ອີງຕາມແຈ້ງການກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຈ້ງມາຍັງທ່ານຊາບວ່າ ປັດຈຸບັນໄດ້ມີຜະລິດຕະພັນອາຫານເສີມຜິດກົດໝາຍຈຳນວນ 133 ລາຍການເຊັ່ນ: ຜະລິດຕະພັນອາຫານເສີມຫຼຸດນ້ຳໜັກຈຳນວນ 86 ລາຍການ; ຜະລິດຕະພັນອາຫານເສີມສະມັດຕະພາບທາງເພດ ແລະ ເສີມໜ້າອົກຈຳນວນ 21 ລາຍການ; ຜະລິດຕະພັນອາຫານເສີມເຮັດໃຫ້ຜິວຂາວນຽນຈຳນວນ 21 ລາຍການ. ອົງການອາຫານ ແລະ ຢາ ປະເທດໄທໄດ້ປະກາດວ່າຜະລິດຕະພັນອາຫານດັ່ງກ່າວ ແມ່ນກວດພົບສານທີ່ຫ້າມໃສ່ໃນອາຫານເຊັ່ນ: Sibutramine, sildenafil, hormone ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບ.

ຂໍ້ມູນພາບ: ກົມອາຫານ ແລະ ຢາ

 

ສະນັ້ນ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈຳໜ່າຍ ຜະລິດຕະພັນດັ່ງກ່າວ. ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາ ພົບເຫັນແມ່ນຈະໄດ້ຢຶດອາຍັດ ແລະ ປະຕິບັດມາດຕະການຕາມກົດໝາຍວ່າດ້ວຍອາຫານ ສະບັບເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດໝາຍສະບັບນີ້ ຈະຖືກປັບໃໝ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ ກໍລະນີເບົາ ຫຼື ໜັກ ລວມທັງໃຊ້ແທນຄ່າເສັຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ຄລິກທີ່ນີ້ເພື່ອເບິ່ງແຈ້ງການສະບັບເຕັມ
ຄລິກທີ່ນີ້ເພື່ອເບິ່ງ 133 ລາຍການຜະລິດຕະພັນອາຫານເສີມ

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາພົວພັນໄດ້ທີ່

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
ບ້ານສີເມືອງ, ຖະໜົນເສດຖາທີຣາດ, ນະຄອນຫຼວງວຽງຈັນ, ສປປລາວ 
ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.