ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ        ເລກທີ 02868/ກພສ
ນະຄອນຫຼວງວຽງຈັນ, ວັນທີ 01 ມິຖຸນາ 2018

ແຈ້ງການ

 

ເຖິງ: ຫົວໜ້າພະແນກອ້ອມຂ້າງກົມພາສີ ກອງຄຸ້ມຄອງພາສີ ກອງກວດກາພາສີປະຈຳແຂວງ ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການນຳໃຊ້ແບບພິມໃບຕິດຕາມ ການຍົກເວັ້ຍພາສີ-ອາກອນນຳເຂົ້າ.

  • ອີງຕາມ ກົດໝາຍວ່າດ້ວຍພາສີເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.
  • ອີງຕາມ ຂໍ້ຕົກລົງກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.
  • ອີງຕາມ ຂໍ້ຕົກລົງ ກົມພາສີ ສະບັບເລກທີ 01179/ກພສ ລົງວັນທີ 15 ມີນາ 2018 ວ່າດ້ວຍໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງ ຂະແໜງໃນກອງຄຸ້ມຄອງພາສີ, ໜ່ວຍງານໃນກອງກວດກາພາສີປະຈຳແຂວງ ແລະ ໜ່ວຍງານຂອງ ດ່ານພາສີຊາຍແດນ.
  • ອີງຕາມ ຄຳແນະນຳ ກົມພາສີ ສະບັບເລກທີ 02518/ກພສ, ລົງວັນທີ 21/05/2018 ວ່າດ້ວຍການຄຸ້ມຄອງການນຳເຂົ້າວັດຖຸອຸປະກອນ, ກົນຈັກ, ພາຫະນະ, ນຳ້ມັນເຊື້ອໄຟ ແລະ ອື່ນໆ ທີ່ນຳເຂົ້າໃນລະບອບຍົກເວັ້ນ, ງົດເກັບພາສີ ຫຼື ເສຍພາສີຫຼຸດຜ່ອນ.

   ກົມພາສີ ແຈ້ງມາຍັງ ຫົວໜ້າພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈຳແຂວງ, ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ ຊາບກ່ຽວກັບເລື່ອງການປັບປຸງ ແບບພິມ ໃບອະນູຍາດຍົກເວັ້ນພາສີ- ອາກອນຂາເຂົ້່່າ ປ່ຽນມາເປັນ ໃບຕິດຕາມ ການຍົກເວັ້ນພາສິ-ອາກອນຂາເຂົ້າ ມີລາຍລະອຽດດັ່ງນີ້:

1.  ກົມພາສີ ໄດ້ມີການປັບປຸງແບບພິມ ໃບອະນູຍາດຍົກເວັ້ນພາສີ-ອາກອນຂາເຂົ້າ ທີ່ນຳໃຊ້ໃນເມື່ອກ່ອນປ່ຽນມາເປັນ ໃບຕິດຕາມ ການຍົກເວັ້ນພາສີ ອາກອນຂາເຂົ້າ

2.  ການນຳໃຊ້ແບບພິມ ໃບຕິດຕາມການຍົກເວັ້ນພາສີ-ອາກອນຂາເຂົ້າ ໃຫ້ມີຄວາມເປັນເອກະພາບກັນໃນການເກັບ ກຳສະຖິຕິສິນຄ້າ, ເຄື່ອງຂອງ ທີ່ຖືກຍົກເວັ້ນ ຫຼື ເສຍພາສີຫຼຸດຜ່ອນ ເພື່ອດຳເນີນຂັ້ນຕອນໃນລັດຖະການ ແລ້ວຈຶ່ງນຳໄປແຈ້ງພາສີເປັນລາຍລະອຽດຢູ່ດ່ານບ່ອນນຳເຂົ້າ

3.  ໃຫ້ເລີ່ມຈັດຕັ້ງປະຕິບັດແບບພິມດັ່ງກ່າວນັບແຕ່ວັນທີ 01 ມິຖຸນາ 2018 ເປັນຕົ້ນໄປ.

4.  ໃນການຈັດຕັ້ງປະຕິບັດແບບພິມຫາກພົບຄວາມຫຍຸ້ງຍາກໃຫ້ລາຍງານກົມພາສີ ເພື່ອມີວິທີແກ້ໄຂຕາມກົດໝາຍ ແລະ ລະບຽບການ.

5.  ແຈ້ງການ ສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

ນຳສົ່ງ:

  • ພະແນກອ້ອມຂ້າງກົມພາສີ    01 ສະບັບ “ເພື່ອຈັດຕັ້ງປະຕິບັດ”
  • ກອງຄຸ້ມຄອງພາສີ     01 ສະບັບ “ເພື່ອຈັດຕັ້ງປະຕິບັດ”
  • ກອງກວດກາພາສີປະຈຳແຂວງ   01 ສະບັບ “ເພື່ອຈັດຕັ້ງປະຕິບັດ”
  • ດ່ານພາສີຊາຍແດນ    01 ສະບັບ “ເພື່ອຈັດຕັ້ງປະຕິບັດ”
  • ເກັບມ້ຽນສຳເນົາ       01 ສະບັບ “ເພື່ອຈັດຕັ້ງປະຕິບັດ”

 

# ຫົວຂໍ້ ດາວໂຫຼດ
1 Notification on the Use of Monitoring Form for Import Customs Duty-Taxes Exemption No. 02868/CD, dated 01 June 2018 PDF
2 ແຈ້ງການ ກ່ຽວກັບ ການນໍາໃຊ້ແບບພິມຕິດຕາມ ການຍົກເວັ້ນພາສີ-ອາກອນນໍາເຂົ້າ ສະບັບເລກທີ 02868/ກພສ, ລົງວັນທີ 01 ມີຖຸນາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.