ລັດຖະບານແຫ່ງ ສປປ ລາວ ໄດ້ອອກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປະຈໍາປີ 2019 ສະບັບເລກທີ 560/ນຍ, ລົງວັນທີ 31 ທັນວາ 2018. ຈຸດປະສົງຂອງຂອງດໍາລັດສະບັບນີ້ ແມ່ນກໍານົດທິດທາງ-ໜ້າທີ່ລວມ, ຄາດໝາຍສູ້ຊົນ, ວຽກງານຈຸຸດສຸມຕົ້ນຕໍ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປະຈໍາປີ 2019 ໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ລັດຖະບານ ແຫ່ງ ສປປ ລາວ ໄດ້ວາງຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນນັ້ນ, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃຫ້ເພີ່ມຂື້ນໃນອັດຕາ 6,7% ຂື້ນໄປ ແລະ ສ້າງມູນຄ່າເພີ່ມຕາມລາຄາໃນປີ ໃຫ້ໄດ້ປະມານ 165,475 ຕື້ກີບ, GDP ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.726 ໂດລາສະຫະລັດ, ຄິດໄລ່ເປັນ (GNI) ລາຍໄດ້ແຫ່ງຊາດຈະມີມູນຄ່າ 2.317 ໂດລາສະຫະລັດ. ອັດຕາການເຕີບໂຕ ຂອງຂະແໜງການກະສິກໍາ ເພີ່ມຂື້ນ 2,8% ຂອງ GDP; ຂະແໜງອຸດສາຫະກໍາ ເພີ່ມຂື້ນ 8,3%; ກວມເອົາປະມານ 32,2% ຂອງ GDP; ຂະແໜງບໍລິການ ເພີ່ມຂຶ້ນ 6,6% ; ກວມເອົາປະມານ 41,7% ຂອງ GDP; ພາສີຈາກການນໍາເຂົ້າ ເພີ່ມຂຶ້ນ 7,0% ກວມເອົາປະມານ 10,8% ຂອງ GDP.

ຂໍ້ມູນພາບ: http://kpl.gov.la

 

ທາງດ້ານເສດຖະກິດມະຫາພາກ ຈະຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເກີນ 5% ຕໍ່ປີ, ຄວບຄຸມປະລິມານເງິນ (M2) ເພີ່ມຂຶ້ນບໍ່ໃຫ້ເກີນ 20% ທຽບໃສ່ປີຜ່ານມາ, ລວມຍອດລາຍຮັບເຂົ້າງົບປະມານໃຫ້ໄດ້ 26.305, 29 ຕື້ກີບ, ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6,78%, ສໍາລັບລາຍຈ່າຍລວມ ບໍ່ໃຫ້ເກີນ 33.394,07 ຕື້ກີບ. ການຂາດດຸນທາງດ້ານງົບປະມານ ບໍ່ໃຫ້ເກີນ 7.288,78 ຕື້ກີບ ເທົ່າກັບ 4,28% ຂອງ GDP.

ຂໍ້ມູນພາບ: http://www.shareyouressays.com

 

ຂະແໜງການລົງທຶນຂອງລັດລວມທັງໝົດໃຫ້ປະຕິບັດໄດ້ 44.347,30 ຕື້ກີບ ຫຼື ເທົ່າກັບ 26,80% ຂອງ GDP. ໃນນັ້ນ, ການລົງທຶນຂອງລັດຈາກງົບປະມານພາຍໃນໃຫ້ປະຕິບັດໄດ້ 4.359,82 ຕື້ກີບ ກວມເອົາ 9,83% ຂອງທຶນລວມທັງໝົດ (ເທົ່າກັບ 2,63% ຂອງ GDP). ດ້ານການຜະລິດ ລັດຖະບານວາງເປົ້າ: ຜະລິດເຂົ້າໃຫ້ໄດ້ປະມານ 4,4 ລ້ານໂຕນ, ກາເຟ 160.000 ໂຕນ, ສາລີອາຫານສັດ 1 ລ້ານໂຕນ, ມັນຕົ້ນ 2,28 ລ້ານໂຕນ, ຊີ້ນ 199.210 ໂຕນ, ໄຂ່ 43.770 ໂຕນ, ປາ 215.000 ໂຕນ, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ບັນລຸ 12.386 ຕື້ກີບ, ສູ້ຊົນການຜະລິດກະແສໄຟຟ້າໃຫ້ໄດ້ປະມານ 33.874 ລ້ານກິໂລວັດໂມງ, ສູ້ຊົນມູນຄ່າການຜະລິດແຮ່ທາດໃຫ້ໄດ້ 11.864 ຕື້ກີບ.

ທາງດ້ານການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ການບໍລິການ) 64.375 ຕື້ກີບ, ມູນຄ່າການສົ່ງອອກໃຫ້ບັນລຸ 5.516 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າໃຫ້ບັນລຸ 5.775 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 259 ລ້ານໂດລາສະຫະລັດ. ດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ 4,5 ລ້ານເທື່ອຄົນ, ນໍາເງິນຕາເຂົ້າປະເທດ ປະມານ 700 ລ້ານໂດລາສະຫະລັດ.

ຂໍ້ມູນພາບ: http://www.visit-laos.com

ເພື່ອໃຫ້ດໍາລັດດັ່ງກ່າວຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍ ຫຼື ເກີນເປົ້າໝາຍນັ້ນ ແມ່ນໜ້າທີ່-ພາລະບົດບາດຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຜັນຂະຫຍາຍຕາມໜ້າທີ່ ແລະ ພາລະບົດບາດຂອງຕົນເອງຢ່າງເອົາຈິງເອົາຈັງ.

ແຫຼ່ງຂໍ້ມູນ: ດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປະຈໍາປີ 2019 ສະບັບເລກທີ 560/ນຍ, ລົງວັນທີ 31 ທັນວາ 2018.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.