ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງີນ

ກົມພາສີ

ເລກທີ: 03124 /ກພສ

ນະຄອນຫຼວງວຽງຈັນ,ວັນທີ: 15 ມິຖຸນາ 2018

 

ແຈ້ງການ

ເຖີງ:   ຫົວໜ້າ ພະແນກແຜນການ ແລະ ຂໍ້ມູນຂ່າວສານ;

        ຫົວໜ້າ ກອງຄຸ້ມຄອງພາສີ I, II, III, IV, V, VI ແລະ VII.

ເລື່ອງ: ການຈັດຕັ້ງປະຕິບັດ ນຳໃຊ້ບັດອະນຸຍາດແຈ້ງພາສີ ຜ່ານລະບົບການແຈ້ງພາສີເປັນລາຍລະອຽດແບບອີເລັກໂທຣນິກ (ASYCUDA).

  • ອີງຕາມ ກົດໝາຍພາສີສະບັບເລກທີ 04/ສພຊ ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ, ສະບັບປັບປຸງບາງມາດຕາ ເລກທີ 57/ກພຊ ລົງວັນທີ 24 ສິງຫາ 2014;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງີນ, ສະບັບ ເລກທີ 2826/ກງ ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວຂອງກົມພາສີ;
  • ອີງຕາມ ຂໍ້ຕົກລົງຂອງກົມພາສີ,ສະບັບເລກທີ 02539/ກພສ ລົງວັນທີ 21 ພຶດສະພາ 2018, ວ່າດ້ວຍການຄຸ້ມຄອງການນຳໃຊ້ບັດອະນຸຍາດແຈ້ງພາສີ ຜ່ານລະບົບການແຈ້ງພາສີເປັນລາຍລະອຽດ​​ (ASYCUDA).

  ເພື່ອເຮັດໃຫ້ການຄຸ້ມຄອງ, ຂັ້ນຕອນການດຳເນີນການອະນຸຍາດອອກບັດແຈ້ງພາສີ ແລະ ການຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນ ໃຫ້ເກີດປະສິດທິຜັົນສູງສຸດ.

ຫົວໜ້າກົມພາສີອອກແຈ້ງການ ຄື:

  1. ມອບໃຫ້ພະແນກແຜນການ ແລະ ຂໍ້ມູນຂ່າວສານ, ກອງຄຸ້ມຄອງພາສີ I, II, III, IV, V, VI ແລະ VII ແຕ່ງຕັ້ງຄະນະພະແນກ, ຄະນະກອງຄຸ້ມຄອງພາສີ, ຂະແໜງ ແລະ ວິຊາການ ຮັບຜິດຊອບໃນການດຳເນີນການອອກບັດອະນຸຍາດແຈ້ງພາສີ ຜ່ານລະບົບແຈ້ງພາສີເປັນລາຍລະອຽດແບບອີເລັກໂທຣນິກ (ASYCUDA) ໃຫ້ສຳເລັດ ແລະ ສົ່ງໃຫ້ກົມພາສີ ກອ່ນວັນທີ 15 ມິຖຸນາ 2018;
  2. ມອບໃຫ້ພະແນກແຜນການ ແລະ ຂໍ້ມູນຂ່າວສານ, ກອງຄຸ້ມຄອງພາສີ I, II, III, IV, V, VI ແລະ VII ຈັດຕັ້ງເຜີຍແຜ່, ແຈ້ງໃຫ້ບັນດາ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາກລັດ ແລະ ສາກົນ ຮັບຊາບຕໍ່ ຂໍ້ຕົກລົງຂອງກົມພາສີສະບັບເລກທີ 02539/ກພສ, ລົງວັນທີ 21 ພຶດສະພາ 2018, ວ່າດ້ວຍການຄຸ້ມຄອງການນຳໃຊ້ບັດອະນຸຍາດແຈ້ງພາສີຜ່ານລະບົບການແຈ້ງພາສີເປັນລາຍລະອຽດ (ASYCUDA);
  3. ສຳລັບການຝຶກອົບຮົມ ໃນການແນະນຳວິທີການຈັດຕັ້ງປະຕິບັດຕົວຈິງ ແມ່ນຈະໄດ້ຈັດຂື້ນ ທີ່ນະຄອນຫຼວງວຽງຈັນ ພາຍໃນທ້າຍເດືອນ ມິຖຸນາ ປີ 2018 ເຊີງຈະໄດ້ແຈ້ງເຊີນ ຄະນະຮັບຜິດຊອບການອອກບັດອະນຸຍາດແຈ້ງພາສີຈາກພະແນກແຜນການ ແລະ ຂໍ້ມູນຂ່າວສານ, ກອງຄຸ້ມຄອງພາສີ I, II, III, IV, V, VI ແລະ VII ເຂົ້າຮວ່ມ, ສ່ວນລາຍລະອຽດ ກົມພາສີ ຈະໄດ້ແຈ້ງ ວັນ ເວລາ ແລະ ສະຖານທີ ພາຍຫຼັງ;
  4. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

                   ດັ່ງນັ້ນ: ຈຶ່ງແຈ້ງມາຍັງບັນດາທາ່ນເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

# ຫົວຂໍ້ ດາວໂຫຼດ
1 Notification on the Implementation of Using Customs Declaration Permit Card Via Electronic detailed customs declaration (ASYCUDA) No. 03124/CD, dated 15 June 2018 PDF
2 ແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດ ນໍາໃຊ້ບັດອະນຸຍາດແຈ້ງພາສີ ຜ່ານລະບົບການແຈ້ງພາສີເປັນລາຍລະອຽດແບບອີເລັກໂທຣນິກ (ASYCUDA) ສະບັບເລກທີ 03124/ກພສ, ລົງວັນທີ 15 ມິຖຸນາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.