ໃນພິທີເຊັນສັນຍາ ທີ່ຈັດຂຶ້ນທີ່ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານເອກອັກຄະລັດຖະທູດ ຄາຣາສ໌ໂກ ໄດ້ ກ່າວວ່າ: “ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານໂລກ ເພື່ອປັບ ປຸງຄວາມສະດວກໃນການດໍາເນີນທຸລະກິດ, ການຄ້າ ແລະ ຄວາມສາມາດໃນການແຂ່ງຂັນຂອງບັນດາຫົວ ໜ່ວຍທຸ ລະກິດໃນລາວ. ການຊ່ວຍເຫຼືອຂອງພວກເຮົາ ຕໍ່ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈະຊ່ວຍໃຫ້ ປະເທດລາວພັດທະນາພາກເອກະຊົນ, ເຊື່ອມໂຍງເສດຖະກິດເຂົ້າສູ່ພາກພື້ນແລະສາກົນ ພ້ອມທັງຈັດຕັ້ງປະຕິບັດຕາມກົດລະບຽບສາກົນທີ່ສົ່ງເສີມສະເຖຍລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກ ພື້ນຂອງພວກເຮົາ.”

ທຶນຊ່ວຍເຫຼືອລ້າຖືກສະໜອງໃຫ້ຜ່ານກອງທຶນຜູ້ໃຫ້ທຶນຫຼາຍຝ່າຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ສປປ ລາວ ບໍລິຫານໂດຍທະນາຄານໂລກ ຈະເປັນການສືບຕໍ່ການຊ່ວຍເຫຼືອຂອງອົດສະຕຣາລີ ຕໍ່ບູລິ ມະສິດການປະຕິຮູບເສດຖະກິດຂອງລັດຖະບານແຫ່ງ ສປປ ລາວ ເຊິ່ງປະກອບດ້ວຍການຈັດຕັ້ງປະຕິບັດ ຄໍາສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 2 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ. ການຊ່ວຍເຫຼືອຂອງອົດສະຕຣາລີຈະເປັນສ່ວນໜຶ່ງໃນການສ້າງວຽກເຮັດງານທໍາໃຫ້ເພີ່ມຂຶ້ນ ແລະ ສ້າງໂອກາດໃນການສ້າງລາຍຮັບໃຫ້ຄົນລາວ.

ໃນພິທີເຊັນສັນຍາ ທ່ານເອກອັກຄະລັດຖະທູດ ກາລາດສ໌ໂກ ໄດ້ກ່າວວ່າ: “ອົດສະຕຣາລີ ມີຄວາມພາກພູມໃຈຕໍ່ການຊ່ວຍເຫຼືອໄລຍະຍາວຂອງພວກເຮົາໃຫ້ແກ່ການອໍານວຍຄວາມສະດວກ ດ້ານການຄ້າ, ການພັດທະນາພາກເອກະຊົນ ແລະ ການປະຕິຮູບເສດຖະກິດ. ໃນໄລຍະໜຶ່ງທົດສະວັດຜ່ານມາ ໂດຍ ຜ່ານໂຄງການພັດທະນາດ້ານການຄ້າ ໄລຍະ 1 ແລະ 2, ອົດສະຕຣາລີ ໄດ້ໃຫ້ທຶນຊ່ວຍເຫຼືອຫຼາຍກວ່າ 12 ລ້ານໂດ ລ້າອົດສະຕຣາລີ ເພື່ອສະໜັບສະໜູນວຽກງານອໍານວຍຄວາມສະດວກດ້ານການຄ້າ ແລະ ການພັດທະນາພາກ ເອກະຊົນໃນ ສປປ ລາວ ໃນນີ້ລວມທັງການສະໜັບສະໜູນໃຫ້ລາວເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ປະຕິບັດ ຕາມພັນທະຂອງສະມາຊິກອົງການການຄ້າໂລກ”. ໃນເດືອນກໍລະກົດ ປີ 2018 ອົດສະຕຣາລີໄດ້ຖືກເລືອກໃຫ້ເປັນປະທານຮ່ວມຂອງກອງປະຊຸມຂະແໜງການຄ້າ ແລະ ພາກເອກະຊົນ, ເຊິ່ງເປັນກົນໄກໃນການປະສານງານລະຫວ່າງຄູ່ຮ່ວມພັດທະນາ ແລະ ເປັນສ່ວນໜຶ່ງຂອງກອງ ປະຊຸມໂຕະມົນກ່ຽວກັບການພັດທະນາ.

ທ່ານ ຄາຣາສ໌ໂກ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ (ດ້ານຂວາ) ແລະ ທ່ານ ນິໂກລາ ພົນທາຣາ, ຜູ້ຈັດການທະນາຄານໂລກປະຈໍາ ສປປ ລາວ (ດ້ານຊ້າຍ) ແລະ ເປັນສັກຂີພະຍານໃນພິທີເຊັນສັນຍາໂດຍ ພະນະທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ທາງກາງ)

 

ທ່ານ ນິໂກລາ ພົນທາຣາ, ຜູ້ຈັດການທະນາຄານໂລກປະຈໍາ ສປປ ລາວ ໄດ້ກ່າວວ່າ: “ການສ້າງຄວາມເຂັ້ມແຂງ ໃຫ້ພາກເອກະຊົນໃນ ສປປ ລາວ ເປັນບູລິມະສິດທີ່ສໍາຄັນຂອງການພັດທະນາ ເພາະເປັນຂະແໜງການທີ່ສາມາດ ສ້າງວຽກເຮັດງານທໍາ ແລະ ເຮັດໃຫ້ເສດຖະກິດເຕີບໃຫຍ່ຢ່າງຮອບດ້ານ. ໂຄງການນີ້ມີຈຸດປະສົງເພື່ອຮັບປະກັນວ່າ ບັນດາຫົວໜ່ວຍທຸລະກິດໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ, ທຸລະກິດທີ່ບໍລິຫານໂດຍຜູ້ຍິງ ແລະ ບັນດາ ທຸລະກິດທີ່ຢູ່ນອກສູນກາງເສດຖະກິດຫຼັກ ສາມາດໄດ້ຮັບປະໂຫຍດຈາກການປະຕິຮູບຂອງພາກລັດ. ພວກເຮົາມີ ຄວາມຍິນດີສືບຕໍ່ການຮ່ວມມືທີ່ມີມານານກັບອົດສະຕຣາລີໃນວາລະທີ່ສໍາຄັນນີ້”

ພະນະທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຊິ່ງເປັນສັກຂີພະຍານໃນພິທີເຊັນສັນຍາການຊ່ວຍເຫຼືອ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ແມ່ນໜຶ່ງໃນຄູ່ຮ່ວມພັດທະນາຫຼັກ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ໃນໄລຍະຫຼາຍທົດສະວັດທີ່ຜ່ານມາ. ທຶນຊ່ວຍເຫຼືອດ້ານການພັດທະນາຈາກອົດສະຕຣາລີ ໄດ້ປະກອບສ່ວນອັນສຳຄັນໃນຂະແໜງການສຶກສາ, ການພັດທະນາເຂດຊົນນະບົດ ແລະ ການປັບປຸງການຄ້າ. ໂດຍສະເພາະແມ່ນທຶນຊ່ວຍເຫຼືອລ້າ ທີ່ລັດຖະບານອົດສະຕຣາລີໄດ້ມອບເຂົ້າໃນບ້ວງທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ທີ່ຫ້ອງການທະນາຄານໂລກເປັນຜູ້ບໍລິຫານ, ເຊິ່ງເປັນການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເຊື່ອມໂຍງລະບົບການຄ້າເຂົ້າສູ່ພາກພື້ນ ແລະ ສາກົນ, ທັງເປັນການປັບປຸງຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຂອງຂະແໜງການທີ່ບໍ່ແມ່ນຊັບພະຍາກອນທຳມະຊາດອີກດ້ວຍ”.

“ເນື່ອງຈາກໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ, ອົດສະຕຣາລີ ແລະ ໄອແລນ, ພວກຂ້າພະເຈົ້າ ຈະໄດ້ຈັດກອງປະຊຸມເປີດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ, ເຊິ່ງມີເປົ້າໝາຍປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ພາກເອກະຊົນໄດ້ເຕີບໃຫຍ່ຂະຫຍາຍໂຕຂຶ້ນນັບມື້. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນເພື່ອພັດທະນາ ສປປ ລາວ ໃນໄລຍະຜ່ານມາຮອດປະຈຸບັນ ແລະ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມເຮັດວຽກກັບທີມງານອົດສະຕຣາລີ ເພື່ອຈັດຕັ້ງປະຕິບັດບູລິມະສິດຂອງການພັດທະນາ ພິເສດໃນຂົງເຂດການຄ້າ ແລະ ການລົງທຶນໃນຊຸມປີຕໍ່ໜ້ານີ້”.    

ການຊ່ວຍເຫຼືອຂອງອົດສະຕຣາລີ ໃຫ້ແກ່ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ແມ່ນເປັນພາກສ່ວນໜຶ່ງຂອງຄໍາໝັ້ນສັນຍາຂອງອົດສະຕຣາລີເພື່ອຮັບປະກັນໃຫ້ພາກພື້ນ ອິນໂດ-ປາຊິຝິກ ມີສະເຖຍລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ບົນພື້ນຖານລະບຽບຂອງສາກົນ.

ມູນຄ່າລວມການຄ້າທາງດ້ານສິນຄ້າລະຫວ່າງລາວ ແລະ ອົດສະຕຣາລີໃນສົກປີ 2017/2018 ມີປະມານ 43 ລ້ານໂດລາອົດສະຕຣາລີ. ສ່ວນການຄ້າທາງດ້ານການບໍລິການແມ່ນມີປະມານ 68 ລ້ານໂດລ້າອົດສະຕຣາລີ.

ຂໍ້ມູນພາບ ແລະ ຂ່າວ: http://www.t4dlaos.org

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.