ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດ ຄຳສັ່ງຂອງທ່ານ ນາຍົກ ລັດຖະມົນຕີ ເລກທີ 02/ນຍ ໃນປີ 2018 ແລະ ແຜນການຈັດຕັ້ງປະຕິບັດ ສຳລັບປີ 2019; ພ້ອມທັງ ນໍາສະເໜີ ໂຄງປະກອບການຈັດຕັ້ງ, ພາລະບົດບາດ ແລະ ໜ້າທີ່ ຂອງ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ແລະ ຂັ້ນແຂວງ ແລະ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຜ່ານຮ່າງຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍ ການອຳນວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ (ເພື່ອປ່ຽນແທນຄຳສັ່ງ ສະບັບເລກທີ 24/ນຍ, ລົງວັນທີ 22 ກັນຍາ 2004). ໃນວາລະສຸດທ້າຍຂອງກອງປະຊຸມ ແມ່ນຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ, ປະທານກອງປະຊຸມ ແລະ ທັງເປີດເວທີບັນດາສະມາຊິກທີ່ເຂົ້າຮ່ວມກອງປະຊຸມ ປຶກສາຫາລືປະເດັນ ແລະ ບັນຫາຕ່າງໆ ທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ໃນ ສປປ ລາວ.

ທ່ານ ປອ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ,ຫົວໜ້າຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ

 

ອີງຕາມການລາຍງານໃນກອງປະຊຸມ ຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າຄະນະກໍາມະການຜູ້ຊີ້ນໍາລວມອຳນວຍຄວາມສະດວກທາງດ້ານການຄ້າ, ທັງເປັນຜູ້ປະຈຳການ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ ແຜນດໍາເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022 ໃນໄລຍະຜ່ານມາ ແມ່ນໄດ້ຮັບໝາກຜົນສໍາເລັດທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນ ການປັບປຸງນິຕິກໍາ, ສ້າງນິຕິກໍາໃໝ່ ແລະ ການປັບປຸງຂັ້ນຂອດ ເຊັ່ນ: ຫຼຸດຜ່ອນຂັ້ນຂອດໃນການອອກອະນຸຍາດນໍາເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາປະກອບ ຫຼື ຜະລິດຢູ່ໂຮງງານ  ທີ່ຜ່ານມາໃຊ້ເວລາ 06 ວັນ ປະຈຸບັນພຽງ 02-03 ວັນ, ອອກຂໍ້ຕົກລົງຢຸດຕິການອອກໃບອະນຸຍາດນໍາເຂົ້າສິນຄ້າ ເຫຼັກແລະ ຊີມັງ; ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າແບບເອເລັກໂຕຣນິກ (e-CO) ແລະ ການອອກອະນຸຍາດນໍາເຂົ້າຍານພາຫະນະ ເພື່ອມາຈໍາໜ່າຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດລາວ (Lao National Single Window: LNSW).

ປີ 2019, ສປປ ລາວ ໄດ້ ຖືກ ຈັດອັນດັບຂອງຕົວຊີ້ວັດການຄ້າລະຫວ່າງປະເທດ ແມ່ນດີຂຶ້ນຈາກ 124 ໃນປີ 2018 ມາເປັນ 76 ໃນປີ 2019 (ດີຂຶ້ນ 48 ອັນດັບ) ຫຼື ສາມາດບັນລຸໄດ້ 38.7% (ເປົ້າໝາຍແມ່ນ 50%). ໃນນີ້, ສົມທຽບກັບ ບັນດາປະເທດອາຊຽນ, ສປປ ລາວ ຈັດຢູ່ໃນອັນດັບທີ 04 (ຮອງຈາກປະເທດສິງກະໂປ, ມາເລເຊຍ ແລະ ໄທ), ເວລາໃນການດໍາເນີນການຢູ່ດ່ານນໍາເຂົ້າ ແລະ ສົ່ງອອກ ຫຼຸດລົງ 03 ຊົ່ວໂມງ, ເວລາໃນການດໍາເນີນເອກະສານຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຫຼຸດລົງຈາກ 216 ຊົ່ວໂມງ (09 ວັນ) ມາເປັນ 60 ຊົ່ວໂມງ (2.5 ວັນ). 156 ຊົ່ວໂມງ (6.5 ວັນ). ເຖິງຢ່າງໃດກໍ່ຕາມ, ການຈັດອັນດັບລວມ ຄວາມສະດວກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ (10 ຕົວຊີ້ວັດ) ແມ່ນຕົກອັນດັບລົງ ຈາກ 141 ໃນປີ 2018 ມາເປັນ 154 ໃນປີ 2019 ຂອງຈໍານວນທັງໝົດທົ່ວໂລກ 190 (ຕົກລົງ 13 ອັນດັບ).   

ນອກຈາກນັ້ນ, ໃນກອງປະຊຸມຄັ້ງນີ້ຍັງໄດ້ຜ່ານ ຮ່າງ   “ຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ພາຍໃນປະເທດ”  ເພື່ອປ່ຽນແທນຄໍາສັ່ງ ວ່າດ້ວຍການອໍານວຍຄວາມສະດວກແກ່ການນໍາເຂົ້າ-ສົ່ງອອກ ແລະ ຈໍລະຈອນສິນຄ້າ ຢູ່ພາຍໃນປະເທດ ເລກທີ 24/ນຍ, ລົງວັນທີ 22 ກັນຍາ 2004. ການຜ່ານຮ່າງດັ່ງກ່າວ ໂດຍລວມແລ້ວໃນກອງປະຊຸມ ແມ່ນເຫັນດີເປັນເອກະພາບຕໍ່ກັບເນື້ອໃນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.