ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກະພາບ ວັດທະນະຖາວອນ

ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ    ເລກທີ 001/ຄອຄສ
ນະຄອນຫຼວງວຽງຈັນ, ວັນທີ 26 ທັນວາ 2018 

ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງ ກອງເລຂາຄະນະກຳມະການ
ອຳນວຍຄວາມສະດວກທາງດ້ານການຄ້າ

- ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ, ສະບັບເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018;
- ອີງຕາມຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022, ເລກທີ 0051/ກຂອຄ ລົງວັນທີ 25 ກັນຍາ 2017.

​​​​ຮອງນາຍົກລັດຖະມົນຕີ,
ຫົວໜ້າຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ
ອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ລະ ບອບແບບແຜນວິທີການເຮັດວຽກ ເພື່ອເປັນບ່ອນອີງດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ໃນການຈັດຕັ້ງປະຕິບັດວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ແນໃສ່ຫຼຸດຜ່ອນຂັ້ນຕອນ ແລະ ສິ່ງກີດຂວາງທາງດ້ານການຄ້າ ເພື່ອຊຸກຍູ້ ແລະ ສົ່ງເສີມການຄ້າໃຫ້ມີການຂະຫຍາຍຕົວ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ
ກອງເລຂາຄະນະກຳມະການ ອຳນວຍຄວາມສະດວກທາງດ້ານການຄ້າ ໂດຍມີຊື່ຫຍໍ້ວ່າ “ກຄອຄ” ແລະ ຂຽນເປັນພາສາອັງກິດວ່າ Trade Facilitation Committee Secretariat ຂຽນ ຫຍໍ້ “TFCS’’, ແມ່ນການຈັດຕັ້ງທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ.

ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3 ໜ້າທີ່
ກອງເລຂາຄະນະກຳມະການ ອຳນວຍຄວາມສະດວກທາງດ້ານການຄ້າ ມີໜ້າທີ່ດັ່ງນີ້:

  1. ຊ່ວຍ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ (ຄອຄສ) ໃນການສຶກສາຄົ້ນຄວ້າ ແລະ ສະເໜີປະກອບຄໍາເຫັນຕໍ່ ບັນດານະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ນິຕິກຳ, ສັນຍາ ແລະ ສົນທິສັນຍາ ສາກົນ ທີ່ ສປປ ລາວ ເປັນ ພາຄີ;
  2. ເປັນຈຸດປະສານງານກັບບັນດາກະຊວງ, ອົງການທຽບເທົ່າກະຊວງ, ພາກລັດ ແລະ ພາກທຸລະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອພິຈາລະນາແກ້ໄຂບັນຫາ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ;
  3. ຄົ້ນຄວ້າ, ປັບປຸງຂັ້ນຕອນ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measures : NTMs) ທີ່ຕິດພັນກັບການເຄື່ອນຍ້າຍ, ການນຳເຂົ້າ-ສົ່ງອອກ ແລະ ການ ຂົນ ສົ່ງ ສິນຄ້າຜ່ານແດນສາກົນ ລວມທັງ ສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານ, ໃຫ້ສອດຄ່ອງກັບບັນດາສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  4. ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ບັນດານິຕິກຳ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  5. ຊຸກຍູ້ ແລະ ສົ່ງເສີມການນຳໃຊ້ ລະບົບເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານທາງດ້ານການຄ້າ ທີ່ທັນສະ   ໄໝ ເພື່ອເຊື່ອມໂຍງກັບສາກົນ;
  6. ຝຶກອົບຮົມ, ຍົກລະດັບ ແລະ ໂຄສະນາເຜີຍແຜ່ ໃຫ້ພາກລັດ ແລະ ພາກທຸລະກິດ ກ່ຽວກັບ ບັນດານິຕິກຳ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  7. ເປັນ ຈຸດ ປະສານ ງານໃນການຊອກຫາແຫຼ່ງທຶນ ແລະ ຊ່ຽວຊານ ເພື່ອພັດທະນາວຽກງານອຳນວຍຄວາມສະ ດວກທາງດ້ານການຄ້າ;
  8. ເປັນ ຈຸດປະສານ ງານກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນ ການ ເຂົ້າ ຮ່ວມ ເຈລະຈາ ບັນດາ ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  9. ຂຶ້ນແຜນວຽກ ແລະ ງົບປະມານປະຈຳປີ  ເພື່ອນຳໃຊ້ເຂົ້າໃນວຽກງານອຳນວຍຄວາມສະດວກທາງດ້ານການຄ້າ;
  10. ຈັດກອງ ປະຊຸມ ຮ່ວມ ລະຫວ່າງ ຂັ້ນ ສູນ ກາງ ແລະ ຂັ້ນ ແຂວງ/ນະຄອນຫຼວງ 02 ຄັ້ງຕໍ່ ປີ ເພື່ອສະຫຼຸບ, ຖອດຖອນ ບົດຮຽນ ແລະ ລາຍງານ ຂໍ ທິດ ຊີ້ ນຳ ຈາກ ລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ;
  11. ແຕ່ງຕັ້ງໜ່ວຍງານຈັດຕັ້ງປະຕິບັດແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ (Trade Facilitation Implementation Unit/TIU) ຢູ່ພາຍໃນກົມກອງຂອງຕົນ ເພື່ອຊ່ວຍວຽກ ແລະ ເປັນຈຸດປະສານ ກັບ ຫ້ອງການປະຈຳກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ.
  12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະບານ.

ມາດຕາ 4 ຂອບເຂດສິດ
ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ມີຂອບເຂດສິດ ດັ່ງນີ້:

  1. ຊີ້ນຳ, ຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຊຸກຍູ້ ໃຫ້ພາກສ່ວນທີ່ກ່ຽວຂ້ອງປະກອບສ່ວນເຂົ້າໃນການປັບປຸງວຽກງານດັ່ງກ່າວ ໃຫ້ນັບມື້ນັບດີຂຶ້ນ;
  2. ລາຍງານ ຄອຄສ ເພື່ອນຳສະເໜີິ ລັດຖະບານ ພິຈາລະນາສ້າງ ຫຼື ປັບປຸງ ບັນດານິຕິກຳ ທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ;
  3. ປະສານ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ທຸລະກິດ ເພື່ອຍົກສູງການຮ່ວມມືໃນການ ຈັດຕັ້ງປະຕິບັດແຜນຍຸດທະສາດ/ ແຜນດຳເນີນງານວຽກ ງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ທີ່ວາງອອກ ໃນແຕ່ລະໄລຍະ;
  4. ຄົ້ນຄວ້າ ແລະ ນໍາສະເໜີ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂບັນຫາ ແລະ ສິ່ງກີດຂວາງໃນການອຳນວຍຄວາມສະດວກທາງດ້ານການຄ້າໃຫ້ມີຄວາມເປັນເອກະພາບ, ສະດວກ, ວ່ອງໄວ, ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;  
  5. ຄົ້ນຄວ້າ, ຖອດຖອນບົດຮຽນ, ເຂົ້າຮ່ວມ ຝືກອົບຮົມ ແລະ ກອງປະຊຸມຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າທັງພາຍໃນ ແລະ ຕ່າງປະເທດ;
  6. ໂຄສະນາ, ເຜີຍແຜ່ ບັນດາ ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  7. ສະໜອງຂໍ້ມູນ, ໃຫ້ຄຳປຶກສາ ແລະ ແລກປ່ຽນ ປະສົບ ການ ທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ແກ່ພາກລັດ ແລະ ທຸລະກິດ;
  8. ນຳໃຊ້ງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ ທີ່ລັດຖະບານ ປະກອບໃຫ້;
  9. ນຳ ໃຊ້ສິດອື່ນໆ ຕາມທີ່ໄດ້ກຳນົດ ໄວ້ ໃນ ກົດໝາຍ ແລະ ລະບຽບ ການທີ່ກ່ຽວຂ້ອງ.

ໝວດທີ III
ໂຄງປະກອບການຈັດຕັ້ງ

ມາດຕາ 5 ໂຄງປະກອບການຈັດຕັ້ງ
ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ມີຫ້ອງການປະຈຳຕັ້ງຢູ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ທັງ ເປັນ ກົງຈັກ ຊ່ວຍ ວຽກ ແລະ ປະກອບ ມີ ຜູ້ຕາງໜ້າ ຈາກ ຂະ ແໜງ ການ ກ່ຽວຂ້ອງ ເຂົ້າ ຮ່ວມ ເປັນ ຄະນະ.

ມາດຕາ 6 ໂຄງປະກອບບຸກຄະລາກອນ

ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ມີໂຄງປະກອບ ບຸກຄະລາກອນ ດັ່ງນີ້:​

  1. ທ່ານ ຮອງ​ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫົວໜ້າ, ຜູ້ຊີ້ນຳລວມ;
  2. ທ່ານ ຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຮອງຫົວໜ້າ, ຜູ້​ປະຈຳການ;
  3. ທ່ານ ຫົວໜ້າ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຮອງຫົວໜ້າ;
  4. ທ່ານ ຫົວໜ້າ ກົມພາສີ, ກະຊວງການເງິນ ເປັນຮອງຫົວໜ້າ;
  5. ທ່ານ ຫົວໜ້າ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງຫົວໜ້າ;
  6. ທ່ານ ຫົວໜ້າ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຮອງຫົວໜ້າ;
  7. ທ່ານ ຫົວໜ້າ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຮອງຫົວໜ້າ;
  8. ທ່ານ ຫົວໜ້າ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເປັນຮອງຫົວໜ້າ;
  9. ທ່ານ ຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຮອງຫົວໜ້າ;
  10. ທ່ານ ຮອງຫົວໜ້າ ກົມນະໂຍບາຍການຄ້າຕ່າງປະເທດ, ​ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ;
  11. ທ່ານ ຮອງຫົວໜ້າ ​ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ;
  12. ທ່ານ ຮອງ​ຫົວໜ້າ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ, ກະຊວງອຸດສາ​ຫະກຳ ​ແລະ ການ​ຄ້າ ​ເປັນ ຄະນະ;
  13. ທ່ານ ຮອງຫົວໜ້າ ກົມການຄ້າພາຍໃນ,​ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຄະນະ;
  14. ທ່ານ ຮອງຫົວໜ້າ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຄະນະ;
  15. ທ່ານ ຮອງຫົວໜ້າ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຄະນະ;
  16. ທ່ານ ຮອງຫົວໜ້າ ກົມເສດຖະກິດ, ກະຊວງການຕ່າງປະເທດ ເປັນຄະນະ;
  17. ທ່ານ ຮອງຫົວໜ້າ ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ເປັນຄະນະ;
  18. ທ່ານ ຮອງຫົວໜ້າ ກົມຄົ້ນຄວ້າ-ສັງລວມ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນຄະນະ;
  19. ທ່ານ ຮອງຫົວໜ້າ ກົມອານາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ເປັນຄະນະ;
  20. ທ່ານ ຮອງຫົວໜ້າ ກົມເຕັກໂນໂລຊີ ດີຈິຕ໋ອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຄະນະ;
  21. ທ່ານ ຮອງຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຄະນະ
  22. ທ່ານ ຮອງຫົວໜ້າ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຄະນະ;
  23. ທ່ານ ຮອງຫົວໜ້າ ກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຄະນະ;
  24. ທ່ານ ຮອງຫົວໜ້າ ກົມສ່ວຍສາອາກອນ, ກະຊວງ ການເງິນ ເປັນຄະນະ;
  25. ທ່ານ ຮອງ​ຫົວໜ້າ ກົມ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ, ກະຊວງ​ການ​ເງິນ ​ເປັນ​ຄະນະ;
  26. ທ່ານ ຮອງຫົວໜ້າ ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ກະຊວງການເງິນ ເປັນຄະນະ;
  27. ທ່ານ ຮອງຫົວໜ້າ ກົມພິມຈຳໜ່າຍ, ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ​ ເປັນຄະນະ;  
  28. ທ່ານ ຮອງຫົວໜ້າ ກົມຄວມຄຸມມົນລະພິດ,​ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຄະນະ;
  29. ທ່ານ ຮອງຫົວໜ້າ ກົມຕໍາຫຼວດເສດຖະກິດ, ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ;
  30. ທ່ານ ຮອງຫົວໜ້າ ກົມຕໍາຫຼວດຈາລະຈອນ, ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ;
  31. ທ່ານ ຮອງຫົວໜ້າ ກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ເປັນຄະນະ;
  32. ທ່ານ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນຄະນະ.

ສຳລັບ ບຸກຄະລາ ກອນ ທີ່ ຈະ ປະກອບ ເຂົ້າ ໃນ ກອງເລຂາ ແມ່ນ ໃຫ້ ແຕ່ ລະ ອົງ ກອນ ທີ່ ກ່ຽວຂ້ອງ ເປັນ ຜູ້ ແຕ່ງ ຕັ້ງຕາມ ທີ່ໄດ້ລະບຸໃນມາດຕາ 5  ແລະ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້.

ໝວດທີ IV
ຫຼັກການ ແລະ ແບບແຜນວິທີເຮັດວຽກ

ມາດຕາ 7 ຫຼັກການ

  1. ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ຕົກລົງເປັນໝູ່ຄະນະ ກ່ຽວກັບ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ;
  2. ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມຂະຫຍາຍຫົວຄິດ ປະດິດສ້າງ ຂອງກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ;
  3. ທຸກການເຄື່ອນໄຫວຂອງກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແມ່ນອີງໃສ່ແນວ ທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການ ແລະ ຫຼັກການລວມ ຂອງລັດຖະບານ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ;
  4. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ, ລວມໝູ່, ປະຊາຊົນ ແລະ ພາກທຸລະກິດ.

ມາດຕາ 8 ແບບແຜນວິທີເຮັດວຽກ

  1. ເຮັດວຽກແບບມີແຜນງານ, ແຜນການ ແລະ ໂຄງການ ລະອຽດ, ແກ້ ໄຂ ວຽກ ງານ ຢ່າງ ມີ ຈຸດ ສຸມ ແລະ ມີເປົ້າ ໝາຍໃນແຕ່ລະໄລຍະ;
  2. ເຄື່ອນໄຫວວຽກງານໂດຍຖືເອົາລະບອບປະຊຸມສາມັນທຸກ 03 ເດືອນ ຫຼື ກໍລະນີມີຄວາມຈຳເປັນສາມາດເປີດກອງປະຊຸມວິສາມັນໄດ້ ເພື່ອຄົ້ນ ຄວ້າພິຈາລະນາ, ຊຸກຍູ້, ຕິດຕາ ມ, ຄຸ້ມ ຄອງ, ສະຫລຸບຖອດຖ ອນບົດຮຽນ, ຕີ ລາຄາ ຜົນ ໄດ້-ຜົນ ເສຍ ພ້ອມ ທັງ ລາຍ ງາ ນ ໃຫ້ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຢ່າງ ເປັນ ປົກກະ ຕິ;
  3. ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການອື່ນທີ່ກ່ຽວຂ້ອງ ລະ ຫວ່າງ ຂັ້ນ ສູນ ກາງ ແລະ ຂັ້ນ ແຂວງ ແນໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍຄວາ ມສະດວກ ຕໍ່ການດຳເນີນທຸລະກິດໃຫ້ສອດຄ່ອງກັບລະ ບຽບຫຼັກການ.

ມາດຕາ 9 ລະບຽບການດໍາເນີນກອງປະຊຸມ
ກອງເລຂາຄະນະກຳມະການອຳນວຍ ຄວາມ ສະດວກທາງ ດ້ານ ການ ຄ້າ ທີ່ ໄດ້ ຮັບ ການ ແຕ່ງ ຕັ້ງ ແລະ ບັນດາ ພາກສ່ວນ ທີ່ ກ່ຽວ ຂ້ອງ ຕ້ອງ ເຂົ້າ ຮ່ວມ ກອງ ປະຊຸມຕາມ ການ ເຊື້ອ ເຊີນ ເພື່ອນຳ ເໜີ ບັນຫາ ແລະ ປະກອບ ຄຳ ເຫັນ ທີ່ ນຳ ເຂົ້າພິຈາລະນາ ໃນ ກອງ ປະ ຊຸມ. ໃນ ກໍລະນີ ຈຳ ເປັນ ທີ່ບໍ່ ສາມາດ ເຂົ້າ ຮ່ວມ ໄດ້ ແມ່ນ ໃຫ້ ມອບ ໝາຍ ຜູ້ ຕາງໜ້າເຂົ້າ ຮ່ວມ ແທນ, ຜູ້ ເຂົ້າ ຮ່ວມ ກອງ ປະຊຸມ ມີ ສິດ ປະກອບ ຄຳ ເຫັນ ຕໍ່ທຸກ ບັນຫາ ທີ່ ນຳ ເຂົ້າ ພິຈາລະນາ ໃນ ກ ອງປະຊຸ ມ ຕິດ ພັນ ກັບ ວຽກງານ ຂະ ແໜງ ການ ຂອງ ຕົນ ຫຼື ຂະ ແໜງ ການ ທີ່ ກ່ຽວຂ້ອງ.

ໝວດທີ V
ບົດບັນຍັດສຸດທ້າຍ

ມາດຕາ 10 ງົບປະມານການເຄື່ອນໄຫວ
ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ມີງົບປະມານສະເພາະ ເພື່ອເຄື່ອນໄຫວວຽກງານ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ໂດຍອີງຕາມ ແຜ ນຍຸດ ທະ ສາດ/ແຜນດຳເນີນງານ ວຽກງານ ອຳນວຍ ຄວາມສະດວກ ທາງ ດ້ານ ການ ຄ້າ ໃນແຕ່ລະໄລຍະ.

ງົບປະມານສຳລັບການເຄື່ອນໄຫວຂອງກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ປະກອບມີ:

- ໃນໄລຍະ 2018-2022 ແມ່ນນຳໃຊ້ງົບປະມານຂອງໂຄງການ Lao PDR Competitiveness and Trade Project ທີ່ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາໃຫ້ການສະໜັບສະໜູນ. ພາຍຫຼັງສິ້ນສຸດໂຄງການ ແມ່ນນຳໃຊ້ງົບປະມານຂອງລັດຖະບານ ໂດຍໃຫ້ກອງເລຂາຄະນະກຳມະການດັ່ງກ່າວຂຶ້ນແຜນງົບປະມານບ່ວງບໍລິຫານປົກກະຕິ;
- ງົບປະມານຈາກການຊ່ວຍເຫຼືອຂອງຄູ່ຮ່ວມພັດທະນາ;
- ງົບປະມານຈາກພາກສ່ວນອື່ນໆ.

ມາດຕາ 11 ການຈັດຕັ້ງປະຕິບັດ
ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 12 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຮອງນາຍົກລັດຖະມົນຕີ
ຫົວໜ້າຄະນະ
ສອນໄຊ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 Decision on the Organization and Operation of the Trade Facilitation Committee Secretariat No. 001/NTFC, dated 26 December 2018 PDF
2 ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ເລກທີ 001/ຄອຄສ, ລົງວັນທີ 26 ທັນວາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.