ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ         ເລກທີ 3463/ກງ
ນະຄອນຫຼວງ​ວຽງຈັນ, ວັນທີ 29 ຕຸລາ 2018

ແຈ້ງການ

ເຖິງ:   ກົມພາສີ.

ເລື່ອງ:  ການນຳໃຊ້ໃບຕິດຕາມການເຄື່ອນຍ້າຍນ້ຳມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ ດ້ວຍ ບໍ 88.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2011.
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ,ລົງວັນທີ 08 ພຶດສະພາ 2017.
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບລກທີ 331/ນຍ, ລັງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ.
  • ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 06435/ກພສ, ລົງວັນທີ 26 ຕຸລາ 2018.

   ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍເນື້ອໃນມາດຕາ 34 ຂອງກົດໝາຍວ່າດ້ວຍພາ ສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ໃນການຄຸ້ມຄອງ ແລະຕິດຕາມກວດກາການນຳເຂົ້ານ້ຳມັນເຊື້ອໄຟ ພາຍຫຼັງທີ່ເສຍພາສີ-ອາກອນ ແລະ ພັນທະອື່ນແລ້ວ ໃນການຈໍລະຈອນ ຫຼື ເຄື່ອນຍ້າຍຈາກດ່ານ່ອນນຳເຂົ້າຈາກແຂວງໜຶ່ງໄປຍັງແຂວງອື່ນ ໃຫ້ມີຄວາມສະດວກວ່ອງໄວ, ຫຼຸດຜ່ອນຂັ້ນຕອນ, ຮັບປະກົນຕໍ່ການຄຸ້ມຄອງ ແລະ ສາມາດກວດສອບໄດ້.

ລັດຖະມົນຕີກະຊວງການເງິນ ອອກແຈ້ງການດັ່ງນີ້:

  1. ມອບໃຫ້ພາສີ ຄຸ້ມຄອງ, ກວດກາເງື່ອນໄຂ ແລະ ພິຈາລະນາອະນຸມັດໃຫ້ບັນດາບໍລິສັດ ທີ່ມີເງື່ອນໄຂຄົບຖ້ວນໃນການອອກເອກະສານໃບຕິດຕາມການເຄື່ອນຍ້າຍນ້ຳມັນ ເຊື້ອໄຟດ້ວຍຕົນເອງ (ສະເພາະນ້ຳມັນທີ່ນຳເຂົ້າມາໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ) ໂດຍນຳໃຊ້ແບບພິມທີ່ກຳນົດໄວ້ ບໍ 88;
  2. ການຈັດພິມແບບຟອມໃບຕິດຕາມການເຄື່ອນຍ້າຍນ້ຳມັນເຊື້ອໄຟດ້ວຍຕົນເອງ ບໍ 88 ໃຫ້ກົມພາສີ ເປັນຜູ້ດຳເນີນຈັດການພິມ, ຄຸ້ມຄອງ ແລະ ແຈກຢາຍໃຫ້ບັນດາບໍ ລິສັດເງື່ອນໄຂຄົບຖ້ວນ ເພື່ອນຳໃຊ້ໃນການອອກໃບຕິດຕາມການເຄື່ອນຍ້າຍນ້ຳມັນ ໃຫ້ມີປະສິດທິຜົນ, ສະດວກວ່ອງໄວ ແລະ ສາມາດກວດສອບໄດ້;
  3. ໃຫ້ກົມພາສີປະສານສົມທົບກັບກົມສ່ວຍສາອາກອນ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄວ້າອອກບົດແນະນຳລະອຽດ ແລະ ກຳນົດຫຼັກການຄຸ້ມຄອງ ຈັດຕັ້ງປະຕິບັດຕົວຈິງເພີ່ມຕື່ມ;

   ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອພ້ອມກັນຈັດຕັ້ງປະຕິບັດເນື້ອໃນແຈ້ງການສະບັບນີ້ຢ່າງ ເຂັ້ມງວດ.

(ເຊັນແທນ) ລັດຖະມົນຕີກະຊວງການເງິນ

ບຸນໂຈມ ອຸບົນປະເສີດ

ນຳສົ່ງ;

  • ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ     01ສະບັບ “ເພື່ອຊາບ”
  • ກະຊວງອຸດສາຫະກຳການຄ້າ     01ສະບັບ “ເພື່ອຊາບ”
  • ສະພາການຄ້າ ແລະ ອຸດສາຫະກຳ     01ສະບັບ “ເພື່ອຊາບ”
  • ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ     01ສະບັບ “ເພື່ອຈັດຕັ້ງປະຕິບັດ”
  • ສຳເນົາເກັບມ້ຽນ     01ສະບັບ

 

# ຫົວຂໍ້ ດາວໂຫຼດ
1 Notification on the Utilization of Self-Monitoring Form for Fuel Movement (Customs Duty-Taxes Payment) No. 3463/MOF, dated 29 October 2018 PDF
2 ແຈ້ງການການນໍາໃຊ້ໃບຕິດຕາມການເຄື່ອນຍ້າຍນໍ້າມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ ບໍ 88 ສະບັບເລກທີ 3463/ກງ, ລົງວັນທີ 29 ຕຸລາ 2018. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.