ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 2377/ກງ

ນະຄອນຫຼວງວຽງຈັນ, ວັນທີ 14 ກໍລະກົດ 2017

ແຈ້ງການ

ເຖິງ : - ບໍລິສັດ ເບຍລາວ ຈຳກັດ;

       -  ບໍລິສັດ ໄຮນີເກັນລາວ ບຼີເວີຣີ ຈຳກັດ;

       -  ບໍລິສັດ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ;

       -  ບໍລິສັດ ດາວເຮືອງກຼຸບ;

       -  ບໍລິສັດ ເອສ໌ທີ ກຼຸບ;

       -  ບໍລິສັດ ພອນສະຫວັນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ;

       -  ບໍລິສັດ ຄາວນາຍ ຂາອອກ-ຂາເຂົ້າ ຈຳກັດ;

       -  ບໍລິສັດ ເປແອັສ ການຄ້າ;

       -  ບໍລິສັດ ວຽງຈັນ ເອັດເວີ ການຄ້າ ແລະ ບໍລິການ;

       -  ບໍລິສັດ ອັກສອນສະຫວັນ ຈຳກັກຜູ້ດຽວ;

       -  ບໍລິສັດ ອຳນວຍກິດ ເທຼດດິງ ຈຳກັດ;

       -  ບໍລິສັດ ລ້ານຊ້າງພັດທະນາ ຂາອອກ;

       -  ບໍລິສັດອື່ນໆ ທີ່ຜະລິດ ແລະ ນຳເຂົ້າເຄື່ອງດື່ມ;

ເລື່ອງ : ການຕິດສະແຕມພາສີ ແລະ ສະຫຼາກສິນຄ້າເປັນພາສາລາວ ໃສ່ສິນຄ້າປະເພດເຄື່ອງດື່ມທີ່ມີ ແລະ ບໍ່ມີທາດເຫຼົ້າ ທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ.

  • ອີງຕາມ ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08/05/2017;
  • ອີງຕາມ ລັດຖະບັນຍັດວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບເລກທີ 030/ປປທ, ລົງວັນທີ 30/01/2015;
  • ອີງຕາມ ກົດໜາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30/06/2010; ​ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ສະບັບເລກທີ 52/ສພຊ, ລົງວັນທີ 23/07/2014; ແລະ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ສະບັບເລກທີ 04/ສພຊ, ລົງວັນທີ 20/12/2011;
  • ອີງຕາມ ຄຳສັ່ງຂອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການຕິດສະຫຼາກເປັນພາສາລາວ ສະບັບເລກທີ 2501/ອຄ, ລົງວັນທີ 16/12/2015.

ເພື່ອສືບຕໍ່ຈັດຕັ້ງປະຕິບັດ ການຕິດສະແຕມພາສີ ແລະ ສະຫຼາກ ເປັນພາສາລາວ ໃສ່ສິນຄ້າ ທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ກ່ອນອອກຈຳໝ່າຍສູ່ຕະຫຼາດ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ພ້ອມທັງເປັນເງື່ອນໄຂສະດວກ ໃຫ້ແກ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ຂອງພາກສ່ວນກ່ຽວຂ້ອງ ແລະ ເປັນການໃຫ້ຂໍ້ມູນຂ່າວສານສຳຄັນ ກ່ຽວກັບສິນຄ້າ ແກ່ຜູ້ຊົມໃຊ້.

ກະຊວງການເງິນ ແຈ້ງມາຍັງບັນດາບໍລິສັດທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າສິນຄ້າ ປະເພດເຄື່ອງດື່ມ ທີ່ມີ ແລະ ບໍ່ມີທາດເຫຼົ້າ ດຳເນີນການຈັດຕັ້ງປະຕິບັດ ຕິດສະແຕມພາສີ ແລະ ສະຫຼາກ ເປັນພາສາລາວ ດັ່ງນີ້:

  1. ຕິດສະແຕມພາສີ ໃສ່ສິນຄ້າປະເພດເຄື່ອງດື່ມ ທີ່ມີທາດເຫຼົ້າ, ຊຶ່ງນຳເຂົ້າຈາກຕ່າງປະເທດ ທຸກໆຂວດ, ຂະໜາດ ແລະ ການຫຸ້ມຫໍ່, ໂດຍໃຫ້ສອດຄ່ອງກັບ ແຈ້ງການແນະນຳຂອງກົມພາສີ ວ່າດ້ວຍການຄຸ້ມຄອງ ແລະ ການນຳໃຊ້ສະແຕມພາສີ ສະບັບເລກທີ 01999/ກພສ, ລົງວັນທີ 27/03/2017;
  2. ການຕິດສະຫຼາກເປັນພາສາລາວ ໃສ່ສິນຄ້າທີ່ຕົນຜະລິດຢູ່ພາຍໃນ ຫຼື ນຳເຂົ້າຈາກຕ່າງປະເທດ ສຳລັບເຄື່ອງດື່ມ ທີ່ມີ ແລະ ບໍ່ມີທາດເຫຼົ້າ, ເນື້ອໃນສະຫຼາກ ຕ້ອງປະກອບມີຂໍ້ມູນຕົ້ນຕໍ ຕາມທີ່ໄດ້ກຳນົດໄວ້ໃນຄຳສັ່ງ 2501/ອຄ.ຄພນ ກໍຄືໃນມາດຕາ 19 ຂອງກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ດັ່ງນີ້:
  1. ປະເພດ ຫຼື ຊະນິດສິນຄ້າ;
  2. ເຄື່ອງໝາຍການຄ້າ ທີ່ໄດ້ຈົດທະບຽນຂອງຜູ້ຜະລິດ ແລະ ຜູ້ນຳເຂົ້າເພື່ອຈຳໜ່າຍ;
  3. ສະຖານທີ່ຜະລິດ ແລະ ຜູ້ນຳເຂົ້າ ເພື່ອຈຳໜ່າຍ, ຊື່ປະເທດ ຜະລິດສິນຄ້າ;
  4. ລາຄາ, ຈຳນວນ, ປະລິມານ, ຄຸນນະພາບ, ບໍລິມາດ, ສ່ວນປະກອບທີ່ກຳນົດຈະແຈ້ງອັດຕາສ່ວນປະກອບ, ຂໍ້ແນະນຳວິທີການນຳໃຊ້, ຄຳເຕືອນ, ວັນ ເດືອນ ປີ ຜະລິດ ແລະ ວັນໝົດອາຍຸ.
  1. ພາຍຫຼັງທີ່ໄດ້ອອກແຈ້ງການສະບັບນີ້ ຢ່າງເປັນທງການແລ້ວ, ກະຊວງການເງິນ ຈະແຕ່ງຕັ້ງຄະນະວິຊາການ ໂດຍສົມທົບກັບ ຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຕົວຈິງ ໃນການຕິດສະແຕມພາສີ ແລະ ສະຫຼາກ ຂອງບັນດາບໍລິສັດ, ຖ້າຫາກຫົວໜ່ວຍທຸລະກິດລະເມີດ ກໍຈະຖືກປະຕິບັດມາດຕະການ ຕາມກົດໝາຍ ແລະ ລະບຽບການ ທີ່ໄດ້ກຳນົດໄວ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

 

ສົມດີ ດວງດີ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການກ່ຽວກັບການຕິດສະແຕັມພາສີ ແລະ ສະຫຼາກສິນຄ້າເປັນພາສາລາວ ໃສ່ສິນຄ້າປະເພດເຄື່ອງດື່ມທີ່ມີ ແລະ ບໍ່ມີທາດເຫຼົ້າ ຜະລິດຢູ່ພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ສະບັບເລກທີ 2377/ກງ, 14 ກໍລະກົດ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.