ອີງຕາມແຈ້ງການ ເລກທີ 0324/ກປລ, ລົງວັນທີ 08 ກຸມພາ 2019 ແຈ້ງໃຫ້ຊາບວ່າ ໃນທ້າຍເດືອນມັງກອນ ຫາຕົ້ນເດືອນກຸມພາ 2019 ໄດ້ມີການລາຍງານໝູເຈັບ ແລະ ຕາຍ ຈຳນວນໜຶ່ງເຊິ່ງສູນວິໄຈພະຍາດສັດແຫ່ງຊາດໄດ້ກວດ ແລະ ພົບເຊື້ອພະຍາດດັ່ງກ່າວຢູ່ແຂວງຫຼວງພະບາງ ແລະ ແຂວງ ຜົ້ງສາລີ. ພະຍາດຫູກ່ຳໝູ ແມ່ນພະຍາດຕິດແປດຮ້າຍແຮງ ສຳລັບໝູທຸກຊະນິດ, ທຸກເພດໄວ ແລະ ທຸກອາຍຸ ເຊິ່ງມີອາການສະແດງອອກໃນສອງກຸ່ມອາການຄື: 1) ອາການທາງລະບົບຫາຍໃຈ, ເປັນຫວັດ, ໄອ, ປອດບວມຢ່າງຮ້າຍແຮງ ແລະ 2) ອາການທາງລະບົບການຂະຫຍາຍພັນ,​ ມີຜົນກະທົບຢ່າງໜັກໜ່ວງ ສຳລັບໝູແມ່. ພະຍາດນີ້ຈະມີລັກສະນະແບບຊ້າເຮື້ອແກ່ຍາວ, ຖ້າເປັນໝູຂາວຈະສັງເກດເຫັນໃບຫູກ່ຳດຳ ຄ້າຍຄືກັນກັບພະຍາດອະຫິວາໝູ.

ຂໍ້ມູນພາບ: https://www.nadis.org.uk/

ດັ່ງນັ້ນ, ກົມລ້ຽງສັດ ແລະ ການປະມົງ ອອກແຈ້ງການ ມີດັ່ງນີ້:

-ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງພາກເໜືອຂອງລາວ ປະສານສົມທົບກັບກັບພາກສ່ວນທີ່ກ່ຽວຂ້ອງຊຸກຍູ້ແນະນຳໃຫ້ປະຊາຊົນ ແລະ ຜູ້ປະກອບການເອົາໃຈໃສ່ ຕິດຕາມ ກວດກາ ສຸຂະພາບໝູຂອງຕົນ. ຖ້າພົບເຫັນໝູມີອາການຜິດປົກກະຕິ ໃຫ້ແຈ້ງສັດຕະວະແພດບ້ານ ແລ້ວລາຍງານຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອມອບໝາຍໃຫ້ພະນັກງານສັດຕະວະແພດລົງຕິດຕາມກວດກາພະຍາດຕົວຈິງ.

-ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ສັດຕະວະແພດບ້ານ ລົງຊຸກຍູ້ ແລະ ແນະນຳ ວິທີການລ້ຽງໝູດ້ວຍລະບົບປ້ອງກັນພະຍາດທາງດ້ານຊີວະພາບ ແລະ ມາດຕະການດ້ານສຸຂະນາໄມເຊັ່ນ: ການເຮັດອະນາໄມ ທຳຄວາມສະອາດ ແລະ ການຂ້າເຊື້ອຄອກສັດ.

-ເອົາໃຈໃສ່ຕິດຕາມກວດການເຄື່ອນຍ້າຍໝູຢ່າງເຄັ່ງຄັດ, ໂດຍອະນຸຍາດໝູທີ່ມີສຸຂະພາບແຂງແຮງ ແລະ ມີໃບຢັ້ງຢືນສຸຂະພາບສັດທີ່ອອກໃຫ້ໂດຍພະນັກງານສັດຕະວະແພດຢ່າງເປັນທາງການທີ່ຕິດມາກັບການເຄື່ອນຍ້າຍເທົ່ານັ້ນ. ຖ້າບໍ່ມີໃບແຈ້ງການນຳເຂົ້າ-ສົ່ງອອກຂອງກົມລ້ຽງສັດ ແລະ ການປະມົງ ແລະ ບໍ່ມີໃບຢັ້ງຢືນການກວດກາດ້ານສຸຂະພາບສັດ ຫຼື ການຢັ້ງຢືນການກວດກາດ້ານສຸຂານາໄມຜະລິດຕະພັນສັດຈາກສັດຕະວະແພດຂອງລັດຈາກປະເທດຕົ້ນທາງ ແມ່ນບໍ່ອະນຸຍາດໃຫ້ມີການຂົນສົ່ງເຄື່ອນຍ້າຍນຳເຂົ້າຢ່າງເດັດຂາດ.

ຂໍ້ມູນພາບ: https://www.nadis.org.uk/

 

ໃນກໍລະນີ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ກວດພົບເຫັນຜູ້ລະເມີດ ຝ່າຝືນ, ເຈົ້າໜ້າທີ່ຈະດຳເນີນຕະດີມາຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ແລະ ກັກກັນ, ທຳລາຍ ໝູ ຫຼື ຜະລິດຕະພັນໝູທີ່ມີພະຍາດ.

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເຕັມ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.