ອີງຕາມແຈ້ງການ ເລກທີ 0460/ກປລ, ລົງວັນທີ 25 ກຸມພາ 2019 ແຈ້ງໃຫ້ຊາບວ່າ ໄດ້ເກີດມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ໃນ ສປ ຈີນ ແລະ ສສ ຫວຽດນາມ. ອົງການສຸຂະພາບສັດສາກົນ ໄດ້ລາຍງານວ່າ ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດລະບາດຂອງໝູ ທີ່ເກີດມາຈາກເຊື້ອໄວຣັສຕະກູນ Asfarviridae, ເຊິ່ງເຊື້ອໄວຣັສດັ່ງກ່າວນີ້ມີຄວາມທົນຕໍ່ສະພາບແວດລ້ອມ ແລະ ມີຄວາມເປັນດ່າງສູງໃນລະດັບ ph: 3,9 ຫາ 11,5 ສາມາດຖືເຊື້ອຢູ່ໃນໝູໄດ້ເຖິງ 04 ປີ. ເຮົາສາມາດສັງເກດສັດທີ່ເປັນພະຍາດນີ້ ຈະມີໄຂ້ສູງເຖິງ 42 ອົງສາເຊ, ໃບຫູ ແລະ ຜິວໜັງອາດພົບເປັນປ່າມແດງຊ້ຳ, ມີຈຸດເນື້ອຕາຍເປັນຈຸດ ຢູ່ຕາມຜິວໜັງພື້ນທ້ອງ.

ພາບຕົວຢ່າງຂອງພະຍາດທີ່ຢູ່ໃນຊີ້ນໝູ
ຂໍ້ມູນພາບ: https://www.pirbright.ac.uk, https://wellsporkandbeef.com, ແລະ http://heavenshollowfarm.com

 

ດັ່ງນັ້ນ, ກົມລ້ຽງສັດ ແລະ ການປະມົງ ອອກແຈ້ງການ ມີດັ່ງນີ້:

- ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ບັນດາດ່ານຊາຍແດນ ເຜີຍແຜ່ແຈ້ງເຕືອນໃຫ້ເຈົ້າໜ້າທີ່, ຜູ້ປະກອບການ ຈົນຮອດປະຊາຊົນ ຮັບຊາບຢ່າງທົ່ວເຖິງຕໍ່ກັບແຈ້ງການສະບັບນີ້.

- ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ ແລະ ສສ ຫວຽດນາມ ຢຸດການນຳເຂົ້າຊົ່ວຄາວຜະລິດຕະພັນໝູທຸກຊະນິດ ຈາກ ສປ ຈີນ ແລະ ສສ ຫວຽດນາມ ເຂົ້າມາບໍລິໂພກ ຫຼື ມາລ້ຽງງພາຍໃນປະເທດ.

- ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນ ແລະ ແຂວງ ສົມທົບກັບຂະແໜງການກ່ຽວຂ້ອງສ້າງແຜນດຸ່ນດ່ຽງຄວາມຕ້ອງການໃນການຜະລິດໝູພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ໃນກໍລະນີ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ກວດພົບເຫັນຜູ້ລະເມີດ ຝ່າຝືນນຳເຂົ້າ ຫຼື ລັກລອບນຳເຂົ້າຜະລິດຕະພັນໝູທຸກຊະນິດຈາກ ສປ ຈີນ, ເຈົ້າໜ້າທີ່ຈະປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເຕັມ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.