ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 1984/ກງ

ນະຄອນຫຼວງວຽງຈັນ, ວັນທີ 27 ມິຖຸນາ 2018

ແຈ້ງການແນະນຳ

ກ່ຽວກັບການແກ້ໄຂຄະດີລົດລັກລອບນໍາເຂົ້າໜີພາສີ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 111/ຫສນຍ.ກຄສ, ລົງວັນທີ 27 ກໍລະກົດ 2017;
  • ອີງຕາມ ບົດບັນທຶກກອງປະຊຸມລະຫວ່າງກະຊວງການເງິນ ແລະ ບັນດາຂະເເໜງການກ່ຽວຂ້ອງທີ່ກະຊວງການເງິນ ຄັ້ງວັນທີ 07 ມິຖຸນາ 2018;
  • ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 03193/ກພສ, ລົງວັນທີ 19 ມິຖຸນາ 2018.

ເພື່ອເປັນການຊຸກຍູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບພາຫະນະລັກລອບນໍາເຂົ້າໜີພາສີ ໃຫ້ໄດ້ຮັບການແກ້ໄຂຕາມຂັ້ນຕອນຂອງກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກແຈ້ງການເເນະນໍາ ຄື:

  1. ແຈ້ງການສະບັບນີ້ ແນໃສ່ເພື່ອກໍານົດຫຼັກການ ໃນການເເກ້ໄຂພາຫະນະທີ່ລັກລອບນໍາເຂົ້າໜີພາສີ ຢູ່ໃນຂອບເຂດທົ່ວປະເທດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ຕາມທີ່ໄດ້ກຳນົດໄວ້ໃນ ແຈ້ງການແນະນຳເພີ່ມເຕີມຂອງກະຊວງການເງິນ ສະບັບເລກທີ 2269/ກງ, ລົງວັນທີ 05 ກໍລະກົດ 2017 ຂໍ້ທີ 2.
  2. ການແກ້ໄຂ ແລະ ດຳເນີນຄະດີ ພາຫະນະລັກລອບນຳເຂົ້າໜີພາສີ (ລົດໃຫຍ່, ລົດຈັກ) :

- ຜູ້ຄອບຄອງພາຫະນະ ລົດໃຫຍ່, ລົດຈັກ (ແຮງມ້າ ບໍ່ເກີນ 250 ຊີຊີ) ທີ່ລັກລອບນໍາເຂົ້າໜີພາສີ ຕ້ອງໄດ້ເເຈ້ງເສຍພາສີ-ອາກອນຕາມລະບຽບການ, ພ້ອມນັ້ນກໍ່ຕ້ອງໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ພາສີ ໃນການສືບສວນສອບສວນກ່ຽວກັບແຫຼ່ງທີ່ມາຂອງລົດດັ່ງກ່າວ, ການດຳເນີນແກ້ໄຂສະສາງຄະດີ ແມ່ນໃຫ້ປະຕິບັດຕາມມາດຕາ 89 ຂອງກົດໝາຍພາສີ (ເສຍພາສີ-ອາກອນ ແລະ ປັບໄໝ 30% ຂອງມູນຄ່າພາຫະນະ);

- ຜູ້ຄອບຄອງພາຫະນະ ລົດໃຫຍ່ ແລະ ລົດຈັກ (ແຮງມ້າ ບໍ່ເກີນ 250 ຊີຊີ) ທີ່ມີເຈດຕະນາ ຫຼົບຫຼີກໜີພາສີ, ຖ້າຖືກເຈົ້າໜ້າທີ່ພາສີຈັບກຸມ ຫຼື ອົງການລັດກ່ຽວຂ້ອງໄດ້ຈັບກຸມ ແລ້ວມອບໃຫ້ຂະເເໜງພາສີເປັນຜູ້ສະສາງຄະດີຕ້ອງໄດ້ເສຍພາສີ-ອາກອນ ແລະ ປັບໄໝ ຕາມກົດໝາຍວ່າດ້ວຍພາສີ ມາດຕາ 90 (ເສຍພາສີ-ອາກອນ ແລະ ປັບໄໝ 70% ຂອງມູນຄ່າພາຫະນະ). ໃນກໍລະນີຜູ້ຄອບຄອງພາຫະນະດັ່ງກ່າວ. ຫາກບໍ່ຍິນຍອມ ແມ່ນໃຫ້ດໍາເນີນການຮິບເປັນຂອງລັດ ຕາມກົດໝາຍວ່າດ້ວຍພາສີຢ່າງເຂັ້ມງວດ.

  1. ມອບໃຫ້ກົມພາສີ ຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ໃນການຊຳລະສະສາງຄະດີ ຂອງພາຫະນະລັກລອບນຳເຂົ້າໜີພາສີ ໂດຍໃຫ້ສ້າງເປັນບັນຊີີຄິດໄລ່ລະອຽດຂອງພາຫະນະເເຕ່ລະປະເພດ, ຍີ່ຫໍ້, ລຸ້ນ, ປີຜະລິດ ເພື່ອເປັນບ່ອນອີງໃຫ້ບັນດາກອງຄຸ້ມຄອງພາສີ, ກອງກວດພາສີປະຈຳເເຂວງ ໃນການຈັດຕັ້ງປະຕິບັດ ໃຫເປັນເອກະພາບ ໃນຂອບເຂກທົ່ວປະເທດ.

ໃນການກໍານົດມູນຄ່າຄິດໄລ່ຄ່າພາສີ-ອາກອນ ແມ່ນໃຫ້ປະຕິບັດຕາມກົດໝາຍພາສີ, ຄື: ພາຫະນະທີ່ຜະລິດແຕ່ປີ 2015 ລົງມາ ແມ່ນໃຫ້ປະຕິບັດຕາມລະບຽບກຳນົດມູນຄ່າເເຈ້ງພາສີ ທີ່ນໍາໃຊ້ໃນໄລຍະດັ່ງກ່າວ, ສ່ວນພາຫະນະທີ່ຜະລິດແຕ່ປີ 2016 ຂື້ນໄປ ແມ່ນໃຫ້ປະຕິບັດຕາມລາຄາຊື້-ຂາຍຕົວຈິງ (ຖາມຂໍ້ມູນລາຄາໃນລະບົບອາຊິກູດາ) ເພື່ອເປັນພື້ນຖານຄິດໄລ່ໃນການຫັກລົບຄ່າຫຼຸ້ຍຫ້ຽນ ຕາມຕາຕະລາງ 7 ຂອງລະບຽບການໂຍທາທິການ ແລະ ຂົນສົ່ງ.

  1. ການດໍາເນີນແກ້ໄຂຄະດີພາຫະນະລັກລອບນໍາເຂົ້າໜີພາສີ ແມ່ນມອບໃຫ້ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈໍາເເຂວງ ໂດຍສົມທົບກັບຂຂະເເໜງການກ່ຽວຂ້ອງ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ສ່ວນການຢັ້ງຢືນຂໍ້ມູນກ່ຽວກັບພາຫະນະເຊັ່ນ: ສະພາບເຕັກນິກ, ປະເພດ, ຍີ່ຫໍ້, ຄວາມແຮງ, ເລກຈັກ, ເລກຖັງ, ປີຜະລິດ ແລະ ຂໍ້ມູນອື່ນທີ່ຈໍາເປັນຂອງພາຫະນະ ແມ່ນໃຫ້ສົມທົບກັບຂະເເໜງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຢັ້ງຢືນ ເພື່ອເປັນເອກະສານປະກອບ ໃນການດຳເນີນຄະດີທາງພາສີ.

  1. ຄ່າປັບໄໝທີ່ໄດ້ຈາກການດໍາເນີນຄະດີ ແມ່ນໃຫ້ຈັດຕັ້ງປະຕິບັດຕາມບົດເເນະນໍາຂອງກົມພາສີ ສະບັບເລກທີ 4148/ກພສ, ລົງວັນທີ 03/03/2016.
  2. ມອບໃຫ້ກົມພາສີ, ພະເເນກການເງິນນະຄອນຫຼວງ, ບັນດາເເຂວງ ແລະ ຂະະເເໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຕິດຕາມຊີ້ນໍາການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ສຳເລັດຜົນຕາມຄາດໝາຍ, ພ້ອມນັ້ນກໍ່ໃຫ້ໂຄສະນາເຜີຍແຜ່ເນື້ອໃນເເຈ້ງການສະບັບນີ້ໃຫ້ທຸກພາກສ່ວນໃນສັງຄົມ ເຊື່ອມຊຶມ ແລະ ເຂົ້າໃຈເພື່ອພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.
  3. ແຈ້ງການສະບັບນີ້ ມີຜົນສັກສິດ ແລະນໍາໃຊ້ໄດ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຮອງນານຍົກລັດຖະມົນຕີ

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Notification on Solution of Import Vehicle with Tax Evasion No. 1984 / MOF, dated 27 June 2018. PDF
2 ແຈ້ງການແນະນຳກ່ຽວກັບການແກ້ໄຂຄະດີລັກລອບນໍາເຂົ້າໜີພາສີສະບັບເລກທີ 1984/ກງ, ລົງວັນທີ 27 ມິຖຸນາ 2018. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.