ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນເດືອນມັງກອນ ປີ 2019 ປະຕິບັດໄດ້ປະມານ 787 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 420 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 366 ລ້ານໂດລາສະຫະລັດ.

1. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ.

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນມັງກອນ ປີ 2019 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ມັນຕົ້ນ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...), ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ, ໝາກກ້ວຍ, ຄຳປະສົມ, ຄຳແທ່ງ, ຢາສູບ ແລະ ຜະລິດຕະພັນຢາສູບ, ຢາງພາລາ, ນ້ຳຕານ. ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 25.10% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

2. ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ.

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະຈໍາເດືອນມັງກອນ ປີ 2019 ປະກອບມີ ນ້ຳມັນກາຊວນ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສາຍໄຟຟ້າ, ເຄເບີ້ລ, ອຸປະກອນກົນຈັກ   (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ອຸປະກອນຖ່າຍພາບ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ນ້ຳມັນແອັດຊັງ, ແອັດຊັງພິເສດ. ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 30.70% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

3. ຮູບສະແດງບັນດາປະເທດທີ່ ສປປ ລາວສົ່ງອອກສິນຄ້າ.

 ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ຈີນ, ໄທ, ຫວຽດນາມ, ອິນເດຍ, ເຢຍລະມັນ, ຍີ່ປຸ່ນ, ຈີນຮົງກົງ, ສິງກະໂປ, ອົດສະຕາລີ, ອັງກິດ ແລະ ສະວິດເຊີແລນ. ສຳລັບເປີເຊັນຂອງປະເທດອື່ນໆແມ່ນກວມ 3.87% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

4. ຮູບສະແດງບັນດາປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າສິນຄ້າ.

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດ ຄື: ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ຈີນຮົງກົງ, ສ.ເກົາຫຼີ, ອິນໂດເນເຊຍ, ໂອຕຣິສ, ອາເມລິກາ ແລະ ສິງກະໂປ. ສຳລັບເປີເຊັນຂອງປະເທດອື່ນໆແມ່ນກວມ 3.02% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

ແຫຼ່ງຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.