ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຳເລັດການສັງລວມສະຖິຕິການນຳ​ເຂົ້າ - ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈໍາ​ປີ 2018. ​ໃນ​ນັ້ນ, ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແບ່ງ​ອອກ​ເປັນ 02 ​ຮູບແບບ​ດ້ວຍ​ກັນ​ຄື: ​ແບບ​ຝ່າຍ​ດຽວ (ລະບົບສິດທິພິເສດທົ່ວໄປ ຫຼື ​​​Generalized System of Preferences: GSP) ​ແລະ ​ແບບ​ຕອບ​ແທນ​ກັນ ຫຼື ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ (ສັນຍາການຄ້າເສລີ ຫຼື Free Trade Agreement: FTA).

ໃນ​ປີ 2018 ​ເມື່ອ​ສົມທຽບ​ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບຝ່າຍ​ດຽວ (GSP) ​ແລະ ​ແບບຕອບ​ແທນ​ກັນ (FTA) ​ເຫັນ​ວ່າ ການ​ນຳ​ໃຊ້ສິດທິ​ພິ​ເສດແບບຝ່າຍ​ດຽວມີ​ມູນຄ່າ​ພຽງ 278,60 ລ້ານ ​ໂດ​ລາ​ສະຫະລັດ. ​​ໂດຍ​ສ່ວນ​ໃຫຍ່​ແມ່ນ ການ​ສົ່ງ​ອອກ​ໄປ ບັນດາ​ປະ​ເທດ​ໃນ​ສະຫະພາບ​ເອີຣົບ, ຊຶ່ງ​ປະຈຸ​ບັນ​ມີ​ພຽງ 68 ບໍລິສັດ ທີ່​ນຳ​ໃຊ້ GSP ຈຶ່ງ​ເຮັດ​ໃຫ້​ປະລິມານ​ການ​ສົ່ງອອກໜ້ອຍຖ້າ​ທຽບ​ໃສ່​ຂອບ FTA. ​ໃນ​ຂະນະ​ດຽວກັນ ການ​ສົ່ງ​ອອກ​ພາຍ​ໃຕ້ FTA ສາມາດປະຕິບັດໄດ້ 1,03 ຕື້ ​ໂດ​ລາ​ສະຫະລັດ ກວມ​ເອົາ​ອັດຕາ​ສ່ວນຫຼາຍກວ່າ​ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າສູງ​ເຖິງ 78.77%.  ສາ​ເຫດ​ທີ່​ພາ​ໃຫ້ການ​ສົ່ງ​ອອກ​ໃນຂອບ FTA ຫຼາຍຍ້ອນສິນຄ້າທີ່​ສົ່ງ​ອອກ​ສ່ວນ​ໃຫຍ່​​ເປັນ​ສິນຄ້າ​ທ່າ​ແຮງ​ຂອງ ສປປ ລາວ ​ແລະ ​ໃນ​ຂອບ FTA ນີ້​ກໍ່​ມີຫຼາຍຂອບ​ສັນຍາ ​ເຊັ່ນ: ສັນຍາການຄ້າດ້ານ​ສິນຄ້າ​ຂອງ​ອາຊຽນ/ສັນຍາ​ການ​ຄ້າ​ເສລີ​ອາຊຽນ (ATIGA ຫຼື ຟອມ D), ສັນຍາການ​ຄ້າ​ເສລີ​ ອາຊຽນ - ສປ ຈີນ (ຟອມ E), ສັນຍາການ​ຄ້າ​ເສລີ​ ອາຊຽນ - ອິນ​ເດຍ (ຟອມ AI), ສັນຍາການ​ຄ້າ​ເສລີ​ອາຊຽນ -​ ສ.ເກົາຫຼີ​ (ຟອມ AK), ສັນຍາວ່າ​ດ້ວຍ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ຮອບດ້ານ ອາຊຽນ-ຢີ່ປຸ່ນ (ຟອມ AJ) ແລະ ສັນຍາການ​ຄ້າ​ເສລີ​ ອາຊຽນ-ອົດ​ສະ​ຕາ​ລີ-​ນິວຊີ​ແລນ (ຟອມ AANZ).

ບັນດາປະເທດທີ່ ສປປ ລາວ ​ສົ່ງ​ອອກ​ພາຍໃຕ້ສິດທິພິເສດທາງການຄ້າພາຍ​ໃນ​ປີ​ນີ້ມີທັງໝົດ 37 ປະ​ເທດ,ໃນ​ນັ້ນ ປະ​ເທດ​ທີ່ມີ​ການ​ສົ່ງ​ອອກ​ໄປຫຼາຍກວ່າໝູ່ແມ່ນ ​ໄທ, ສສ ຫວຽດນາມ ​ແລະ ສ​ປ ຈີນ; ມີມູນ​ຄ່າ​ປະມານ 425,86 ລ້ານ ​ໂດ​ລາ​ສະຫະລັດ, 332,85 ລ້ານ ​ໂດ​ລາ​ສະຫະລັດ ​ແລະ 250,95 ລ້ານ ໂດ​ລາ​ສະຫະລັດ ຕາມ​ລຳດັບ. ກຸ່ມສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ 03 ອັນດັບຕົ້ນແມ່ນ ກຸ່ມສິນຄ້າອຸດສາຫະກຳ ມີມູນຄ່າປະມານ 637,56 ລ້ານໂດລາສະຫະລັດ, ຮອງລົງມາແມ່ນ ກຸ່ມສິນຄ້າພືດກະສິກຳ ມີມູນຄ່າປະມານ 406,94 ລ້ານໂດລາສະຫະລັດ ແລະ ກຸ່ມສິນຄ້າຜະລິດຕະພັນແຮ່ທາດ ມີມູນຄ່າປະມານ 89,50 ລ້ານໂດລາສະຫະລັດ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ

 

ສ່ວນປະເທດທີ່ ສປປ ລາວ ​ນໍາ​ເຂົ້າ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 39 ປະ​ເທດ, ໃນນັ້ນ ປະ​ເທດ​ທີ່​ສປປ ລາວ ມີ​ການນຳ​ເຂົ້າຫຼາຍກວ່າໝູ່​ແມ່ນ ​ໄທ, ສປ ຈີນ, ​ແລະ ສສ.ຫວຽດນາມ; ມີ​ມູນ​ຄ່າ​ການ​ນຳ​ເຂົ້າປະມານ 329,04 ລ້ານ ໂດ​ລາ​ສະຫະລັດ, 79,58 ລ້ານ ໂດ​ລາ​ສະຫະລັດ ​ແລະ 76,39 ລ້ານ ​ໂດ​ລາ​ສະຫະລັດ ຕາມ​ລຳດັບ. ສຳລັບສາມກຸ່ມສິນຄ້າທີ່ມີມູນຄ່າການນຳເຂົ້າຫຼາຍກວ່າໝູ່ແມ່ນ ກຸ່ມສິນຄ້າພາຫະນະ, ຊິ້ນສ່ວນ ແລະ ອາໄຫຼ່ ມີມູນຄ່າ 369,16 ລ້ານໂດລາສະຫະລັດ, ກຸ່ມສິນຄ້າເຄື່ອງກໍ່ສ້າງ ມີມູນຄ່າ 85,41 ລ້ານໂດລາສະຫະລັດ ແລະ ກຸ່ມສິນຄ້າເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍປະຈຳວັນ ມີມູນຄ່າ 64,14 ລ້ານໂດລາສະຫະລັດ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ

 

ແຫຼ່ງຂໍ້ມູນ: ສະຖິຕິການນຳເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງດ້ານການຄ້າ ສປປ ລາວ ປະຈຳປີ 2018 ຂອງ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.