ກົມການນຳເຂົ້າສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນ ຫ້ອງການປະຈໍາຂອງ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ໂດຍສະເພາະຕົວຊີ້ວັດທີ 8 “ການຄ້າລະຫວ່າງປະເທດ” ແລະ ແຜນວຽກປັບປຸງໃນປີ 2019 ໃນວັນທີ 21 ກຸມພາ 2019, ໂດຍການເປັນປະທານຂອງ ທ່ານ ປອ ແກ້ວມໍລະກົດ ສິດລາກອນ, ຮອງຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ມີຜູ້ເຂົ້າຮ່ວມຈາກພາກທຸລະກິດ ລວມທັງໝົດ 33 ທ່ານ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອນໍາສະເໜີຜົນການປັບປຸງຕົວຊີ້ວັດການຄ້າລະຫວ່າງປະເທດ (Trading Across Border) ຕາມຄໍາສັ່ງ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລື ກ່ຽວກັບ ແຜນການປັບປຸງວຽກງານດັ່ງກ່າວໃນປີ 2019.

ທ່ານ ປອ ແກ້ວມໍລະກົດ ສິດລາກອນ ໄດ້ກ່າວວ່າ "ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດການຄ້າ ກັບ ສາກົນ ແລະ ພາກພື້ນ ເວົ້າສະເພາະກໍຄືຂອບອົງການການຄ້າໂລກ ແລະ ອາຊຽນ, ເຮັດໃຫ້ ສປປ ລາວ ໃນນາມເປັນໜຶ່ງໃນປະເທດສະມາຊິກ ຕ້ອງໄດ້ປັບປຸງບັນດານິຕິກໍາ, ມາດຕະການ ແລະ ຂັ້ນຕອນ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ເຄື່ອນຍ້າຍສິນຄ້າພາຍໃນ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ ເພື່ອໃຫ້ສອດຄ່ອງກັບບັນດາກົດໝາຍ ແລະ ລະບຽບການຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເຮົາເປັນພາຄີ".

ໃນໄລຍະຜ່ານມາ, ເຖິງແມ່ນວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກມາດຕະການ ແລະ ກົນໄກຫຼາຍຮູບການ ເພື່ອປະຕິຮູບແວດລ້ອມໃນການດໍາເນີນທຸລະກິດໃນ ສປປ ລາວ ໃຫ້ຢູ່ໃນລໍາດັບທີ່ດີຂື້ນ ເປັນຕົ້ນແມ່ນ ຄໍາສັ່ງ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດຂອງນາຍົກລັດຖະມົນຕີ, ສປປ ລາວ ກໍຍັງມີບາງໝວດຕົວຊີ້ວັດ ແມ່ນມີລໍາດັບດີຂື້ນຕາມລໍາລັບ ເປັນຕົ້ນແມ່ນໝວດຕົວຊີ້ວັດການຄ້າຂ້າມແດນ ແມ່ນໄດ້ມີການປັບປຸງລໍາດັບດີຂຶ້ນ ແບບ ກ້າວ ກະ ໂດດ ໂດຍມີການປັບປຸງອັນດັບລວມຂອງຕົວຊີ້ວັດ ແມ່ນດີຂຶ້ນ 48 ອັນດັບ, ຈາກ 124 ໃນປີ 2018 ມາເປັນ 76 ໃນປີ 2019 ຫຼື ບັນລຸໄດ້ 38.7% (ເປົ້າໝາຍແມ່ນ 50%). ສົບທຽບໃນປະເທດອາຊຽນ ສປປ ລາວ ຈັດຢູ່ໃນອັນດັບທີ 4 (ຮອງຈາກສິງກະໂປ, ມາເລເຊຍ ແລະ ໄທ). ເວລາໃນການດໍາເນີນເອກະສານຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຫຼຸດລົງ 156 ຊົ່ວໂມງ (6.5 ວັນ) ຈາກ 216 ຊົ່ວໂມງ (09 ວັນ) ມາເປັນ 60 ຊົ່ວໂມງ (2.5 ວັນ).  ເວລາໃນການດໍາເນີນການຢູ່ດ່ານນໍາເຂົ້າ ແລະ ສົ່ງອອກ ຫຼຸດລົງ 3 ຊົ່ວໂມງຄື: ການນໍາເຂົ້າ ຫຼຸດລົງຈາກ 14 ມາເປັນ 11 ຊົ່ວໂມງ, ການສົ່ງອອກ ຫຼຸດລົງຈາກ 12 ມາເປັນ 9 ຊົ່ວໂມງ. ຄ່າໃຊ້ຈ່າຍໃນການດໍາເນີນການຢູ່ດ່ານນໍາເຂົ້າ ແລະ ສົ່ງອອກ ເພີ່ມຂຶ້ນ: ການນໍາເຂົ້າ ເພີ່ມຂຶ້ນ 71 USD ຈາກ 153 USD ມາເປັນ 224 USD. ການສົ່ງອອກ ເພີ່ມຂຶ້ນ 67 USD ຈາກ 73 USD ມາເປັນ 140 USD.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://www.birminghambusinessalliance.com

 

ນອກນັ້ນ, ໃນກອງປະຊຸມຍັງໄດ້ສະເໜີແຜນວຽກອໍານວຍຄວາມສະດວກທາງດ້ານການຄ້າ ແລະ ປັບປຸງຕົວຊີ້ວັດການຄ້າລະຫວ່າງປະເທດ ໃນປີ 2019 ເປັນຕົ້ນແມ່ນ ນໍາໃຊ້ລະບົບ LNSW ແລະ ໃນການອອກອະນຸຍາດ, ຢັ້ງຢືນ ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ e-CO ຢ່າງເຕັມສ່ວນ; ລວມສູນການຊໍາລະເງິນຄ່າພາສີ, ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການອື່ນໆ ທີ່ກ່ຽວຂ້ອງກັບການນໍາເຂົ້າ ແລະ ສົ່ງອອກ ຜ່ານທາງເອເລັກໂຕຣນິກ ຫຼື ບັດ smart tax ໃຫ້ເປັນເອກະພາບທຸກດ່ານທົ່ວປະເທດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.