ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບ 1.) ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 02/ນຍ ຕິດພັນກັບ ຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແລະ ແຜນການຈັດຕັ້ງປະຕິບັດ ສຳລັບປີ 2019; 2.) ນຳສະເໜີ ໂຄງປະກອບການຈັດຕັ້ງ, ພາລະບົດບາດ ແລະ ໜ້າທີ່ ຂອງ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ຂັ້ນແຂວງ ແລະ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ; 3.) ນຳສະເໜີ ຮ່າງຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍ ການອຳນວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ (ເພື່ອປ່ຽນແທນຄຳສັ່ງ ສະບັບເລກທີ 24/ນຍ, ລົງວັນທີ 22 ກັນຍາ 2004) 4.) ປຶກສາຫາລື ກ່ຽວກັບ ປະເດັນ ແລະ ບັນຫາຕ່າງໆ ທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.