ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2018 ປະຕິບັດໄດ້ 970 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະມານ 560 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ 409 ລ້ານໂດລາສະຫະລັດ.

  1. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນ 11 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ, ຄຳປະສົມ ແລະ ຄຳແທ່ງ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.

  1. ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະກອບມີ ພາຫະນະທາງບົກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຄື່ອງດື່ມ, ຊິ້ນສ່ວນອາໄຫຼ່ລົດ, ນໍ້າມັນແອັດຊັງ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ ສປປ ລາວສົ່ງອອກສິນຄ້າ

 ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດຫຼັກ ປະກອບມີ ຣຊ ໄທ, ສປ ຈີນ, ສສ ຫວຽດນາມ, ອິນເດຍ,ຍີ່ປຸ່ນ, ເຢຍລະມັນ, ສ ອາຣັບເອມີເຣທ໌ສ, ກຳປູເຈຍ ແລະ ອື່ນໆ.

  1. ຮູບສະແດງບັນດາປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າ

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດຫຼັກ ຄື: ຣຊ ໄທ, ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ, ສ ເກົາຫຼີ, ອິນໂດເນເຊຍ, ສິງກະໂປ, ເຢຍລະມັນ, ສ ອາເມລິກາ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.