ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ        ເລກທີ 48/ລບ
ນະຄອນຫຼວງວຽງຈັນ, ວັນທີ 19.02.2019

ດຳລັດ
ວ່າດ້ວຍການລົບລ້າງບາງມາດຕາ ຂອງມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 47/ປສລ, ລົງວັນທີ 26 ມິຖຸນາ 1989

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016;
  • ອີງຕາມ ມະຕິຕົກລົງຂອງສະພາລັດຖະມົນຕີ ວ່າດ້ວຍລະບອບພາສີອາກອນຂອງລັດ ສະບັບເລກທີ 47/ປສລ,​ລົງວັນທີ 26 ມິຖຸນາ 1989;
  • ອີງຕາມ ໜັງສືສະເໜີຂອງ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 0322/ກຜທ.ລທ4, ລົງວັນທີ 07 ກຸມພາ 2019.

ລັດຖະບານ ອອກດຳລັດ:

ມາດຕາ 1 ລົບລ້າງວັກທີ 2 ມາດຕາ 15 “ກ່ຽວກັບຄ່າບູລະນະ, ພາສີຊັບພະຍາກອນ ແລະ ຄ່າຊັກພິເສດ” ແລະ ມາດຕາ 16 “ພື້ນຖານຄິດໄລ່ ແລະ ອັດຕາພາສີຊັບພະຍາກອນ” ຂອງມະຕິຕົກລົງຂອງສະພາລັດຖະມົນຕີ ວ່າດ້ວຍລະບອບພາສີອາກອນຂອງລັດ ເລກທີ 47/ປສລ, ລົງວັນທີ 26 ມິຖຸນາ 1989, ເພື່ອບໍ່ໃຫ້ມີການເກັບພາສີ-ອາກອນຊ້ຳຊ້ອນ ແລະ ໃຫ້ສອດຄ່ອງກັບລັດຖະບັນຍັດວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ ເລກທີ 002/ປປທ, ລົງວັນທີ 27 ເມສາ 2012; ລັດຖະບັນຍັດວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ ເລກທີ 001/ປປທ, ລົງວັນທີ 15 ທັນວາ 2015

ມາດຕາ 2 ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມື ເພື່ອຈັດຕັ້ງປະຕິບັດ ດຳລັດສະບັບນີ້ ໃຫ້ໄດ້ຮັບຜົນເປັນຢ່າງດີ.

ມາດຕາ 3 ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຕາງໜ້າລັດຖະບານ,
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on the abolition of certain Articles of the Council of Ministers Resolution, No. 47/CMST, dated 26 June 1989. No.48/GoL, dated 19 February 2019 PDF
2 ດຳລັດ ວ່າດ້ວຍ ການລົບລ້າງບາງມາດຕາ ຂອງມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 47/ປສລ, ລົງວັນທີ 26 ມິຖຸນາ 1989, ເລກທີ 48/ລບ, ລົງວັນທີ 19 ກຸມພາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.