ສາລະບານ

1. ຫຼັກການ ແລະ ເຫດຜົນ
    1.1. ຈຸດປະສົງ
    1.2. ຂອບເຂດການນໍາໃຊ້

2. ຄວາມໝາຍຄວາມສໍາຄັນຂອງກຸ່ມ
3. ໂຄງຮ່າງການຈັດຕັ້ງ
4. ຄະນະກໍາມະການ
5. ພາລະບົດບາດຂອງຄະນະກໍາມະການກຸ່ມ
6. ຂອບເຂດຂອງຂະນະກໍາມະການກຸ່ມ
   6.1. ການຝຶກອົບຮົມດ້ານການຜະລິດໃຫ້ສະມາຊິກ
   6.2. ການສະໜອງຂໍ້ມູນຂ່າວສານດ້ານປັດໃຈການຜະລິດ

7. ຂອບເຂດຂອງລະບົບຄວບຄຸມພາຍໃນ
    7.1. ການສ້າງ ແລະ ປັບປຸງຂໍ້ກໍານົດ ແລະ ກົດໝາຍລະບຽບຂອງກຸ່ມ
    7.2. ການຮັບສະມາຊິກ ແລະ ກວດກາຟາມ
    7.3. ການຂື້ນທະບຽນຮອງຮັບສະມາຊິກພາຍໃນ
    7.4. ການພົວພັນກັບໜ່ວຍງານອອກໃບຢັ້ງຢືນ

8. ລາຍລະອຽດຂັ້ນຕອນການປະຕິບັດ
    8.1. ການຮັບສະໝັກ
    8.2. ການມອບໝາຍການກວດກາ
    8.3. ການກວດກາຟາມ
    8.4. ການຂື້ນທະບຽນສະມາຊິກພາຍໃນກຸ່ມ
    8.5. ການປະເມີນຂໍ້ກໍານົດ ແລະ ກົດລະບຽບຂອງກຸ່ມ
    8.6. ການສະເໜີໃຫ້ມີການພິຈາລະນາຄືນໃໝ່

9. ການບັນທືກຂໍ້ມູນຂອງລະບົບຄວບຄຸມພາຍໃນ
    9.1. ຂໍ້ມູນການດໍາເນີນງານລະບົບຄວບຄຸມພາຍໃນຂອງສະມາຊິກແຕ່ລະຄົນ
    9.2. ບົດສະຫຼຸບລະບົບຄວບຄຸມພາຍໃນ

10. ການພັດທະນາບຸກຄະລາກອນ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

ຄູ່ມື
ການສ້າງລະບົບຄວບຄຸມພາຍໃນ
ສໍາລັບການຜະລິດກະສິກໍາອິນຊີແບບກຸ່ມ

ກົມປູກຝັງພະແນກມາດຕະຖານ
ນະຄອນຫລວງວຽງຈັນສິງຫາ 2011

 ບົດນໍາ

   ເພື່ອຜັນຂະຫຍາຍ ນະໂຍບາຍຂອງພັກ ວ່າດ້ວຍການຜະລິດກະສິກໍາສະອາດ, ແຜນງານ ຜະລິດພືດສະບຽງ ແລະ ພືດ ເປັນສິນຄ້າ ຂອງຂະແໜງການກະສິກໍາ ແລະ ປ່າໄມ້, ກົມປູກຝັງ ໄດ້ພະຍາຍາມສ້າງບັນດານິຕິກໍາ ແລະ ລະບຽບການຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ ທຸກພາກສ່ວນ ນໍາໃຊ້ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
   ຄູ່ມືການສ້າງລະບົບຄວມຄຸບພາຍໃນ ສໍາລັບການຜະລິດກະສິກໍາ ອິນຊີ ແບບກຸ່ມ ໄດ້ສ້າງຂື້ນມາ ເພື່ອເປັນຄູ່ມື ແລະ ບ່ອນອີງໃຫ້ແກ່ກຸ່ມຜູ້ຜະລິດກະສິກໍາ ອິນຊີ ແລະ ວິຊາການທີ່ກ່ຽວຂ້ອງ ໃນການ ຄວບຄຸມມາດຕະຖານ ການຜະລິດກະສິກໍາອິນຊີ ຢູ່ພາຍໃນກຸ່ມຜູ້ຜະລິດຕ່າງໆ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມມາດຕະຖານ ແລະ ຫລັກການຕ່າງໆ ຂອງການຜະລິດກະສິກໍາ ອິນຊີ ແນ່ໃສ່ສົງເສີມ ການຜະລິດ ກະສິກໍາ ອິນຊີ ເປັນສິນຄ້າ ໃຫ້ນັບມື້ນັບຫລາຍຂື້ນ.
   ປື້ມຄູ່ມື້ເຫລັມນີ້ ໄດ້ຮຽບຮຽງ ແລະ ພັດທະນາມາຈາກ ບົດຮຽນຕົວຈິງ ແລະ ເອກະສານອ້າງອີງ ຈາກແຫຼ່ງຕ່າງໆ. ດັ່ງນີ້, ກົມປູກຝັງ ຫວັງຢ່າງຍິງວ່າ ຈະສ້າງງຄວາມອໍານວຍສະດວກ ທາງດ້ານ ວິທີປະຕິບັດ ໃຫ້ແກ່ ກຸ່ມຜູ້ຜະລິດ ແລະ ຜູ້ປະກອບການ ນໍາໄປໝູນໃຊ້ ໃນການຜະລິດ ກະສິກໍາ ອິນຊີ ໃນກຸ່ມບ້ານພັດທະນາ ຫລື ຟາມ ເພື່ອເປັນແນວທາງໃຫ້ກັບ ວິຊາການໃນການຍົກລະດັບ ຄູນນະພາບ ຂອງການຜະລິດກະສິກໍາ ອິນຊີ ໃຫ້ດີຍິ່ງຂື້ນ.
   ປື້ມຄູ່ມື ສະບັບນີ້ ໄດ້ຈັດພິມເປັນຄັ້ງທໍາອິດ. ດັ່ງນັ້ນ, ຈິ່ງປາສະຈາກບໍ່ໄດ້ ຂໍ້ຂາດຕົກບົກຜ່ອງ ດ້ານຕ່າງໆ. ຊື່ງກົມປູກຝັງ ພ້ອມຍອມຮັບ ຄໍາຕໍານິຕິຊົມ ເພື່ອເອົາມາປັບປຸງແກ້ໄຂ ແລະ ປັບປຸງ ປື້ມຄູ່ມືຫົວນີ້ ໃຫ້ດີຂື້ນເລື້ອຍໆ.

ຫົວໜ້າກົມປູກຝັງ
ດຣ. ມົນທາທິບ ຈັນເພັງໄຊ


1. ຫຼັກການ ແລະ ເຫດຜົນ
   ການຜະລິດກະສິກໍາ ຢູ່ ສປປ ລາວ ຍັງເປັນການຜະລິດ ແບບຂະໜາດນ້ອຍ ກະແຈກກະຈາຍ, ໃນກໍລະນີ ຕ້ອງການຢັ້ງຢືນ ມາຕະຖານ ຈິງມີຄວາມຫຍຸ້ງຍາກ ແລະ ມີຄ່າໃຊ້ຈ່າຍສູງ ສໍາລັບຊາວ ກະສິກອນ ທີ່ຈະຂໍການຢັ້ງຢືນເປັນລາຍບຸກຄົນ. ດັ່ງນັ້ນ, ເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ຈິ່ງມີຄວາມຈໍາເປັນ ຕ້ອງໄດ້ ລວມຕົວກັນ ຜະລິດເປັນກຸ່ມ ແລະ ຂໍການຢັ້ງຢືນ ແບບກຸ່ມ. ດັ່ງນັ້ນ ການຂໍສະໝັກການຢັ້ງຢືນມາດຕະຖານແບບກຸ່ມ ຈິ່ງມີຄວາມຈໍາເປັນຕ້ອງສ້າງລະບົບຄວບຄຸມພາຍໃນ ເພື່ອຄວບຄຸມ ແລະ ເບິ່ງແຍງ ລະບົບການຜະລິດ ແລະ ມາດຕະຖານຄຸນນຸພາບ ຢູ່ໃນກຸ່ມຜະລິດ. ຂ້າງເທິງ

1.1. ຈຸດປະສົງ
   ເພື່ອອໍານວຍຄວາມສະດວກໃຫ້ແກ່ ກຸ່ມຜູ້ຜະລິດກະສິກໍາ ອິນຊີ ແລະ ວິຊາການທີ່ກ່ຽວຂ້ອງ ໃນການສ້າງລະບົບ ຄວບຄຸມພາຍໃນ ໃຫ້ຖືກປະຕິບັດ ຕາມມາດຕະຖານ ກະສິກໍາ ອິນຊີ ແນ່ໃສ່ຮັບປະກັນ ດ້ານຄຸນນະພາບ ຂອງຜົນຜະລິດ ກະສິກໍາອິນຊີ ແນ່ໃສ່ ຮັບປະກັນ ດ້ານຄຸນນະພາບ ຂອງຜົນຜະລິດ ກະສິກໍາ ອິນຊີ. ຂ້າງເທິງ

1.2. ຂອບເຂດການນໍາໃຊ້
   ຄູ່ມືການສ້າງລະບົບຄວບຄຸມພານໃນ ມີຂອບເຂດການນໍາໃຊ້ດັ່ງນີ້:

  • ການສົ່ງເສີມຄວາມຮູ້ ກ່ຽວກັບ ການຜະລິດ ກະສິກໍາ ອິນຊີ ໃຫ້ແກ່ກຸ່ມ ຜະລິດ, ຜູ້ສົນໃຈ ແລະ ນັກຮຽນປັນຍາຊົນ
  • ການຈັດການລະບົບຄວບຄຸມພາຍໃນ ຂອງກຸ່ມຜູ້ຜະລິດ ໃຫ້ປະຕິບັດຖືກຕ້ອງ ຕາມມາດຕະຖານກະສິກໍາ ອິນຊີ. ຂ້າງເທິງ

2. ຄວາມໝາຍຄວາມສໍາຄັນຂອງກຸ່ມ
   ກຸ່ມຜູ້ຜະລິດ ມີບົດບາດສໍາຄັນ ໃນການກໍານົດທິດທາງ ແລະ ແຜນການ ພັດທະນາຂອງກຸ່ມ ໃຫ້ໄປຕາມທິດທາງ ແລະ ນະໂຍບາຍ ຂອງພັກ-ລັດຖະບານ. ນອກຈາກນັ້ນ, ການຜະລິດ ແບບກຸ່ມຍັງສາມາດເຂົ້າເຖິງແຫຼ່ງທຶນ ແລະ ການຊ່ວຍເຫລືອ ທາງດ້ານວິຊາການ ຈາກພາກສ່ວນຕ່າງໆ ດ້ງ່າຍຂື້ນ ແລະ ພ້ອມທັງເພີ່ມ ອໍານາດໃນການແຂ່ງຂັນ ທາງດ້ານລາຄາ ແລະ ຕະຫລາດອີກດ້ວຍ. ຂ້າງເທິງ

3. ໂຄງຮ່າງການຈັດຕັ້ງ
   ໂດຍທົ່ວໄປກຸ່ມຜູ້ຜະລິດໜຶ່ງໆ ຈະປະກອບດ້ວຍຫົວໜ້າ ແລະ ຄະນະກຸ່ມ ຈໍານວນໜຶ່ງ. ນອກນັ້ນ, ຍັງປະກອບມີ ຜູ້ຮັບຜິດຊອບ ດ້ານວຽກງານ ຕ່າງໆເຊັ່ນ: ວຽກງານຄວບຄຸ່ມ ລະບົບ ຄຸນນະພາບ, ວຽກງານວິຊາການ, ວຽກງານການຕະຫລາດ ແລະ ກອງທຶນ-ສະຫວັດດີການກຸ່ມເປັນຕົ້ນ. 


ຂ້າງເທິງ

4. ຄະນະກໍາມະການ
   ຄະນະກໍາມະການຈະປະກອບດວ້ຍ ຫົວໜ້າກຸ່ມ, ຮອງຫົວໜ້າກຸ່ມ, ຜູ້ຮັບຜິດຊອບ ວຽກງານ ແຕ່ລະດ້ານເຊັ່ນ: ຜູ້ຮັບຜິດຊອບວຽກງານ ລະບົບຄວບຄຸມພາຍໃນ, ຜູ້ຮັບຜິດຊອບວຽກງານວິຊາການ, ຜູ້ຮັບຜິດຊອບວຽກງານ ການຕະຫລາດ ແລະ ຜູ້ຮັບຜິດຊອບ ວຽກງານກອງທຶນ ເປັນຕົ້ນ. ຂ້າງເທິງ

5.  ພາລະບົດບາດຂອງຄະນະກໍາມະການກຸ່ມ 

ຕໍາແໜ່ງ

ບົດບາດໜ້າທີ່

ຜູ້ມີອໍານາດແຕ່ງຕັ້ງ

ຫົວໜ້າກຸ່ມ

  • ອະນຸມັດ ແລະ ຮັບຮອງ ຄູ່ມື ລະບົບຄວບຄຸມ ພາຍໃນກຸ່ມ ຜູ້ຜະລິດຂອງຕົນ ໂດຍການເຫັນດີ ຂອງຄະນະກໍາມະການ.
  • ເຮັດສັນຍາ ສະມາຊິກ ພາຍໃນກຸ່ມ
  • ຮັບຮອງການຕົກລົງເຫັນດີ ຂອງ ຄະນະກໍາມະການ ກຸ່ມ

ຄະນະກໍາມະການກຸ່ມ

ຮອງຫົວໜ້າກຸ່ມ ຜູ້ຮັບຜິດຊອບ ວຽກງານລະບົບ ຄວບຄຸມພານໃນ

  • ສະນັບສະໝູນ ວາງນະໂຍບາຍລວມ ຂອງ ການຜະລິດ ກະສິກໍາອິນຊີ ແລະ ລະບົບຄວບຄຸມ ພາຍໃນ.
  • ພັດທະນາລະບົບ ຄວບຄຸມພາຍໃນ ຂອງ ການຜະລິດກະສິກໍາອິນຊີ.
  • ປະສານງານກັບໜ່ວຍງານ ອອກໃບຢັ້ງຢືນ ເພື່ອ ໃຫ້ກຸ່ມປະຕິບັດ ຕາມຂໍ້ກໍານົດ ຂອງລະບົບ ຄວບຄຸມ ພາຍໃນທີ່ໜ່ວຍງານ ອອກໃບຢັ້ງຢືນ ວາງອອກ.
  • ປະສານງານກັບໜ່ວຍງານ ກວດກາຢັ້ງຢືນ ຈາກພາຍນອກ
  • ມອບໃຫ້ວຽກງານ ກວດກາລະບົບຄວບຄຸມພາຍໃນ ໃຫ້ແກ່ ພະນັກງານກວດກາຢູ່ແຕ່ລະກຸ່ມ
  • ອອກແບບລະບົບ ເອກະສານ ຂອງ ລະບົບຄວບຄຸມ ພາຍໃນ
  • ແຈ້ງຜົນພິຈາລະນາການຢັ້ງຢືນ ໃຫ້ກຸ່ມຜູ້ຜະລິດ ຮັບຮູ້.

ຄະນະກໍາມະການກຸ່ມ

ຮອງຫົວໜ້າກຸ່ມ ຜູ້ຮັບຜິດຊອບ ວຽກງານວິຊາການ ກະສິກໍາອິນຊີ

  • ຈັດກິດຈະກໍາ ສົ່ງເສີມ ຂະບວນການ ຮຽນຮູ້ເລື່ອງ ການຜະລິດກະສິກໍາອິນຊີ ລວມທັງມາດຕະຖານນ ກະສິກໍາອິນຊີ ໃຫ້ກັບກຸ່ມຜູ້ຜະລິດ.
  • ເກັບຂໍ້ມູນ ເອກະສານເຊັ່ນ: ແຜນວາດ, ທີ່ຕັ້ງ, ປະຫັວດຟາມ ແລະ ຂື້ນທະບຽນຟາມ.
  • ຈັດຝຶກ ອົບຮົມ ໃຫ້ກັບ ວິຊາການ ພາຍໃນກຸ່ມ ຜະລິດກະສິກໍາອິນຊີ.
  • ແນະນໍາເຕັກນິກວິຊາການ ກ່ຽວກັບການ ນໍາໃຊ້ປັດໃຈ ຜະລິດ ແລະ ເຮັດຝຸ່ນບົ່ມ, ຝຸ່ນໝັກ, ນ້ໍາສະກັດ ຊີວະພາບ ແລະ ເຕັກນິກ ອື່ນໆ ທີ່ກ່ຽວຂ້ອງກັບການຜະລິດ ກະສິກໍາອິນຊີ.

ຄະນະກໍາມະການກຸ່ມ

ຮອງຫົວໜ້າກຸ່ມ ຜູ້ຮັບຜິດຊອບຝ່າຍ ການຕະຫລາດ

  • ກວດກາການຮັບຊື້ ຜົນຜະລິດ ກະສິກໍາ ອິນຊີ, ການຈັດຈໍາແນກ ແລະ ການຈັດເກັບ ຜົນຜະລິດ ກະສິກໍາ ອິນຊີ
  • ເກັບຂໍ້ມູນຜົນຜະລິດ, ການຊື້-ຂາຍ ຜົນຜະລິດ.
  • ບັນຊີ ແລະ ກ້ອງທຶນກຸ່ມ

ຄະນະກໍາມະການກຸ່ມ

ພະນັກງານ ການກວດ ກາລະບົບ ຄວບຄຸມພາຍໃນ

  • ຈັດລະບົບ ເອກະສານ ຂໍ້ມູນຂອງສະມາຊິກ ໃນກຸ່ມ ຜູ້ຜະລິດ ໃຫ້ທັນ ກັບເຫັດການ ແລະ ຄົບຖ້ວນ
  • ໃຫ້ຄວາມຮູ້ກຸ່ມ ຜູ້ຜະລິດ ກ່ຽວກັບ ຂໍ້ກໍານົດໃນ ມາດຕະຖານ ກະສິກໍາ ອິນຊີ ແລະ ການປັບປຸງ ລະ ບຽບພາຍໃນກຸ່ມ ໃຫ້ເປັນຕາມມາດຖະຖານ
  • ກວດກາຟາມ ລະບົບຄວບຄຸມ ພາຍໃນ ຂອງ ສະມາຊິກ ພາຍໃນກຸ່ມ.

ຄະນະກໍາມະການກຸ່ມ

ຂ້າງເທິງ

ໂຮງຮ່າງຄະນະກໍາມະການຮັບຮອງສະມາຊິກ
ເພື່ອຂໍການຢັ້ງຢືນ ກະສິກໍາ ອິນຊີ


ຂ້າງເທິງ

6. ຂອບເຂດຂອງຄະນະກໍາມະການກຸ່ມ
   ປະກອບດ້ວຍສອງດ້ານຄື:

  • ການຝຶກອົບຮົມ ໃຫ້ຄວາມຮູ້ ການຜະລິດ ໃຫ້ສະມາຊິກ ໃນກຸ່ມຜູ້ຜະລິດ.
  • ໃຫ້ຄວາມຮູ້ ແລະ ແຫຼ່ງຂໍ້ມູນ ກ່ຽວກັບ ປັດໃຈການຜະລິດໃຫ້ສະມາຊິກ ໃນກຸ່ມຜູ້ຜະລິດ. ຂ້າງເທິງ

6.1. ການຝຶກອົບຮົມດ້ານການຜະລິດໃຫ້ສະມາຊິກ
   ກຸ່ມຜະລິດ ກະສິກໍາ ອິນຊີ ຈະເຮັດໜ້າທີ່ການຈັດຝຶກອົບຮົມ ໃຫ້ກັບ ສະມາຊິກ ແລະ ຜູ້ກ່ຽວກັບ ເຕັກການຜະລິດ, ລະບຽບການ ແລະ ມາດຕະຖານ ການຜະລິດກະສິກໍາອິນຊີ ເພື່ອໃຫ້ສະມາຊິກ ແລະ ຜູ້ກ່ຽວຂ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານມາດຕະຖານ ແລະ ຂໍ້ກໍານົດ ຂອງໜ່ວຍງານ ອອກໃບຢັ້ງຢືນ. ການຈັດຝຶກອົບຮົມ ໃຫ້ສະມາຊິກ ປະກອບດ້ວຍຫົວຂໍ້ດັ່ງຕໍ່ໄປນີ້:

  • ການປັບປຸງບໍາລຸງດິນໃນລະບົບກະສິກໍາອິນຊີ.
  • ເຕັກນິກການເຮັດຝຸ່ນບົ່ມ, ນ້ໍາສະກັດ
  • ການວາງແຜນການໃຊ້ຝຸ່ນອິນຊີ
  • ການປ້ອງກັນກໍາຈັດສັດຕູພືດ ແບບກະສິກໍາ ອິນຊີ
  • ການຈັດການຫລັງການເກັບກ່ຽວ
  • ການເຮັດແນວປ້ອງກັນ
  • ມາດຕະຖານກະສິກໍາ ອິນຊີ ກ່ຽວຂ້ອງກັບການຜະລິດ-ການຈັດການຟາມ ຂອງສະມາຊິກ ໃນກຸ່ມຢ່າງໜ້ອຍປີລະ 1 ເທື່ອ ຫລື ຕາມຄວາມຈໍາເປັນ, ການຝຶກອົບຮົມຕ້ອງ ກ່ຽວຂ້ອງ ກັບການກວດກາຢັ້ງຢືນ ມາດຕະຖານ ກະສິກໍາອິນຊີ ແລະ ຂໍ້ກໍານົດ ຫລື ລະບຽບບັງຄັບ ສໍາລັບສະມາຊິກ. ຂ້າງເທິງ

6.2.  ການສະໜອງຂໍ້ມູນຂ່າວສານດ້ານປັດໃຈການຜະລິດ 
   ກຸ່ມຜະລິດກະສິກໍາອິນຊີ ມີໝ້າທີ່ປະສານງານ, ໃຫ້ຄວາມຮູ້ ແລະ ແຫຼ່ງຂໍ້ມູນ ໃນການຈັດຫາປັດໃຈ ການຜະລິດ ໃຫ້ສະມາຊິກ ແລະ ເຮັດລາຍຊື່ ປັດໃຈການ ຜະລິດ ທີ່ສະມາຊິກ ສາມາດໃຊ້ເຂົ້າ ໃນການຜະລິດ ກະສິກໍາອິນຊີ ໄດ້ເຊັ່ນ:

  • ແນວພັນ.
  • ຝຸ່ນອິນຊີ.
  • ເຊື້ອຊີວະວິທະຍາ ແລະ ສານອິນຊີ ສໍາລັບໃຊ້ການປ້ອງກັນກໍາຈັດ ສັດຕູພືດ.
  • ພາຊະນະບັນຈຸຜົນຜະລິດ, ກຸ່ມຜະລິດ ຈະຈັດການກວດ ແຫຼ່ງທີ່ມາ ຂອງປັດໃຈການຜະລິດ ທີ່ຕັ້ງຢູ່ບໍລິເວນ ໃກ້ຄຽງ ກັບສະມາຊິກ ໂດຍສະເພາະ ແຫຼ່ງທີ່ມາຂອງ ຂີ່ໄກ່ (ແລະສັດປິກອື່ນໆ) ວ່າມີຟາມໃດທີ່ສາມາດຝຸ່ນຄອກ ມາໃຊ້ຟາມກະສິສໍາອິນຊີໄດ້ ແລະ ເຮັດລາຍຊື່ແຫຼ່ງ ທີ່ມາ ຂອງປັດໃຈການ ຜະລິດນັ້ນໃຫ້ສະມາຊິກຮັບຮູ້. ຂ້າງເທິງ

7. ຂອບເຂດຂອງລະບົບຄວບຄຸມພາຍໃນ
  ໂດຍທົ່ວໄປ ຂອບເຂດຂອງລະບົບຄວບຄຸມພາຍໃນ ຂອງ ກຸ່ມຜູ້ຜະລິດ ກະສິກໍາ ອິນຊີ ປະກອບດ້ວຍ 4 ດ້ານຄື:

  • ການຈັດຕັ້ງປະຕິບັດ ແລະ ສ້າງລະບຽບພາຍໃນຂອງກຸ່ມ.
  • ການຮັບສະໝັກ ສະມາຊິກ ແລະ ກວດກາຟາມ.
  • ການຂື້ນທະບຽນຮັບຮອງ ສະມາຊິກພາຍໃນກຸ່ມ.
  • ການພົວພັນ ກັບໜ່ວຍງານ ອອກໃບຢັ້ງຢືນ. ຂ້າງເທິງ

7.1. ການສ້າງ ແລະ ປັບປຸ່ງຂໍ້ກໍານົດ ແລະ ກົດໝາຍລະບຽບຂອງກຸ່ມ
   ກຸ່ມຜູ້ຜະລິດ ກະສິກໍາ ອິນຊີ ຕ້ອງໄດ້ສ້າງລະບຽບພາຍໃນ ຂອງກຸ່ມຂື້ນມາ ໂດຍອີ່ງໃສ່  ມາດຕະຖານ ແລະ ຂໍ້ຫ້າມຕ່າງໆ ຂອງກະສິກໍາ ອິນຊີ ທັງພາຍໃນ ແລະ ຕ່າງປະເທດ. ກຸ່ມຜູ້ຜະລິດ ກະສິກໍາ ອິນຊີ ຕ້ອງປັບປຸງລະບຽບ ພາຍໃນຂອງກຸ່ມ ໃນເມື່ອມາດຕະຖານ ແລະ ຂໍ້ຫ້າມຕ່າງໆ ມີການປັບປຸງ ແລະ ປ່ຽນແປງ ເພື່ອໃຫ້ລະບຽບ ຂອງກຸ່ມ ສອດຄ່ອງກັບມາດຕະຖານ ກະສິກໍາອິນຊີ. ຂ້າງເທິງ

7.2. ການຮັບສະມາຊິກ ແລະ ກວດກາຟາມ
   ກຸ່ມຜູ້ຜະລິດກະສິກໍາອິນຊີ ຕ້ອງສ້າງແບບຟອມໃບສະໝັກສໍາລັບ ຜູ້ຜະລິດທີ່ສົນໃຈ ທີ່ຈະເຂົ້າຮ່ວມກຸ່ມ ເພື່ອສ້າງຂໍ້ມູນ ພື້ນຖານຂອງຟາມ ຊຶ່ງປະກອບດ້ວຍ: ສັນຍາຂໍ້ຕົກລົງການເຂົ້າຮ່ວມກຸ່ມ, ປະຫວັດຟາມ, ແຜນທີ່ຟາມ ແລະ ແຜນການຜະລິດ ປະຈໍາປີ.
   ກຸ່ມຜູ້ຜະລິດກະສິກໍາອິນຊີ ຈະກໍານົດເວລາໃນການກວດກາຟາມ ໃຫ້ແກ່ສະມາຊິກ ໂດຍພິຈາລະນ ຈາກຄວາມສ່ຽງຂອງການຜະລິດ ແລະ ການປະຕິບັດ ຕາມມາດຕະຖານ ກະສິກໍາອິນຊີ ພ້ອມທັງກໍານົດ ໄລຍະເວລາທີ່ ເໝາະສົມ ແລະ ມອບໝາຍໃຫ້ຜູ້ກວດກາຂອງກຸ່ມໄປກວດຟາມ, ແຕ່ຜູ້ກວດກາ ຂອງກຸ່ມ ບໍ່ສາມາດ ກວດກາຟາມ ຂອງຕົນເອງ ຫລື ຍາດພີ່ນ້ອງ. ການກວດກາຟາມ ຕ້ອງປະຕິບັດຢ່າງໜ້ອຍ ປີລະ 1 ຄັ້ງ. ຂ້າງເທິງ

7.3. ການຂື້ນທະບຽນຮອງຮັບສະມາຊິກພາຍໃນ
   ຄະນະກໍາມະການກຸ່ມ ຈະເປັນຜູ້ພິຈາລະນາ ຮັບຮອງການຂື້ນທະບຽນ ສະມາຊິກ ແລະ ແຈ້ງຜົນ ການຮັບຮອງ ໃຫ້ສະມາຊິກພາຍໃນກຸ່ມ ຮັບຊາບ ພ້ອມທັງ ບັນທືກ ລາຍຊື່ ສະມາຊຶກ ທີ່ໄດ້ຮັບການຂື້ນທະບຽນ ຮັບຮອງ ຕາມລະບຽບ ຂ້ອງກຸ່ມ ແລະ ສົ່ງສໍາເນົາ ໃຫ້ໜ່ວຍງານ ອອກໃບຢັ້ງຢືນ.
   ໃນກໍລະນີທີ່ມີການກວດພົບວ່າ ສະມາຊິກມີການລະເມີດລະບຽບ ຂອງກຸ່ມ, ກຸ່ມຈະກໍານົດບົດລົງໂທດ ທີ່ເໝາະສົມ ເຊັ່ນ: ການຕັກເຕືອນ, ປັບໃໝ, ໂຈະ ການເຮັບຊື້ຜົນຜະລິດ, ເພີ່ມໄລຍະເວລາປັບປ່ຽນ, ໃຫ້ອອກຈາກກຸ່ມ ຫລື ມາດຕະການ ອື່ນໆ ທີ່ເໝາະສົມ.
   ສະມາຊິກທີ່ຖືກລົງໂທດ ມີສິດສະເໜີຂໍໃຫ້ຄະນະກໍາມະການກຸ່ມ ພິຈາລະນາ ແລະ ທວນຄໍາຕັດສິນ ຄືນໃໝ່ ໃນເວລາອັນເໝາະສົມ ແຕ່ໃນໄລຍະເວລາ ການສະເໜີ ຂໍໃຫ້ມີການ ພິຈາລະນາຄືນໃໝ່ ໃຫ້ຖືວ່າ ຄໍາຕັດສິນເກົ່າ ຂອງຄະນະກໍາມະການກຸ່ມ ຍັງມີຜົນບັ້ງຄັບໃຊ້ຢູ່. ຂ້າງເທິງ

7.4. ການພົວພັນກັບໜ່ວຍງານອອກໃບຢັ້ງຢືນ
   ຂະນະກຸ່ມ ຜູ້ຮັບຜິດຊອບວຽກງານ ລະບົບຄວມຄຸມພາຍໃນ ເປັນຜູ້ຮັບຜິດຊອບ ໃນການປະສານງານ ກັບໜ່ວຍງານ ອອກໃບຢັ້ງຢືນ ຕັ້ງແຕ່ ການສະໝັກ ຂໍການຢັ້ງຢືນ, ການຕໍ່ອາຍຸ ການຢັ້ງຢືນ (ລວມທັງສ້າງ ເອກະສານ ທີ່ກ່ຽວຂ້ອງ ປະກອບ ການສະໝັກ ຂໍການຢັ້ງຢືນ ແລະ ການຕໍ່ອາຍຸ) ຕະຫລອດຮອດການພົວພັນ ການກວດກາກຸ່ມ ແລະ ການຢັ້ງຢືນ ຂອງໜ່ວຍງານອອກໃບຢັ້ງຢືນ.
   ແຕ່ລະປີກຸ່ມຜູ້ຜະລິດກະສິກໍາ ອິນຊີ ຕ້ອງເຮັດລາຍງານ ປະຈໍາປີ ຂອງ ລະບົບຄວບຄຸມພາຍໃນ ໃຫ້ກັບ ໜ່ວຍງານ ອອກໃບຢັ້ງຢືນ. ຂ້າງເທິງ

8. ລາຍລະອຽດຂັ້ນຕອນການປະຕິບັດ

8.1. ການຮັບສະໝັກ

  1. ຜູ້ຜະລິດ ທີ່ມີຄວາມສົນໃຈ ຢາກເຂົ້າຮ່ວມກຸ່ມ ຜູ້ຜະລິດກະສິກໍາອິນຊີ ທຸກຄົນຕ້ອງ ຂື້ນທະບຽນ ເປັນສະມາຊິກກຸ່ມ ໂດຍແຈ້ງໃຫ້ຄະນະກໍາມະການ ຂອງກຸ່ມຮັບຮູ້ ແລະ ປະກອບເອກະສານດັ່ງລຸ່ມນີ້:
  • ສັນຍາຂໍ້ຕົກລົງ (ຜູ້ຜະລິດກັບ ກຸ່ມຜູ້ຜະລິດ)
  • ປະຫວັດຟາມ
  • ແຜນການຜະລິດ
  • ແຜນທີ່ຟາມທັງໝົດ ແລະ ແຜນທີ່ຟາມກະສິກໍາ ອິນຊີ
  1. ຫລັງຈາກການສະໝັກ ຜູ້ຜະລິດຕ້ອງເລີ້ມ ປະຕິບັດ ຕາມລະບຽບ ແລະ ຂໍ້ກໍານົດ ຂອງກຸ່ມ ແລະ ວັນທີ່ຜູ້ຜະລິດ ສະໝັກເຂົ້າຮ່ວມກຸ່ມຈະເປັນ ມື້ເລີ້ມຕົ້ນ ຂອງໄລຍະປັບປ່ຽນ.
  2. ໃນກໍລະນີ ທີ່ເອກະສານ ສະໝັກບໍ່ຄົບຖ້ວນ ກຸ່ມຜູ້ຜະລິດ ຈະສົ່ງຄືນໃຫ້ຜູ້ສະໝັກ ຫລື ມອບໝາຍໃຫ້ວິຊາການທີ່ກ່ຽວຂ້ອງ ດໍາເນີນການໃຫ້ຮຽບຮ້ອຍ ເປັນຕົ້ນແມ່ນ:
  • ການລົງລາຍເຊັນ ໃສ່ສັນຍາຂໍ້ຕົກລົງ, ປະຫວັດຟາມ ແລະ ແຜນການຜະລິດ
  • ແຜນທີ່ຟາມ ກະສິກໍາ ອິນຊີ
  • ການຜະລິດປະຈໍາປີ
  • ລາຍລະອຽດ ພື້ນທີ່ການຜະລິດກະສິກໍາ ອິນຊີ
  1. ຖ້າໃບສະໝັກຖືກຕ້ອງຄົບຖ້ວນ
  • ກຸມ່ຜະລິດຕ້ອງກໍານົດ  ເລກລະຫັດ ສະມາຊິກ ໃຫ້ກັບຜູ້ຜະລິດ ແລະ ເລກລະຫັດນີ້ຈະໃຊ້ກັບ ເອກະສານ ບັນທືກຂໍ້ມູນຕ່າງໆ ຂອງຜູ້ຜະລິດຄົນນັ້ນ.
  • ໃຫ້ບັນທືກຂໍ້ມູນຂອງຜູ້ຜະລິດໃຫ້ແຈ້ງໃສ່ເອກສານໃບສະໝັກ ລົງໃນຖານຂໍ້ມູນທະບຽນສະມາຊິກຂອງກຸ່ມຊິກ ຂອງກຸ່ມຜູ້ຜະລິດກະສິກໍາອິນຊີ.
  • ຜູ້ຜະລິດທີ່ສະໝັກເຂົ້າຮ່ວມກຸ່ມຈະໄດ້ຮັບເອກະສານຂອງກຸ່ມຄື:
  • ຂໍ້ກໍານົດ ແລະ ກົດລະບຽບການຜະລິດກະສິກໍາອິນຊີ ຂອງກຸ່ມ.
  • ແບບຟອມບັນທືກປັດໃຈການຜະລິດ
  1. ໃນການຕໍ່ອາຍຸ ປະຈໍາປີ ກຸ່ມຕ້ອງກະກຽມ ແຜນການຜະລິດປະຈໍາປີ ໂດຍຖືເປັນເອກະສານການຕໍ່ ອາຍຸປະຈໍາປີຂອງສະມາຊິກ ແຕ່ລະຄົນ ຍົກເວັ້ນໃນກໍລະນີ ທີ່ມີການປ່ຽນແປງ ສິດການນໍາໃຊ້ ທີ່ດິນ ກະສິກໍາ ຫລື ຂໍ້ມູນກ່ຽວກັບສະມາຊິກ ຕ້ອງປັບປຸງ ຂໍ້ມູນ ໃນເອກະສານປະຫວັດຟາມ ແລະ ແຜນທີ່ຟາມ ໃຫ້ທ່ວງທັນກັບ ເຫດການ. ຂ້າງເທິງ

8.2. ການມອບໝາຍການກວດກາ

  1. ຄະນະກຸ່ມ ຜູ້ຮັບຜິດຊອບ ວຽກງານລະບົບ ຄວບຄຸມ ພາຍໃນ ຈະເປັນຜູ້ຄັດເລືອກນັກກວດກາລະບົບຄວບຄຸມພາຍໃນຟາມ ໂດຍພິຈາລະນາຈາກຫຼັກການດັ່ງນີ້:
  • ນັກກວດກາຈະຕ້ອງການຝຶກອົບຮົມຈາກ ໜ່ວຍງານອອກໃບຢັ້ງຢືນ ຂອງກົມປູກຝັງ ຫລື ໜ່ວຍງນອອກໃບຢັ້ງຢືນອື່ນ ແລະ ໄດ້ຮັບການຄັດເລືອກໃຫ້ເປັນ ນັກກວດກາ ລະບົບຄວບຄຸມ ພາຍໃນ.
  • ນັກກວດກາ ທີ່ໄດ້ມອບໝາຍວຽກງານ ໃຫ້ກວດກາຟາມ ບໍ່ສາມາດ ກວດກາຟາມ ຂອງຕົນເອງ ແລະ ຍາດຕິພີນ້ອງ ກັບຜູ້ຜະລິດ ທີ່ອາດຈະເຮັດໃຫ້ນັກກວດກາ ບໍ່ໂປ້ງໃສ.
  1. ໃນການກວດກາຟາມ ຄະນະກຸ່ມ ຜູ້ຮັບຜິດຊອບ ວຽກງານ ລະບົບຄວບຄຸມ ພາຍໃນ ຈະມອບໝາຍ ວຽກງານ ກວດກາໃຫ້ນັກກວດກາ ໄປກວດກາໃນໄລຍະເວລາ ຂອງການຜະລິດ ເຊັ່ນ: ໄລຍະເວລາປູກ ຫຼື ໄລຍະທີ່ມີຄວາມສ່ຽງ ສູງຕໍ່ການລະບາດ ຂອງພະຍາດ ແລະ ແມງໄມ້ ແລະ ຄວາມສ່ຽງທີ່ຈະໃຊ້ ສານເຄມີ ເຂົ້າໃນການຜະລິດ.
  2. ຄະນະກຸ່ມ ຜູ້ຮັບຜິດຊອບ ວຽກງານລະບົບຄວບຄຸມພາຍໃນ ຕ້ອງຈໍາແນກ ຜູ້ຜະລິດ ອອກເປັນ 2 ກຸ່ມ ຄື: ກຸ່ມທີ່ມີຄວາມສ່ຽງສູງ ແລະ ກຸ່ມທີ່ມີຄວາມສ່ຽງຕໍ່າ ໂດຍພິຈາລະນາຈາກ:
  • ໄລຍະເວລາ ຂອງການເຂົ້າຮ່ວມກຸ່ມ (ຜູ້ຜະລິດທີ່ເຂົ້າຮ່ວມໃນປີທໍາອິດ ຈັດຢູ່ໃນກຸ່ມ ທີ່ມີຄວາມສ່ຽງສູງ).
  • ປະຫວັດຂອງການກວດກາ ຢັ້ງຢືນ ແລະ ເງື່ອນໄຂການຢັ້ງຢືນ ໃນປີຜ່ານມາ ທີ່ມີຄວາມສ່ຽງ ຕໍ່ຄວາມເປັນກະສິກໍາ ເຄມີຂອງຜະລິດຕະພັນ.
  1. ຄະນະກຸ່ມ ຜູ້ຮັບຜິດຊອບ ວຽກງານລະບົບຄວບຄຸມພາຍໃນ ຈະມອບໝາຍ ວຽກງານ ກວດກາຟາມ ທີ່ມີຄວາມສ່ຽງສູງ ໃຫ້ກັບນັກກວດກາທີ່ມີປະສົບການຫລາຍກວ່າ ແລະ ກຸ່ມທີ່ຄວາມສ່ຽງຕ່ໍາ ໃຫ້ກັບນັກກວດກາ ທີ່ມີປະສົບການ ໜ້ອຍກວ່າ.
  2. ເອກະສານຂໍ້ມູນ ຂອງຜູ້ສະໝັກ ລວມເຖິງລາຍງານ ການກວດກາ ໃນຄັ້ງທີ່ຜ່ານມາ ໃຫ້ກັບນັກກວດກາ.
  3. ນັກກວດກາ ຈະລົງໄປກວດກາຟາມພາຍໃນ 15 ວັນ ຫຼັງຈາກທີ່ໄດ້ຮັບມອບໝາຍວຽກງານກວດກາ ໂດຍຜູ້ກວດກາ ຈະແຈ້ງໃຫ້ສະມາຊິກຮັບຮູ້ລ່ວງໜ້າ ຫຼື ບໍ່ແຈ້ງກໍ່ໄດ້.
  4. ການກວດກາຟາມ ຕ້ອງດໍາເນີນການຢ່າງໜ້ອຍ ປີລະ 2 ຄັ້ງ ໃນກໍລະນີທີ່ມີການປູກພືດ ທີ່ຂໍການຢັ້ງຢືນ ຫລາຍກວ່າ 1 ລຸ້ນ/ປີ ທາງກຸ່ມ ອາດຈະກໍານົດໃຫ້ ມີການກວດກາພິເສດເພີ່ມເຕີມ. ຂ້າງເທິງ

8.3.  ການກວດກາຟາມ 

  1. ກຸ່ມຜະລິດກະສິກໍາອິນຊີ ຕ້ອງເຮັດການກວດກາຟາມພາຍໃນ ຂອງສະມາຊິກ ເພື່ອປະເມີນວ່າ ສະມາຊິກ ໄດ້ປະຕິບັດຕາມຂໍ້ກໍານົດ ຂອງມາດຕະຖານ ກະສິກໍາອິນຊີ ຫຼື ບໍ.
  2. ສະມາຊິກທຸກຄົນຕ້ອງໄດ້ຮັບ ການກວດກາ ພື້ນທີ່ຜະລິດທັງໃນ ຟາມທີ່ເຮັດລະບົບກະສິກໍາອິນຊີ ແລະ ລະບົບກະສິກໍາເຄມີ.
  3. ໃນການກວດກາຄັ້ງທໍາອິດປະຈໍາປີ ນັກກວດກາຕ້ອງກວດກາຟາມກະສິກໍາ ອິນຊີ ແລະ ຟາມກະສິກໍາເຄມີ ທຸກຟາມ ຂອງສະມາຊິກ ສໍາລັບການກວດກາ ປະຈໍາຄັ້ງທີ່ 2 ຈະກວດກາ ສະເພາະຟາມ ກະສິກໍາ ອິນຊີ (ແຕ່ອາດມີການກວດກາຟາມ ກະສິກໍາເຄມີ ເພີ່ມເຕີມ ໃນກໍລະນີ ທີ່ເຫັນວ່າມີຄວາມຈໍາເປັນ).
  4. ໃນແຕ່ລະຄັ້ງຂອງການກວດກາ ນັກກວດກາຟາມອາດຈະສຸ່ມກວດກາສະຖານທີ່ເກັບມ້ຽນ ເຄື່ອງມື ແລະ ສະຖານທີ່ເກັບຜົນຜະລິດ ຕະຫຼອດຮອດ ເອກະສານການຜະລິດອື່ນໆ.
  5. ນັກກວດກາຟາມຈະກວດກາຄວາມຖືກຕ້ອງ ຂອງຂະບວນການຜະລິດ ກະສິກໍາອິນຊີ ຂອງຜູ້ສະໝັກ ປະເມີນຄວາມສ່ຽງຂອງການຜະລິດ ປະເມີນຜົນຜະລິດ ສໍາລັບພືດ ອິນຊີ ຂອງສະມາຊິກ ແຕ່ລະຄົນ ຕາມທີ່ລະບຸໄວ້ ໃນແບບຟອມ ລາຍງານການກວດກາຟາມ ໃນກໍລະນີມີຄວາມສ່ຽງ ນັກກວດກາຟາມ ຕ້ອງເຮັດການກວດກາ ນອກເໜືອຈາກ ຂໍ້ມູນທີ່ລະບຸໃນແບບຟອມ ການກວດກາ ແລະ ຂໍເອກະສານ ເພີ່ມເຕີມ ຈາກສະມາຊິກ.
  6. ນັກກວດກາຟາມ ຈະດໍາເນີນການກວດກາດ້ວຍການສໍາພາດ ສະມາຊິກ ສັງເກດຟາມ ທີ່ທໍາການຜະລິດ ແລະ ກວດສອບເອກະສານການຜະລິດ ທີ່ກ່ຽວຂ້ອງ.
  7. ຂໍ້ມູນທີ່ໄດ້ຈາກການກວດກາຟາມ ນັກກວດກາຟາມ ຕ້ອງບັນທືກໄວ້ໃນແບບຟອມ ບົດລາຍງານ ການກວດກາ ກ່ອນທີ່ໃຫ້ ສະມາຊິກໄດ້ອ່ານ ບົດລາຍງານ ການກວດກາຟາມ ຂອງຕົນ. ຂ້າງເທິງ

8.4. ການຂື້ນທະບຽນສະມາຊິກພາຍໃນກຸ່ມ 

  1. ເມື່ອການກວດກາຟາມຂອງລະບົບຄວບຄຸມພາຍໃນສໍາເລັດແລ້ວບົດລາຍງານ ການກວດກາຟາມ ຕ້ອງຖຶກສົ່ງໃຫ້ກັບຄະນະກໍາມະການຂອງກຸ່ມ ເພື່ອພິຈາລະນາຂື້ນທະບຽນຮັບຮອງສະມາຊິກ ພາຍໃນກຸ່ມ.
  2. ໃນການພິຈາລະນາ ຄະນະກໍາມະການຂອງກຸ່ມ ຕ້ອງຈໍາແນກ ເອກະສານ ຂອງສະມາຊິກ ອອກຕາມຄວາມສ່ຽງ (ຄວາມສ່ຽງ, ຄວາມສ່ຽງຕ່ໍາ, ບໍ່ມີຄວາມສ່ຽງ) ທົບທວນບົດລາຍງານ ການກວດກາຟາມ ແລະ ການປະຕິບັດ ຕາມເງື່ອນໄຂ ການຂື້ນທະບຽນ ຮັບຮອງໃນຄັ້ງທີ່ຜ່ານມາ ຂອງສະມາຊິກ ແຕ່ລະຄົນ ຕະຫລອດຮອດເງື່ອນໄຂ ໃໝ່ທີ່ຜູູ້ກວດກາຟາມ ອາດຈະນໍາສະເໜີເພື່ອໃຫ້ ຄະນະກໍາມະການຂອງກຸ່ມ ພິຈາລະນາຕັດສິດການຂື້ນທະບຽນ ຮັບຮອງສະມາຊິກແຕ່ລະຄົນ.
  3. ຜົນການພິຈາລະນາຂື້ນທະບຽນ ຮັບຮອງອາດຈະມີຂໍ້ສະຫຼູບໄດ້ດັ່ງຕໍ່ໄປນີ້:
  • ບໍ່ມີຂໍ້ມູນພຽງພໍ ແຕ່ບໍ່ໄດ້ຮັບການຕັດສິນໃຈ ແລະ ກໍານົດໃຫ້ ມີການກວດກາຟາມບາງສ່ວນ ໃຫມ່ ຫລື ທັງໝົດ.
  • ມີຂໍ້ມູນພຽງພໍ ແຕ່ບໍ່ໄດ້ຮັບການ ຮັບຮອງ ເນື່ອງຈາກວ່າສະມາຊິກ ບໍ່ໄດ້ປະຕິບັດ ຕາມເງື່ອນໄຂ ຫລື ກົດລະບຽບຂອງກຸ່ມ.
  • ມີຂໍ້ມູນພຽງພໍ ແລະ ຂື້ນທະບຽນຮັບຮອງ ສະມາຊິກ ໂດຍມີເງື່ອນໄຂ.
  • ມີຂໍ້ມູນພຽງພໍ ແລະ ຂື້ນທະບຽນຮັບຮອງ ສະມາຊິກ ໂດຍບໍ່ມີເງື່ອນໄຂ.
  1. ການພິຈາລະນາຂື້ນທະບຽນຮັບຮອງສະມາຊິກ ຂອງລະບົບຄວບຄຸມພາຍໃນ ຕ້ອງມີການບັນທືກ ຜົນການຮັບຮອງ ແລະ ບົດລາຍງານກອງປະຊຸມ ທຸກຄັ້ງ.
  2. ກຸ່ມຜູ້ຜະລິດ ຕ້ອງແຈ້ງຜົນ ການຮັບຮອງ ແຕ່ລະຄັ້ງ ໃຫ້ກັບສະມາຊິກ ຮັບຮູ້. ຂ້າງເທິງ

8.5. ການປະເມີນຂໍ້ກໍານົດ ແລະ ກົດລະບຽບຂອງກຸ່ມ 

  1. ໃນກໍລະນີ ທີ່ນັກກວດກາຟາມ ກວດພົບມີການລະເມີດຂໍ້ກໍານົດ ແລະ ກົດລະບຽບຂອງກຸ່ມ ກຸ່ມຜູ້ຜະລິດ ຈະກໍານົດການລົງໂທດ ແລະ ແຈ້ງຜົນການພິຈາລະນາລົງໂທດ ໃຫ້ກັບສະມາຊິກຮູ້.
  2. ການລົງໂທດສະມາຊິກ ທີ່ລະເມີດຂໍ້ກໍານົດ ແລະ ກົດລະບຽບຂອງງກຸ່ມປະກອບດ້ວຍ:
  • ປັບໄໝເປັນເງິນ ຫຼື ຜົນຜະລິດ.
  • ລະງັບການຮັບຊື້ ຜົນຜະລິດ.
  • ຂະຫຍາຍເວລາປັບປ່ຽນ
  • ໃຫ້ອອກຈາກການເປັນສະມາຊິກຂອງກຸ່ມ.
  • ມາດຕະການອື່ນໆ ຂ້າງເທິງ

8.6. ການສະເໜີໃຫ້ມີການພິຈາລະນາຄືນໃໝ່

  1. ສະມາຊິກທີ່ຖຶກພິຈາລະນາລົງໂທດ ຫລື ບໍ່ເຫັນດີກັບຜົນການຮັບຮອງລະບົບຄວບຄຸມພາຍໃນ ສາມາດຍື້ນ ເອກະສານ ສະເໜີ ໃຫ້ມີການພິຈາລະນາ ຄືນໃຫມ່ໄດ້.
  2. ການຍື່ນເອກະສານ ສະເໜີໃຫ້ມີການ ພິຈາລະນາຄືນໃໝ່ ຕ້ອງມີການບັນທືກ ເປັນລາຍລັກອັກສອນ ແລະ ຕ້ອງແຈ້ງຜ່ານຮອງຫົວໜ້າກຸ່ມ ຜູ້ຮັບຜິດຊອບ ວຽກງານ ລະບົບຄວບຄຸມພາຍໃນ ເພື່ອແຈ້ງໃຫ້ຄະນະ ກໍາມະການຂອງກຸ່ມ ປະຊຸມພິຈາລະນາພາຍໃນ 30 ວັນ. ຫລັງຈາກໄດ້ຮັບເອກະສານ.
  3. ໃນລະຫວ່າງການສະເໜີໃຫ້ມີການພິຈາລະນາຄືນໃໝ່ ໃຫ້ຖືວ່າ ຜົນການຮັບຮອງຄັ້ງສຸດທ້າຍ ຍັງມີຜົນບັງຄັບໃຊ້ຢູ່.
  4. ການພິຈາລະນາການສະເໜີ ໃຫ້ມີການພິຈາລະນາຄືນໃໝ່ ຄະນະກໍາມະການ ຂອງກຸ່ມອາດຈະຢືນຢັນ ການຮັບຮອງເດີມ ຫລື ປ່ຽນແປງແກ້ໄຂ ການພິຈາລະນາຮັບຮອງໃໝ່ ແລະ ແຈ້ງຜົນການຕັດສິນໃຫ້ ຜູ້ສະເໜີ ຮັບຮູ້ທັນທີ. ຂ້າງເທິງ

9.  ການບັນທືກຂໍ້ມູນຂອງລະບົບຄວບຄຸມພາຍໃນ 
   ເອກະສານທີ່ກ່ຽວຂ້ອງກັບລະບົບຄວບຄຸມພາຍໃນຂອງກຸ່ມ ຕ້ອງບັນທືກໄວ້ເປັນ 2 ສ່ວນຄື:

9.1. ຂໍ້ມູນການດໍາເນີນງານລະບົບຄວບຄຸມພາຍໃນຂອງສະມາຊິກແຕ່ລະຄົນ
   ເອກະສານຂອງສະມາຊິກແຕ່ລະຄົນພາຍໃນກຸ່ມ ຈະເກັບໄວ້ທີ່ຫ້ອງການ ຂອງກຸ່ມ 1 ສະບັບ ແລະ ເກັບໄວ້ກັບສະມາຊິກ 1 ສະບັບ ດັ່ງນີ້:

ເອກະສານ

ຫ້ອງການກຸ່ມ

ສະມາຊິກ

  1. ສັນຍາຂໍ້ຕົກລົງເຂົ້າຮ່ວມກຸ່ມ

ຕົ້ນສະບັບ

ສໍາເນົາ

  1. ຂໍ້ມູນພື້ນຖານຂອງສະມາຊິກ
  • ປະຫວັດຟາມ
  • ແຜນທີຟາມ
  • ແຜນການຜະລິດ

ຕົ້ນສະບັບ

ສໍາເນົາ

  1. ລາຍງານກວດກາຟາມປະຈໍາປີ

ຕົ້ນສະບັບ

ສໍາເນົາ

  1. ບົດສະຫຼຸບແຈ້ງຜົນພິຈາລະນາ ການຮັບຮອງຂອງກຸ່ມ

ຕົ້ນສະບັບ

ສໍາເນົາ

      ນອກຈາກນັ້ນສະມາຊິກຕ້ອງເກັບເອກະສານອື່ນດັ່ງນີ້:

  • ຂໍ້ກໍານົດ ແລະ ກົດລະບຽບ ຂອງກຸ່ມ
  • ບັນທືກການໃຊ້ປັດໃຈ ການຜະລິດ ພາຍໃນຟາມ
  • ບັນທືກລາຍຮັບ-ລາຍຈ່າຍາ ຫລື ເອກະສານ ໃນການຊື້ ປັດໃຈການຜະລິດ ແລະ ຂາຍຜົນຜະລິດ ກະສິກໍາ ອິນຊີ ຂ້າງເທິງ

9.2. ບົດສະຫຼຸບລະບົບຄວບຄຸມພາຍໃນ
   ການສະຫຼຸບຂໍ້ມູນ ຂອງລະບົບຄວບຄຸມພາຍວນ ຈະຈັດເກັບໄວ້ທີ່ກຸ່ມຜູ້ຜະ ເພື່ອເປັນຫຼັກຖານການດໍາເນີນງານ ແລະ ສ້າງຄວາມໂປ່ງໃສ ແລະ ໃຫ້ດໍາເນີນງານຢ່າງເປັນລະບົບ ໂດຍມີການເຮັດລາຍງານ ສະຫຼຸບຂອງລະບົບຄວບຄຸມ ພາຍໃນດັ່ງນີ້:

  1. ຂໍ້ມູນພື້ນຖານລະບົບຄວບຄຸມພາຍໃນຂອງກຸ່ມ.
  2. ຕ້ອງສົ່ງລາຍຊື່ສະມາຊິກທີ່ໄດ້ຮັບການຂື້ນທະບຽນຮັບຮອງ ໃຫ້ທາງໜ່ວຍງານ ອອກໃຍຢັ້ງຢືນ ດັ່ງນີ້:
  • ລາຍຊື່ສະມາຊິກ
  • ລະຫັດສະມາຊິກ
  • ພື້ນທີ່ທັງໝົດ ແລະ ພື້ນທີ່ເຮັດກະສິກໍາອິນຊີ
  • ມື້ທີ່ສະໝັກເຂົ້າຮ່ວມກຸ່ມ
  • ມື້ສຸດທ້າຍຂອງການໃຊ້ສານເຄມີຕ້ອງຫ້າມ
  • ມື້ທີ່ກວດກາລະບົບຄວບຄຸມພາຍໃນຄັ້ງສຸດທ້າຍ
  • ຜົນການຮັບຮອງຂອງກຸ່ມ ແລະ ຂໍ້ມູນ ອື່ນໆ ທີ່ກ່ຽວຂ້ອງ
  1. ລາຍຊື່ ຂອງສະມາຊິກ ທີ່ຖືກລົງໂທດພ້ອມເຫດຜົນ ແລະ ໄລຍາເວລາ ໃນການລົງໂທດ (ຖ້າມີ)
  2. ລາຍຊື່ສະມາຊິກ ທີ່ໄດ້ຮັບການຂື້ນທະບຽນ ຮັບຮອງ ແລະ ຂໍ້ມູນປະເມີນຜົນ ຜະລິດ ເພື່ອໃຫ້ຜູ້ທີ່ຮັບຊື້ຜົນຜະລິດ.
  3. ບົດລາຍງານຜົນການພິຈາລະນາ ຂື້ນທະບຽນຮັບຮອງ ສະມາຊິກ
  4. ບົດລາຍງານປະຈໍາປີ ຂອງກຸ່ມ
  5. ບົດລາຍງານການຝຶກສະມາຊິກ.
  6. ບົດລາຍງານການຝຶກອົບຮົມວິຊາການຂອງກຸ່ມ
  7. ໃບສະໝັກຂໍການຢັ້ງຢືນ ກັບໜ່ວຍງານອອກໃບຢັ້ງຢືນ:
  • ຂໍ້ກໍານົດ ແລະ ກົດລະບຽບ ຂອງກຸ່ມ
  • ໃບສະໝັກຂໍ້ການຢັ້ງຢືນ, ໃບຂໍຕໍ່ອາຍຸກຸ່ມຜະລິດ
  • ເອກະສານສັນຍາຂໍ້ຕົກລົງລະບົບຄວບຄຸມພາຍໃນຕ່າບໆ
  • ລາຍງານສະຫຼຸບ ປະຈໍາປີ ຂອງລະບົບຄວບຄຸມພາຍໃນ.
  • ລາຍງານການກວດກາລະບົບ ຄວບຄຸມພາຍໃນຈາກໜ່ວຍງານອອກໃບຢັ້ງຢືນ.
  • ໃບແຈ້ງຜົນການພິຈາລະນາຢັ້ງຢືນຂຶງໜ່ວຍງານອອກໃບຢັ້ງຢືນ. ຂ້າງເທິງ

10. ການພັດທະນາບຸກຄະລາກອນ
   ວິຊາການໃນກຸ່ມ ທັງໝົດບໍ່ວ່າຈະເປັນວິຊາການສົ່ງເສີມ ກະສິກໍາອິນຊີ, ວິຊາການກວດກາ, ຄະນະກໍາມະການພິຈາລະນາຮັບຮອງ ແລະ ວິຊາການທີ່ກ່ຽວຂ້ອງອື່ນໆ ຈະໄດ້ຮັບການຝຶກອົບຮົມເບື້ອງຕົ້ນຈາກກຸ່ມ.
   ນອກຈາກນີ້ ທາງກຸ່ມຈະມີການຝຶກອົບຮົມ ເພີ້ມເຕີມຄວາມຮູ້ຢ່າງໜ້ອຍ ປີບະ 1 ຄັ້ງ ໂດຍໃນການຝຶກອົບຮົມ ທຸກຄັ້ງ ຈະມີການຈັດເຮັດບົດບັນທືກການ ຝຶກອົບຮົມ ແລະ ລາຍຊື້ ຜູ້ເຂົ້າຮ່ວມ ຝຶກອົບຮົມ. ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Manual for Internal Management System Building for Group Organic Agriculture Production PDF
2 ຄູ່ມື ການສ້າງ ລະບົບຄວບຄຸມພາຍໃນ ສຳລັບ ການຜະລິດ ກະສິກຳອິນຊີ ແບບກຸ່ມ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.