ຈຸດປະສົງຂອງກອງປະຊຸມແມ່ນເພື່ອນຳສະເໜີແຈ້ງສະມາຊິກກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ຮັບຊາບ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກຄອຄ ສະບັບເລກທີ 001/ຄອຄສ, ລົງວັນທີ 26 ທັນວາ 2018 ແລະ ປຶກສາຫາລືປະກອບຄຳເຫັນຕໍ່ກັບເນື້ອໃນຂອງຮ່າງຄຳສັ່ງ ຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບ ການອຳນວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.