ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ປີ 2018 ແລະ ວາງແຜນການ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ປີ 2019, (ພ້ອມດ້ວຍຜ່ານຂໍ້ຕົກລົງ ວ່າດ້ວຍການມອບຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ປະຈໍາປີ 2019)ໂດຍປິ່ນອ້ອມ 3 ແຜນງານ ຄື: 1. ແຜນງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ທີ່ເນັ້ນການເປີດຕະຫຼາດໃຫ້ກັນ ແລະ ກັນ ໃນປະຊາຄົມເສດຖະກິດອາຊຽນ, ອາຊຽນບວກຄູ່ເຈລະຈາ ແລະ ຂອບຄວາມຮ່ວມມືເສດຖະກິດ ການຄ້າອື່ນໆ, 2. ແຜນງານການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດຕາມພາລະບົດບາດ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, 3. ແຜນງານການສະໜັບສະໜູນ ໃຫ້ວິສາຫະກິດພາຍໃນ ໂດຍສະເພາະຂະໜາດນ້ອຍ ແລະ ກາງ ມີຄວາມສາມາດຮັບມືກັບສະພາບການແຂ່ງຂັນທີ່ເພີ່ມຂຶ້ນ ແລະ ເຂົ້າຮ່ວມໃນຕ່ອງໂສ້ ການສະໜອງສິນຄ້າ ຂອງພາກພື້ນ ແລະ ລະບົບການຄ້າສາກົນ;

ນອກນັ້ນກອງປະຊຸມໄດ້ຮັບຟັງ ການສະເໜີບົດ ຂອງບາງກົມທີ່ເປັນວຽກພົ້ນເດັ່ນ ຊຶ່ງສັງຄົມໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ: 1./ “ຕະຫຼາດສົ່ງອອກບາງສິນຄ້າກະສິກໍາຕົ້ນຕໍ ຂອງ ສປປ ລາວ ທີ່ຖືກກະທົບຈາກການເໜັງຕີງຂອງຕະຫຼາດ ແລະ ລາຄາຂອງຕະຫຼາດໂລກ( ເຊັ່ນ: ກາເຟ, ອື່ນໆ...)” 2./ “ຄວາມຄືບໜ້າ ກ່ຽວກັບ ການຄຸ້ມຄອງລາຄາສິນຄ້າ ແລະ ມາດຕະການແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ ” 3./“ການຜັນຂະຫຍາຍຍຸດທະສາດການພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປະຈຳປີ 2019 ແລະ 2020” 4./ ຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍມາດຕະການທີ 5 ກ່ຽວກັບ “ການພັດທະນາ SMEs ແລະ ການສົ່ງເສີມການຜະລິດ” ຂອງຄໍາສັ່ງສະບັບເລກທີ 12/ນຍ, ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ.

ນອກຈາກນີ້, ຍັງເປັນການສະຫລຸບສັງລວມຜົນງານ ທັງດ້ານດີ-ດ້ານອ່ອນ, ແນະນຳປຶກສາຫາລື ຖາມ-ຕອບຂໍຄວາມກະຈ່າງແຈ້ງໃນບັນຫາຕ່າງໆ ທີ່ຈະຕ້ອງເອົາໃຈໃສ່ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ໃນຂະແໜງການ ອຄ. ໃນໄລຍະຜ່ານມາການປະຕິບັດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2018 ຂອງຂະແໜງ ອຄ ມີດັ່ງນີ້:

1. ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ:  ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງໃນ ປີ 2018 ປະຕິບັດໄດ້ປະມານ 10.770 ຕື້ກີບ, ລື່ນແຜນການປີ 12% (ຕົວເລກແຜນແມ່ນ 9.614 ຕື້ກີບ) ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອັດຕາຂະຫຍາຍຕົວເພີ່ມຂຶ້ນ 16,97%. 

2. ດ້ານການຄ້າພາຍໃນ:  ການຈໍລະຈອນສິນຄ້າພາຍໃນ (ການຄ້າຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ໃນປີ 2018 ແມ່ນ 57.612 ຕື້ກີບ, ລື່ນແຜນການ 0,39% (ຕົວເລກແຜນແມ່ນ 57.386 ຕື້ກີບ); ທຽບໃສ່ໄລຍະດຽວກັນຂອງປີຜ່ານມາມີອັດຕາຂະຫຍາຍຕົວເພີ່ມຂຶ້ນ 12,65%. 

3. ດ້ານການຄ້າກັບຕ່າງປະເທດ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຕິບັດໄດ້ ປະມານ 11.258 ລ້ານໂດລາສະຫະລັດ. ເມື່ອທຽບໃສ່ແຜນການປີ 2018 ລື່ນແຜນການ 13% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 16%.ໃນນີ້, ການສົ່ງອອກ: ປະຕິບັດໄດ້ 5.410 ລ້ານໂດລາ, ລື່ນແຜນການ 7,8% (ແຜນການສົ່ງອອກ 5.015 ລ້ານໂດລາ) ແລະ ເພີ່ມຂຶ້ນ 10,9% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ. ສໍາລັບ ການນໍາເຂົ້າ: ປະຕິບັດໄດ້ປະມານ 5.848 ລ້ານໂດລາ, ລື່ນແຜນການ 17% (ແຜນການນໍາເຂົ້າ 4.978 ລ້ານໂດລາ) ແລະ ເພີ່ມຂຶ້ນ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.