ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ເອກະພາບກັນກ່ຽວກັບຮ່າງຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການເຄື່ອນຍ້າຍສິນຄ້າຢູ່ພາຍໃນປະເທດ (ປັບປຸງຄັ້ງທີ 2), ແຜນປະຕິບັດງານ (Action Plan) ໃນປີ 2019: ແຜນອໍານວຍຄວາມສະດວກທາງດ້ານການຄ້າ ແລະ ແຜນປັບປຸງຕົວຊີ້ວັດການຄ້າລະຫວ່າງປະເທດ. ນອກຈາກນັ້ນ, ຈະໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP)

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.