ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ 1.) ຜ່ານບົດສະຫຼຸບຕີລາຄາວຽກງານຮອບດ້ານປີ 2018 ແລະ ທິດທາງແຜນການຂອງຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2019; 2.) ນຳສະເໜີກ່ຽວກັບ ຕະຫຼາດສົ່ງອອກບາງສິນຄ້າກະສິກຳທີ່ເປັນສິນຄ້າຕົ້ນຂອງ ສປປ ລາວ; 3.) ນຳສະເໜີ ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ມາດຕະການແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ;​ 4.) ລາຍງານການຜັນຂະຫຍາຍຍຸດທະສາດການພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປະຈຳປີ 2019 ແລະ 2020; 5.) ລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍມາດຕະການທີ 5 ໃນ 8 ມາດຕະການຊຸກຍູ້ເສດຖະກິດຂອງລັດຖະບານກ່ຽວກັບການພັດທະນາ SMEs ຕິດພັນການສົ່ງເສີມການຜະລິດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.