບອະນຸຍາດຂະແໜງການກ່ຽວຂ້ອງ ການຄ້າ ແລະ ເຕັກນິກ, ມີເອກະສານປະກອບການນໍາເຂົ້າຢ່າງຄົບຖ້ວນຖືກຕ້ອງ ໂດຍສະເພາະ (ມີໃບແຈ້ງພາສີເປັນລາຍລະອຽດ IM4) ແລະ ພາຫະນະບໍລິຫານຈໍານວນດັ່ງກ່າວ ໄດ້ແຈ້ງຂຶ້ນທະບຽນເຂດພິເສດ, ກ່ອນແຈ້ງການຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 2224/ຜທ, ລົງວັນທີ 12 ກັນຍາ 2016, ທີ່ ສະພາບໍລິຫານເຂດ, ຜູ້ພັດທະນາ ແລະ ຜູ້ລົງທຶນທົ່ວໄປ ເປັນຜູ້ນໍາໃຊ້, ຖ້າຫາກເປັນນະໂຍບາຍພິເສດຕ້ອງການຍົກເວັ້ນພາສີອາກອນ ສະເໝີ ກະຊວງແຜນການ ແລະ ການລົງທຶນ ຫື ລັດຖະບານ ພິຈາລະນາຕົກລົງອານຸມັດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

4. ການນໍາເຂົ້າພາຫະນະໃນເຂດເສດຖະກິດພິເສດ ຂອງສະພາບໍລິຫານ, ຜູ້ພັດທະນະ ແລະ ຜູ້ລົງທຶນທົ່ວໄປ ດັ່ງທີ່ກ່າວມາໃນຂໍ້ 3 ​ເທິງນີ້, ຖ້າຫາກບໍ່ມີການປະກອບເອກກະສານນໍາເຂົ້າຢ່າງຄົບຖ້ວນຖືກຕ້ອງ ໂດຍສະເພາະ (ບໍ່ມີໃບແຈ້ງພາສີເປັນລາຍລະອຽດ IM4) ຕ້ອງເສຍພາສີ-ອາກອນ ຕາມລະບຽບກົດໝາຍ.

   ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ືອຊາບ ແລະ ຈັດຕັ້ງປະຕິບັດ.

ຫົວໜ້າຫ້ອງການກະຊວງ

ສົມບູນ ອິນທະປັດຖາ

 

# ຫົວຂໍ້ ດາວໂຫຼດ
1 Notification on Modification of Vehicle Plate Regulating for Vehicle in Boten Beautiful Land and Golden Triangle Special Economic Zone to comply with General Regulation No. 1827/MoF.PSO, dated 02 July 2018 PDF
2 ແຈ້ງການກ່ຽວກັບການປ່ຽນປ້າຍທະບຽນພາຫະນະບໍລິຫານ ຂສພ ບໍ່ເຕັນແດນງານ ແລະ ຂສພ ສາມຫຼ່ຽມຄໍາ ໃຫ້ໄປຕາມລະບຽບຫຼັກການລວມ ສະບັບເລກທີ 1827/ຫກງ, ລົງວັນທີ 2 ກໍລະກົດ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.