ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມພາສີ      ເລກທີ 04100/ກພສ
ນະຄອນຫຼວງວຽງຈັນ, ວັນທີ 03 ສິງຫາ 2018

ຄໍາແນະນໍາເພີ່ມເຕີມ

ເຖິງ: ພະແນກອ້ອມຂ້າງກົມພາສີ, ກອງ​ຄຸ້ມ​ຄອງ​ພາສີ ​ແລະ ກອງ​ກວດກາ​ພາສີ​ປະ​ຈໍາ​ແຂວງ​ໃນຂອບ​ເຂດ​ທົ່ວ​ປະ​ເທດ.

ເລື່ອງ: ການ​ແກ້​ໄຂ​ຄະດີ​ພາຫະນະ​ລັກລອບ​ນໍາ​ເຂົ້າໜີ​ພາສີ.

  • ອີງ​ຕາມ ​ກົດໝາຍວ່າ​ດ້ວຍ​ພາສີ​ສະບັບ​ເລກທີ 04/ສພຊ, ລົງ​ວັນ​ທີ 20 ທັນວາ 2011 ​ແລະ ​ກົດໝາຍ​ວ່າ​ດ້ວຍ​ພາສີ ສະບັບ​ປັບປຸງບາງ​ມາດຕາ ​ເລກທີ 57/ສພຊ, ລົງ​ວັນ​ທີ 14 ທັນວາ 2014;
  • ອີງ​ຕາມ ​ຂໍ້ຕົກລົງ​ກະຊວງ​ການ​ເງິນ ສະບັບ​ເລກທີ 2826/ກງ, ລົງ​ວັນ​ທີ 22 ສິງຫາ 2017 ວ່າ​ດ້ວຍ​ການຈັດ​ຕັ້ງ​ ​ແລະ​ ການ​​ເຄື່ອນ​ໄຫວ​ຂອງ​ກົມ​ພາສີ;
  • ອີງ​ຕາມ ​ແຈ້ງ​ການ​ແນະ​ນໍາ ຂອງ​ກະຊວງ​ການ​ເງິ​ນ ສະບັບ​ເລກທີ 1984/ກງ, ລົງ​ວັນ​ທີ 27 ມິຖຸນາ 2018 ກ່ຽວ​ກັບ​ການ​​ແກ້​ໄຂ​ຄະດີ​ລົດ​ລັກລອບ​ນໍາ​ເຂົ້າ​ໜີ​ພາສີ.

   ​ເພື່ອ​ຮັບປະກັນ​​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແຈ້ງ​ການ​ແນະ​ນໍາ ​ສະບັບ​ເລກທີ 1984/ກງ, ລົງ​ວັນ​ທີ 27 ມິຖຸນາ 2018 ກ່ຽວ​ກັບ​ການ​ແກ້​ໄຂ​ຄະດີ​ພາຫະນະ​ລັກລອບ​ນໍາ​ເຂົ້າ​ໜີ​ພາສີ ​ໃຫ້​ມີ​ປະສິດທິ​ຜົນ​ຕາມ​ລະດັບ​ຂາດໝາຍ ​ແລະ ​ເປັນ​ເອກະພາບ​ໃນ​ຂອບເຂດທົ່ວ​ປະ​ເທດ.

ກົມພາສີອອກຄໍາແນະນໍາເພີ່ມເຕີມ ດັ່ງນີ້:

1. ມອບ​ໃຫ້​ບັນດາ​ພະ​ແນະ​ອ້ອມ​ຂ້າງ​​ກົມ​ພາສີ, ກອງ​ຄຸ້ມ​ຄອງ​ພາສີ ​ແລະ ​ກອງ​ກວດກາ​ພາສີປະ​ຈໍາ​ແຂວງ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິ​ບັດ​ຕາມ​ການ​ແຈ້ງ​ແນະ​ນໍາ ສະບັບ​ເລກທີ 1984/ກງ, ລົງ​ວັນ​ທີ 27 ມິຖຸນາ 2018 .

2. ການ​ຫັກ​ຄ່າ​ຫຼຸ້ຍ​ຫ້ຽນ ພາຫະນະ​ປະ​ເພດ​ຕ່າງໆ ທີ່​ລັກລອບ​ນຳ​ເຂົ້າ​ໜີ​ພາສີ​ແມ່ນ​ອະນຸຍາດ​ໃຫຫັກ​ລົບ ຕາມ​ຕາຕະລາງ​ 7 ຂອງ​ຂະ​ແໜງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ (ປະຕິບັດຕາມ​ຫຼັກການ​ຄະນິດສາດ​).

- ສໍາລັບ​ປີ​ຜະລິດ,​ ປະ​ເທດ​ຜະລິດ, ຄວາມ​ແຮງ, ​ເລກ​ຈັກ, ​ເລກ​ຖັງ ​ແມ່ນ​ຕ້ອງ​ໄດ້​ມີ​ການ​ຢັ້ງຢືນ ​ເປັນ​ທາງ​ການ​ ຈາກ​ຂະ​ແໜງ​ໂຍທາ​ທິການ ​ແລະ ການ​ຂົນ​ສົ່ງ.

3. ວິທີ​ການ​ຄິດ​ໄລ່ຄ່າ ​ພາສີ-ອາກອນ ​ແລະ ມາດ​ຕະການ​ປັບ​​ໄໝ​ໃຫ້​ປະຕິບັດ ດັ່ງ​ນີ້:

  3.1 ຜູ້​ຄອບ​ຄອງ​ພາຫະນະລັກລອບ​ນໍາ​ເຂົ້າໜີ​ພາສີ ທີ່​ໃຫ້​ຄວາມ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ພາສີ ​ແລະ ຈິງ​ໃຈ​ມາ​ແຈ້ງ​ເສຍ​ພາສີ-​ອາກອນ, ຈະ​ຖືກ​ປັບ​ໄໝ (30% ຂອງ​ມູນ​ຄ່າ) ຕາມ​ມາດຕາ 89 ຂອງ​ກົດໝາຍ​ວ່າ​ດ້ວຍ​ພາສີ.

  3.2 ຜູ້​ທີ່​ຄອບ​ຄອງ​ພາຫະນະ​ນໍາ​ເຂົ້າ​ໜີ​ພາສີ ທີ່​ບໍ່​ໃຫ້​ຄວາມ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ພາສີ, ຖ້າ​ເຈົ້າ​ໜ້າ​ທີ່​ຈັບ​ກຸມ ຕ້ອງ​ເສຍ​ພາສີ-ອາກອນ ພ້ອມທັງປັບໄໝ (70% ຂອງມູນຄ່າ) ຕາມມາດຕາ 90 ຂອງກົດໝາຍວ່າດ້ວຍພາສີ.

  3.3 ລາຍລະອຽດອີງຕາມຕົວຢ່າງຕາຕະລາງການຄິດໄລ່ຂອງ ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ ຄັດຕິດມາພ້ອມນີ້.

4. ມອບໃຫ້ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈໍາແຂວງ ປະສານສົມທົບກັບຂະແໜງທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖິ່ນຢ່າງມີຫຼັກການ ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

5. ການຈັດຕັ້ງປະຕິບັດ ຫາກພົບຂໍ້ຫຍຸ້ງຍາກ ຫຼື ມີບັນຫາບໍ່ສອດຄ່ອງ ໃຫ້ລາຍງານເປັນລາຍລັກອັກສອນໃຫ້ກົມພາສີ, ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ ເພື່ອຮັບຊາບ ແລະ ແກ້ໄໃຫ້ທັນເວລາ

   ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Instruction on Solution of Import Vehicle with Tax Evasion (Enlarge the Notification No. 1984/MOF, dated 27 June 2018) No. 04100/CDF dated 03 August 2018 PDF
2 ຄໍາແນະນໍາ ກ່ຽວກັບການແກ້ໄຂຄະດີພາຫະນະລັກລອບນໍາເຂົ້າໜີພາສີ (ຜັນຂະຫຍາຍແຈ້ງການ 1984/ກງ, ລົງວັນທີ 27 ມີຖຸນາ 2018) ສະບັບເລກທີ 04100/ກພສ, ລົງວັນທີ 03 ສິງຫາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.