ສາລະບານ

1. ຂອບເຂດໃບຢັ້ງຢືນກະສິກໍາອິນຊີ
2. ຂັ້ນຕອນການຢັ້ງຢືນກະສິກໍາອິນຊີ

2.1 ການຂຽນໃບສະໝັກ ແລະ ຢື່ນໃບສະໝັກ
2.2 ການຂໍຖອນໃບສະໝັກ

3. ປະເພດການສະໝັກ ແລະ ຢື່ນກະສິກໍາອິນຊີ

3.1 ການບໍລິການເພື່ອການສົ່ງອອກ.
3.2 ການຢັ້ງຢືນປັດໃຈການຜະລິດກະສິກໍາອິນຊີ

4. ເງື່ອນໄຂທີ່ຕ້ອງປະຕິບັດສໍາລັບຜູ້ຜະລິດ ແລະ ຜູ້ປະກອບການ
5. ການກວດກາຟາມ ແລະ ສະຖານທີ່ປະກອບການ

5.1 ນັກກວດກາ
5.2 ປະເພດການກວດກາ
5.3 ວິທີການກວດກາ
5.4 ການສຸ່ມຕົວຢ່າງເພື່ອກວດກາວິເຄາະຫາສານພິດຕົກຄ້າງ
5.5 ການສຸ່ມຕົວຢາງເພື່ອກວດກາວິເຄາະຫາສານປົນເປື້ຶອນ

6. ການກວດກາ ແລະ ການຢັ້ງຢືນກະສິກໍາອິນຊີ
7. ການແຈ້ງຜົນການຢັ້ງຢືນ ແລະ ອອກໃບຢັ້ງຢືນ

7.1 ການແຈ້ງຜົນການຢັ້ງຢືນ
7.2 ການອອກໃບຢັ້ງຢືນ

8. ການສະເໜີຂໍພິຈາລະນາຜົນການຢັ້ງຢືນຄືນໃໝ່
9. ກົດລະບຽບການນໍາໃຊ້ກາໝາຍກະສິກໍາອິນຊີ

10. ການລະເມີດມາດຕະຖານກະສິກໍາອິນຊີຂອງ ສປປ ລາວ
11. ການໂຈະ ແລະ ຖອນໃບຢັ້ງຢືນ
12. ການຕໍ່ອາຍຸໃບຢັ້ງຢືນ

12.1. ການສະໝັກຂໍການຢັ້ງຢືນເພີ່ມເຕີມ
12.2. ການສະໝັກຂໍການຢັ້ງຢືນການຜະລິດພືດຄູ່ຂະໜານ

13. ການຮຽກຮ້ອງ
14. ຄ່າທໍານຽມການສະໝັກຂໍຢັ້ງຢືນມາດຕະຖານກະສິກໍາອິນຊີ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຄູ່ມື
ການຂໍຢັ້ງຢືນກະສິກໍາອິນຊີຂອງລາວ
ກົມປູກຝັງ, ພະແນກມາດຕະຖານ

ນະຄອນຫລວງວຽງຈັນ, ສິງຫາ 2011

ຄໍານໍາ

   ເພື່ອຜັນຂະຫຍາຍນະໂຍບາຍຂອງພັກ  ວ່າດ້ວຍການຜະລິດກະສິກໍາສະອາດ, ແຜນງານຜະລິດພືດສະບຽງ ແລະ ພືດເປັນສິນຄ້າ ຂອງຂະແໜງການກະສິກໍາ ແລະ ປ່າໄມ້, ກົມປູກຝັງ ໄດ້ພະຍາຍາມສ້າງບັນດານິຕິກໍາ ແລະ ລະບຽບການຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ ພາກສ່ວນຕ່າງໆ ນໍາໃຊ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

   ຄູ່ມືການຂໍຢັ້ງຢືນກະສິກໍາອິນຊີ ຂອງລາວ ໄດ້ສ້າງຂື້ນມາເພື່ອເປັນຄູ່ມື ແນະນໍາ ແລະ ເປັນສິ່ງອໍານວຍຄວາມສະດວກ ໃຫ້ແກ່ ຜູ້ຜະລິດ-ຜູ້ປະກອບເອກະສານ ຜູ້ທີ່ມີຄວາມສົນໃຈ ທີ່ຈະຂໍການຢັ້ງຢືນກະສິກໍາອິນຊີ ຕະຫລອດເຖິງສ້າງຄວາມສະດວກໃຫ້ແກ່ນັກວິຊາການ ໃນການຮັບສະໝັກການຂໍການຢັ້ງຢືນຂອງ ຜູ້ຜະລິດ-ຜູ້ປະກອບການ ເຮັດໃຫ້ການຂໍການຢັ້ງຢືນເປັນໄປຕາມຂັ້ນຕອນ, ມີຄວາມສະດວກ, ງາຍດາຍ, ບໍ່ສັບສົນ ແລະ ປະຢັດເວລາ ແລະ ທັງເປັນການສົ່ງເສີມ ໃຫ້ມີການຂໍການຢັ້ງຢືນ ຈາກຜູ້ຜະລິດ-ຜູ້ປະກອບການເພີ່ມຂື້ນ.

   ປື້ມຄູ່ມືສະບັບນີ້ໄດ້ຮຽບຮຽງ ແລະ ພັດທະນາມາຈາກບົດຮຽນຕົວຈິງ ແລະ ເອກະສານອ້າງອີງຈາກແຫລ່ງຕ່າງໆ. ດັ່ງນັ້ນ, ກົມປູກຝັງຫວັງຢ່າງຍິງວ່າຄູ່ມື ສະບັບນີ້ ຈະອໍານວຍຄວາມສະດວກໃນທາງປະຕິບັດ ໃຫ້ແກ່ກຸ່ມຜູ້ຜະລິດ ແລະ ຜູ້ປະກອບການນໍາໄປ ໝູນໃຊ້ເພື່ອຂໍການຢັ້ງຢືນກະສິກໍາອິນຊີ.

   ປື້ມຄູ່ມືສະບັບນີ້ໄດ້ຈັດພິມເປັນຄັ້ງທໍາອິດ. ດັ່ງນັ້ນ, ຈິ່ງປາສະຈາກບໍ່ໄດ້ ຂໍ້ຂາດຕົກບົກຜ່ອງດ້ານຕ່າງໆ. ຊຶ່ງກົມປູກຝັງ ພ້ອມຍອມຮັບ ຄໍາຕໍານິຊິຊົມ ເພື່ອເອົາມາປັບປຸງແກ້ ໄຂເຮັດໃຫ້ປຶ້ມຄູ່ມືຫົວນີ້ ມີເນື້ອໃນຄົບຖ້ວນ ແລະ ສົມບູນຂື້ນເລື້ອຍໆ

ຫົວໜ້າກົມປູກຝັງ
ດຣ. ມົນທາທິບ ຈັນເພັງໄຊ


1. ຂອບເຂດໃບຢັ້ງຢືນກະສິກໍາອິນຊີ

ຂອບເຂດໃບຢັ້ງຢືນກະສິກໍາອິນຊີຂອງ ສປປ ລາວ ປະກອບດ້ວຍ 3 ມາດຕະຖານຄື:

  1. ການອອກໃບຢັ້ງຢືນມາດຕະຖານການຜະລິດພືດ
  2. ການອອກໃບຢັ້ງຢືນມາດຕະຖານການປຸງແຕ່ງ ແລະ ຫລັງການເກັບກ່ຽວ
  3. ການອອກໃບຢັ້ງຢືນມາດຕະຖານການເກັບຜົນຜະລິດຈາກປ່າ. ຂ້າງເທິງ

2. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍການຢັ້ງຢືນ. ຂັ້ນຕອນຂໍການຢັ້ງຢືນປະກອບມີດັ່ງນີ້:
2.1. ການຂຽນໃບສະໝັກ ແລະ ຢື່ນໃບສະໝັກ

   ຜູ້ສະໝັກຕ້ອງປະກອບຂໍ້ມູນໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ຊັດເຈນກັບຄວາມເປັນຈິງ ໃສ່ແບບຟອມການສະຫມັກ ຂໍການຢັ້ງຢືນກະສິກໍາ ອິນຊີລາວ.

   ແບບຟອມການສະຫມັກຂໍການຢັ້ງຢືນກະສິກໍາອິນຊີລາວ ປະກອບມີ 2 ແບບຟອມຄື: (1) ແບບຟອມການສະຫມັກຂໍການຢັ້ງຢືນຟາມ ແລະ (2) ແບບຟອມການສະຫມັກຂໍການຢັ້ງຢືນການປຸງແຕ່ງ.

   ໃນກໍລະນີທີ່ທ່ານສະໝັກ ຂໍການຢັ້ງຢືນທັງຟາມ ແລະ ການປຸງແຕ່ງ, ສາມາດຂຽນໃສ່ແບບຟອມ ຂໍການຢັ້ງຢືນກະສິກໍາອິນຊີ. ຂ້າງເທິງ

2.2. ການຂໍຖອນໃບສະໝັກ

   ໃນກໍລະນີທີ່ຜູ້ສະໝັກ ສົ່ງໃບສະໝັກ ແລະ ຊໍາລະຄ່າທໍານຽມພື້ນຖານ ໃຫ້ໜ່ວຍງານອອກໃບຢັ້ງຢືນແລ້ວ ແຕ່ຕ້ອງການຂໍຖອນໃບສະໝັກ ອອກຈາກການສະໝັກ ຫລື ຕໍ່ອາຍຸມີຂໍ້ປະຕິບັດດັ່ງນີ້:

  • ການຖອນໃບສະໝັກຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ໜ່ວຍງານອອກໃບຢັ້ງຢືນ ແລະ ຄ່າໃຊ້ຈ່າຍທີ່ຜູ້ສະໝັກ ຈ່າຍໃຫ້ກັບ ໜ່ວຍງານອອກໃບຢັ້ງຢືນໄປແລ້ວ ຈະບໍ່ໄດ້ຈ່າຍຄືນໃນທຸກກໍລະນີ. ຂ້າງເທິງ

3. ປະເພດການສະໝັກຂໍການຢັ້ງຢືນກະສິກໍາອິນຊີ

   ການສະໝັກຂໍຢັ້ງຢືນກະສິກໍາອິນຊີ ແບ່ງອອກເປັນ 4 ປະເພດຕາມຫລັກການຜະລິດ ແລະ ການປະກອບການຄື:

ປະເພດການສະໝັກ

ຜູ້ສະໝັກ

ລາຍການຢັ້ງຢືນ

  1. ການຂໍຢັ້ງຢືນຟາມ

ຜູ້ຜະລິດ ຫລື ຜູ້ປະກອບການ ທີ່ເຮັດຟາມ ກະສິກໍາອິນຊີ

  • ຟາມແລະຜົນຜະລິດໃນຟາມ
  • ການບັນຈຸຜົນຜະລິດກະສິກໍາອິນຊີ
  • ການປຸ່ງແຕ່ງໃນຄອບຄົວ ຫລື ການປຸ່ງແຕ່ງຂະໜາດນ້ອຍ ໃຊ້ຜົນຜະລິດກະສິກໍາອິນຊີ ຈາກຟາມຕົນເອງ.
  1. ການຂໍຢັ້ງຢືນການປຸງແຕ່ງ

ຜູ້ຜະລິດ ຫລື ຜູ້ປະກອບການທີ່:

  • ປຸງແຕ່ງຜົນຜະລິດກະສິກໍາ ອິນຊີຂອງຕົນ.
  • ປຸງແຕ່ງນໍາຜົນຜະລິດ ກະສິກໍາອິນຊີຂອງຜູ້ອື່ນ ຫລື ເປັນສ່ວນປະສົມໃນການປຸງແຕ່ງ.
  • ເກັບຊື້ຜົນຜະລິດສະກິກໍາອິນຊີ ມາເຮັດການບັນຈຸໃໝ່ ແລະ ຈໍາໜ່າຍ.
  • ການປຸງແຕ່ງ
  • ຜະລິດຕະພັນຈາກການປຸງແຕ່ງ
  • ການບັນຈຸ
  1. ການຂໍຢັ້ງຢືນແບບກຸ່ມ

ກຸ່ມຜູ້ຜະລິດ ຫລື ຜູ້ປະກອບການທີ່:

  • ເຮັດການຜະລິດກະສິກໍາອິນຊີ ແລະ ມີການປຸງແຕ່ງຜົນຜະລິດ ເພື່ອຈໍາໜ່າຍຮ່ວມກັນ.
  • ການປຸງແຕ່ງ
  • ຜະລິດຕະພັນຈາກການປຸງແຕ່ງ
  • ການບັນຈຸ
  1. ການຂໍຢັ້ງຢືນຜົນຜະລິດ ຈາກປ່າ

ເປັນສະມາຊິກໃນບ້ານ ຫລື ກຸ່ມຄຸ້ມຄອງ ແລະ ນໍາໃຊ້ທີ່ຈະເຮັດການເກັບກູ້ເຄື່ອງປ່າຂອງດົງ

  • ຜົນຜະລິດຈາກປ່າ
  • ການບັນຈຸ
  • ການປຸ່ງແຕ່ງໃນຄອບຄົວ ຫລື ການປຸ່ງແຕ່ງເປັນກຸ່ມ.

   ນອກຈາກການສະໝັກ ຂໍການຢັ້ງຢືນກະສິກໍາອິນຊີຂ້າງເທິງນັ້ນແລ້ວ ທາງໜ່ວຍງານອອກໃບຢັ້ງຢືນຍັງມີການບໍລິການເພີ່ມເຕີມຄື:

3.1. ການບໍລິການເພື່ອສົ່ງອອກ

   ໜ່ວຍງານອອກໃບຢັ້ງຢືນ ສາມາດອໍານວຍຄວາມສະດວກ ແລະ ການຕິດຕໍ່ປະສານງານກັບ ອົງການກວດກາການຢັ້ງຢືນສາກົນ ໂດຍຜ່ານອົງການກວດກາການຢັ້ງຢືນ ເປັນສະມາຊິກຢູ່ເຊັ່ນ: ທ່ານສາມາດສົ່ງໄປປະເທດເອີລົບ, ສະຫະລັດອາເມລິກາ ແລະ ປະເທດຍີ່ປຸ່ນ. ຂ້າງເທິງ

3.2. ການຢັ້ງຢືນປັດໄຈການຜະລິດກະສິກໍາອິນຊີ

   ໜ່ວຍງານອອກໃບຢັ້ງຢືນ ສາມາດອອກໃບຢັ້ງຢືນປັດໃຈການຜະລິດທີ່ມີຊື່ການຄ້າ ແລະ ຕ້ອງການນໍາໄປຈັດຈໍາໜ່າຍ ໃຫ້ແກ່ຜູ້ຜະລິດ ພາຍໃຕ້ການຢັ້ງຢືນຂອງໜ່ວຍງານອອກໃບຢັ້ງຢືນ. ຂ້າງເທິງ

4. ເງື່ອນໄຂທີ່ຕ້ອງປະຕິບັດ ສໍາລັບຜູ້ຜະລິດ ແລະ ຜູ້ປະກອບການ

   ຜູ້ຜະລິດ-ຜູ້ປະກອບການ ສະຫມັກຂໍການຢັ້ງຢືນກະສິກໍາອິນຊີ ນໍາໜ່ວຍງານອອກໃບຢັ້ງຢືນ ຕ້ອງປະຕິບັດຕາມເງື່ອນໄຂຕ່າງໆດັ່ງນີ້:

  • ຕ້ອງເຮັດບົດບັນທຶກການຊື້, ການນໍາໃຊ້ປັດໃຈການຜະລິດ, ບັນຊີຊື້-ຂາຍ ຜົນຜະລິດອິນຊີ ພ້ອມທັງເກັບຮັກສາເອກະສານ ຊື້-ຂາຍຜົນຜະລິດ (ໃບຮັບເງິນ ແລະ ເອກະສານຕ່າງໆ)
  • ຕ້ອງເຮັດບົດບັນທຶກບັນຊີການຊື້ວັດຖຸດິບ, ການຂາຍຜົນຜະລິດ ແລະ ເອກະສານການຜະລິດ,
  • ຕ້ອງຍິນຍອມໃຫ້ນັກກວດກາ ເຂົ້າກວດກາໃນພື້ນທີ່ທັງໝົດ ທີ່ຢູ່ໃນການຄອບຄອງຂອງຕົນ (ທັງພື້ນທີ່ເປັນຂອງຕົນເອງ, ເຊົ່າ, ໃຫ້ເຊົ່າ) ລວມທັງສະຖານທີ່ປະກອບການ ( ທີ່ຂໍການຢັ້ງຢືນ ແລະ ບໍ່ຂໍການຢັ້ງຢືນ) ຕະຫລອດຮອດສະຖານທີເກັບເຄື່ອງມື, ສະຖານທີ່ເກັບຜົນຜະລິດ, ສະຖານທີ່ເກັບວັດຖຸດິມ ແລະ ທີ່ພັກ ໂດຍໜ່ວຍງານອອກໃບຢັ້ງຢືນ ບໍ່ຈໍາເປັນຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ.
  • ຕ້ອງແຈ້ງໃຫ້ໜ່ວຍງານອອກໃບຢັ້ງຢືນຊາບທັນທີ ຖ້າມີການປ່ຽນແປງໃດໆ ເກີດຂື້ນໃນການຜະລິດເຊັ່ນ: ຊະນິດພືດທີ່ປູກ ແລະ ສະຖານທີ່ປະກອບການ.
  • ຕ້ອງປະຕິບັດຕາມຂໍ້ກໍານົດ ແລະ ເງື່ອນໄຂອື່ນໆ ທີ່ທາງໜ່ວຍງານອອກໃບຢັ້ງຢືນວາງອອກ. ຂ້າງເທິງ

5. ການກວດກາຟາມ ແລະ ສະຖານທີ່ປະກອບການ
5.1. ນັກກວດກາ

   ນັກກວດກາແມ່ນເຈົ້າໜ້າທີ່ ທີ່ໄດ້ຮັບການຝຶກອົບຮົມດ້ານວິຊາສະເພາະທີ່ກ່ຽວຂ້ອງ, ມີຄວາມຮູ້ ແລະ ຄວາມຊໍານານດ້ານການຜະລິດ ກະສິກໍາອິນຊີ ແລະ ໄດ້ຂື້ນທະບຽນເປັນຜູ້ກວດກາຂອງໜ່ວຍງານອອກໃບຢັ້ງຢືນ.

   ນັກກວດກາມີໜ້າທີ່ກວດກາສະຖານທີ່ເຮັດການຜະລິດ ແລະ ສະຖານທີ່ປະກອບການ ຕາມທີ່ລະບຸໃນເອກະສານ (ໃບສະໝັກ/ໃບຈຕໍ່ອາຍຸ) ພ້ອມທັງກວດກາການເຮັດວຽກ ແລະ ວິທີການປະຕິບັດຕ່າງໆ ຂອງຜູ້ຜະລິດ-ຜຸ້ປະກອບການ.

   ໜ່ວຍງານອອກໃບຢັ້ງຢືນ ຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ ຂອງນັກກວດກາ. ນັກກວດກາບໍ່ມີສິດ ໃນການຮຽກຮ້ອງຄ່າໃຊ້ຈ່າຍໃດໆ ຈາກຜູ້ຜະລິດ-ຜູ້ປະກອບການ ລວມທັງບໍ່ອະນຸຍາດໃຫ້ ນັກກວດກາຮັບຂອງຂັວນ ຫລື ສິ່ງທີ່ມີມູນຄ່າ ຈາກຜູ້ຜະລິດ-ຜູ້ປະກອບການ.

   ໃນກໍລະນີ ນັກກວດກາໄດ້ມີພືດຕິກໍາທີ່ບໍ່ເໝາະສົມ ຜູ້ຜະລິດ-ຜູ້ປະກອບການສາມາດສະເໜີ ຕໍ່ໜ່ວຍງານອອກໃບຢັ້ງຢືນ. ຂ້າງເທິງ

5.2 ປະເພດການກວດກາ

   ການກວດກາແບ່ງອອກເປັນ 3 ປະເພດ:

  1. ການກວດກາຄັ້ງທໍາອິດ (Initial Inspection) ແມ່ນການກວດກາສະຖານທີ່ການຜະລິດ ແລະ ສະຖານທີ່ປະກອບການ ເພື່ອປະເມີນຜົນການປະຕິບັດງານ ຂອງຜູ້ຜະລິດ-ຜຸ້ປະກອບການ. ການກວດກາຄັ້ງທໍາອິດ ຈະມີການນັດໝາຍລ່ວງໜ້າ ແລະ ຜູ້ຜະລິດ-ຜຸ້ປະກອບການ ຫລື ຜູ້ຮັບຜິດຊອບຕ້ອງຢູ່ປະຈໍາພື້ນທີ່ ເພື່ອພົບນັກກວດກາ.
  2. ການກວດກາປະຈໍາປີ (Annual Inspection) ແມ່ນການກວດກາສະຖານທີ່ການຜະລິດ ແລະ ສະຖານທີ່ການປະກອບການ ຊຶ່ງເກີດຂື້ນ ປີລະໜື່ງຄັ້ງ ແລະ ມີການແຈ້ງໃຫ້ຜູ້ຜະລິດ-ຜູ້ປະກອບການຮູ້ລ່ວງໜ້າ.
  3. ການກວດກາພິເສດແມ່ນການກວດກາ ນອກເໜືອຈາກການກວດກາປະຈໍາປີຊຶ່ງເກີດຂື້ນຍ້ອນ:
  • ຄະນະກໍາມະການພິຈາລະນາ ອອກໃບຢັ້ງຢືນກໍານົດເງື່ອນໄຂຂື້ນມາ.
  • ມີການສະເໜີ (ຮ້ອງຟ້ອງ) ຫລື ຂ່າວລື ແລະ ຂໍ້ສົງໃສ
  • ມີການສະເໜີພິຈາລະນາຜົນການຢັ້ງຢືນຄືນໃໝ່
  • ມີຄວາມສະຫຼັບຊັບຊ້ອນຂອງການຜະລິດ ແລະ ປະລິມານການຜະລິດ.
  • ຄວາມສ່ຽງໃນການປົນເປື້ອນຈາກການຜະລິດ ແລະ ການປຸງແຕ່ງລະຫ່ວາງການຜະລິດກະສິກໍາອິນຊີ ແລະ ກະສິກໍາເຄມີ. ຂ້າງເທິງ

   ການກວດກາພິເສດແບ່ງອອກເປັນປະເພດຕ່າງໆດັ່ງນີ້:

  • ການຕິດຕາມການກວດກາ (Follow-up Inspection) ແມ່ນການຕິດຕາມ ພາຍຫລັງການກວດກາປະຈໍາປີ ເພື່ອແນ່ໃຈວ່າຜູ້ຜະລິດ-ຜູ້ປະກອບການ ໄດ້ປະຕິບັດຕາມເງື່ອນໄຂ ທີ່ຄະນະກໍາມະການພິຈາລະນາອອກໃບຢັ້ງຢືນ ກໍານົດຂື້ນມາ. ສໍາລັບຄ່າໃຊ້ຈ່າຍທັງໝົດແມ່ນຜູ້ຜະລິດ ແລະ ຜູ້ປະກອບການເປັນຜູ້ຮັບຜິດຊອບ.
  • ການຕິດຕາມການກວດກາຕາມຂໍ້ຮ້ອງຮຽນ ແລະ ຂໍ້ສົ່ງໃສ (Follow-up Inspection on complaints and suspicious) ແມ່ນການກວດກາເພື່ອພິສູດຂໍ້ຮ້ອງຮຽນ ຫລື ຂໍ້ສົງໃສທີ່ມີຕໍ່ຜູ້ຜະລິດ-ຜູ້ປະກອບການ, ການກວດ ປະເພດນີ້ ຈະບໍ່ໄດ້ແຈ້ງໃຫ້ຜູ້ຜະລິດ-ຜູ້ປະກອບການ, ການກວດກາປະເພດນີ້ຈະບໍ່ໄດ້ແຈ້ງ ໃຫ້ຜູ້ຜະລິດ-ຜູ້ປະກອບການ ຮູ້ລ່ວງໜ້າ ແລະ ໜ່ວຍງານອອກໃບຢັ້ງຢືນ ຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ໃນການກວດກາ, ແຕ່ພາຍຫລັງການກວດກາແລ້ວ ພົບວ່າຜູ້ຜະລິດ-ຜູ້ປະກອບການ ໄດ້ລະເມີດມາດຕະຖານ ຫລື ຂໍ້ກໍານົດຕາມທີ່ລະບຸ ໃນຂໍ້ຮ້ອງຮຽນ, ຜູ້ຜະລິດ-ຜູ້ປະກອບການ ຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂື້ນທັງໝົດ.
  • ການກວດກາຕາມການຮ້ອງຮຽນ (Extra inspection on appeals) ແມ່ນການກວດກາຕາມຄໍາສັ່ງຂອງຄະນະ ກໍາມະການພິຈາລະນາ ຄືນຜົນຂອງການຕັດສິນຄືນໃໝ່ຈາກຜູ້ຜະລິດ ແລະ ຜູ້ປະກອບການ. ການກວດປະເພດນີ້ອາດແຈ້ງ ຫລື ບໍ່ແຈ້ງໃຫ້ຜູ້ຜະລິດ-ຜູ້ປະກອບການ ຮູ້ລ່ວງໜ້າກໍ່ໄດ້, ແຕ່ຜູ້ຜະລິດ-ຜູ້ປະກອບການ ຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂື້ນ.
  • ການປະເມີນຄຸນນະພາບລະບົບພາຍໃນ (Internal quality control) ແມ່ນການກວດກາຈາກໜ່ວຍງານ ຮັບຮອງມາດຕະຖານ (Accreditation Body-{AB}) ເພື່ອກວດກາລະບົບການເຮັດວຽກ ຂອງນັກກວດກາ ແລະ ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານ ອອກໃບຢັ້ງຢືນ ໂດຍປົກກະຕິຈະເປັນການກວດກາ ໂດຍບໍ່ແຈ້ງໃຫ້ຜູ້ຜະລິດ-ຜູ້ປະກອບການ ຮູ້ລ່ວງໜ້າ ການກວດກາປະເພດນີ້ ໜ່ວຍງານອອກໃບຢັ້ງຢືນ ຈະຮັບຜິດຊອບຄ່າໃຊ້ຈ່າຍ ໃນການກວດເອງ ໂດຍບໍ່ມີການເກັບຄ່າທໍານຽມໃນການກວດເພີ່ມ.
  • ການກວດກາເພີ້ມສໍາລັບຜະລິດຕະພັນໃໝ່ (Additional inspection for new production) ແມ່ນການກວດກາ ໃນກໍລະນີທີ່ຜູ້ຜະລິດ-ຜູ້ປະກອບການ ທີ່ໄດ້ຮັບການຢັ້ງຢືນແລ້ວ, ແຕ່ຕ້ອງການຂໍການຢັ້ງຢືນພື້ນທີ່ການຜະລິດ ຫລື ສະຖານທີ່ປະກອບການໃໝ່ເພີ່ມເຕີມ. ໃນກໍລະນີນີ້, ຜູ້ຜະລິດ-ຜູ້ປະກອບການ ຈະຕ້ອງສະໝັກຂໍການຢັ້ງຢືນເພີ່ມເຕີມ. ຂ້າງເທິງ

5.3 ວິທີການກວດກາ

   ຫລັງຈາກໄດ້ຮັບໃບສະໝັກ ແລະ ມີຂໍ້ມູນຄົບຖ້ວນຕາມເງື່ອນໄຂທີ່ກໍານົດໄວ້, ໜ່ວຍງານອອກໃບຢັ້ງຢືນຈະແຈ້ງ ໃຫ້ຜູ້ຜະລິດ-ຜູ້ປະກອບການຮູ້ລ່ວງໜ້າກ່ອນ ຈະແຕ່ງຕັ້ງໃຫ້ນັກກວດກາ ໄປກວດກາຟາມ/ສະຖານທີປະກອບການ.

   ເມື່ອຜູ້ຜະລິດ-ຜູ້ປະກອບການ ໄດ້ຮັບແຈ້ງຊື່ນັກກວດກາ, ຜູ້ຜະລິດ-ຜູ້ປະກອບການ ມີສິດປະຕິເສດນັກກວດກາທີ່ໄດ້ຖືກແຕ່ງຕັ້ງ, ຖ້າຜູ້ຜະລິດ-ຜູ້ປະກອບການ ສາມາດຊີ້ແຈງເຫດຜົນທີເຊື່ອຖືໄດ້ວ່າ ນັກກວດກາຜູ້ນັ້ນມີຜົນປະໂຫຍດ ກ່ຽວຂ້ອງກັບການຜະລິດ ແລະ ການປຸງແຕ່ງຂອງຜູ້ຜະລິດ-ຜູ້ປະກອບການ ຊຶ່ງອາດເຮັດໃຫ້ຜູ້ຜະລິດ-ຜູ້ປະກອບການບໍ່ໄດ້ຮັບຄວາມເປັນທໍາ, ຜູ້ຜະລິດ-ຜູ້ປະກອບການ ຕ້ອງເຮັດໜັງສື ເປັນລາຍລັກອັກສອນແຈ້ງໃຫ້ໜ່ວຍງານ ອອກໃບຢັ້ງຢືນຊາບໂດຍທັນທີ.

   ນັກກວດກາຈະນັດວັນທີ່ຈະໄປກວດກາ ຟາມ/ສະຖານທີປະກອບການ ກັບຜູ້ສະຫມັກໂດຍກົງ. ໃນວັນທີ່ນັດກວດກາຟາມ/ສະຖານທີ່ປະກອບການ ຜູ້ຜະລິດ-ຜູ້ປະກອບການ ຈະຕ້ອງຢູ່ທີ່ຟາມ/ສະຖານທີ່ປະກອບການ ຕະຫລອດເວລາທີ່ມີການກວດກາ, ຫາກມີຄວາມຈໍາເປັນທີ່ຫລີກລ້ຽງບໍ່ໄດ້ ອາດຈະຂໍເລື່ອນນັດໝາຍ ແລະ ກໍານົດວັນນັດກັບນັກກວດກາ ຫຼື ໜ່ວຍງານອອກໃບຢັ້ງຢືນ.

   ຜູ້ຜະລິດ-ຜູ້ປະກອບການ ຈະຕ້ອງໃຫ້ຄວາມຮ່ວມມືອະນຸຍາດໃຫ້ນັກກວດກາ ເຂົ້າກວດກາຟາມ ແລະ ສະຖານທີປະກອບການ. ໃນກໍລະນີ ຜູ້ຜະລິດ-ຜູ້ປະກອບການ ເປັນຜູ້ເຮັດໃຫ້ການກວດກາຕ້ອງເສຍເວລາ ແລະ ເກີດຄ່າໃຊ້ຈ່າຍສໍາລັບການກວດກາ ຕ້ອງເສຍເວລາ ແລະ ເກີດຄ່າໃຊ້ຈ່າຍ ສໍາລັບການກວດກາເພີ່ມຂື້ນ, ຜູ້ຜະລິດ-ຜູ້ປະກອບການ ຕ້ອງເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ. ຂ້າງເທິງ

ການກວດກາມາດຕະຖານກະສິກໍາອິນຊີ ປະກອບມີວິທີດັ່ງນີ້:

  1. ສໍາພາດຜູ້ຜະລິດ-ຜູ້ປະກອບການ/ຜູ້ຮັບຜິດຊອບ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການຜະລິດ ແລະ ການປຸງແຕ່ງ.
  2. ກວດກາເອກະສານບັນທຶກການຜະລິດ, ບັນຊີຊື້-ຂາຍ ແລະ ບັນຊີອື່ນໆ
  3. ກວດກາຟາມ ແລະ ສະຖານທີ່ປະກອບການ (ລວມທັງກະສິກໍາອິນຊີ ແລະ ກະສິກໍາເຄມີ). 

   ພາຍຫລັງການກວດກາສໍາເລັດ, ຜູ້ກວດກາຕ້ອງເຮັດບົດລາຍງານ, ຜູ້ຜະລິດ-ຜູ້ປະກອບການ ຕ້ອງໄດ້ອ່ານບົດລາຍງານ ແລະ ເຫັນດີເປັນເອກະພາບ ພ້ອມລົງລາຍເຊັນຮັບຮູ້ວ່າຂໍ້ມູນໃນບົດລາຍງານ ການກວດການັ້ນຖືກຕ້ອງຕາມການບັນທຶກໄວ້. ໃນກໍລະນີ ຜູ້ຜະລິດ-ຜູ້ປະກອບການ ຕ້ອງສໍາເນົາບົດລາຍງານການກວດການັ້ນ ຕ້ອງຕິດຕໍ່ຂໍນໍາໜ່ວຍງານອອກໃບຢັ້ງຢືນ. ຂ້າງເທິງ

5.4 ການສຸ່ມຕົວຢ່າງເພື່ອກວດກາວິເຄາະຫາສານພິດຕົກຄ້າງ

   ກໍລະນີມີຄວາມສ່ຽງ ຫລື ສົງໃສຈະມີສານພິດຕົກຄ້າງໃນນ້ໍາ, ດິນ ຫລື ຜົນຜະລິດ, ສ່ວນປະສົມ, ນັກກວດກາ, ອາດສຸ່ມເອົາຕົວຢ່າງ ໄປກວດວິໃຈຫາສານພິດຕົກຄ້າງ ພ້ອມດຽວກັນນັ້ນຜູ້ຜະລິດ-ຜູ້ປະກອບການ ຕ້ອງຮັບຮູ້ຂະບວນການດັ່ງກ່າວ. ຂ້າງເທິງ

5.5 ການສຸ່ມຕົວຢ່າງເພື່ອກວດກາວິເຄາະຫາສານປົນເປື້ອນ

   ກໍລະນີມີຄວາມສ່ຽງ ຫລື ສົງໃສມີການປົນເປື້ອນພືດຕັດແຕ່ງພັນທຸກໍາ ຫລື ມີສ່ວນປະກອບທີ່ໄດ້ຈາກ ຜະລິດຕະພັນຕັດແຕ່ງພັນທຸກໍາ, ນັກກວດກາອາດສຸ່ມເອົາຕົວຢ່າງ ໄປກວດວິໃຈຫາສານປົນເປື້ອນ ພ້ອມດຽວກັນນັ້ນຜູ້ຜະລິດ-ຜູ້ປະກອບການ ຕ້ອງຮັບຮູ້ຂະບວນການດັ່ງກ່າວ. ຂ້າງເທິງ

6. ການກວດກາ ແລະ ການຢັ້ງຢືນກະສິກໍາອິນຊີ

   ການກວດກາ ແລະ ການຢັ້ງຢຶນກະສິກໍາອີນຊີຂອງລາວ ແມ່ນການກວດກາ ແລະ ຢັ້ງຢືນລະບົບການຜະລິດ, ລະບົບການປຸງແຕ່ງ, ການເກັບກູ້ຜົນຜະລິດຈາກປ່າ ແລະ ລະບົບການຜະລິດແບບກຸ່ມ, ປະກອບມີດັ່ງນີ້:

1. ການກວດກາ ແລະ ການຢັ້ງຢືນຟາມ

ການຄວບຄຸມຕັ້ງແຕ່ເລີ່ມປູກ ຈົນຮອດການເກັບກ່ຽວ, ເກັບຮັກສາຜົນຜະລິດ ແລະ ບັນຈຸຂາຍ

2. ການກວດກາ ແລະ ການຢັ້ງຢືນລະບົບ ການປຸງແຕ່ງ

ການກວດກາ ຈະເລີ່ມຕັ້ງແຕ່ຜົນຂອງຜະລິດ ແລະ ຈັດການວັດຖຸດິບ, ວິທີປຸງແຕ່ງ, ການບັນຈຸ, ການຂົນສົ່ງ ແລະ ການຈໍາຫນ່າຍ

3. ການກວດກາ ແລະ ການຢັ້ງຢືນ ແບບກຸ່ມ

ການກວດກາ ເລີjມແຕ່ປູກຈົນຮອດການເກັບກ່ຽວ, ປຸງແຕ່ງ, ເກັບຮັກສາຜົນຜະລິດ ແລະ ບັນຈຸຂາຍ.

4. ການກວດກາ ແລະ ຢັ້ງຢືນຜົນຜະລິດ ຈາກປ່າ

ການກວດກາ ຈະເລີມຕັ້ງແຕ່ແຫລ່ງທີ່ມາຂອງຜົນຜະລິດ ແລະ ການຈັດການວັດຖຸດິບ, ວິທີການປຸງແຕ່ງ, ການບັນຈຸ, ການຂົນສົ່ງ ແລະ ຈໍາໜ່າຍ.

ຂ້າງເທິງ

7. ການແຈ້ງຜົນການຢັ້ງຢືນ ແລະ ອອກໃບຢັ້ງຢືນ
7.1. ການແຈ້ງຜົນການຢັ້ງຢືນ

  ຫລັງຈາກການກວດກາສໍາເລັດ, ໜ່ວຍງານອອກໃບຢັ້ງຢືນຈະແຈ້ງຜົນການຢັ້ງຢືນ ໃຫ້ຜູ້ຜະລິດ-ຜູ້ປະກອບການ ພາຍໃນເວລາບໍ່ເກີນ 6 ເດືອນ ນັບຈາກມື້ລົງກວດກາ.

   ຄະນະກໍາມະການພິຈາລະນາອອກໃບຢັ້ງຢືນ ເຫັນດີອອກໃບຢັ້ງຢືນ ໃຫ້ແກ່ຜູ້ຜະລິດ-ຜູ້ປະກອບການ. ບາງກໍລະນີຄະນະກໍາມະການ ອາດຈະກໍານົດເງື່ອນໄຂ ຫລື ຂໍ້ແນະນໍາໃຫ້ຜູ້ຜະລິດ-ຜູ້ປະກອບການ ປະຕິບັດຕາມເງື່ອນໄຂເພີ່ມເຕີມ ຕົວຢ່າງ:

  • ການເຊັນສັນຍາລະຫວ່າງ ຜູ້ຜະລິດ-ຜູ້ປະກອບການ ກັບຜູ້ຮັບຈ້າງຜະລິດ ແລະ ສໍາເນົາເອກະສານສົ່ງໃຫ້ໜ່ວຍງານ ອອກໃບຢັ້ງຢືນ.
  • ປັບປຸງແນວປ້ອງກັນໃຫ້ແລ້ວກ່ອນລະດູການຜະລິດລ່ວງໜ້າ ເງື່ອນໄຂເຫລົ່ານີ້ຈະໄດ້ຕິດຕາມປະເມີນຜົນຈາກ ຫນ່ວຍງານ ອອກໃບຢັ້ງຢືນ ໂດຍຜ່ານການກວດກາປະຈໍາປີ ຫລື ການກວດກາພິເສດໄດ້ປະຕິບັດຕາມເງື່ອນໄຂ ຫລື ຂໍ້ສະເໜີແນະ ຫລື ບໍ່.

    ເງື່ອນໄຂ ແລະ ຂໍ້ແນະນໍາເຫລົ່ານີ້ຈະລະບຸໄວ້ໃນໜັງສື   ແຈ້ງຜົນການພິຈາລະນາອອກໃບຢັ້ງຢືນ, ເມື່ອຜູ້ຜະລິດ-ຜູ້ປະກອບການ ໄດ້ຮັບໜັງສື ແລ້ວຕ້ອງເຊັນຮັບຮູ້ວ່າຍິນຍອມ ປະຕິບັດຕາມເງື່ອນໄຂດັ່ງກ່າວ ແລະ ສົ່ງຄືນໃຫ້ໜ່ວຍງານອອກໃບຢັ້ງຢືນ ຫລື ຫາກ ຜູ້ຜະລິດ-ຜູ້ປະກອບການ ເຫັນວ່າຂໍ້ມູນບໍ່ຖືກຕ້ອງຕາມຄວາມເປັນຈິງ, ຜູ້ປະກອບການມີສິດເຮັດໜັງສື ຮ້ອງຮຽນເປັນລາຍລັກອັກສອນ ເຖິງຄະນະກໍາມະການ ພິຈາລະນາອອກໃບຢັ້ງຢືນ ພາຍໃນ 30 ວັນ. ຂ້າງເທິງ

7.2. ການອອກໃບຢັ້ງຢືນ

   ສໍາລັບຜູ້ຜະລິດ-ຜູ້ປະກອບການ ທີ່ໄດ້ຮັບການຢັ້ງຢືນ ມີສິດນໍາໃຊ້ກາໝາຍກະສິກໍາອິນຊີລາວໄດ້ ພາຍຫລັງໄດ້ຮັບໃບຢັ້ງຢືນ. ຜູ້ຜະລິດ-ຜູ້ປະກອບການ ສາມາດນໍາໃຊ້ໃບຢັ້ງຢືນເປັນເອກະສານ ຢັ້ງຢືນຜົນຜະລິດ ແລະ ຜະລິດຕະພັນກະສິກໍາອິນຊີ.

   ຜູ້ປະກອບການ ຕ້ອງຊື້ຜົນຜະລິດກະສິກໍາອິນຊີ ຈາກຟາມທີ່ໄດ້ຮັບການຢັ້ງຢືນ ກັບໜ່ວຍງານອອກໃບຢັ້ງຢືນ ທີ່ໄດ້ຮັບຮອງ ຈາກກົມປູກຝັງເທົ່ານັ້ນ. ຜູ້ເກັບຊື້ຕ້ອງເອົາສໍາເນົາໃບຢັ້ງຢືນ ແລະ ເອກະສານຊື້-ຂາຍຈາກຜູ້ຜະລິດ ແລະ ກະກຽມເອກະສານ ທີ່ກ່ຽວຂ້ອງ ໃຫ້ແກ່ຜູ້ກວດກາ ເພື່ອຢັ້ງຢືນວ່າຜົນຜະລິດທີ່ຊື້ມານັ້ນ ໄດ້ຮັບການຢັ້ງຢືນກະສິກໍາອິນຊີ.

   ໃບຢັ້ງຢືນກະສິກໍາອິນຊີມີອາຍຸ 1 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ເມື່ອໃບຢັ້ງຢືນເກົ່າໝົດອາຍຸ, ຜູ້ຜະລິດ-ຜູ້ປະກອບການ ຕ້ອງຂໍຕໍ່ອາຍຸໃບຢັ້ງຢືນນໍາຫນ່ວຍງານອອກໃບຢັ້ງຢືນ.

   ໃນກໍລະນີມີການກວດກາພົບເຫັນ ມີການລະເມີດມາດຕະຖານ, ໜ່ວຍງານອອກໃບຢັ້ງຢືນ ມີສິດທີ່ຈະລະງັບໃບຢັ້ງຢືນນັ້ນໄດ້ທັນທີ.

   ໃບຢັ້ງຢືນຈະລະບຸຊື່ ແລະ ທີ່ຢູ່ຂອງຜູ້ຜະລິດ-ຜູ້ປະກອບການ, ພື້ນທີ່ຜົນຜະລິດ ແລະ ຜະລິດຕະພັນ. ໃນກໍລະນີມີການປ່ຽນແປງ ການຜະລິດເຊັ່ນ: ປ່ຽນສູດ ຫລື ວິທີປຸງແຕ່ງ, ຍ້າຍສະຖານທີ່ປະກອບການ, ຜູ້ຜະລິດ-ຜູ້ປະກອບການ ຕ້ອງແຈ້ງໃຫ້ໜ່ວຍງານ ອອກໃບຢັ້ງຢືນຊາບ ແລະ ສະໝັກຂໍການຢັ້ງຢືນເພີ່ມເຕີມ. ຂ້າງເທິງ

8. ການສະເໜີຂໍພິຈາລະນາຜົນການຢັ້ງຢືນຄືນໃໝ່

   ໃນກໍລະນີຜູ້ຜະລິດ-ຜູ້ປະກອບການ ບໍ່ໄດ້ຮັບການຢັ້ງຢືນ, ຜູ້ຜະລິດ-ຜູ້ປະກອບການມີສິດສະເໜີ ຂໍພິຈາລະນາຜົນການຢັ້ງຢືນຄືນໃໝ່ ຕໍ່ໜ່ວຍງານອອກໃບຢັ້ງຢືນ.

   ສໍາລັບຜູ້ຮັບຈ້າງຜະລິດ ຫຼື ຜູ້ຜະລິດພາຍໃນກຸ່ມ ຕ້ອງການສະເໜີຂໍພິຈາລະນາຜົນການຢັ້ງຢືນຄືນໃໝ່ ຕ້ອງສະເໜີຜ່ານ ຜູ້ສະໝັກຂໍການຢັ້ງຢືນ ກັບໜ່ວຍງານອອກໃບຢັ້ງຢືນໂດຍມີຂັ້ນຕອນດັ່ງນີ້:

  • ຜູ້ສະເໜີຕ້ອງເຮັດໜັງສື ແລະ ປະກອບຂໍ້ມູນເພີ້ມເຕີມຫາຄະນະກໍາມະການ ພິຈາລະນາອອກໃບຢັ້ງຢືນ ເພື່ອຄົ້ນຄ້ວາຄືນໃຫມ່.
  • ໜ່ວຍງານອອກໃບຢັ້ງຢືນ ຈະພິຈາລະນາຂໍ້ສະເໜີ ແລະ ຊີ້ແຈງເບື້ອງຕົນ, ໃຫ້ແກ່ຜູ້ສະເໜີ, ຖ້າເປັນເລື່ອງເຂົ້າໃຈຜິດ ຂອງຜູ້ຜະລິດ-ຜູ້ປະກອບການ ກ່ຽວກັບການພິຈາລະນາ ຫລື ຂໍ້ບົກຜ່ອງຂອງນັກກວດກາ, ໜ່ວຍງານອອກໃບຢັ້ງຢືນ ຈະຊີ້ແຈງ ຫລື ແກ້ໄຂໃຫ້ຖືກຕ້ອງໂດຍທັນທີ.
  • ໃນກໍລະນີຜູ້ຜະລິດ-ຜູ້ປະກອບການບໍ່ເຫັນດີຕໍ່ການຊີ້ແຈງ, ໜ່ວຍງານອອກໃບຢັ້ງຢືນຈະສົ່ງເລື່ອງ ໃຫ້ຄະນະກໍາມະການ ພິຈາລະນາຄືນ ແຕ່ຜູ້ສະເໜີຕ້ອງຈ່າຍຄ່າມັດຈໍາລວງໜ້າ ຈໍານວນເງິນ 500,000 ກີບ.
  • ໃນກໍລະນີຜູ້ຜະລິດ-ຜູ້ປະກອບການ ບໍ່ເຫັນດີຕໍ່ການຊີ້ແຈງ, ໜ່ວຍງານອອກໃບຢັ້ງຢືນຈະສົ່ງເລື່ອງ ໃຫ້ຄະນະກໍາມະການ ພິຈາລະນາຄືນ ແຕ່ຜູ້ສະເໜີຕ້ອງຈ່າຍຄ່າມັດຈໍາຄືນທັງໝົດ.
  • ໃນກໍລະນີຜົນການພິຈາລະນາໃໝ່ ມີການປ່ຽນແປງຈາກຄໍາພິຈາລະນາ ຕາມຂໍ້ສະເໜີຂອງຜູ້ສະເໜີ ຈະໄດ້ຮັບຄ່າມັດຈໍາຄືນ. ຂ້າງເທິງ

9. ກົດລະບຽບການນໍາໃຊ້ກາໝາຍກະສິກໍາອິນຊີ

ຜູ້ຜະລິດ-ຜູ້ປະກອບການ ທີ່ໄດ້ຮັບການຢັ້ງຢືນຜົນຜະລິດ ແລະ ຜະລິດຕະພັນກະສິກໍາອິນຊີ ມີສິດຂາຍຜົນຜະລິດ ແລະ ຜະລິດຕະພັນ ແລະ ສາມາດຕິດກາໝາຍກະສິກໍາອິນຊີລາວ ໃສ່ເທິງຜົນຜະລິດຕະພັນຂອງຕົນ, ແຕ່ຕ້ອງເຮັດສັນຍາສໍາລັບຂໍ້ຄວາມ ທີ່ຈະໄປຕິດເທິງ ຜະລິດຕະພັນ ຕ້ອງປະຕິບັດຕາມລະບຽບການວ່າດ້ວຍ ການໃຊ້ກາໝາຍກະສິກໍາອິນຊີລາວຂອງກົມປູກຝັງດັ່ງນີ້:

  • ຜົນຜະລິດທີ່ຍັງຄ້າງຢູ່ໃນຊ່ວງໄລຍະການປັບປ່ຽນ ຈະຍັງບໍ່ມີສິດໃຊ້ກາໝາຍກະສິກໍາອິນຊີລາວ. ກໍລະນີຜູ້ປະກອບການຊື້ຜົນຜະລິດ ທີ່ຍັງຢູ່ໃນໄລຍະການປັບປ່ຽນມາເຮັດການປຸງແຕ່ງ ຫລື ບັນຈຸຂາຍຜະລິດຕະພັນນັ້ນ ບໍ່ມີສິດໃຊ້ກາໝາຍກະສິກໍາອິນຊີລາວ.
  • ຜູ້ຜະລິດ-ຜູ້ປະກອບການຈະຕ້ອງມີຊື່ ຍີ່ຫໍ້ຂອງຕົນເທິງຜະລິດຕະພັນ ຫ້າມໃຊ້ກາໝາຍກະສິກໍາອິນຊີລາວ ແລະ ຂະໜາດຂອງສັນຍາລັກກາໝາຍກະສິກໍາອິນຊີລາວ ບໍ່ໃຫ້ເກີນ 3/4 ຂອງຂະໜາດ ຍີ່ຫໍ້ຜະລິດຕະພັນ.
  • ຫ້າມໃຊ້ກາໝາຍກະສິກໍາອິນຊີລາວ ໃສ່ເທິງຜົນຜະລິດ ຫລື ຜະລິດຕະພັນທີ່ບໍ່ໄດ້ຮັບການຢັ້ງຢືນ ຈາກໜ່ວຍງານອອກໃບຢັ້ງຢືນ, ຊື່ງອາດຈະເຮັດໃຫ້ຜູ້ບໍລິໂພກເຂົ້າໃຈຜິດ. ຂ້າງເທິງ

10. ການລະເມີດມາດຕະຖານກະສິກໍາອິນຊີຂອງ ສປປ ລາວ

   ກໍລະນີຜູ້ຜະລິດ-ຜູ້ປະກອບການ ໄດ້ລະເມີດມາດຕະຖານກະສິກໍາອິນຊີ ພາຍຫລັງໄດ້ຮັບການຢັ້ງຢືນແລ້ວ, ໜ່ວຍງານອອກໃບຢັ້ງຢືນ ອາດພິຈາລະນາລົງໂທດ ຕາມຄວາມໜັກ-ເບົາຂອງການລະເມີດດັ່ງນີ້:

  • ເຮັດໜັງສືເຕືອນ
  • ເຮັດການກວດພິເສດເພີ່ມເຕີມຊື່ງ ຜູ້ຜະລິດ-ຜູ້ປະກອບການ ຈະຕ້ອງເສຍຄ່າໃຊ້ຈ່າຍໃນການກວດກາທີ່ເກີດນີ້.
  • ປັບໃໝເປັນເງິນ.
  • ຕັດສິດການນໍາໃຊ້ກາໝາຍ
  • ລະງັບໃບຢັ້ງຢືນ.
  • ຖອດຖອນໃບຢັ້ງຢືນ.

   ກໍລະນີໜ່ວຍງານອອກໃບຢັ້ງຢືນ ພົບວ່າຜູ້ຜະລິດ-ຜູ້ປະກອບການ ເຮັດການລະເມີດມາດຕະຖານຢ່າງຮຸນແຮງ ໜ່ວຍງານອອກໃບຢັ້ງຢືນມີສິດທີ່ຈະລະງັບ ການຢັ້ງຢືນຊົ່ວຄາວເປັນເວລາບໍ່ເກີນ 45 ວັນ ໂດຍໃນຊ່ວງເວລາດັ່ງກ່າວ ຜູ້ຜະລິດ-ຜູ້ປະກອບການ ຈະຈໍາໜ່າຍຜົນຜະລິດ ແລະ ຜະລິດຕະພັນກະສິກໍາອິນຊີຈະລາຍງານບັນຫາ ໃຫ້ແກ່ຄະນະກໍາມະການ ພິຈາລະນາອອກໃບຢັ້ງຢືນລົງໂທດ. ຂ້າງເທິງ

11. ການໂຈະການຖອນໃບຢັ້ງຢືນ

   ການລະງັບການຖອນໃບຢັ້ງຢືນຈະເກີດຂື້ນ ໃນກໍລະນີທີ່ໄດ້ພິສູດລະອຽດແລ້ວວ່າ ມີການລະເມີດຂໍ້ຕົກລົງ/ກົດລະບຽບ/ມາດຕະຖານ ຂອງ ໜ່ວຍງານອອກໃບຢັ້ງຢືນ ຫລື ບໍ່ປະຕິບັດຕາມເງື່ອນໄຂໃນການຢັ້ງຢືນ ຂອງໜ່ວຍງານອອກໃບຢັ້ງຢືນເປັນການຕັ້ງໃຈ ຫລື ບໍ່ຕັ້ງໃຈ ບໍ່ປະຕິບັດຕາມເງື່ອນໄຂ ແລະ ລະບຽບການທີ່ກໍານົດໄວ້, ຊື່ງເຮັດໃຫ້ເກີດຜົນກະທົບຕໍ່ຄວາມໜ້າເຊື້ອຖື ຂອງໜ່ວຍງານອອກໃບຢັ້ງຢືນ ຢ່າງຮຸນແຮງ.

   ກໍລະນີຜູ້ຜະລິດ-ຜູ້ປະກອບການຖືກລະງັບ ຫລື ຖອດຖອນໃບຢັ້ງຢືນ ຈະເຮັດໃຫ້ສິດໃນການໃຊ້ກາໝາຍກະສິກໍາອິນຊີ ສິ້ນສຸດລົງທັນທີ, ຜູ້ຜະລິດ-ຜູ້ປະກອບການຕ້ອງດໍາເນີນການດັ່ງນີ້:

  • ຜູ້ຜະລິດ-ຜູ້ປະກອບການຕ້ອງລົບລ້າງ ຫລື ປົກປິດກາໝາຍກະສິກໍາອິນຊີລາວ ທີ່ຕິດຢູ່ໃນສະຫລາກຂອງຜົນຜະລິດນັ້ນ ແລ້ວສົ່ງໃຫ້ໜ່ວຍງານອອກໃບຢັ້ງຢືນ ພິຈາລະນາຕາມຄວາມເໝາະສົມ. ກໍລະນີເກີດມີຄ່າໃຊ້ຈ່າຍໃນການດໍາເນີນງານ, ຜູ້ຜະລິດ-ຜູ້ປະກອບການຕ້ອງຮັບຜິດຊອບທັງໝົດ.
  • ໜ່ວຍງານອອກໃບຢັ້ງຢືນອະນຸຍາດ ໃຫ້ຜູ້ຜະລິດ-ຜູ້ປະກອບການທີ່ຖຶກລະງັບ ຫລື ຖອດຖອນການຢັ້້ງຢືນສາມາດດໍາເນີນ ຈໍາໜ່າຍຜະລິດຕະພັນ ທີ່ມີກາໝາຍກະສິກໍາອິນຊີ ເທົ່າທີ່ຍັງມີໃນສາງສິນຄ້າ. ວັນທີ່ມີການລະງັບ ຫລື ຖອດຖອນການຢັ້ງຢືນ ຜູ້ຜະລິດ-ຜູ້ປະກອບການ ຈະຕ້ອງເຮັດສັນຍາຂໍ້ຕົກລົງພິເສດ ກັບໜ່ວຍງານອອກໃບຢັ້ງຢືນ.
  • ຜູ້ຜະລິດ-ຜູ້ປະກອບການ ມີສິດຂໍຍື່ນອຸທອນຄໍາສັ່ງລະງັບ ຖອດຖອນການຢັ້ງຢືນ. ການລະງັບຈະມີຜົນບັງຄັບໃຊ້ ຈົນກວ່າການສະເໜີຈະໄດ້ຮັບການພິຈາລະນາຄືນໃໝ່ ຈາກຄະນະກໍາມະການພິຈາລະນາອອກໃບຢັ້ງຢືນ.
  • ຜູ້ຜະລິດ-ຜູ້ປະກອບການທີ່ຖືກຖອດຖອນໃບຢັ້ງຢືນ ອາດຖືກຕັດສິດ ການສະໝັກຂໍການຢັ້ງຢືນກະສິກໍາອິນຊີ ເປັນເວລາບໍ່ເກີນ 3 ປີ. ຂ້າງເທິງ

12. ການຕໍ່ອາຍຸໃບຢັ້ງຢືນ

   ໃບຢັ້ງຢືນກະສິກໍາອິນຊີສາມາດນໍາໃຊ້ໄດ້ 1 ປີ, ຜູ້ຜະລິດ-ຜູ້ປະກອບການ ທີ່ໄດ້ຮັບການຢັ້ງຢຶນ ຈາກໜ່ວຍງານອອກໃບຢັ້ງຢືນ ຕ້ອງໄດ້ດໍາເນີນການກວດກາຢ່າງນ້ອຍ ປີລະ 1 ຄັ້ງ, ເພື່ອກວດກາເບິງວ່າຜູ້ຜະລິດ ແລະ ຜູ້ປະກອບການຍັງປະຕິບັດ ຕາມມາດຕະຖານ ກະສິກໍາອິນຊີຂອງລາວ ຢູ່ ຫລື ບໍ່ ເພື່ອໃຫ້ໄດ້ຮັບການຢັ້ງຢືນຢ່າງຕໍ່ເນື່ອງ. ຫນ່ວຍງານອອກໃບຢັ້ງຢືນ ຈະຈັດສົ່ງແບບຟອມ ຕໍ່ອາຍຸຢ່າງໜ້ອຍ 120 ວັນ. ຜູ້ຜະລິດ-ຜູ້ປະກອບການ ຕ້ອງແຈ້ງຄວາມປະສົງຂໍຕໍ່ອາຍຸ ໂດຍການຂຽນໃບຕໍ່ອາຍຸ ແລະ ແຈ້ງແຜນການ ຜະລິດຕະຫລອດທັງປີ ໃຫ້ໜ່ວຍງານອອກໃບຢັ້ງຢືນຊາບ ແລະ ເປັນຂໍ້ມູນ ໃນການວາງແຜນດໍາເນີນການກວດກາ ແລະ ອອກໃບຢັ້ງຢືນປະຈໍາປີ. ສໍາລັບຂັ້ນຕອນການປະຕິບັດ ໃຫ້ປະຕິບັດຕາມການສະໝັກການຂໍຢັ້ງຢືນກັບປີທໍາອິດ.

   ເພື່ອເຮັດໃຫ້ອາຍຸໃບຢັ້ງຢືນຕໍ່ເນື່ອງ, ຜູ້ຜະລິດ-ຜູ້ປະກອບການຕ້ອງຍື່ນໃບສະໝັກ ການຂໍຕໍ່ອາຍຸໃບຢັ້ງຢືນ ພາຍໃນ 60 ວັນ ກ່ອນວັນໝົດອາຍຸໃບຢັ້ງຢືນ. ກໍລະນີພືດ ແລະ ຜະລິດຕະພັນ ທີ່ຕ້ອງການຂໍການຢັ້ງຢືນຍັງຄືເກົ່າ, ໜ່ວຍງານອອກໃບຢັ້ງຢືນ ສາມາດອອກໃບຢັ້ງຢືນໃຫ້ໄດ້ທັນທີ, ແຕ່ຖ້າພືດ ແລະ ຜະລິດຕະພັນ ທີ່ຕ້ອງການຂໍການຢັ້ງຢືນໃຫ້ໄດ້ທັນ, ແຕ່ຖ້າພືດ ແລະ ຜະລິດຕະພັນ ທີ່ຕ້ອງການຂໍຢັ້ງຢືນ ມີການປ່ຽນແປງໄປຈາກເດີມ, ຕ້ອງໄດ້ກວດກາເພີ່ມເຕີມ ກ່ອນການອອກໃບຢັ້ງຢືນ. ກໍລະນີການກວດກາປະຈໍາປີ ແລະ ກວດກາພິເສດພົບວ່າ ຜູ້ຜະລິດ-ຜູ້ປະກອບການ ລະເມີດມາດຕະຖານ ຫລື ມີການປ່ຽນແປງການຜະລິດ ໂດຍບໍ່ໄດ້ແຈ້ງໃຫ້ໜ່ວຍງານອອກໃບຢັ້ງຢືນຊາບ, ໜ່ວຍງານອອກໃບຢັ້ງຢືນອາດພິຈາລະນາລະງັບ ໃບຢັ້ງຢືນກະສິກໍາອິນຊີ. ຂ້າງເທິງ

12.1. ການສະຫມັກຂໍຕໍ່ການຢັ້ງຢືນເພີ່ມເຕີມ

   ໃນກໍລະນີມີການປ່ຽນແປງການຜະລິດເຊັ່ນ: ການຂະຫຍາຍພື້ນທີ່ການຜະລິດກະສິກໍາອິນຊີ ຜູ້ຜະລິດຕ້ອງເຮັດປະຫວັດ ແລະ ແຜນຜັງ ຂອງຟາມຄືນໃໝ່ ແລ້ວຄັດຕິດກັບໃບສະໝັກຂໍຕໍ່ອາຍຸ.

   ໃນກໍລະນີມີການເພີ່ມຊະນິດຜະລິດຕະພັນ ທີ່ເຮັດການປຸງແຕ່ງຜູ້ປະກອບການຕ້ອງແຈ້ງມາພ້ອມໃບຕໍ່ອາຍຸ.

   ໃນກໍລະນີທີ່ຜູ້ຜະລິດ-ຜູ້ປະກອບການ ທີ່ໄດ້ຮັບການຢັ້ງຢືນກະສິກໍາອິນຊີໄປແລ້ວ ແຕ່ຕ້ອງການຂໍການຢັ້ງຢືນພືດ ຫລື ຜະລິດຕະພັນເພີ່ມເຕີມ, ຜູ້ຜະລິດ-ຜູ້ປະກອບການ ຕ້ອງຍື່ນໃບສະໝັກຂໍການຢັ້ງຢືນ ຫລື ແຈ້ງໃຫ້ໜ່ວຍງານອອກໃບຢັ້ງຢືນຊາບກ່ອນ ຈິ່ງມີສິດຈໍາໜ່າຍຜະລິດຕະພັນ ພາຍໃຕ້ການຢັ້ງຢືນຂອງໜ່ວຍງານອອກໃບຢັ້ງຢືນ, ກໍລະນີຕ້ອງການຂໍສະໝັກການຢັ້ງຢືນ ເພີ່ມເຕີມມີຄື:

  1. ເຮັດການຜະລິດ ຫລື ຜະລິດຕະພັນຊະນິດໃໝ່. ຕົວຢ່າງໄດ້ຮັບການຢັ້ງຢືນການປູກເຂົ້າ ແຕ່ປ່ຽນມາປູກສາລີ.
  2. ປ່ຽນແປງຜະລິດຕະພັນເຊັ່ນ: ໄດ້ຮັບການປຸງແຕ່ງການກວັນໝາກນັດ ສູດໜື່ງ ແຕ່ປ່ຽນໄປເຮັດໝາກນັດສູດໃໝ່.
  3. ປ່ຽນແປງພື້ນທີ່ ຫລື ສະຖານທີຜະລິດເຊັ່ນ: ຊື້ ທີ່ດິນປູກເຂົ້າອິນຊີເພີ່ມ ຍ້າຍໂຮງງານ ຫລື ສະຖານທີ່ຜະລິດ.
  4. ມີການປ່ຽນແປງວິທີການປຸງແຕ່ງ ຜະລິດຕະພັນກະສິກໍາອິນຊີ ເປັນວິທີໃໝ່ເຊັ່ນ: ປ່ຽນຈາກການສີເຂົ້າ ດ້ວຍເຄື່ອງສີເຂົ້າຂະໜາດນ້ອຍ ມາເປັນເຄື່ອງສີເຂົ້າຂະໜາດໃຫຍ່.

   ຜູ້ຜະລິດ-ຜູ້ປະກອບການທີ່ຕ້ອງການສະໝັກ ຂໍການຢັ້ງຢືນກະສິກໍາອິນຊີເພີ່ມເຕີມ ສາມາດຕິດຕໍ່ຂໍແບບຟອມ ນໍາໜ່ວຍງານອອກໃບຢັ້ງຢືນ, ໃນກໍລະນີມີການກວດກາຟາມ/ການປຸງແຕ່ງໃໝ່ (ໜ່ວຍງານອອກໃບຢັ້ງຢືນ ອາດກວດສອບຈາກ ເອກະສານການສະໝັກ ຂໍການຢັ້ງຢືນເພີ່ມເຕີມ), ຜູ້ຜະລິດ-ຜູ້ປະກອບການຕ້ອງຊໍາລະຄ່າໃຊ້ຈ່າຍ ເພີ່ມເຕີມຕາມອັດຕາຄ່າທໍານຽມ ການກວດກາເພີ່ມເຕີມ ລວມທັງຄ່າເດີນທາງ ແລະ ທີ່ພັກຂອງຜູ້ກວດກາ. ໜ່ວຍງານອອກໃບຢັ້ງຢືນ ຈະອອກໃບຢັ້ງຢືນກະສິກໍາອິນຊີ ໃຫ້ໃບໃໝ່ ຊຶ່ງລະບຸຊະນິດພືດ ແລະ ຜະລິດຕະພັນໃໝ່ເພີ່ມເຕີມໃຫ້. ຂ້າງເທິງ

12.2. ການສະໝັກຂໍການຢັ້ງຢືນການຜະລິດພືດຄູ່ຂະໜານ

   ໃນກໍລະນີຜູ້ຜະລິດ-ຜູ້ປະກອບການ ໄດ້ຮັບການຢັ້ງຢືນກະສິກໍາອິນຊີ ຈາກໜ່ວຍງານອອກໃບຢັ້ງຢືນແລ້ວ. ພື້ນທີ່ການຜະລິດໃໝ່ ທີ່ຕ້ອງການຈະຂໍຢັ້ງຢືນເພີ່ມເຕີມ ແລະ ຕ້ອງການປູກພືດຄູ່ຂະໜານ (ປູກພືດຊະນິດດຽວກັນກັບພື້ນທີ່ ທີ່ໄດ້ຮັບການຢັ້ງຢືນກະສິກໍາອິນຊີ) ໜ່ວຍງານອອກໃບຢັ້ງຢືນອະນຸຍາດໃຫ້ຜູ້ຜະລິດ ເຮັດການຜະລິດຄູ່ຂະໜານ ໂດຍຜູ້ຜະລິດຕ້ອງແຈ້ງໃຫ້ ໜ່ວຍງານອອກໃບຢັ້ງຢືນຊາບລ່ວງໜ້າກ່ອນ ທີ່ຈະປູກພືດຄູ່ຂະໜານ, ໂດຍຂຽນແບບຟອມແຈ້ງການຜະລິດພືດຄູ່ຂະໜານ ແລະ ມາດຕະການຈັດການປ້ອງກັນການປົນເປື້ອນຂອງຜົນຜະລິດ ໃຫ້ໜ່ວຍງານອອກໃບຢັ້ງຢືນ ແລະ ຊໍາລະຄ່າທໍານຽມການຜະລິດ ພືດຄູ່ຂະໜານ ຕາມອັດຕາທີ່ລະບຸໄວ້ ໃນຕາຕະລາງຄ່າທໍານຽມ ແລະ ໜ່ວຍງານອອກໃບຢັ້ງຢືນຈະສົ່ງນັກກວດກາ ໄປເຮັດການກວດເພີ່ມເຕີມໃນໄລຍະເກັບກ່ຽວ, ເພື່ອປະເມີນວ່າຜູ້ຜະລິດສາມາດ ຈັດແຍກຜົນຜະລິດກະສິກໍາອີນຊີ ຫລື ບໍ່. ຖ້າພົບວ່າ ຜູ້ຜະລິດ ບໍ່ສາມາດຈັດແຍກຜົນຜະລິດໄດ້. ໜ່ວຍງານອອກໃບຢັ້ງຢືນອາດພິຈາລະນາ ບໍ່ຢັ້ງຢືນຜົນຜະລິດໃນໄລຍະນັ້ນ.

   ໃນກໍລະນີທີ່ຜູ້ຜະລິດບໍ່ແຈ້ງແຜນການຜະລິດພືດຄູ່ຂະໜານ ໃຫ້ໜ່ວຍງານອອກໃບຢັ້ງຢືນຊາບລ່ວງໜ້າ ແລະ ຜູ້ກວດກາໄປພົບວ່າ ຜູ້ຜະລິດເຮັດການຜະລິດພືດຄູ່ຂະໜານໃນພື້ນທີ່ກະສິກໍາອິນຊີ ແລະ ພື້ນທີ່ປັບປ່ຽນ ໃນເວລາໄປກວດກາປະຈໍາປີ/ກວດກາພິເສດ, ໜ່ວຍງານອອກໃບຢັ້ງຢືນຈະຖືວ່າ ຜູ້ຜະລິດໄດ້ລະເມີດມາດຕະຖານກະສິກໍາອິນຊີ ແລະ ຈະລະງັບການຢັ້ງຢືນອະນຸຍາດ ໃຫ້ຜູ້ຜະລິດ ເຮັດການຜະລິດພືດຄູ່ຂະໜານ ໄດ້ສະເພາະການຜະລິດໃນພື້ນທີ່ກະສິກໍາອິນຊີ ແລະ ພື້ນທີ່ກະສິກໍາເຄມີ ໜ່ວຍງານອອກໃບຢັ້ງຢືນ ຈະບໍ່ພິຈາລະນາຢັ້ງຢືນ ໃນພື້ນທີ່ກະສິກໍາອິນຊີທັນທີ. ຂ້າງເທິງ

13. ການຮຽກຮ້ອງ

   ຜູ້ຜະລິດ ແລະ ຜູ້ປະກອບການມີສິດຮຽກຮ້ອງ ກ່ຽວກັບການປະຕິບັດໜ້າທີ່ວຽກງານ ຂອງໜ່ວຍງານອອກໃບຢັ້ງຢືນ ບໍ່ວ່າຈະເປັນການເຮັດວຽກຂອງວິຊາການ ຫຼື ຂອງນັກກວດກາ ລວມທັງການຮ້ອງຟ້ອງການລະເມີ ມາດຕະຖານຂອງຜູ້ຜະລິດ-ຜູ້ປະກອບການດ້ວຍກັນເອງ, ຜູ້ຮຽກຮ້ອງຕ້ອງເຮັດໜັງສື ສົ່ງໃຫ້ໜ່ວຍງານອອກໃບຢັ້ງຢືນ ພ້ອມທັງແຈ້ງຂໍ້ມູນກ່ຽວກັບ ເລື່ອງທີ່ຮຽກຮ້ອງ ໂດຍລະອຽດ ແລະ ຈະຕ້ອງແຈ້ງຊື່ ແລະ ທີ່ຢູ່ຂອງຜູ້ຮ້ອງຟ້ອງ ເພື່ອຄວາມສະດວກໃນການຕິດຕໍ່ປະສານງານ. ໃນກໍລະນີໜ່ວຍງານອອກໃບຢັ້ງຢືນ ຕ້ອງການຂໍ້ມູນເພີ່ມເຕີມ, ແຕ່ຜູ້ຮຽກຮ້ອງບໍ່ເປີດເຜີຍຊື່ຂອງຕົນເອງ, ໜ່ວຍງານອອກໃບຢັ້ງຢືນ ອາດສະຫງວນສິດ ໃນການກວດກາ ແລະ ພິຈາລະນາຄໍາຮ້ອງຟ້ອງນັ້ນ.

   ຂໍ້ມູນຕ່າງໆທີ່ຮ້ອງຟ້ອງຈະຖຶກຮັກສາເປັນຄວາມລັບ ສະເພາະຜູ້ທີ່ກ່ຽວຂ້ອງ ໃນການສືບສວນເທົ່ານັ້ນ ແລະ ຈະບໍ່ມີຜົນດ້ານບວກ ຫລື ລົບ ຕໍ່ການເຮັດວຽກຂອງໜ່ວຍງານອອກໃບຢັ້ງຢືນ ໃນການກວດກາ ແລະ ອອກໃບຢັ້ງຢືນ ສໍາລັບຜູ້ຜະລິດ-ຜູ້ປະກອບການທີ່ເຮັດການຮຽກຮ້ອງ. ຂ້າງເທິງ

14. ຄ່າທໍານຽມການສະໝັກຂໍຢັ້ງຢືນມາດຕະຖານກະສິກໍາອິນຊີ

   ອັດຕາຄ່າທໍານຽມອາດມີການປ່ຽນແປງໄດ້ທຸກປີ ທັງນີ້ຂື້ນກັບການອະນຸມັດຂອງກົມປູກຝັງ ໂດຍອີງໃສ່ລະບຽບຂອງກະຊວງການເງິນ. ໜ່ວຍງານອອກໃບຢັ້ງຢືນ ຈະແຈ້ງອັດຕາຄ່າທໍານຽມໃໝ່ຂອງທຸກປີ.

   ຂັ້ນຕອນການຢັ້ງຢືນກະສິກໍາອິນຊີໂດຍສະຫຼູບມີດັ່ງນີ້:

  1. ເປິດຮັບສະໝັກຂໍຢັ້ງຢືນກະສິກໍາອິນຊີ, ຜູ້ສະໝັກ (ຜູ້ຜະລິດ-ຜູ້ປະກອບການ) ຕ້ອງປະກອບແບບຟອມສະໝັກ ແລະ ຂໍ້ມູນຕ່າງໆຕາມທີ່ກໍານົດ.
  2. ໜ່ວຍງານອອກໃບຢັ້ງຢືນ ແຕ່ງຕັ້ງໃຫ້ຜູ້ກວດກາໄປກວດກາຟາມ ຫຼື ສະຖານທີ່ປະກອບການ, ນັກກວດກາຈະຕິດຕໍ່ ນັດໝາຍວັນເວລາທີ່ຈະໄປກວດກາ ກັບຜູ້ສະໝັກໂດຍກົງ.
  3. ຜູ້ກວດກາໄປກວດກາຟາມ ຫລື ສະຖານທີ່ປະກອບການ.
  4. ຫຼັງຈາກກວດກາແລ້ວ ຜູ້ກວດກາຕ້ອງເຮັດບົດລາຍງານໃຫ້ໜ່ວຍງານອອກໃບຢັ້ງຢືນ,
  5. ໜ່ວຍງານອອກໃບຢັ້ງຢືນ ສົ່ງບົດລາຍງານການກວດກາ ໃຫ້ຄະນະກໍາມະການພິຈາລະນາອອກໃບຢັ້ງຢືນ, ພິຈາລະນາວ່າຈະໃຫ້ການຢັ້ງຢືນ ຫລື ບໍ.
  6. ໜ່ວຍງານອອກໃບຢັ້ງຢືນ ແຈ້ງຜົນການພິຈາລະນາໃຫ້ຜູ້ສະໝັກຮູ້ວ່າ ໄດ້ຮັບການຢັ້ງຢືນ ຫລື ບໍ່ໄດ້ຮັບການຢັ້ງຢືນ ຖ້າຜ່ານການພິຈາລະນາ ແລະ ອຸະນຸມັດ, ຜູ້ສະໝັກຈະໄດ້ຮັບການຢັ້ງຢືນ ແລະມີສິດໃຊ້ກາໝາຍກະສິກໍາອິນຊີ.
  7. ໃນກໍລະນີບໍ່ໄດ້ຮັບການຢັ້ງຢືນ ຜູ້ສະໝັກສາມາດສະເໜີ ຕໍ່ຄະນະກໍາມະການພິຈາລະນາອອກໃບຢັ້ງຢືນ, ເພື່ອຂໍໃຫ້ມີການທົບທວນຜົນການພິຈາລະນາໄດ້ ໂດຍສົ່ງຄໍາຮ້ອງ ແລະ ຂໍ້ມູນຫຼັກຖານເພີ່ມເຕີມໄປຍັງໜ່ວຍງານ ອອກໃບຢັ້ງຢືນ ເພື່ອຊີ້ແຈງຕໍ່ຄະນະກໍາມະການທີພິຈາລະນາອອກໃບຢັ້ງຢືນ.

   ການສະໝັກຂໍການຢັ້ງຢືນກະສິກໍາອິນຊີ ຜູ້ຜະລິດ-ຜູ້ປະກອບການຕ້ອງສຶກສາຂໍ້ກໍານົດ ການຜະລິດກະສິກໍາອິນຊີ ຈາກມາດຕະຖານ ກະສິກໍາອິນຊີ ຂອງກະຊວງກະສິກໍາ ແລະ ປ່າໄມ້ຢ່າງລະອຽດ, ໃນກໍລະນີຜູ້ຜະລິດ ຫລື ຜູ້ປະກອບການ ມີຄວາມສົນໃຈເງື່ອນໄຂມາດຕະຖານຂໍ້ໃດ, ສາມາດຂຽນຈົດໝາຍສອບຖາມ ໄປຍັງໜ່ວຍງານອອກໃບຢັ້ງຢືນ ຫລື ໃນກໍລະນີ ການຜະລິດເປັນກຸ່ມ ຫລື ຜູ້ຜະລິດ-ຜູ້ປະກອບການ, ສາມາດຕິດຕໍ່ວິຊາການ ຈາກໜ່ວຍງານອອກໃບຢັ້ງຢືນ ຈັດກອງປະຊຸມວິຊາການ ເພື່ອອະທິບາຍລະອຽດ ກ່ຽວກັບມາດຕະຖານກະສິກໍາອິນຊີ ແລະ ວິທີ່ການປະຕິບັດຕ່າງໆ ໃນການສະໝັກຂໍການຢັ້ງຢືນກະສິກໍາອິນຊີ ຫລື ສາມາດຂໍລາຍລະອຽດ ໄດ້ທີ່ໜ່ວຍງານອອກໃບຢັ້ງຢືນ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້, ໂທ: 412350, ແຟັກ: 412349. ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Manual on Lao Organic Agriculture Certification PDF
2 ຄູ່ມື ການຂໍຢັ້ງຢືນ ກະສິກຳອິນຊີ ຂອງລາວ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.