ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 05751/ກພສ

ນະຄອນຫຼວງວຽງຈັນ, ວັນທີ 01 ຕຸລາ 2018

ຄໍາເເນະນໍາເພີ່ມເຕີມ

ເຖິງ:  ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ ແລະ ກົມກວດກາພາສີ ປະຈໍາແຂວງໃນຂອບເຂດທົ່ວປະເທດ.

ເລື່ອງ:  ການແຈ້ງເສຍພາສີ-ອາກອນ ເພື່ອປ່ຽນແປງກຳມະສິດ ພາຫະນະ ແລະ ກົນຈັກໝັກ ທີ່ນຳເຂົ້າໃນລະບອບຍົກເວັ້ນ, ງົດເກັບ (ນໍາເຂົ້າຊົ່ວຄາວ) ຫຼື ເສຍພາສີຫຼຸດຜ່ອນ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງສະບັບເລກທີ່່່່່່່່່່່່່່່່່່່່່່່່່່ 57/ສພຊ ລົງວັນທີ 24 ທັນວາ 2014;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງີນ, ສະບັບເລກທີ: 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ແຈ້ງການແນະນຳຂອງກະຊວງການເງິນ ສະບັບເລກທີ  2350/ກງ, ລົງວັນທີ 28 ສິງຫາ 2018 ກ່ຽວກັບການແຈ້ງເສຍພາສີ-ອາກອນ ເພື່ອປ່ຽນກໍາມະສິດ ພາຫະນະ ແລະ ກົນຈັກໜັກ  ທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບ (ນໍາເຂົ້າຊົ່ວຄາວ) ຫຼື ເສຍພາສີຫຼຸດຜ່ອນ.

ເພື່ອຮັບປະກັນໃນການຈັດຕັ້ງຜັນຂະຫຍາຍ ແຈ້ງການແນະນໍາຂອງກະຊວງງການເງິນ ສະບັບເລກທີ 2350/ກງ, ລົງວັນທີ 18 ກໍລະກົດ 2018 ກ່ຽວກັບ ການແຈ້ງເສຍພາສີ-ອາກອນ ເພື່ອປ່ຽນແປງກໍາມະສິດ ພາຫະນະ ແລະ ກົນຈັກໜັກ ທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບ (ນໍາເຂົ້າຊົ່ວຄາວ) ຫຼືເສຍພາສີຫຼຸດຜ່ອນ ໃຫ້ມີປະສິດທິຜົນຕາມລະດັບຄາດ​ໝາຍ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ກົມພາສີ ອອກຄໍາເເນະນໍາເພີ່ມເຕີມ.ດັ່ງນີ້:

1. ມອບໃຫ້ ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈໍາແຂວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປະສານສົມທົບກັນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຈ້ງການແນະນໍາ ຂອງກະຊວງການເງີນ ສະບັບເລກທີ 2350/ກງ, ລົງວັນທີ 18 ກໍລະກົດ 2018 ກ່ຽວກັັັັັັັັັັບ ການແຈ້ງເສຍພາສີ-ອາກອນ ເພື່ອປ່ຽນກໍາມະສິດ ພາຫະນະ ແລະ ກົນຈັກໜັກ ທີ່ນໍາເຂົ້າໃນລະບອບຍົກເວັ້ນ, ງົດເກັບ (ນໍາເຂົ້າຊົ່ວຄາວ) ຫຼື ເສຍພາສີຫຼຸດຜ່ອນ ຢ່າງເປັນເອກະພາບ.

2. ການກໍານົດມູນຄ່າແຈ້ງພາສີ ແມ່ນໃຫ້ຖືເອົາຕາມລາຄາສົມທຽບ ທີ່ມີການນໍາເຂົ້າແຈ້ງເສຍພາສີ ໃນເບື້ອງຕົ້ນຕາມໃບແຈ້ງເສຍພາສີເປັນລາຍລະອຽດ ເປັນພື້ນຖານໃນການປະເມີນລາຄາ ແຈ້ງເສຍພາສີຕາມລະບຽບການ.

  • ສໍາລັບໃບແຈ້ງພາສີເປັນລາຍລະອຽດໃຫ້ຖຶກຕາມລະບອບໃບແຈ້ງພາສີ (IM4 ແລະ IM5) ທີ່ເປັນເອກະສານຫຼັກຖານອ້າງອີງໃນການລົງບັນຊີຢ່າງຖຶກຕ້ອງຕາມກົດໝາຍວ່າດ້ວຍບັນຊີ ແລະ ກົດໝາຍວ່າດ້ວຍພາສີ, ສ່ວນລະບອບໃບແຈ້ງພາສີ (IM8) ແມ່ນໃບແຈ້ງພາສີຄໍ້າປະກັນເອົາສີນຄ້າອອກຈາກສາງ ຫຼື ດ່ານກ່ອນການແຈ້ງພາສີເປັນລາຍລະອຽດ ຊຶ່ງຕ້ອງໄດ້ສະສາງການຄ້ຳປະກັນຕາມລະບຽບການນໍາໃຊ້ລະບອບໃບແຈ້ງພາສີກໍານົດ ຈື່ງຖືວ່າຜ່ານຂັ້ນຕອນການແຈ້ງພາສີເປັນລາຍລະອຽດຕາມລະບຽບການ.

3. ການຫັກຄ່າຫຼຸ້ຍຫ້ຽນ ພາຫະນະ ແລະ ກົນຈັກໜັກປະເພດຕ່າງໆ ໃຫ້ຫັກຄ່າຫຼຸ້ຍຫ້ຽນຕາມຕາຕະລາງ 7 ຂອງໜັກຂະແໜງໂຍທາທິການ ແລະ ຂົນສົ່ງ (ປະຕິບັດຕາມຫັກກາານຄະນິດສາດ).

  • ສໍາລັບປີຜະລິດ, ປະເທດຜະລິດ, ຄວາມແຮງ, ເລກຈັກ, ເລກຖັງ ແມ່ນຕ້ອງໄດ້ມີການຢັ້ງຢືນເປັນທາງການຈາກຂະແໜງໂຍທາທິການ ແລະ ການຂົນສົ່ງ ເພື່ອເປັນເອກະສານປະກອບໃນການແຈ້ງພາສີ-ອາກອນ.

4. ວິທີການຄິດໄລ່ຄ່າພາສີ-ອາກອນ ແລະ ມາດຕະການປັບໄໝພາຫະນະ ແລະ ກົນຈັກໜັກປະເພດຕ່າງໆແມ່ນໃຫ້ປະຕິບັດຕາມຕາມແຈ້ງການແນະນໍາຂອງກະຊວງການເງີນ, ສະບັບເລກທີ 2350/ກງ, ລົງວັນທີ 18 ສີງຫາ 2018 ແລະ ກົດໝາຍວ່າດ້ວຍພາສີ.

5. ໃນກໍລະນີທີ່ຂໍ້ມູນຫັກຖານອ້າງອີງ ແລະ ເອກະສານຕ່າງໆບໍ່ຄົບຖ້ວນຕາມເງື່ອນໄຂທີ່ໄດ້ກໍານົດໃນໃບແຈ້ງການແນະນໍາຂອງກະຊວງການເງີນ, ສະບັບເລກທີ 2350/ກງ ລົງວັນທີ: 18 ສີງຫາ 2018 ແມ່ນໃຫ້ດໍາເນີນການແກ້ໄຂເປັນກໍລະນີຄະດີລົດລັກລອບນໍາເຂົ້າໜີພາສີ ຕາມແຈ້ງການກະຊວງການເງີນ, ສະບັບເລກທີ: 1984/ກງ ລົງວັນທີ: 27 ກໍລະກົດ 2018 ແລະຕາມລະບຽບກົດໝາຍວ່າດ້ວຍພາສີ.

6. ມອບໃຫ້ພະແນກອ້ອມຂ້າງຂອງກົມພາສີ, ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີ ປະຈໍາແຂວງໃນຂອບເຂດທົ່ວປະເທດ ປະສານສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ນງວດ.

7. ການຈັດຕັ້ງປະຕິບັດຕົວຈິງ ຖ້າພົບຄວາມຫຍຸ້ງຍາກ ໃຫ້ສັງລວມມາຍັງກົມພາສີ ເພື່ອມີວິທີການແກ້ໄຂຕາມກົດໝາຍ ແລະ ລະບຽບການ.

   ດັ່ງນັ້ນ, ຈື່ງແຈ້ງການມາເພື່ອຊາບ ແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

 

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 2350/ກງ

ນະຄອນຫຼວງວຽງຈັນ, ວັນທີ 18 ກໍລະກົດ 2018

ແຈ້ງການແນະນຳ

ກ່ຽວກັບການແຈ້ງເສຍພາສີ-ອາກອນ ເພື່ອປ່ຽນກຳມະສິດ ພາຫະນະ ແລະ ກົນຈັກໜັກ ທີ່ນຳເຂົ້າລະບອບຍົກເວັ້ນ, ງົດເກັບ ( ນຳເຂົ້າຊົ່ວຄາວ ) ຫຼື ເສຍພາສີຫຼຸດຜ່ອນ.

  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມລົງທຶນ ສະບັບປັບປຸງ ເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
  • ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ບົດບັນທືກກອງປະຊຸມລະຫວ່າງກະຊວງການເງິນ ແລະ ບັນດາຂະແໜງການກ້ຽວຂ້ອງ ທີ່ກະຊວງການເງິນຄັ້ງວັນທີ 07 ມິຖຸນາ 2018;
  • ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 03512/ກພສ, ລົງວັນທີ 04 ກໍລະກົດ 2018.

ໃນໄລຍະຜ່ານມາ ບັນດາພາຫະນະ ແລະ ກົນຈັກໝັກ ທີ່ນຳເຂົ້າໃນລະບອບຍົກເວັ້ນ, ງົດເກັບ (ນຳເຂົ້າຊົ່ວຄາວ) ແລະ ເສຍພາສີຫຼຸດຜ່ອນ ເພື່ອຮັບໃຊ້ບັນດາໂຄງການລົງທຶນ, ທາງການທູດ, ອົງການຈັດຕັ້ງສາກົນ ແລະ ລົດຂື້ນທະບຽນປ້າຍລັດບໍລິຫານ. ໃນເວລາປ່ຽນກຳມະສິດນຳໃຊ້ພາຍໃນ ສປປ ລາວ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການເຫັນວ່າຍັງບໍ່ທັນມີຄວາມເປັນເອກະພາບ. ຍັງມີຈຳນວນໝຶ່ງ ນຳໃຊ້ບໍ່ຖືກຕ້ອງກັບເປົ້າໝາຍ ແລະ ກິດຈະກຳ ໂດຍສະເພາະລົດທີ່ນຳເຂົ້າມາຮັບໃຊ້ໂຄງການລົງທຶນຕ່າງໆ. ນອກນັ້ນ, ຍັງມີບາງປາກົດການສວຍໃຊ້ຊ່ອງວ່າງດ້ານລະບຽບກົດໝາຍ ແລະ ໄດ້ນຳພາຫະນະ ຫຼື ກົນຈັກໜັກ ທີ່ໄດ້ຮັບນະໂຍບາຍຍົກເວັ້ນພາສີ-ອາກອນ ໄປຈຳໜ່າຍຂາຍທົ່ວໄປ ຊຶ່ງຜິດຕໍ່ລະບຽບກົດໝາຍ ແລະ ສ້າງຜົນເສຍຫາຍທາງດ້ານງົບປະມານແຫຼ່ງລັດ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ ອອກແຈ້ງການແນະນຳ ດັ່ງນີ້:

  1. ພາຫະນະ ແລະ ກົນຈັກໝັກທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ

1.1 ບຸກຄົນ ຸ ນິຕິບຸກຄົນ, ຜູ້ທີ່ຄອບຄອງພາຫະນະ ຫຼື ກົນຈັກໝັກ ທີ່ນຳເຂົ້າຍົກເວັ້ນ, ເສຍພາສີຫຼຸດຜ່ອນ, ງົດເກັບພາສີ (ນຳເຂົ້າຊົ່ວຄາວ) ຕາມນະໂຍບາຍສົ່ງເສີມການລົງທຶນ ທີ່ນຳໃຊ້ບໍ່ຖຶກເປົ້າໝາຍ ຫຼື ໝົດອານຸການນຳໃຊ້ປ້າຍຊົ່ວຄາວ ຕ້ອງໄດ້ມາແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນ ເພື່ອປ່ຽນກຳມະສິດນຳໃຊ້ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
1.2 ຂັ້ນຕອນໃນການຈັດຕັ້ງປະຕິບັດ ໃຫ້ນຳເອົາພາຫະນະ ແລະ ກົນຈັກໜັກ ທີ່ຕົນຄອບຄອງ ພ້ອມສຳນວນເອກະສານໃບແຈ້ງພາສີເປັນລາຍລະອຽດ ທີ່ນຳເຂົ້າເບື້ອງຕົ້ນ, ໃບອານຸຍາດຂະແໜງແຜນການ ແລະ ການລົງທຶນ, ໃບອານຸຍາດລົບລ້າງປ້າຍຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ເອກະສານອື່ນໆທີ່ກ້ຽວຂ້ອງ ໄປພົວພັນຍູ່ບັນດາກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີປະຈຳແຂວງ ໃນຂອບເຂດທົ່ວປະເທດ ເພື່ອດຳເນີນການແຈ້ງເສຍພາສີ-ອາກອນ ແລະ ພັັນທະອື່ນ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

1.3 ສຳລັບມູນຄ່າຄິດໄລ່ພາສີ-ອາກອນ ແມ່ນຖືເອົາຕາມມູນຄ່າທີ່ໄດ້ແຈ້ງໃນໃບແຈ້ງພາສີເປັນລາຍລະອຽດໃນເວລານຳເຂົ້າເບື້ອງຕົ້ນ, ສຳລັບພາຫະນະ ຫຼື ກົນຈັກໜັກ ທີ່ໄດ້ນຳເຂົ້າມາຮັບໃຊ້ໂຄງການລົງທຶນ ເກີນ 02 ປີຂື້ນໄປ (​ນັບແຕ່ມື້ນຳເຂົ້າ) ຈຶ່ງອານຸຍາດໃຫ້ຫັກລົບຄ່າຫຼຸ້ຍຫຼ້ຽນ ຕາມຕາຕະລາງ 7 ຂອງຂະແໜງໂຍທາທິກນ ແລະ ຂົນສົ່ງ ເພື່ອເປັນພື້ນຖານການຄິດໄລ່ພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການ.

1.4 ການຄິດໄລ່ພາສີ-ອາກອນ ແລະ ພັນທະອືື່ນ ເພື່ອປ່ຽນກຳມະສິດໃນກໍລະນີ່ດັ່ງກ່າວແມ່ນໃຫ້ປະຕິບັດຄື:

- ພາຍໃນກຳນົດ​ 30 ວັນ ນັບແຕ່ວັນອອກໃບອານຸຍາດຂອງຂະແໜງແຜນການ ແລະ ການລົງທຶນ ໃຫ້ເສຍພາສີ-ອາກອນ ແລະ ພັນທະອື່ນຕາມກົດໝາຍ ແລະ ລະບຽບການ.

- ຖ້າມາແຈ້ງເສຍພາສີ-ອາກອນ ພາຍໃນ 31 ວັນ ຫາ 180 ວັນ ນັບແຕ່ວັນອອກໃບອານຸຍາດຂອງຂະແໜງແຜນການ ແລະ ການລົງທຶນ ໃຫ້ປະຕິບັດຕາມມາດຕາ 88 ຂອງກົດໝາຍວ່າດ້ວຍພາສີ (ເສຍພາສີ-ອາກອນ ແລະ ປັບໄໜ 10% ຂອງມູນຄ່າພາຫະນະ ແລະ ກົນຈັກ).

- ຖ້າມາແຈ້ງເສຍພາສີ-ອາກອນ ພານຫຼັງ 181 ວັນ ຂື້ນໄປ ນັບແຕ່ວັນອອກໃບອານຸຍາດຂອງຂະແໜງແຜນການ ແລະ ການລົງທຶນ ແມ່ນໃຫ້ປະຕິບັດຕາມມາດຕາ 89 ຂອງກົດໝາຍວ່າດ້ວຍພາສີ (ເສຍພາສີ-ອາກອນ ແລະ ປັບໄໝ 30% ຂອງມູນຄ່າພະຫະນະ ແລະ ກົສຈັກ).

  1. ພາຫະນະ ທີ່ນຳເຂົ້າມາຮັບໃຊ້ທາງການທູດ ແລະອົງການຈັດຕັ້ງສາກົນ

2.1 ພາຫະນະ ທີ່ນຳເຂົ້າມາຮັບໃຊ້ທາງການທູດ ແລະ ອົງການຈັດຕັ້ງສາກົນ ທີ່ກຳນົດໃນມາດຕາ 50 ແລະ 51 ຕາມກົດໝາຍວ່າດ້ວຍພາສີ, ພາຍຫຼັງສິ້ນສຸດໝ້າທີ່ຢູ່ ສປປ ລາວ ແລ້ວໃຫ້ນຳພາຫະນະດັ່ງກ່າວອອກຄືນ, ຖ້າຫາກມີຈຸດປະສົງຢາກຊົມໃຊ້ພາຍໃນ ສປປ ລາວ ກໍ່ຕ້ອງເສຍພາສີ-ອາກອນ ແລະ ພັນທະອື່ນ ຕາມທີ່ກຳນົດໃນມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ.

2.2 ຂັ້ນຕອນໃນການຈັດຕັ້ງປະຕິບັດ ຕ້ອງມີສະໂນດນຳສົ່ງຈາກກົມພິທິການທູດ, ກະຊວງການຕ່າງປະເທດ ແລະ ໃບອານຸຍາດລົບລ້າງປ້າຍຂອງກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມສຳນວນເອກະສານໃບແຈ້ງພາສີເປັນລາຍລະອຽດ ທີ່ນຳເຂົ້າເບື້ອງຕົ້ນ ແລ້ວນຳພະຫະນະດັ່ງກ່າວໄປພົວພັນຢູ່ກົມພາສີ (ພະແນກກວດສອບຄືນການແຈ້ງພາສີ) ກະຊວງການເງິນ ເພື່ອດຳເນີນການແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

2.3 ສຳລັບມູນຄ່າຄິດໄລ່ພາສີ-ອາກອນ ແມ່ນຖືເອົາຕາມມູນຄ່າທີ່ໄດ້ແຈ້ງໃນໃບແຈ້ງພາສີເປັນລາຍລະອຽດໃນເວລານຳເຂົ້າເບື້ອງຕົ້ນ, ຫັກລົບຄ່າຫຼຸ້ຍຫຼ້ຽນ ຕາມຕາຕະລາງ 7 ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອເປັັນພື້ນຖານຂອງການຄິດໄລ່ພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການ.

2.4 ໃນກໍລະນີຜູ້ຄອບຄອງພາຫະນະດັ່ງກ່າວຫາກບໍ່ມາດຳເນີນການແຈ້ງເສຍພາສີ-ອາກອນຕາມກົດໝາຍ ແລະ ລະບຽບການ ພາຍໃນກຳນົດເວລາ 30​ ວັນ ນັບແຕ່ວັນທີ ກົມພິທີການທູດ, ກະຊວງການຕ່າງປະເທດໄດ້ອອກສະໂນດນຳສົ່ງ ໃຫ້ປະຕິບັດມາດຕະການ, ຄື:

- ຖ້າມາແຈ້ງເສຍພາສີ-ອາກອນ ຊັກຊ້າ ພາຍໃນ 31 ວັນ ຫາ 180 ວັນ ໃຫ້ປະຕິບັດຕາມມາດຕະການ ຕາມມາດຕາ 88 ຂອງກົດໝາຍວ່າດ້ວຍພາສີ (ເສຍພາສີ-ອາກອນ ແລະ ປັບໄໝ 10% ຂອງມູນຄ່າພາຫະນະ).

- ຖ້າມາແຈ້ງເສຍພາສີ-ອາກອນ ຊັກຊ້າ ພາຍໃນ 181 ວັນ ຂື້ນໄປ ໃຫ້ປະຕິບັດຕາມມາດຕະການ ຕາມມາດຕາ 89 ຂອງກົດໝາຍວ່າດ້ວຍພາສີ ( ເສຍພາສີ-ອາກອນ ແລະ ປັບໄໜ 30% ຂອງມູນຄ່າພາຫະນະ).

  1. ພາຫະນະຂື້ນທະບຽນປ້າຍລັດບໍລິຫານ

3.1 ພາຫະນະຂື້ນທະບຽນປ້າຍລັດບໍລິຫານ ທີ່ຍັງບໍ່ທັນໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນໃນເວລານຳເຂົ້າ, ທີ່ການຈັດຕັ້ງໄດ້ອານຸມັດມອບໂອນກຳມະສິດໃຫ້ເປັນຂອງບຸກຄົນນຳໃຊ້ ຕ້ອງໄດ້ເສຍພາສີ ຕາມກົດໝາຍ ແລະ ຕາມລະບຽບການ.

3.2 ຂັ້ນຕອນໃນການຈັດຕັ້ງປະຕິບັດ ຕ້ອງມີຂໍ້ຕົກລົງຂອງອົງການຈັດຕັ້ງທີ່ຄຸ້ມຄອງພາຫະນະດັ່ງກ່າວ ເພື່ອມອບ-ໂອນໃຫ້ແກ່ບຸກຄົນ, ບົດບັນທຶກການກວດກາຕີລາຄາລົດເກົ່າທີ່ໃຊ້ແລ້ວຄືນໃໝ່ຂອງກົມຄຸ້ມຄອງຊັບສິນຂອງລັດ ແລະ ຄະນະກຳມະການຕີລາຄາລົດ, ພ້ອມສຳນວນເອກະສານໃບແຈ້ງເສຍພາສີເປັນລາຍລະອຽດ ທີ່ນຳເຂົ້າເບື້ອງຕົ້ນ ແລ້ວນຳເຂົ້າພາຫະນະດັ່ງກ່າວໄປພົວພັນຢູ່ (ພະແນກກວດສອບຄືນການແຈ້ງພາສີ) ກົມພາສີ, ກະຊວງການເງິນ ຫຼື ລັດຖະການພາສີບ່ອນທີ່ເຂົ້າຮ່ວມເປັນຄະນະກຳມະການໃນການຕີລາຄາຄຸນນະພາບລົດ ເພື່ອດຳເນີນການແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ືນ ຕາມກົດໝາຍ ແລະ ລະບຽບການ ພາຍໃນກຳນົດເວລາ 45 ວັນ ຢ່າງເຂັ້ມງວດ.3.3 ການຄິດໄລ່ພາສີ-ອາກອນ ແມ່ນໃຫ້ປະຕິບັດຕາມບົດບັນທຶກກວດກາຕີລາຄາລົດເກົ່າທີ່ໃຊ້ແລ້ວຄືນໃໝ່ຂອງກົມຄຸ້ມຄອງຊັບສິນຂອງລັດ ແລະ ຄະນະກຳມະການຕີລາຄາລົດ.

3.4 ໃນກໍລະນີຜູ້ໄດ້ຮັບອານຸຍາດມອບໂອນກຳມະສິດພາຫະນະດັ່ງກ່າວ ຫາກມາແຈ້ງເສຍພາສີ- ອາກອນ ຊັກຊ້າເກີນກຳນົດ 45 ວັນ ນັບແຕ່ວັນເຊັ່ນບົດບັນທຶກກວດກາຕີລາຄາລົດເກົ່າທີ່ໃຊ້ແລ້ວຄືນໃໝ່ຂອງກົມຄຸ່ມຄອງຊັບສິນຂອງລັດ ຸ ຕ້ອງໄດ້ກວດກາ ແລະ ມີໃບຢັ້ງຢືນຈາກຄະນະກຳມະການກວດກາຕີລາຄາລົດດັ່ງກ່າວ ຸ ຄືນໃໝ່ ຸ ຖ້າຜູ້ຄອບຄອງພາຫະນະບໍ່ມີເຫດຜົນໝ້າເຊື່ອຖືໄດ້ໃນການແຈ້ງເສຍພາສີຊັກຊ້າ ແມ່ນໃຫ້ປະຕິບັດຕາມມາດຕະການ ຕາມາດຕາ 88 ຂອງກົດໝາຍວ່າດ້ວຍພາສີ (ເສຍພາສີ-ອາກອນ ແລະ ປັບໄໝ 10% ຂອງມູນຄ່າພາຫະນະ).

  1. ໃນກໍລະນີຜູ້ຄອບຄອງພາຫະນະ ມີເຈດຕະນາລົບຫຼີກໝີພາສີ ບໍ່ນຳພາຫະນະ ຫຼື ກົນຈັກມາແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ, ຫາກຖືກເຈົ້າໝ້າທີ່ພາສີ ຫຼື ເຈົ້າໝ້າທີ່ລັດກ່ຽວຂ້ອງຈັບກຸມໄດ້ມອບໃຫ້ລັດຖະການພາສີດຳເນີນສະສາງຄະດີ ຕາມກົດໝາຍວ່າດ້ວຍພາສີ ຫຼື ກົດໝາຍອື່ນທີ່ກ້ຽວຂ້ອງ ຕາມກໍລະນີ ໝັກ ຫຼື ເບົາ ທີ່ກົດໝາຍໄດ້ກຳນົດໄວ້.
  2. ຄ່າປັບໄໝທີ່ໄດ້ຈາກການດຳເນີນຄະດີ ແມ່ນໃຫ້ຈັດຕັ້ງປະຕິບັດຕາມບົດແນະນຳຂອງກົມພາສີ ສະບັບເລກທີ 4148/ກພສ, ລົງວັນທີ 03/03/2016.
  3. ການຈັດຕັ້ງປະຕິບັດ.

6.1 ກົມພາສີ, ກະຊວງການເງິນ

- ຕິດຕາມ, ກວດກາ ໃຫ້ຄຳແນະນຳບັນດາກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈຳແຂວງ ໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

- ກອງຄຸ້ມຄອງພາສີ ແລະ ກອງກວດກາພາສີປະຈຳແຂວງໃນຂອບເຂດທົ່ວປະເທດ ເພີ່ມທະວີການເຄື່ອນໄຫວວຽກງານຕ້ານສະກັດກັ້ນໃຫ້ເຂັ້ມແຂງ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການດຳເນີນການແກ້ໄຂສະສາງຄະດີ.

6.2 ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງີນ.

- ຕິດຕາມ, ກວດກາ, ໃຫ້ຄຳແນະນຳກ້ຽວກັບອົງການຈັດຕັ້ງລັດໃນການມອບໂອນກຳມະສິດພາຫະນະປ້າຍລັດບໍລິຫານທີ່ຍັງບໍາໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ແກ່ບຸກຄົນນຳໃຊ້ ຕ້ອງມີເສຍພາສີ-ອາກອນ ແລະ ພັນທະອືື່ນຕາມກົດໝາຍ ແລະ ລະບຽບການ.

- ເອົາໃຈໃສ່ຊີ້ນຳບັນດາຂະແໜງຊັບສິນຂອງລັດໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຄຸ້ມຄອງກວດກາ ແລະ ຕີລາຄາພາຫະນະເກົ່າທີ່ນຳໃຊ້ແລ້ວຄືນໃໝ່ ໃຫ້ເໝາະສົມ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງພາຫະນະ.

6.3 ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ

- ຕິດຕາມ, ກວດກາ ການອອກປ້າຍໃນການຫັນກຳມະສິດນຳໃຊ້ ພາຫະນະ ແລະ ກົນຈັກໝັກທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ, ພາຫະນະທີ່ນຳເຂົ້າມາຮັບໃຊ້ການທູດ ແລະ ອົງການຈັດຕັ້ງສາກົນ ຕ້ອງໄດ້ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ລະບຽບການ.

- ຕິດຕາມ, ກວດກາບັນຊີ ບັນດາເປົ້າໝາຍພາຫະນະ ແລະ ກົນຈັກນຳເຂົ້າຊົ່ວຄາວ ທີ່ໝົດກຳນົດໃນການນຳໃຊ້ເພື່ອເປັນບ່ອນອີງໃຫ້ແກ່ພາກສ່ວນກ້ຽວຂ້ອງໃນການດຳເນີນຕາມຕິດຕາມ ກວດກາ.

6.4 ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ

  • ຕິດຕາມ, ກວດກາ ໃຫ້ຄຳແນະນຳແກ່ບັນດາໂຄງການລົງທຶນໃນຂອບເຂດທົ່ວປະເທດ ທີ່ນຳເຂົ້າພາຫະນະ ຫຼື ກົນຈັກ ຍົກເວັ້ນ, ເສຍພາສີຫຼຸດຜ່ອນ, ງົດເກັບພາສີ (ນຳເຂົ້າຊົ່ວຄາວ​) ຕາມນະໂຍບາຍການສົ່ງເສີມການລົງທຶນ, ພາຍຫຼັງສິ້ນສຸດໂຄງການ ຫຼື ໝົດອາຍຸການນຳໃຊ້ປ້າຍຊົ່ວຄາວຕ້ອງໄດ້ມາແຈ້ງເສຍພາສີ-ອາກອນ ແລະ ພັນທະອືື່ນ ເພື່ອປ່ຽນແປງກຳມະສິດນຳໃຊ້ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

- ສ້າງກົນໄກຕິດຕາມຈຳນວນພາຫະນະ, ກົນຈັກ ໃນການອອກໃບອະນຸຍາດ ແລະ ຫັກລົບອອກຈາກບັນຊີພາຍຫຼັງສິ້ນສຸດໂຄງການ ເພື່ອເປັນບ່ອນອີງໃຫ້ແກ່ຂະແໝງການກ່ຽວຂ້ອງໃນການຕິດຕາມ ກວດກາ.

6.5 ກົມພິທີການາທູດ, ກະຊວງການຕ່າງປະເທດ

- ຕິດຕາມ, ກວດກາ, ໃຫ້ຄຳແນະນະແກ່ບັນດາສະຖານທູດ, ອົງການຈັດຕັ້ງສາກົນ, ພາຍຫຼັງສິ້ນສຸດໜ້າທີ່ຢູ່ ສປປ ລາວ ແລ້ວ ໃຫ້ນຳພາຫະນະດັ່ງກ່າວອອກຄືນ, ຖ້າຫາກມີຈຸດປະສົງຊົມໃຊ້ພາຍໃນ ສປປ ລາວ ກໍ່ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອືື່ນ ຕາມກົດໝາຍ ແລະ ລະບຽບການ.

- ຕິດຕາມ, ກວດກາຈຳນວນພາຫະນະ ໃນການລົບລ້າງອອກບັນຊີພາຫະນະທີ່ນຳໃຊ້ທາທງການທູດ ແລະ ອົງການຈັດຕັ້ງສາກົນ ເພື່ອອອກສະໂນດນຳສົ່ງໃຫ້ແກ່ພາກສ່ວນກ້ຽວຂ້ອງເພື່ອດຳເນີນການາຕິດຕາມ ກວດກາ.

  1. ມອບໃຫ້ກະຊວງການເງິນ, ບັນດາກົມອອ້ມຂ້າງກະຊວງ, ພະແນກການເງິນປະຈຳແຂວງ ແລະ ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ປະສານສົມທົບກັນ ຕິດຕາມຊີ້ນຳການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ສຳເລັດຜົນຕາມຄາດໝາຍ, ພ້ອມນັ້ນ ກໍ່ໃຫ້ໂຄສະນາເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ ໃຫ້ທຸກພາກສ່ວນໃນສັງຄົມ ເຊື່ອມຊຶມ ແລະ ເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.
  2. ແຈ້ງການສະບັບນີ້ປ່ຽນແທນແຈ້ງການຂອງກະຊວງການເງິນ ສະບັບເລກທີ 1825/ກງ, ລົງວັນທີ 15 ມິຖຸນາ 2018 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
  3.  
  4.  

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Instruction on Duty and Taxes Declarations for Changing Ownership of Vehicle and Machinery (Enlarge the Notification 2350/MoF, dated 18 August 2018) No. 05751/CD, dated 01 October 2018 PDF
2 ຄໍາແນະນໍາ ກ່ຽວກັບການແຈ້ງເສຍພາສີ-ອາກອນ ເພື່ອປ່ຽນກໍາມະສິດ ພາຫະນະ ແລະ ກົນຈັກ (ຜັນຂະຫຍາຍ ແຈ້ງການ 2350/ກງ, ລົງວັນທີ 18 ສິງຫາ 2018) ສະບັບເລກທີ 05751/ກພສ, ລົງວັນທີ 01 ຕຸລາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.