ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ໂຍທາທິການ ແລະ ຂົນສົ່ງ        ເລກທີ 06491/ຍທຂ.ກຂສ
ນະຄອນຫຼວງ​ວຽງຈັນ, ວັນທີ 28 ມີນາ 2019

ບົດແນະນຳ

ກ່ຽວກັບການນຳໃຊ້ ການກວດຄວາມຖືກຕ້ອງດ້ານເອກະສານໃບອະນຸຍາດທາງດ້ານເຕັກນິກນຳເຂົ້າ ຍານພາຫະນະ ເພື່ອຂຶ້ນທະບຽນ ໃນ ສປປ ລາວ ໂດຍຜ່ານລະບົບພາສີປະຕູດຽວແຫ່ງຊາດ Lao Natioanal Single Window “LNSW”

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019;
  • ອີງຕາມ ແຈ້ງການຂອງຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 07086/ຫກ.ສລ, ລົງວັນທີ 3 ເມສາ 2018;
  • ອີງຕາມບົດບັນທຶກຄວາມເຂົ້າໃຈ MOU ລະຫວ່າງ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກົມພາສີ ກະຊວງການເງິນ ຄັ້ງວັນທີ 18 ພຶດສະພາ 2018.

ຫົວໜ້າກົມຂົນສົ່ງອອກບົດແນະນຳດັ່ງນີ້:

  1. ຈຸດປະສົງ

ບົດແນະນຳສະບັບນີ້ ແມ່ນກຳນົດຫຼັກການ, ຂັ້ນຕອນ, ວິທີການ ແລະ ມາດຕະການກວດກາຄວາມຖືກຕ້ອງດ້ານເອກະສານ ໃບອະນຸຍາດທາງດ້ານເຕັກນິກນຳເຂົ້າຍານພາຫະນະ ເພື່ອຂຶ້ນທະບຽນ ໃນ ສປປ ລາວ ໂດຍຜ່ານລະບົບພາສີປະຕູດຽວແຫ່ງຊາດ Lao National Single Window “LNSW” ຂອງບັນດາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ທົ່ວປະເທດ. ເພື່ອຄວາມໂປ່ງໃສ, ຄວາມເຂັ້ມງວດ, ປ້ອງກັນການປອມແປງເອກະສານ, ການຫັນເປັນທັນສະໄໝ ສາມາດເຊື່ອມໂຍງກັບສາກົນ ແລະ ສາມາດກວດກາຕິດຕາມໄດ້ຢ່າງທັນການ.

  1. ຫຼັກການລວມ

ບັນດາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ທົ່ວປະເທດ ຕ້ອງໄດ້ກວດກາບັນດາ ຂໍ້ມູນທາງດ້ານເຕັກນິກຂອງຍານພາຫະນະ ເພື່ອຂຶ້ນທະບຽນ ໃນ ສປປ ລາວ ໂດຍຜ່ານລະບົບພາສີປະຕູດຽວແຫ່ງຊາດ “LNSW” ເພື່ອຫຼຸດຜ່ອນ ຂັ້ນຕອນການນຳໃຊ້ແບບເຈ້ຍສໍ, ປ້ອງກັນການປອມແປງເອກະສານ ແລະ ຫັນໄປນຳໃຊ້ລະບົບເອເລັກໂຕນິກ ເພື່ອຄວາມຊັດເຈນ ໃນການຄຸ້ມຄອງ ການຂຶ້ນທະບຽນຍານພາຫະນະ ໃນທົ່ວປະເທດ ຢ່າງມີປະສິດທິຜົນ.

  1. ຂອບເຂດການນຳໃຊ້

ບົດແນະນຳສະບັບນີ້ ແມ່ນແນໃສ່ການກວດກາຄວາມຖືກຕ້ອງດ້ານເອກະສານໃບອະນຸຍາດທາງດ້ານເຕັກນິກຍານພາຫະນະເພື່ອນຳເຂົ້າ ແລະ ຂຶ້ນທະບຽນ ໃນ ສປປ ລາວ ທີ່ກົມຂົນສົ່ງ ກະຊວງ ຍທຂ ເປັນຜູ້ອະນຸມັດ ເພື່ອເປັນບ່ອນອີງໃນການອະນຸຍາດໃຫ້ຂຶ້ນທະບຽນຍານພາຫະນະ ຕາມລະບຽບຫຼັກການ ແກ່ບັນດາ ກອງຄຸ້ມຄອງຍານພາຫະນະ ແລະ ການຂັບຂີ່ ໃນທົ່ວປະເທດ.

  1. ການລົງທະບຽນການນຳໃຊ້

4.1. ເງື່ອນໄຂ

ພະນັກງານກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ທີ່ຈະນຳໃຊ້ ລະບົບ LNSW ຈະຕ້ອງໄດ້ລົງທະບຽນ ເພື່ອນຳໃຊ້ລະບົບໃນການກວດກາຕິດຕາມເອກະສານຈະຕ້ອງປະຕິບັດຄາມເງື່ອນໄຂ ດັ່ງນີ້:

  1. ຕ້ອງເປັນພະນັກງານຜູ້ຮັບຜິດຊອບວຽກງານຕົວຈິງ ຕາມການມອບໝາຍຂອງຄະນະນຳກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແຂວງ ແລະ ນະຄອນ
  2. ຕ້ອງມີຄວາມຮູ້ຄວາມສາມາດໃນການນຳໃຊ້ຄອມພິວເຕີ ແລະ ອິນເຕີເນັດ
  3. ຕ້ອງໄດ້ຜ່ານການຝຶກອົບຮົມ ແລະ ໄດ້ຮັບໃບຢັ້ງຢືນ ຈາກບໍລິສັດຜູ້ພັດທະນາ ລະບົບ LNSW
  4. ຕ້ອງມີທີ່ຢູ່ອີເມວ (Email address) ທີ່ສາມາດຕິດຕໍ່ພົວພັນ ແລະ ນຳສົ່ງຂໍ້ມູນຕ່າງໆໄດ້.

4.2. ການຂໍລະຫັດຜູ້ນຳໃຊ້

  1. ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແຂວງ ແລະ ນະຄອນ ຕ້ອງສັງລວມນຳສົ່ງລາຍຊື່ ຜູ້ນຳໃຊ້ລະບົບຕົວຈິງ ເປັນລາຍລັກອັກສອນ ເພື່ອສະເໜີ ຫາ ກົມຂົນສົ່ງ
  2. ກົມຂົນສົ່ງ ນຳສົ່ງລາຍຊື່ຜູ້ນຳໃຊ້ຕາມການສະເໜີ ຈາກແຂວງ ຫາ ບໍລິສັດ ຮ່ວມພັດທະນາລະບົບ LNSW ເພື່ອກວດກາຄວາມຖືກຕ້ອງ ແລະ ສ້າງລະຫັດຂອງຜູ້ນຳໃຊ້ໃຫ້ແກ່ພະນັກງານ ຕາມການສະເໜີ
  3. ລະບົບ LNSW ຈະນຳສົ່ງລະຫັດຜູ້ນຳໃຊ້ User ID ແລະ ລະຫັດຜ່ານ Passwords ໃຫ້ບັນດາຜູ້ນຳໃຊ້ ໂດຍຜ່ານ Email ສ່ວນຕົວຂອງແຕ່ລະຄົນ
  1. ວິທີການນຳໃຊ້ລະບົບ

ພະນັກງານກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ທີ່ໄດ້ຮັບລະຫັດຜ່ານລະບົບ LNSW ຕ້ອງໄດ້ປະຕິບັດ ດັ່ງນີ້:

5.1. ຂັ້ນຕອນການເຂົ້າລະບົບ

  1. ເຂົ້າຫາເວັບໄຊ www.laonsw.net ເພື່ອນຳໃຊ້ລະບົບ
  2. ປ້ອນລະຫັດຜູ້ນຳໃຊ້ User ID ເຂົ້າລະບົບ
  3. ປ້ອນລະຫັດສ່ວນຕົວ Passwords
  4. ປ້ອນຜົນບວກຕົວເລກ (ຜົນບວກດັ່ງກ່າວຈະແຕກຕ່າງກັນທຸກຄັ້ງເວລາເຂົ້າລະບົບ)
  5. ກົດ “OK” ເພື່ອເຂົ້າລະບົບ

ໝາຍເຫດ: ຂັ້ນຕອນ ແລະ ວິ ທີນຳໃຊ້ ລະບົບ LNSW ແມ່ນຢູ່ໃນປື້ມຄູ່ມືນຳໃຊ້ລະບົບ LNSW

5.2. ວິທີກວດກາຄວາມຖືກຕ້ອງດ້ານເອກະສານ

  1. ກົດເຂົ້າສັນຍາລັກ “ໃບອະນຸຍາດ” ເພື່ອກວດກາລາຍລະອຽດ ໃບອະນຸຍາດທາງດ້ານເຕັກນິກນຳເຂົ້າຍານພາຫະນະ ເພື່ອຂຶ້ນທະບຽນ ໃນ ສປປ ລາວ ແລະ ຂໍ້ມູນທາງດ້ານເຕັກນິກຂອງຍານພາຫະນະ ທີ່ກົມຂົນສົ່ງ ກະຊວງ ຍທຂ ອະນຸມັດ ໂດຍຜ່ານລະບົບ LNSW ເຊັ່ນ: ຍີ່ຫໍ້ລົດ, ສີ, ຄວາມແຮງ, ຈຳນວນລໍ້, ເລກຈັກ ແລະ ເລກຖັງ ຂອງຍານພາຫະນະທີ່ຈະຂຶ້ນທະບຽນ (ລາຍລະອຽດຕົວຢ່າງແບບຟອມຄັດຕິດ)
  2. ກວດກາໃບອະນຸຍາດນຳເຂົ້າສິນຄ້າ ຈາກ ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ເຊັ່ນ: ຍີ່ຫໍ້ລົດ, ເລກທີ ແລະ ວັນທີ ອະນຸມັດ
  3. ກວດກາໃບແຈ້ງພາສີສິນຄ້າເປັນລາຍລະອຽດ (ບໍ 40) ຂອງເຈົ້າໜ້າທີ່ພາສີ
  4. ກວດກາໃບຢັ້ງຢືນການເສຍພາສີ (ບໍ 9) ຂອງເຈົ້າໜ້າທີ່ພາສີ

ໝາຍເຫດ: ເອກະສານທັງໝົດ ຈະເປັນຮູບແບບຂໍ້ມູນທາງດ້ານເອເລັກໂຕນິກ “PDF” ທີ່ສາມາດພິມອອກ ແລະ ເກັບມ້ຽນເປັນສຳເນົາໄດ້. ສຳລັບຂັ້ນຕອນ ແລະ ວິທີນຳໃຊ້ ລະບົບ LNSW ແມ່ນຢູ່ໃນປື້ມຄູ່ມືນຳໃຊ້ ລະບົບ LNSW

  1. ການຍົກເລີກຜູ້ນຳໃຊ້ລະບົບ LNSW

ໃນກໍລະນີມີການຍົກຍ້າຍ ຫຼື ປ່ຽນແທນພະນັກງານທີ່ຮັບຜິດຊອບວຽກງານກ່ຽວຂ້ອງກັບການນຳໃຊ້ລະບົບ LNSW, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ຕ້ອງໄດ້ແຈ້ງເປັນລາຍລັກອັກສອນ ໃຫ້ກົມຂົນສົ່ງ ແລະ ບໍລິສັດຮ່ວມພັດທະນາລະບົບ LNSW ຊາບກ່ອນ 5 ວັນລັດຖະການ ເພື່ອປ້ອງກັນການເຂົ້າກວດກາຊ້ຳຊ້ອນກັນ.

  1. ການແກ້ໄຂເຫດສຸກເສີນ

ໃນກໍລະນີເກີດເຫດສຸກເສີນ ເຊັ່ນ: ໄຟຟ້າມອດ, ສັນຍານເຄືອຂ່າຍ Internet ຂັດຂ້ອງ, ໄຟໄໝ້, ນ້ຳຖ້ວມ ແລະ ເຫດສຸດວິໄສອື່ນໆ ຊຶ່ງເປັນສາເຫດເຮັດໃຫ້ບໍ່ສາມາດເຂົ້າລະບົບ LNSW ໄດ້ ແມ່ນໃຫ້ປະຕິບັດດັ່ງຕາມຂັ້ນຕອນ ດັ່ງນີ້:

  1. ຜູ້ນຳໃຊ້ ທີ່ພົບເຫັນບັນຫາຂັດຂ້ອງທາງດ້ານເຕັກນິກຂອງລະບົບ ຕ້ອງແຈ້ງຂໍ້ມູນໃຫ້ບໍລິສັດຮ່ວມພັດທະນາລະບົບ LNSW ທັນທີທີ່ພົບເຫັນບັນຫາ ໂດຍຕິດຕໍ່ຫາເບີໂທລະສັບ: 030 7776699 ຫຼື ອີເມວ: [email protected]
  2. ກໍລະນີ ລະບົບຍັງບໍ່ສາມາດ ເຊື່ອມຕໍ່ ແລະ ນຳໃຊ້ພາຍໃນ 2 ຊົ່ວໂມງ ແມ່ນສະເໜີຕິດຕໍ່ ຫາກົມຂົນສົ່ງ ເພື່ອກວດກາ ແລະ ຢັ້ງຢືນ ລາຍລະອຽດດ້ານເຕັກນິກ ທີ່ກົມຂົນສົ່ງອະນຸມັດ ເຊັ່ນ: ເລກທີ, ວັນທີອະນຸມັດ, ເລກຈັກ, ເລກຖັງ, ສີ ແລະ ຍີ່ຫໍ້ລົດ ແລະ ອື່ນໆ ເປັນການຊົ່ວຄາວ.
  3. ພາຍຫຼັງລະບົບສາມາດນຳໃຊ້ໄດ້ປົກກະຕິ ແມ່ນໃຫ້ນຳໃຊ້ລະບົບດັ່ງກ່າວທັນທີ.

8. ຂໍ້ຫ້າມ

ເພື່ອປະຕິບັດຕາມການມອບມາຍວຍກງານຂອງຂັ້ນເທິງ ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ສາມາດກວດກາຕິດຕາມ ຢ່າງເປັນລະບົບ ພະນັກງານນຳໃຊ້ລະບົບ ຈະຕ້ອງປະຕິບັດຂໍ້ຫ້າມດັ່ງນີ້:

  1. ຫ້າມພະນັງານ ທີມີລະຫັດ User ID ທີ່ເປັນຄວາມຮັບຜິດຊອບຂອງຕົນ ມອບ ລະຫັດຜູ້ໃຊ້ User ID ແລະ ລະຫັດຜ່ານ Passwords ໃຫ້ຜູ້ອື່ນນຳໃຊ້ຢ່າງເດັດຂາດ
  2. ຫ້າມພະນັກງານນຳໃຊ້ລະບົບ LNSW ນຳໃຊ້ລະບົບດັ່ງກ່າວເຄື່ອນໄຫວບໍຖືກຕ້ອງ ເຊັ່ນ: ການລັກເອົາຂໍ້ມູນຄວາມລັບໃນລະບົບ ມາດັດແປງແກ້ໄຂ ຫຼື ປອມແປງຂໍ້ມູນ, ເອກະສານ ຫຼື ການກະທຳໃດໆ ທີ່ເຮັດໃຫ້ລະບົບຂັດຂ້ອງ, ຜິດຕໍ່ກົດໝາຍ ແລະ ລະບຽບການ.

ໃນກໍລະນີຫາກພົບເຫັນການນຳໃຊ້ລະບົບ LNSW ເຂົ້າໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງ, ມອບໃຫ້ຄະນະກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແຂວງ ແລະ ນະຄອນ ສົມທົບກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ດຳເນີນການຕັກເຕືອນ, ສັ່ງໂຈະ ແລະ ກ້າວໄປເຖິງການຍົກເລີກການນຳໃຊ້ລະຫັດດັ່ງກ່າວ. ໃນກໍລະນີເຮັດຜິດຫຼາຍຄັ້ງ ແລະ ສົ່ງຜົນກະທົບຮ້າຍແຮງ ຫຼື ສ້າງຄວາມເສຍຫາຍແກ່ລະບົບ LNSW ຕ້ອງຖືກດຳເນີນຄະດີຕາມກົດໝາຍ.

  1. ການຈັດຕັ້ງປະຕິບັດ
  1. ມອບໃຫ້ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແຂວງ ແລະ ນະຄອນ ເປັນເຈົ້າການໃນການກວດກາຄວາມຖືກຕ້ອງດ້ານເອກະສານຕ່າງໆ ຂອງຂະແໜງການກ່ຽວຂ້ອງ ກ່ອນຂຶ້ນທະບຽນ ຍານພາຫະນະທຸກຄັ້ງ. ມີການກວດກາປະເມີນຜົນ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໃຫ້ກົມຂົນສົ່ງຢ່າງເປັນປົກກະຕິ.
  2. ບົດແນະນຳສະບັບນີ້ ມີຜົນສັກສິດຫຼັງລົງລາຍເຊັນ ເປັນຕົ້ນໄປ.

ຫົວໜ້າກົມ

ດຣ ບຸນຕາ ອ່ອນນາວົງ

 

# ຫົວຂໍ້ ດາວໂຫຼດ
1 ບົດແນະນຳ ກ່ຽວກັບການນຳໃຊ້ ການກວດກາຄວາມຖືກຕ້ອງດ້ານເອກະສານໃບອະນຸຍາດທາງດ້ານເຕັກນິກນຳເຂົ້າຍານພະຫະນະ ເພື່ອຂຶ້ນທະບຽນ ໃນ ສປປ ລາວ ໂດຍຜ່ານລະບົບພາສີປະຕູດຽວແຫ່ງຊາດ ເລກທີ 06491/ຍທຂ.ກຂສ, ລົງວັນທີ 28 ມີນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.