ແຈ້ງການດັ່ງກ່າວນີ້ ໄດ້ກຳນົດທ່າ ຫຼື ສະຖານທີ່ ທີ່ນຳເຂົ້າ, ສົ່ງອອກ, ຜ່ານເຂົ້າ ແລະ ຜ່ານອອກລະຫວ່າງປະເທດໄທ ແລະ ປະເທດລາວ ຊຶ່ງສິນຄ້າຜ່ານແດນສາມາດຜ່ານເຂົ້າ ແລະ ຜ່ານອອກໄດ້ສະເພາະ ດ່ານພາສີໜອງຄາຍ, ດ່ານພາສີນະຄອນພະນົມ, ດ່ານພາສີມຸກດາຫານ, ດ່ານພາສີຊ່ອງເມກ, ດ່ານພາສີຊຽງຂອງ, ດ່ານພາສີບຶງການ, ດ່ານພາສີທ່າລີ່ (ໜອງຜື), ດ່ານພາສີຊຽງຄານ (ຄົກໄຜ່), ດ່ານພາສີເຂມມະລາດ (ປາກແຊງ) ແລະ ດ່ານພາສີທຸ່ງຊ້າງ (ຫ້ວຍໂກ໋ນ). ນອກຈາກນັ້ນ, ຍັງໄດ້ກຳນົດທ່າ ຫຼື ສະຖານທີ່ ທີ່ນຳເຂົ້າ ແລະ ສົ່ງອອກລະຫວ່າງປະເທດໄທ ກັບ ປະເທດທີ່ສາມ ຊຶ່ງສິນຄ້າຜ່ານແດນສາມາດນຳເຂົ້າ ແລະ ສົ່ງອອກໄດ້ສະເພາະ ຫ້ອງການພາສີທ່າເຮືອ ບາງກອກ, ຫ້ອງການພາສີທ່າເຮືອແຫຼມສະບັງ, ດ່ານພາສີມາບຕາພຸດ, ດ່ານພາສີແມ່ສອດ, ດ່ານພາສີແມ່ສາຍ, ດ່ານພາສີອະລັນຍາປະເທດ  ແລະ ດ່ານພາສີສຸໄຫງໂກລົກ.

ການກຳນົດເສັ້ນທາງໃນການຂົນສົ່ງສິນຄ້າຜ່ານແດນທີ່ສົ່ງໄປ ປະເທດລາວ ຫຼື ຈາກປະເທດລາວສົ່ງໄປປະເທດທີ່ສາມ ຕາມເສັ້ນທາງດັ່ງນີ້:

  • ແມ່ສາຍ ຫາ ບາງກອກ ເສັ້ນທາງເລີ່ມຈາກດ່ານພາສີແມ່ສາຍ ຜ່ານຊຽງຣາຍ-ພະເຍົາ-ລຳປາງ-ຕາກ-ກຳແພງເພັດ-ນະຄອນສະຫວັນ-ສິງບູລີ-ອ່າງທອງ-ອະຍຸດທະຍາ-ປະທຸມທານີ-ບາງກອກ. ໂດຍໃຊ້ເສັ້ນທາງຫຼວງເລກທີ 01 , 32 ແລະ ທາງຫຼວງພິເສດລະຫວ່າງເມືອງເລກທີ 09.
  • ຊຽງຂອງ ຫາ ຊຽງຣາຍ ເສັ້ນທາງເລີ່ມຈາກດ່ານພາສີຊຽງຂອງຈົນຮອດຊຽງຣາຍ ໂດຍໃຊ້ເສັ້ນທາງຫຼວງເລກທີ 1020 ແລະ 1152. 
  • ໜອງຄາຍ ຫາ ບາງກອກ ເສັ້ນທາງເລີ່ມຈາກໜອງຄາຍ ຜ່ານອຸດອນທານີ-ຂອນແກ່ນ-ນະຄອນລາດຊະສີມາ-ສະລະບຸລີ-ປະທຸມທານີ-ບາງກອກ. ໂດຍໃຊ້ເສັ້ນທາງຫຼວງເລກທີ 02 ແລະ 01. 
  • ມຸກດາຫານ ຫາ ແມ່ສອດ ເສັ້ນທາງເລີ່ມຈາກມຸກດາຫານ ຜ່ານກາລະສິນ-ຂອນແກ່ນ-ພິດຊະນຸໂລກ-ສຸໂຂໄທ-ຕາກ-ເມືອງແມ່ສອດ. ໂດຍໃຊ້ເສັ້ນທາງຫຼວງເລກທີ 2042, 413, 209, 12 ແລະ 105. 
  • ຫິນກອງ ຫາ ອະລັນຍາປະເທດ  ເສັ້ນທາງເລີ່ມຈາກຫິນກອງ (ແຍກທາງຫຼວງໝາຍເລກ 01) ຜ່ານນະຄອນນາຍົກ-ປາຈິນບຸລີ-ສະແກ້ວ-ເມືອງອະລັນຍາປະເທດ  (ຊາຍແດນກຳປູເຈຍ) ໂດຍໃຊ້ເສັ້ນທາງຫຼວງໝາຍເລກ 33. 
  • ນະຄອນລາດຊະສີມາ ຫາ ມາບຕາພຸດ ເສັ້ນທາງເລີ່ມຈາກ ນະຄອນລາດຊະສີມາ ຜ່ານເມືອງກະບິນບຸລີ-ເມືອງພະນົມສາລະຄາມ-ມາບຕາພຸດ ໂດຍໃຊ້ເສັ້ນທາງຫຼວງເລກທີ 304, 331, 36 ແລະ 3191. 
  • ບາງກອກ ຫາ ແຫຼມສະບັງ ເສັ້ນທາງເລີ່ມຈາກບາງກອກ ຜ່ານຊົນບຸລີ-ແຫຼມສະບັງ-ມາບຕາພຸດ ໂດຍໃຊ້ເສັ້ນທາງຫຼວງພິເສດລະຫວ່າງເມືອງເລກທີ 07 (ມໍເຕີເວບາງກອກ - ຊົນບຸລີສາຍໃໝ່) ແລະ ທາງຫຼວງເລກທີ 36.
  • ບາງກອກ ຫາ ສຸໄຫງໂກລົກ ເສັ້ນທາງເລີ່ມຈາກບາງກອກ ຜ່ານສະໝຸດສາຄອນ-ສະໝຸດສົງຄາມ-ເພັດຊະບຸລີ-ປະຈວບຄິລິຂັນ-ຊຸມພອນ-ພັດທະລຸງ-ປັດຕານີ-ນາລາທິວາດ-ສຸໄຫງໂກລົກ ໂດຍໃຊ້ທາງຫຼວງໝາຍເລກທີ 35, 04, 41, 43, 42, 4084 ແລະ 4057. 
  • ນະຄອນລາດຊະສີມາ ຫາ ອຸບົນລາດຊະທານີ ຫາ ຊ່ອງເມັກ ເສັ້ນທາງເລີ່ມຈາກນະຄອນລາດຊະສີມາ ຜ່ານເມືອງໂຊກໄຊ-ເມືອງເດດອຸດົມ-ອຸບົນລາດຊະທານີ-ດ່ານພາສີຊ່ອງເມັກ ໂດຍໃຊ້ທາງຫຼວງເລກທີ 224, 24 ແລະ 217. 
  • ເມືອງສົມເດັດ ຫາ ສະກົນນະຄອນ ຫາ ນະຄອນພະນົມ ໃຊ້ທາງຫຼວງເລກທີ 213 ແລະ 22. 
ຂໍ້ມູນພາບ: https://www.flickr.com and https://www.alamy.com

 

ປະກາດນີ້ ມີຜົນສັກສິດຕັ້ງແຕ່ວັນຖັດໄປຈາກ ວັນລົງຈົດໝາຍເຫດທາງລັດຖະການ ຂອງ ຣາຊະອານາຈັກໄທ ໃນວັນທີ 13 ພະຈິກ 2017 ເປັນຕົ້ນໄປ.

 

ດາວໂຫຼດ: ປະກາດພາສາໄທ (ຕົ້ນສະບັບ)

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.