ຈຸດປະສົງຂອງການພົບປະຄັ້ງນີ້ແມ່ນເນັ້ນໃຫ້ສອງສະມາຄົມ ແລະ ບັນດາບໍລິສັດຂົນສົ່ງ ລະຫວ່າງລາວ ແລະ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນກັນເຊິ່ງກັນ ແລະ ກັນ. ເຊິ່ງໃນວາລະຂອງການດຳເນີນກອງປະຊຸມ ຝ່າຍລາວໄດ້ນຳສະເໜີໃຫ້ຝ່າຍຫວຽດນາມຊາບ ກ່ຽວກັບ ຄວາມເປັນມາ ກ່ຽວກັບ ການພັດທະນາວຽກງານໂລຈິດສະຕິກໃນລາວ; ຈຸດປະສົງຂອງການພັດທະນາວຽກງານໂລຈິດສະຕິກ; ສະພາບພັດທະນາການຂົນສົ່ງ ແລະ ໂລຈິດສະຕິກ; ທິດທາງການພັດທະນາ 2016-2025 ຂອງລາວ; ການຮ່ວມມືດ້ານໂລຈິດສະຕິກ ການຂົນສົ່ງສິນຄ້າ ລະຫວ່າງ ລາວ - ຫວຽດນາມ. ສ່ວນຝ່າຍຫວຽດນາມໄດ້ນຳສະເໜີໃຫ້ຝ່າຍລາວຊາບໂດຍຫຍໍ້ ກ່ຽວກັບ ພາບລວມຂອງເສດຖະກິດຫວຽດນາມ; ມູນຄ່າການຄ້າສອງຝ່າຍ; ໂລຈິດສະຕິກເທິງແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ.

ຫຼັງຈາກການນຳສະເໜີທັງສອງຝ່າຍໄດ້ສຳເລັດລົງ ຫົວໜ້າຄະນະທັງສອງຝ່າຍໄດ້ເປີດເວທີໃຫ້ ສະມາຄົມ ແລະ ບັນດາບໍລິສັດຂົນສົ່ງຂອງສອງຝ່າຍ ໄດ້ພົບປະ-ແລກປ່ຽນຂໍ້ມູນ ແບບເປັນກັນເອງ (ແບບ 01 ບໍລິສັດ ຕໍ່ 01 ບໍລິສັດ) ເພື່ອໃຫ້ໄດ້ຮັບຂໍ້ມູນຢ່າງລະອຽດຕ່ືມ ເປັນຕົ້ນເຊັ່ນ: ແລກປ່ຽນເອກະສານແນະນຳບໍລິສັດຂອງຕົນ, ແຜນການຕໍ່ໜ້າຂອງບໍລິສັດ, ການຊອກຫາຄູ່ຮ່ວມທຸລະກິດ ແລະ ອື່ນໆ.

ໃນການສະຫຼຸບກອງປະຊຸມທັງສອງຝ່າຍຍັງໄດ້ກ່າວຄວາມຄາດຫວັງ: ຫວັງວ່າໃນອານາຄົດສອງຝ່າຍຈະຜັກດັນການຮ່ວມມື, ການເຊື່ອມໂຍງ ລະຫວ່າງ ທຸລະກິດ Logistics ລາວ ແລະ ຫວຽດນາມ ແນໃສ່ເຮັດໃຫ້ວຽກງານຄົ້ນຫາ ແລະ ນໍາໃຊ້ບັນດາທ່າແຮງອັນບົ່ມຊ້ອນບົນແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ໃຫ້ດີຂຶ້ນເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສະມາຄົມຜູ້ຕາງໜ້າໃຫ້ແກ່ພາກທຸລະກີດບໍລິການ Logistics ຂອງລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນຕື່ມ. ພ້ອມສ້າງຄວາມສະດວກ-ງ່າຍດາຍ ໂດຍການຫຼຸດຜ່ອນຂັ້ນຕອນທາງດ້ານເອກະສານຢູ່ຊາຍແດນ ເພື່ອແນໃສ່ຫຼຸດຜ່ອນເວລາເຄື່ອນຍ້າຍສິນຄ້າ, ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ຕິດພັນກັບ Logistics ແລະ ສ້າງຜົນປະໂຫຍດສູງສຸດໃຫ້ສອງຝ່າຍ.

ມຸມໜຶ່ງຂອງຈຸດຄ່ຽນຖ່າຍສິນຄ້າທີ່ສາງສິນຄ້າທ່ານາແລ້ງ

 

ນອກຈາກນີ້, ຕອນບ່າຍຂອງມື້ດຽວກັນ, ກົມການນຳເຂົ້າ ແລະ ສົ່ງອອກຂອງລາວ ຍັງໄດ້ພາຄະນະຝ່າຍຫວຽດນາມ ໄປຢ້ຽມຢາມບໍລິສັດ ເດືອນສະຫວັນ ກຣຸບ ຈຳກັດ ແລະ ບໍລິສັດ ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ເພື່ອສຶກສາເບິ່ງພາບລວມຂອງການບໍລິການ Logistics ໃນລາວ, ເກັບກຳຂໍ້ມູນ ກ່ຽວກັບ ຂີດຄວາມສາມາດ ແລະ ມູນທ່າແຮງຂອງບໍລິສັດໃນລາວ ເພື່ອຈະເຊື່ອມໂຍງທຸລະກິດ Logistics ຂອງລາວ ແລະ ຫວຽດນາມ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.